ໝູ່​ບ້ານ​​ເຮັດ​ເສັ້ນ​ລ້ອນ​ບິ່ນລື-ລາຍ​ເຈົາ

Khac Kien-Anh Huyen
Chia sẻ
(VOVWORLD) -ໃນຫຼາຍສິບປີມານີ້, ໝູ່ບ້ານເຮັດເສັ້ນລ້ອນບິ່ນລື ຂຶ້ນກັບບ້ານທົ໊ງເຍິດ, ຕາແສງບິ່ນລື ເມືອງຕາມເດື່ອງ ແຂວງລາຍເຈົາ ມີຊື່ສຽງດ້ວຍອາຊີບເຮັດເສັ້ນລ້ອນ. ມາຮອດປະຈຸບັນ, ຜະລິດຕະພັນນີ້ນັບມື້ນັບໄດ້ຢັ້ງຢືນເຄື່ອງໝາຍການຄ້າຢູ່ຕະຫຼາດ, ໄດ້ຮັບຄວາມນິຍົມຈາກຜູ້ໃຊ້ສອຍ ແລະ ນຳມາເຊິ່ງປະສິດທິຜົນເສດຖະກິດໃຫ້ແກ່ບັນດາຄອບຄົວທີ່ເຮັດເສັ້ນລ້ອນຢູ່ໝູ່ບ້ານອາຊີບນີ້.
ໝູ່​ບ້ານ​​ເຮັດ​ເສັ້ນ​ລ້ອນ​ບິ່ນລື-ລາຍ​ເຈົາ - ảnh 1

   ເຮັດເສັ້ນ ລ້ອນຢູ່ໝູ່ບ້ານບິ່ນລື ໄດ້ເລີ່ມຕົ້ນມາແຕ່ຊຸມປີຕົ້ນສະຕະວັດທີ 70. ໃນເວລານັ້ນ, ຊາວບ້ານທົ໊ງເຍິດ ຕາແສງບິ່ນລື ໄດ້ເຮັດເສັ້ນລ້ອນຈາກມັນສາຄູ ຍ້ອນຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ ແລະ ຢາກກິນ ແກງເສັ້ນລ້ອນ, ຢາກທົດລອງວ່າ ຕົ້ນສາຄູກໍ່ສາມາດປູກຢູ່ເຂດດິນແດນແຫ່ງນີ້ໄດ້ບໍ່ ແລະ ສີມືເຮັດເສັ້ນລ້ອນຍັງຄືເກົ່າບໍ່ ພາຍຫຼັງຫ່າງຈາກບ້ານເກີດເມືອງນອນເປັນເວລາຫຼາຍປີ, ຍ້ອນວ່າ ຊາວບ້ານທົ໊ງເຍິດ ຕາແສງບິ່ນລື ສ່ວນຫຼາຍແມ່ນຊາວທ໊າຍບີ່ນ ທີ່ອົບພະຍົບໄປກໍ່ສ້າງເຂດເສດຖະກິດໃໝ່ ຢູ່ເຂດຕາເວັນຕົກສ່ຽງເໜືອ.

   ຊາວບ້ານບິ່ນລື ຄິດຮອດບ້ານເກີດເມືອງນອນ ແລະ ຢາກກິນ ແກງທີ່ເຮັດຈາກເສັ້ນລ້ອນ ແລະ ໂຕປູ. ເຂົາເຈົ້າຈຶ່ງປູກຕົ້ນສາຄູ, ເພື່ອເອົາມັນສາຄູກິນແກ້ຄວາມອຶດຫິວ, ແລ້ວກໍ່ເຮັດເສັ້ນລ້ອນໄປພ້ອມ. ເຂົາເຈົ້າກໍບໍ່ຄິດໄດ້ວ່າ, ມັນສາຄູປູກຢູ່ແຫ່ງນີ້ແຊບດີ, ມີແປ້ງຫຼາຍ. ແປ້ງທີ່ເອົາມາຈາກມັນສາຄູຂອງບິ່ນລື ເມື່ອເອົາມາເຮັດເສັ້ນລ້ອນນັ້ນ ເສັ້ນຂອງມັນທັງໃສທັງໜຽວ ແລະ ມີຄວາມຍາວເຖິງ 2, 3 ແມັດ ແຕ່ມັນຈະບໍ່ຖືກຫັກຂາດ. ເມື່ອຕົ້ມກິນທັງອ່ອນ, ທັງໜຽວໜຸ້ມ ແລະ ມື່ນດີ, ມີລົດຊາດ    ແຊບກ່ວາເສັ້ນລ້ອນຢູ່ບ້ານເກີດເມືອງນອນແຫ່ງອື່ນໆ.

   ແຕ່ມາຮອດຊຸມປີທ້າຍສະຕະວັດທີ 90, ຂະນະທີ່ການຄ້າຂາຍມີການພັດທະນາແຮງ, ເຄື່ອງໝາຍການຄ້າເສັ້ນລ້ອນບິ່ນລື ຈຶ່ງໄດ້ຮັບການຮູ້ຈັກເຖິງໃນທ້ອງຕະຫຼາດ. ຕົ້ນສາຄູໄດ້ກາຍເປັນຜົນລະປູກຕົ້ນຕໍ ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງທ້ອງຖິ່ນ. ຍ້ອນໄດ້ລົງທຶນດ້ານເຄື່ອງຈັກ, ປັບປຸງເຕັກໂນໂລຊີໃນການຜະລິດ, ຄຸນນະພາບ, ສະມັດຕະພາບຂອງຜະລິດຕະພັນເສັ້ນລ້ອນທີ່ເຮັດຈາກມັນສາຄູບິ່ນລື ຈຶ່ງນັບມື້ນັບເພີ່ມຂຶ້ນສູງ. ປ້າ ເຈິ່ນທິເລືອດ ເຊິ່ງແມ່ນຄອບຄົວໜຶ່ງທີ່ຜະລິດເສັ້ນລ້ອນຢູ່ບ້ານທົ໊ງເຍິດ ຕາແສງບິ່ນລື ເມືອງຕາມເດື່ອງ ແບ່ງປັນວ່າ:

    ນັບແຕ່ກ່ອນມາຮອດປະຈຸບັນ, ປະຊາຊົນຢູ່ໝູ່ບ້ານແຫ່ງນີ້ ໄດ້ເຮັດແຕ່ເສັ້ນລ້ອນເທົ່ານັ້ນ, ປະຈຸບັນມັນກໍ່ມີເຄື່ອງໝາຍການຄ້າ ແລ້ວ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ລູກຫຼານໄດ້ໄປຮ່ຳໄປຮຽນ, ເຮືອນຊານໄດ້ກໍ່ສ້າງຂຶ້ນຢ່າງໃຫ່ຍໂຕໂອໂຖງ. ຕະຫຼາດເສັ້ນລ້ອນປີນີ້ມີຄວາມເປັນປົກກະຕິ, ລາຄາເສັ້ນລ້ອນແມ່ນປະມານ 50 ພັນດົ່ງ/ກິໂລກຼາມ. ປີນີ້, ຄອບຄົວຂ້າພະເຈົ້າກໍຂາຍເສັ້ນລ້ອນໄດ້ກ່ວາ 10 ໂຕນແລ້ວ. ປະຈຸບັນ ເສັ້ນລ້ອນໄດ້ສົ່ງໄປຂາຍຢູ່ທົ່ວປະເທດ.

ໝູ່​ບ້ານ​​ເຮັດ​ເສັ້ນ​ລ້ອນ​ບິ່ນລື-ລາຍ​ເຈົາ - ảnh 2

   ປະຈຸບັນ, ຕາແສງບິ່ນລື ມີຫຼາຍກ່ວາ 300 ຄອບຄົວປູກຕົ້ນສາຄູ, ມີຮາກຖານຜະລິດແປ້ງສາຄູ 10 ແຫ່ງ ແລະ ກ່ວາ 50 ຄອບຄົວແມ່ນຜະລິດເສັ້ນລ້ອນທີ່ເຮັດຈາກມັນສາຄູ, ແຕ່ລະປີຂາຍຢູ່ຕະຫຼາດໄດ້ກ່ວາ 100 ໂຕນ. ຫຼາຍຄອບຄົວທີ່ເຮັດເສັ້ນລ້ອນ ນັ້ນມີລາຍຮັບນັບຮ້ອຍລ້ານດົ່ງ/ປີ. ປະຈຸບັນ, ເສັ້ນລ້ອນທີ່ເຮັດຈາກມັນສາຄູບິ່ນລື ບໍ່ພຽງໄດ້ມີໜ້າຢູ່ຕະຫຼາດທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ສົ່ງໄປຂາຍຢູ່ເຂດຕ່າງໆໃນທົ່ວປະເທດ ແລະ ໄດ້ກາຍເປັນຜະລິດຕະພັນກະເສດທີ່ມີເຄື່ອງໝາຍການຄ້າທີ່ເປັນເອກະລັກສະເພາະຂອງແຂວງລາຍເຈົາ ອີກດ້ວຍ. ໃນຊຸມປີຜ່ານມາ, ຊີວິດການເປັນຢູ່ຂອງປະຊາຊົນບິ່ນລື ໄດ້ມີການພັດທະນາດີຂຶ້ນ. ອ້າຍຫງວຽນຊັວນເຈື່ອງ, ກໍ່ແມ່ນຄອບຄົວໜຶ່ງທີ່ຜະລິດເສັ້ນລ້ອນຢູ່ທ້ອງຖິ່ນ ໃຫ້ຮູ້ວ່າ:

      ສິນຄ້າຂາຍໄດ້ດີທີ່ສຸດ, ໄດ້ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງ, ຊີວິດຂອງປະຊາຊົນກໍ່ມີຄວາມອີ່ມໜຳສຳລານກ່ວາເກົ່າ. ສະເລ່ຍແຕ່ລະມື້, ຄອບຄົວຂ້າພະເຈົ້າ ຜະລິດເສັ້ນລ້ອນໄດ້ແຕ່ 100-150 ກິໂລກຼາມ. ນັບແຕ່ຕົ້ນລະດູປູກຕົ້ນສາຄູ ຈົນມາຮອດດຽວນີ້ ຄອບຄົວຂ້າພະເຈົ້າ ກໍ່ເຮັດເສັ້ນລ້ອນໄດ້ປະມານແຕ່ 6-6.5 ໂຕນແລ້ວ.

  ເພື່ອຊ່ວຍໃຫ້ໝູ່ບ້ານຜະລິດເສັ້ນລ້ອນພັດທະນາ, ຕາແສງບິ່ນລື ໄດ້ວາງແຜນກຳນົດປູກຕົ້ນສາຄູໃນເນື້ອທີ່ດິນເກືອບ 50 ເຮັກຕາ ແລະ ເພີ່ມທະວີວຽກງານໂຄສະນາ, ແນະນຳຜະລິດຕະພັນ ເພື່ອແນໃສ່ດຶງດູດການລົງທຶນຂອງບັນດາສ່ວນບຸກຄົນ, ວິສາຫະກິດໃນການປູກຕົ້ນສາຄູ, ປຸງແຕ່ງ ແລະ ເປີດກ້ວາງການຜະລິດ, ປະກອບສ່ວນສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ. ປ້າ ເຈິ່ນທິເຫຍິນ ນາຍບ້ານບ້ານທົ໊ງເຍິດ ຕາແສງບິ່ນລື ເມືອງຕາມເດື່ອງ ເວົ້າວ່າ:

   ປະຈຸບັນ, ບ້ານທົ໊ງເຍິດ ມີປະຊາຊົນເຮັດອາຊີບຜະລິດເສັ້ນລ້ອນຕະຫຼອດປີ, ສະນັ້ນ ແຫຼ່ງລາຍຮັບຂອງປະຊາຊົນກໍ່ເປັນປົກກະຕິ. ປະສິດທິຜົນຂອງການເຮັດເສັ້ນລ້ອນແມ່ນໄດ້ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານໃຫ້ແກ່ປະຊາຊົນ.

   ມາຮອດປະຈຸບັນ, ເສັ້ນລ້ອນທີ່ເຮັດຈາກມັນສາຄູ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ບໍລິໂພກ ແລະ ກາຍເປັນໜຶ່ງໃນບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ ແລະ ກາຍເປັນຜະລິດຕະພັນກະເສດປາຍແຫຼມ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ຊາວກະສິກອນ ແລະ ຍາມໃດກໍ່ຢັ້ງຢືນໄດ້ຈຸດຢືນຂອງຕົນໃນທ້ອງຕະຫຼາດ.

ຕອບກັບ