ໝູ່​ບ້ານ​ອາ​ຊີບ​ສີ​ຄັດ​ມັນ ​ຮະ​ທ໊າຍ

Ngoc Anh
Chia sẻ
(VOVWORLD) -ໝູ່ບ້ານ ຮະທ໊າຍ, ຕາແສງ ຢວຽນທ໊າຍ, ເມືອງ ເທື່ອງຕີ໊ນ, ນະຄອນ ຮ່າໂນ້ຍ ແມ່ນໝູ່ບ້ານອາຊີບສີຄັດມັນຫັດຖະກຳ ທີ່ມີມູນເຊື້ອປະຫວັດສາດມາກ່ວາ 200 ປີແລ້ວ. ເມື່ອຫາກໍ່ໄດ້ສ້າງຕັ້ງຂຶ້ນ, ໝູ່ບ້ານແຫ່ງນີ້ມີຊື່ວ່າ ກຶຈ່າງ, ຮອດປີ 1870 ໄດ້ປ່ຽນຊື່ເປັນ ໝູ່ບ້ານ ດົງທ໊າຍ ແລະ ມາຮອດຕົ້ນສະຕະວັດທີ 20 ນັ້ນ ຈຶ່ງປ່ຽນຊື່ມາເປັນ ໝູ່ບ້ານ ຮະທ໊າຍ.
ໝູ່​ບ້ານ​ອາ​ຊີບ​ສີ​ຄັດ​ມັນ ​ຮະ​ທ໊າຍ - ảnh 1

ພາບ: ນາຍຊ່າຍບ້ານ ຮະທ໊າຍ ພວມສະແດງອາຊີບຄັດມັນ.

  ເລື່ອງລາວໄດ້ເລົ່າຂານປາກຕໍ່ປາກກັນມາວ່າ, ໃນເບື້ອງຕົ້ນ, ອາຊີບສີຄັດມັນຢູ່ ຮະທ໊າຍ ພຽງແຕ່ແມ່ນອາຊີບທາສີແບບງ່າຍດາຍເທົ່ານັ້ນ. ເຖິງວ່າບໍ່ແມ່ນຕົ້ນກຳເນີດຂອງອາຊີບ ສີຄັດມັນຂອງ ຫວຽດນາມ ກໍ່ຕາມ,  ແຕ່ອາຊີບສີຄັດມັນ ກຶຈ່າງ ກໍ່ມີນາຍຊ່າງທີ່ມີສີມືດີຫຼາຍຄົນ. ຍ້ອນໄດ້ເຮັດອາຊີບຄັດມັນເຄື່ອງຂອງຕ່າງໆໃຫ້ແກ່ຊັ້ນຄົນຮັ່ງມີ ແລະ ເຈົ້າຊີວິດໃນເວລານັ້ນ, ເຂົາເຈົ້າຈຶ່ງເອີ້ນໝູ່ບ້ານແຫ່ງນີ້ວ່າ: ໝູ່ບ້ານອາຊີບ “ຖວາຍຕໍ່ເຈົ້າຊີວິດ”.

   ຮະທ໊າຍ ໄດ້ຮັບການຮັບຮອງວ່າ ແມ່ນໝູ່ບ້ານອາຊີບເມື່ອປີ 2001 ຈາກຄະນະກຳມະການປະຊາຊົນແຂວງ ຮ່າໄຕ (ເກົ່າ). ຜ່ານການເວລາ, ໝູ່ບ້ານອາຊີບ ຮະທ໊າຍ ນັບມື້ນັບໄດ້ຮັບການພັດທະນາ, ອາຊີບສີຄັດມັນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນເປັນສ່ວນຫຼາຍ. ທ່ານ ເລວັນຮຸ່ງ ປະທານຄະນະກຳມະການປະຊາຊົນ ຕາແສງ ຢວຽນທ໊າຍ ໃຫ້ຮູ້ວ່າ:

   ໄປຄຽງຄູ່ກັບການສືບທອດປະສົບການໃນອາຊີບຂອງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້ນັ້ນ, ຄວາມດຸໝັ່ນຂະຫຍັນພຽນໃນການຖອດຖອນບົດຮຽນ, ມີຫົວຄິດປະດິດສ້າງຂອງນາຍຊ່າງໃນໝູ່ບ້ານອາຊີບສີຄັດມັນໃນທຸກວັນນີ້, ໄດ້ນຳມາເຊິ່ງໂສມໜ້າໃໝ່ໃຫ້ແກ່ໝູ່ບ້ານອາຊີບແຫ່ງນີ້. ປະຈຸບັນ, ຮະທ໊າຍ ມີຄອບຄົວເຮັດອາຊີບນີ້ ຫຼາຍກ່ວາ 1000 ຄອບຄົວ. ຮະທ໊າຍ ແມ່ນໝູ່ບ້ານອາຊີບດີເດັ່ນລະດັບນະຄອນ. ທາງຄະນະກຳມະການຕາແສງ ຢວຽນທ໊າຍ ສືບຕໍ່ກໍ່ສ້າງ, ພັດທະນາ ໝູ່ບ້ານອາຊີບຕາມທິດຍືນຍົງ, ຕິດພັນກັບການພັດທະນາການທ່ອງທ່ຽວ.

ໝູ່​ບ້ານ​ອາ​ຊີບ​ສີ​ຄັດ​ມັນ ​ຮະ​ທ໊າຍ - ảnh 2

ພາບ: ຜະລິດຕະພັນສີຄັດມັນ ບ້ານ ຮະທ໊າຍ.

    ບັນດານາຍຊ່າງທີ່ມີສີມືດີຂອງໝູ່ບ້ານ ໄດ້ຜະລິດອອກບັນດາຮູບແບບໃໝ່, ສົມທົບກັນລະຫວ່າງມູນເຊື້ອ ແລະ ທັນສະໄໝ, ສ້າງເປັນຜະລິດຕະພັນທີ່ມີຄຸນນະພາບສູງ, ເໝາະສົມກັບຕະຫຼາດ. ກ່ອນນີ້, ວັດຖຸດິບຕົ້ນຕໍຂອງ ໝູ່ບ້ານອາຊີບສີຄັດມັນ ຮະທ໊າຍ ແມ່ນໄມ້, ໄມ້ເຮ້ຍ, ໄມ້ໄຜ່, ຫວາຍ,.. ແຕ່ວ່າໃນໄລຍະມໍ່ໆມານີ້ ມີບັນດາວັດຖຸດິບຄື composite, ເຄື່ອງປັ້ນດິນເຜົາ… ສ້າງໃຫ້ຜະລິດຕະພັນມີຄວາມເປັນເອກະລັກສະເພາະ ແລະ ມີຫຼາຍຮູບຫຼາຍແບບ. ບໍ່ພຽງແຕ່ນຳໃຊ້ເພື່ອຜະລິດພາບສີຄັດມັນ, ປ້າຍຄວັດໂຕໜັງສືຈີນ, ປະໂຫຍກຄຳກອນ… ເທົ່ານັ້ນ, ປະຈຸບັນ, ເຕັກນິກການຄັດມັນຍັງພັດທະນາ ເພື່ອຜະລິດບັນດາເຄື່ອງເຟີນີເຈີ ທີ່ມີຄຸນນະພາບສູງຄື: ໂຕະ, ຕັ່ງ, ຕຽງ, ຕູ້…. ນາຍຊ່າງໃນໝູ່ບ້ານອາຊີບ ຮະທ໊າຍ ຍັງສາມາດນຳໃຊ້ວິທີຄວັດສະຫລັກໃນພາບຄັດມັນ ເພື່ອສ້າງພາບໃຫ້ມີຊີວິດຊີວາອີກດ້ວຍ. ນາຍຊ່າງທີ່ມີສີມືດີ ຂອງ ໝູ່ບ້ານອາຊີບສີຄັດມັນ ຮະທ໊າຍ ຫງວຽນທິໂຮ່ຍ ໃຫ້ຮູ້ວ່າ:

    ເອກະລັກສະເພາະຂອງໝູ່ບ້ານອາຊີບສີຄັດມັນ ຮະທ້າຍ ແມ່ນມີຫຼາຍຮູບຫຼາຍແບບທີ່ສຸດ ນັບແຕ່ເຄື່ອງເງິນ, ເຄື່ອງທີ່ເປັນມູນເຊື້ອ ຕະຫຼອດຮອດເຄື່ອງສະຫຼັກໄຂ່ມຸກ… ສິນຄ້າປະເພດຕ່າງໆຄື ພາທາດ, ກ່ອງ, ຂວດ, ຮູບ,…ຂຶ້ນກັບຮາກຖານຜະລິດ, ມີບາງວິສາຫະກິດກໍ່ຜະລິດສົ່ງອອກຕ່າງປະເທດ, ມີບາງວິສາຫະກິດກໍ່ຜະລິດຮັບໃຊ້ຢູ່ພາຍໃນ. ສະມາຄົມສີຄັດມັນ ຮະທ໊າຍ ມີບ່ອນວາງສະແດງຜະລິດຕະພັນສະເພາະ. ມີນາຍຊ່າງຢູ່ບ້ານອື່ນຫຼາຍຄົນກໍ່ໄດ້ມາຮ່ຳຮຽນນຳ. ສາຂາສະມາຄົມນັກສິລະປະການ, ນາຍຊ່າງທີ່ມີສີມືດີ ຂອງພວກຂ້າພະເຈົ້າ ສ້າງຕັ້ງມາໄດ້ເກືອບ 10 ປີແລ້ວ ແລະ ປະຈຸບັນມີສະມາຊິກທັງໝົດ 32 ຄົນ.

    ຄວາມແຕກຕ່າງໃຫຍ່ສຸດຂອງໝູ່ບ້ານອາຊີບສີຄັດມັນ ຮະທ໊າຍ ນັ້ນແມ່ນຜະລິດຕະພັນທຸກໆຢ່າງ ລ້ວນແຕ່ມີແຮງບັນດານໃຈ ມາຈາກທຳມະຊາດ, ວັດຖຸດິບລຽບງ່າຍ, ສີສັນບໍ່ເຈີດຈ້າ.

    ໃນແຕ່ລະປີ, ຮະທ໊າຍ ໄດ້ຜະລິດອອກບັນດາຜະລິດຕະພັນນັບເປັນລ້ານໆຢ່າງ ເພື່ອຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ. ມີຫຼາຍຜະລິດຕະພັນ ບັນລຸໄດ້ລາງວັນສູງ ໃນການປະກວດເຄື່ອງ ສິລະປະຫັດຖະກຳ ຢູ່ພາຍໃນປະເທດ. ທ່ານ ຫງວຽນດິ່ງຢຽນ, ນາຍຊ່າງທີ່ມີສີມືດີ ຂອງໝູ່ບ້ານອາຊີບ ສີຄັດມັນ ຮະທ໊າຍ ເລົ່າສູ່ຟັງວ່າ:

    ແຕ່ກ່ອນ, ໝູ່ບ້ານອາຊີບ ຮະທ໊າຍ ຜະລິດແຕ່ຂວດ, ພາທາດ, ເຄື່ອງບູຊາ ແລ້ວຕໍ່ມາແມ່ນຜະລິດສົ່ງອອກ ສະເພາະແຕ່ປະເທດສັງຄົມນິຍົມຄື ໂຊວຽດ, ໂປໂລຍ, ເຢຍລະມັນ… ແຕ່ມາໃນປະຈຸບັນ ພວກຂ້າພະເຈົ້າໄດ້ສົ່ງອອກໄປຫຼາຍປະເທດ ເປັນຕົ້ນແມ່ນ ອາເມລິກາ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ຝະລັ່ງ… ແລະພວກຂ້າພະເຈົ້າຍັງມີວິສາຫະກິດໃຫຍ່ຢູ່ບໍລິເວນຕາແສງ ຢວຽນທ໊າຍ ຫຼາຍກວ່າ 10 ແຫ່ງ.

    ໝູ່ບ້ານອາຊີບສີຄັດມັນ ຮະທ໊າຍ ໄດ້ເຕົ້າໂຮມເອົາຄຸນຄ່າທາງດ້ານວັດທະນະທຳຮູບປະທຳ ແລະ ນາມມະທຳ ຢ່າງຄົບຖ້ວນ ຂອງໝູ່ບ້ານອາຊີບທີ່ມີມາແຕ່ດົນນານ. ຮະທ໊າຍ ໄດ້ຮັບການວາງແຜນຜັງຈາກນະຄອນຫຼວງ ຮ່າໂນ້ຍ ວ່າ ເປັນໜຶ່ງໃນບັນດາໝູ່ບ້ານອາຊີບທ່ອງທ່ຽວ ເພື່ອແນໃສ່ໂຄສະນາຜະລິດຕະພັນໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ ກໍ່ຄັດເລືອກເອົາ ຮະທ໊າຍ ເຂົ້າໃນບັນຊີລາຍຊື່ 100 ໝູ່ບ້ານອາຊີບດີເດັ່ນຢູ່ຫວຽດນາມ.

 

ຕອບກັບ