ໝູ່ບ້ານທີ່ເປັນແບບຢ່າງຢູ່ແຂວງລາຍເຈົາ

Khac Kien – Thu Hang
Chia sẻ
(VOVWORLD) -ບັນດາເຮືອນທີ່ເປັນມູນເຊື້ອ, ບັນດາເສັ້ນທາງຫີນທີ່ຄົດລ້ຽວໄປຕາມພູມສັນຖານ, ຫຼືບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າ...
ໝູ່ບ້ານທີ່ເປັນແບບຢ່າງຢູ່ແຂວງລາຍເຈົາ - ảnh 1 (ໝູ່ບ້ານທີ່ເປັນແບບຢ່າງຢູ່ແຂວງລາຍເຈົາ)

ນັ້ນແມ່ນບັນດາຮູບພາບລື້ງເຄີຍຂອງບັນດາໝູ່ບ້ານຢູ່ເຂດພູດອຍແຂວງລາຍເຈົາ. ປະຊາຊົນຢູ່ບັນດາໝູ່ບ້ານນັ້ນພວມສ້າງໂສມໜ້າເຂດຊົນນະບົດໃຫ້ພົ້ນເດັ່ນ ແລະ ເປັນແບບຢ່າງ, ຜ່ານນັ້ນປະກອບສ່ວນກໍ່ສ້າງຊົນນະບົດໃໝ່ໃນບໍລິເວນແຂວງໃຫ້ບັນລຸໄດ້ໝາກຜົນສູງກວ່າ.

        ບ້ານຢູ່ເຂດພູສູງລາວຈ໋າຍ 1, ຕາແສງ ຄູນຮ໊າ, ເມືອງຕາມເດື່ອງ, ແຂວງລາຍເຈົາ ຕັ້ງຢູ່ເຂດເປີ້ນພູ. ນີ້ແມ່ນໝູ່ບ້ານຂອງຊາວເຜົ່າມົ້ງ ດຳລົງຊີວິດຢູ່. ຍ້ອນປະສົບກັບຄວາມຫຍຸ້ງຍາກໂດຍພາວະວິໄສ, ສະນັ້ນໃນຫຼາຍປີຜ່ານມາ, ຊີວິດຂອງພໍ່ແມ່ປະຊາຊົນຍາມໃດກໍ່ຢູ່ໃນລະດັບຕ່ຳ, ມີຫຼາຍຄອບຄົວຍັງປະສົບກັບຄວາມຫຍຸ້ງຍາກເມື່ອຮອດລະດູການປ່ຽນແນວປູກ. ຈາກແຜນນະໂຍບາຍຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເມືອງ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ໄດ້ປະຕິບັດການກໍ່ສ້າງຊົນນະບົດທີ່ເປັນແບບຢ່າງ, ຕິດພັນກັບການພັດທະນາການທ່ອງທ່ຽວປະຊາຄົມ. ຕາມນັ້ນແລ້ວ, ພໍ່ແມ່ປະຊາຊົນໃນບ້ານໄດ້ປະຊຸມປຶກສາຫາລື ແລະ ເປັນເອກະພາບປະກອບສ່ວນແຮງງານ, ບໍລິຈາກດິນເພື່ອສ້າງເສັ້ນທາງພາຍໃນບ້ານ; ຂົນຂວາການບໍລິຈາກເງິນເພື່ອຊື້ດອກໄມ້, ຕົ້ນໄມ້ປະດັບມາປູກເພື່ອສ້າງເປັນທິວທັດ; ພ້ອມທັງ, ສ້າງຫ້ອງນ້ຳບັນລຸມາດຕະຖານ… ເຂດໝູ່ບ້ານສະອາດ, ສວຍງາມໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍມາຢ້ຽມຊົມ, ຊ່ວຍໃຫ້ພໍ່ແມ່ເຮັດການບໍລິການທ່ອງທ່ຽວອື່ນໆຕື່ມອີກເພື່ອເພີ່ມລາຍຮັບຊ່ວຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

        ມາຢ້ຽມຢາມຢູ່ເຂດໝູ່ບ້ານນີ້, ເອື້ອຍ ຫວູທິຊ້ອຍ, ນັກທ່ອງທ່ຽວມາຈາກແຂວງອຽນບ໊າຍ ໃຫ້ຮູ້ວ່າ: ເອື້ອຍໄດ້ໄປທ່ອງທ່ຽວຢູ່ຫຼາຍບ່ອນ ແຕ່ບໍ່ມີແຫ່ງໃດທີ່ມີທິດທັດໝູ່ບ້ານສະອາດ, ສວຍງາມ, ເປັນມິດກັບສິ່ງແວດລ້ອມ, ປະຊາຊົນຢູ່ແຫ່ງນີ້ມີນິໄສຊື່ສັດ, ຮັກແພງແຂກຄົນ. ເມື່ອກັບເມືອບ້ານ, ເອື້ອຍຈະແນະນຳໃຫ້ຍາດຕິພີ່ນ້ອງ ແລະ ຈະມານະພະຍາຍາມພ້ອມກັບຄອບຄົວກັນໄປທ່ຽວຊົມໝູ່ບ້ານນີ້ຕື່ມອີກ.

        “ຂ້າພະເຈົ້າຢູ່ແຂວງອຽນບ໊າຍ ມາທ່ອງທ່ຽວຢູ່ແຫ່ງນີ້. ນີ້ແມ່ນແຫ່ງທີ 5 ໃນການເດີນທາງໄປທ່ອງທ່ຽວຂອງຂ້າພະເຈົ້າ. ຢູ່ບ້ານຂ້າພະເຈົ້າທິວທັດທຳມະຊາດບໍ່ສວຍງາມຄືຢູ່ແຫ່ງນີ້. ປະຊາຊົນຢູ່ແຫ່ງນີ້ນິດໄສດີ ແລະ ຂ້າພະເຈົ້າຮູ້ສຶກວ່າ ເຂົາເຈົ້າຮັກແພງຄົນຫຼາຍ. ທິວທັດທຳມະຊາດຢູ່ນີ້ສວຍງາມ ແລະ ໃຫຍ່ໂຕມະໂຫຖານຫຼາຍ”.

        ຍ້ອນຜົນປະໂຫຍດຈາກການເຄື່ອນໄຫວດ້ານການທ່ອງທ່ຽວນຳມາໃຫ້, ປະຊາຊົນຢູ່ບ້ານ ບາວຈ໋າຍ 1 ໄດ້ເປັນເຈົ້າການປະກອບສ່ວນແຮງງານ, ບໍລິຈາກເງິນເພື່ອລົງທຶນ, ສ້ອມແປງໝູ່ບ້ານໃຫ້ສວຍງາມກວ່າ. ຈາກນັ້ນ, ຍົກສູງຊີວິດການເປັນຢູ່ ແລະ ຍູ້ບັນດາຮີດຄອງປະເພນີຫຼ້າຫຼັງໃຫ້ຖອຍໄປ. ອ້າຍ ກື໊ອາວ່າງ, ນາຍບ້ານ ລາວຈ໋າຍ 1, ຕາແສງ ຄູນຮ໊າ, ເມືອງຕາມເດື່ອງ, ໃຫ້ຮູ້ວ່າ.

        “ກ່ອນນີ້ເລື່ອງຂາຍໝູ, ຂາຍໄກ່ ກັບບັນດາຜະລິດຕະພັນໂດຍພໍ່ແມ່ປະຊາຊົນຜະລິດອອກແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ບໍ່ມີເສັ້ນທາງໄປມາ, ສະນັ້ນຜູ້ທີ່ຈະເຂົ້າມາຊື້ຜະລິດຕະພັນຢູ່ບ້ານນີ້ແມ່ນຫຍຸ້ງຍາກທີ່ສຸດ. ນັບແຕ່ບ້ານແຫ່ງນີ້ໄດ້ຮັບການກໍ່ສ້າງຢ່າງສະອາດ, ສວຍງາມ ມີແຂກມາຢ້ຽມຊົມເປັນຈຳນວນຫຼາຍ. ພໍ່ແມ່ປະຊາຊົນໄດ້ຂາຍໄກ່, ຂາຍໝູ ຫຼືບາງຜະລິດຕະພັນອື່ນໆຄືເຂົ້າເປືອກເຂົ້າສານ ແມ່ນມີຄວາມສະດວກ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນແມ່ນດີກວ່າຫຼາຍ”.

        ເມືອງ ຕາມເດື່ອງ ແມ່ນເມືອງທຳອິດເຊິ່ງແຂວງລາຍເຈົາ ໄດ້ຄັດເລືອກເພື່ອຜັນຂະຫຍາຍການກໍ່ສ້າງຊົນນະບົດທີ່ເປັນແບບຢ່າງ, ສົມທົບກັບການພັດທະນາການທ່ອງທ່ຽວ. ປະຈຸບັນ, ຢູ່ທົ່ວເມືອງໄດ້ມີ 5/13 ຕາແສງບັນລຸມາດຕະຖານຊົນນະບົດໃໝ່. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ທ້ອງຖິ່ນໄດ້ລະດົມທັງລະບົບການເມືອງເຂົ້າຮ່ວມວຽກງານໂຄສະນາ, ແນະນຳໃຫ້ພໍ່ແມ່ປະຊາຊົນປະຕິບັດ. ປະຈຸບັນທົ່ວແຂວງມີເກືອບ 120 ບ້ານຕິດຕັ້ງດອກໄຟຢູ່ລຽບຕາມເສັ້ນທາງ; ມີກວ່າ 40 ບ້ານບັນລຸມາດຕະຖານຊົນນະບົດຂຽວ, ສະອາດ, ສວຍງາມ.

ທ່ານ ຕື່ຫິວຮ່າ, ປະທານຄະນະກຳມະການປະຊາຊົນເມືອງ ຕາມເດື່ອງ, ແຂວງລາຍເຈົາ ໃຫ້ຮູ້ວ່າ: ໂດຍອີງໃສ່ທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະບ້ານ, ແຕ່ລະຊົນເຜົ່າ, ເມືອງໄດ້ລະດົມທັງລະບົບການເມືອງເຂົ້າຮ່ວມຢ່າງເດັດດຽວເພື່ອຜັນຂະຫຍາຍ. ເມືອງໄດ້ສຸມໃສ່ຜັນຂະຫຍາຍການຂຸດຄົ້ນທ່າແຮງຈາກຕົ້ນໄມ້, ການສັດລ້ຽງຂອງແຕ່ລະບ້ານ, ສ່ວນມາດຕະຖານດ້ານສິ່ງແວດລ້ອມ ທາງເມືອງໄດ້ຊີ້ນຳການກໍ່ສ້າງໃຫ້ບ້ານເປັນແບບຢ່າງ… ຈາກນັ້ນ, ປະຊາຊົນຢູ່ຫຼາຍບ້ານກໍ່ມີແບບແຜນການດຳລົງຊີວິດສິວິໄລ, ທັນສະໄໝ, ລົບລ້າງຮີດຄອງປະເພນີຫຼ້າຫຼັງ.

        “ພວກຂ້າພະເຈົ້າຈະໜູນຊ່ວຍການຮ່ວມທຸລະກິດ, ຮ່ວມສຳພັນກັບພໍ່ແມ່ປະຊາຊົນ ເພື່ອພັດທະນາການທ່ອງທ່ຽວ, ຕິດພັນກັບການພັດທະນາກະສິກຳ; ສຸມໃສ່ແນະນຳບັນດາຕາແສງ, ບັນດາບ້ານຕ່າງໆມາຢ້ຽມຢາມຢູ່ບັນດາໝູ່ບ້ານທີ່ມີການເຄື່ອນໄຫວຢ່າງມີປະສິດທິຜົນໃນປະຈຸບັນ. ທາງເມືອງກໍ່ຈະສຸມໃສ່ແຫຼ່ງກຳລັງໜູນຊ່ວຍການພັດທະນາ, ວາງແຜນຜັງ ແລະ ແນະນຳໃຫ້ພໍ່ແມ່ປະຊາຊົນກໍ່ສ້າງບ້ານໃຫ້ສະອາດ, ສວຍງາມກວ່າ ແລະ ເພີ່ມທະວີການປູກຕົ້ນໄມ້. ພ້ອມທັງອະນຸລັກຮັກສາສີສັນວັດທະນະທຳບັນດາເຜົ່າ.”

        ບ້ານທີ່ເປັນແບບຢ່າງ, ສົມທົບກັບການພັດທະນາການທ່ອງທ່ຽວປະຊາຄົມ ກຳລັງແມ່ນການເລືອກເຟັ້ນຢ່າງມີປະສິດທິຜົນຂອງຫຼາຍບ້ານທີ່ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ແຂວງ ລາຍເຈົາ. ຍ້ອນການໂຄສະນາ, ແນະນຳໃຫ້ປະຊາຊົນປະຕິບັດ, ສະນັ້ນໄດ້ສ້າງຄວາມເຫັນດີເຫັນພ້ອມ ແລະ ສະຕິບືນຕົວຂຶ້ນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ. ບັນດາໝູ່ບ້ານທຸກຍາກໃນເມື່ອກ່ອນ, ປະຈຸບັນພວມມີການປ່ຽນແປງເທື່ອລະກ້າວ ເພື່ອພັດທະນາເສດຖະກິດ, ສ້າງທ່ວງທ່າໃຫ້ວຽກງານຫຼຸດຜ່ອນຄວາມຫຍຸ້ງຍາກແບບຍືນຍົງຢູ່ທິດຕາເວັນຕົກຂອງປະເທດຊາດ.

ຕອບກັບ