ໝູ່​ບ້ານຫຼໍ່​ທອງ ອີ໊ອຽນ ແຂວງ ນາມດິ້ງ

Bui Hang
Chia sẻ
(VOVWORLD) -ໂດຍຕັ້ງຢູ່ຫ່າງຈາກນະຄອນ ນາມດິ້ງ ປະມານ 20 ກມ, ໝູ່ບ້ານຫຼໍ່ທອງ ຕົ໊ງຊ໊າ, ຕາແສງ ອຽນຊ໊າ, ເມືອງ ອີ໊ອຽນ ຖືວ່າ ແມ່ນໜຶ່ງໃນບັນດາໝູ່ບ້ານທີ່ມີອາຊີບຫຼໍ່ທອງທີ່ເປັນມູນເຊື້ອ ດ້ວຍປະຫວັດສາດແຫ່ງການພັດທະນາ ເປັນເວລາເກືອບ 900 ປີ. ໂດຍຜ່ານການເວລາ, ມາຮອດປະຈຸບັນ, ໝູ່ບ້ານອາຊີບແຫ່ງນີ້ຍັງຮັກສາໄດ້ອາຊີບທີ່ເປັນມູນເຊື້ອຂອງລຸ້ນກ່ອນປະໄວ້ໃຫ້ ແລະ ພ້ອມກັນນັ້ນກໍ່ເສີມຂະຫຍາຍ ແລະ ແຜ່ຂະຫຍາຍໃຫ້ນັບມື້ນັບກ້ວາງຂວາງ.
ໝູ່​ບ້ານຫຼໍ່​ທອງ ອີ໊ອຽນ ແຂວງ ນາມດິ້ງ - ảnh 1  ນາຍຊ່າງກຳລັງຕົ້ມທອງ (ພາບ:  phapluat.tuoitrethudo.com.vn)

   ເມື່ອໄປຢ້ຽມຢາມໝູບ້ານອາຊີບຫຼໍ່ທອງ ຕົ໊ງຊ໊າ, ບໍ່ວ່າຢູ່ບ່ອນໃດ, ພວກເຮົາກໍ່ເຫັນເຕົາໄຟ ລຸກແດງເປັນໄຟ ນັບແຕ່ຮຸ່ງເຊົ້າຈົນຮອດຄ່ຳ. ນາຍຊ່າງຫຼໍ່ທອງຕ້ອງເຮັດຫຼາຍຂັ້ນຕອນ, ນັບແຕ່ການເລືອກເອົາດິນມາເຮັດເຕົາໄຟ,  ການດັງໄຟ, ເລືອກທອງ, ຕະຫຼອດຮອດການເຮັດແມ່ແບບ, ຕົ້ມທອງໃຫ້ເປື່ອຍ… ທຸກສິ່ງທຸກຢ່າງແມ່ນຕ້ອງມີຄວາມລະມັດລະວັງ ແລະ ຊັດເຈນທີ່ສຸດເພື່ອຮັບປະກັນບໍ່ໃຫ້ຜະລິດຕະພັນເດັ້ງຂຶ້ນ, ບິດບ້ຽວ ແລະ ຫົດເຂົ້າ.

   ໃນເບື້ອງຕົ້ນ, ໝູ່ບ້ານ ຕົ໊ງຊ໊າ ຫຼໍ່ພຽງແຕ່ຜະລິດຕະພັນທີ່ງ່າຍດາຍເທົ່ານັ້ນ, ເປັນຕົ້ນແມ່ນອຸປະກອນຮັບໃຊ້ການບູຊາປະເພດຕ່າງໆ. ໂດຍຜ່ານການພັດທະນາເປັນເວລາຫຼາຍປີ, ອາຊີບຫຼໍ່ທອງຢູ່ທີ່ນີ້ໄດ້ມີການພັດທະນາຢ່າງບຸກທະລຸ. ມາຮອດປະຈຸບັນ, ບ້ານ ຕົ໊ງຊ໊າ ສາມາດຜະລິດ ບັນດາຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ, ມີຄຸນນະພາບສູງ, ມີລວດລາຍທີ່ສວຍງາມ….ທ່ານ ໂດແທັ່ງຫວີ, ນາຍຊ່າງຢູ່ໝູ່ບ້ານ ຕົ໊ງຊ໊າ ໃຫ້ຮູ້ວ່າ: ຜະລິດຕະພັນທີ່ເຮັດດ້ວຍທອງ ຕົ້ນຕໍແມ່ນມີບັນດາຂັ້ນຕອນຄື: ສ້າງແມ່ແບບ, ຕົ້ມທອງໃຫ້ເປື່ອຍ, ຖອກທອງໃສ່ແມ່ແບບ ແລະ ຂັດຖູໃຫ້ເຫຼື້ອມ….. ນາຍຊ່າງ ໂດແທັ່ງຫວີ ເວົ້າວ່າ:

   ສຳຄັນທີ່ສຸດແມ່ນການຖອກທອງໃສ່ແມ່ແບບ, ເຮັດແນວໃດ ເພື່ອໃຫ້ທອງມີຄວາມໜາສະໝ່ຳສະເໝີກັນ.

   ຕາມນາຍຊ່າງ ຫວູຢຸຍທ່ວນ ແລ້ວ, ການຫຼໍ່ຮູບປັ້ນ ກໍ່ຮຽກຮ້ອງໃຫ້ມີເຕັກນິກຢ່າງຄ່ອງແຄ້ວ, ຮຽກຮອ້ງໃຫ້ນາຍຊ່າງຕ້ອງມີສີມືດີ ແລະ ເຄັດລັບສະເພາະ, ທ່ານ ທ່ວນ ກ່າວວ່າ:

   ສຳລັບນາຍຊ່າງແລ້ວ, ຕ້ອງມີຄວາມມັກຮັກອາຊີບ, ມີຄວາມຫຼົງໄຫຼ, ເມົາມົວຕໍ່ອາຊີບ, ຕ້ອງເຮັດດ້ວຍຄວາມສຸດໃຈ ຮູບປັ້ນນັ້ນຈຶ່ງມີຊີວິດຊີວາ, ມີຈິດວິນຍານ. ນາຍຊ່າງຕ້ອງມີຄວາມປານີດ, ຂະຫຍັນ, ອົດທົນ ແລະ ຍາມໃດກໍ່ຊອກຮຽນຮູ້ສິ່ງໃໝ່ໆ.

    ນາຍຊ່າຍ ເຢືອງວັນເລິນ ຢູ່ບ້ານ ຕົ໊ງຊ໊າ ໃຫ້ຮູ້ວ່າ ອາຊີບຫຼໍ່ທອງແມ່ນອາຊີບທີ່ລຳບາກ. ນາຍຊ່າງບໍ່ພຽງແຕ່ຕ້ອງການໃຫ້ມີສຸຂະພາບແຂງແຮງດີເທົ່ານັ້ນ ແຕ່ຍັງຕ້ອງມີຄວາມອົດທົນຕື່ມອີກ. ແຕ່ລະເທື່ອທີ່ຕົ້ມທອງ ແລະ ຖອກທອງໃສ່ແມ່ແບບນັ້ນ ແມ່ນການທົດສອບບໍ່ແມ່ນໜ້ອຍ. ນາຍຊ່າຍ ເຢືອງວັນເລິນ ເວົ້າວ່າ:

   ໃນລະດູຮ້ອນ, ມື້ໃດທີ່ຫຼໍ່ທອງນັ້ນ ກໍ່ຮ້ອນທີ່ສຸດ ເພາະວ່າ ອຸນນະພູມໃນເຕົາຫຼໍ່ທອງແມ່ນສູງກ່ວາ 1000 ອົງສາເຊ ແຕ່ພວກຂ້າພະເຈົ້າກໍ່ຍັງພະຍາຍາມເຮັດບັນດາຜະລິດຕະພັນອອກມາໃຫ້ມີຄວາມສວຍງາມທີ່ສຸດ.

ໝູ່​ບ້ານຫຼໍ່​ທອງ ອີ໊ອຽນ ແຂວງ ນາມດິ້ງ - ảnh 2 ຜະລິດຕະພັນທີ່ສວຍງາມຂອງບ້ານຫຼໍ່ທອງ ຕົ໊ງຊ໊າ

(ພາບ: dongyyen.com.vn)

    ພາຍຫຼັງທີ່ຖອກທອງໃສ່ແມ່ແບບແລ້ວ, ນາຍຊ່າງຕ້ອງລໍຖ້າໃຫ້ທອງແຂງ ແລະ ເຢັນສາກ່ອນ ແລ້ວຈຶ່ງເອົາອອກຈາກແມ່ແບບໄດ້. ຕາມນາຍຊ່າຍ ເຢືອງວັນເລິນ ແລ້ວ, ນີ້ພຽງແຕ່ແມ່ນຜະລິດຕະພັນບໍ່ທັນໄດ້ຕົບແຕ່ງເທື່ອ ແລະ ຕ້ອງຜ່ານຂັ້ນຕອນທີ່ສຳຄັນໜຶ່ງອີກ:

   ເມື່ອຜະລິດບັນດາອຸປະກອນຮັບໃຊ້ໃຫ້ແກ່ການບູຊານັ້ນ, ນາຍຊ່າງຕ້ອງເຮັດໄປຕາມແຕ່ລະຂັ້ນຕອນຢ່າງລະອຽດທີ່ສຸດ. ເພື່ອຂັດຖູ ແລະ ຄວັດໃຫ້ເປັນບັນດາລວດລາຍທີ່ສວຍງາມ ແລະເຮັດໃຫ້ຮູບໂຕສັດໂນນຂຶ້ນ, ເມື່ອແຂກເຫັນແລ້ວກໍ່ຈະມີຄວາມນິຍົມຊົມຊອບທີ່ສຸດ.                        

  ນາຍຊ່າງ ຫງວຽນກົງເຮີນ ໃຫ້ຮູ້ວ່າ: ບັນດາຂັ້ນຕອນໃນການຫຼໍ່ທອງຂອງໝູ່ບ້ານອາຊີບຫຼໍ່ທອງ ຕົ໊ງຊ໊າ, ເມືອງ ອີ໊ອຽນ ສ່ວນຫຼາຍແມ່ນເຮັດແບບຫັດຖະກຳຕາມແບບທີ່ເປັນມູນເຊື້ອ. ຍ້ອນເຫດນັ້ນ, ແຕ່ລະຜະລິດຕະພັນທີ່ໄດ້ຜະລິດອອກມາ ກໍ່ລ້ວນແຕ່ມີຄວາມສວຍງາມ, ລຽບກ້ຽງ ນັບທັງຮູບຮ່າງ ແລະ ລວດລາຍຂອງຜະລິດຕະພັນ. ນາຍຊ່າງ ເຮີນ ເວົ້າວ່າ:

   ຢາກໃຫ້ຜະລິດຕະພັນອອກມາສວຍງາມນັ້ນ, ຮຽກຮ້ອງໃຫ້ນາຍຊ່າງ ຕ້ອງທຸ້ມເທທັງກາຍ ແລະ ໃຈ, ສະຫຼະເວລາ, ມີຄວາມດຸໝັ່ນ. ຕ້ອງມີຄວາມມັກຮັກໃນອາຊີບ ຈຶ່ງຈະສາມາດເຮັດໄດ້.

  ປະຈຸບັນ, ຜະລິດຕະພັນທີ່ເຮັດດ້ວຍທອງຂອງໝູ່ບ້ານຕົ໊ງຊ໊າ, ເມືອງອີ໊ອຽນ, ແຂວງນາມດິ້ງ ໄດ້ຮັບການຈຳໜ່າຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຫຼາຍ ກ່ວາ 70 ປະເທດ ແລະ ເຂດແຄ້ວນໃນໂລກ. ໃນປະຈຸບັນ, ສິ່ງດັ່ງກ່າວໄດ້ສ້າງໃຫ້ມີຄວາມແຕກຕ່າງກັນຢ່າງໃຫ່ຍຫຼວງ ໃນຂະນະທີ່ຢູ່ຫຼາຍແຫ່ງ, ອາຊີບຫຼໍ່ທອງແບບຫັດຖະກຳ ຄ່ອຍໆສູນຫາຍໄປເທື່ອລະໜ້ອຍ.

ຕອບກັບ