ແຂວງ​ບິ່ງ​ທ້ວນຊອກ​ຫາ​ເສັ້ນທາງ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດຂະໜາດ​ໃຫຍ່

Doan Si – Ngoc Anh
Chia sẻ

(VOVWORLD-ໂດຍແມ່ນທ້ອງຖິ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ຂາດແຄນນໍ້າ, ແຂວງບິ່ງທ້ວນ ໄດ້ກໍ່ສ້າງບາງຮູບແບບການຜະລິດກະສິກໍາທີ່ນໍາໃຊ້ເຕັກໂນໂລຢີສູງ ທັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທັງຜະລິດອອກບັນດາຜະລິດຕະພັນທີ່ບັນລຸມາດຕະຖານສົ່ງອອກ. ຖ້າຫາກໄດ້ຮັບຄວາມເອົາໃຈໃສ່ລົງທຶນເປີດກວ້າງ, ຜະລິດຕະພັນກະເສດປອດສານພິດຂອງແຂວງ ບິ່ງທ້ວນ ຈະມີໂອກາດໄດ້ວາງຂາຍຢູ່ຕະຫຼາດໂລກຢ່າງແນ່ນອນ, ໂດຍສະເພາະແມ່ນເມື່ອສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVFTA) ມີຜົນສັກສິດ.

ແຂວງ​ບິ່ງ​ທ້ວນຊອກ​ຫາ​ເສັ້ນທາງ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດຂະໜາດ​ໃຫຍ່ - ảnh 1ວິສາຫະກິດໄດ້ກໍ່ສ້າງເຮືອນຮົ່ມ 04 ຫຼັງ ດ້ວຍລະບົບດັດປັບອຸນຫະພຸມອັດຕະໂນມັດ  (ພາບ:edenfarm.com.vn)

ພາຍຫຼັງຮູບແບບການປູກໝາກແຕງຫອມໃນເຮືອນຮົ່ມຢູ່ເມືອງ 9, ນະຄອນໂຮ່ຈີມິນ ປະສົບຜົນສໍາເລັດ, ບໍລິສັດ Eden Farm ໄດ້ໄປຍັງຕາແສງທ້ວນຮວ່າ, ເມືອງຮ່າມທ້ວນບັກ, ແຂວງບິ່ງທ້ວນ ເພື່ອເປີດກວ້າງ ແລະ ພັດທະນາຮູບແບບດັ່ງກ່າວ. ທາງວິສາຫະກິດໄດ້ກໍ່ສ້າງເຮືອນຮົ່ມ 04 ຫຼັງ ດ້ວຍລະບົບດັດປັບອຸນຫະພຸມອັດຕະໂນມັດ, ລະບົບພັດລົມແຜ່ອາຍສອງສົ້ນ ພ້ອມດ້ວຍອ່າງເກັບນໍ້າ 2 ແຫ່ງ, ລະບົບຫົດນໍ້າທີ່ນໍາໃຊ້ເຕັກໂນໂລຢີຂອງ ອິດສະຣາແອັນ... ດ້ວຍຈໍານວນເງິນລົງທຶນທັງໝົດເກືອບ 3 ຕື້ດົ່ງ (ປະມານ 130.000 USD). ປັດຈຸບັນ, ເຄື່ອງໝາຍການຄ້າ ໝາກແຕງຫອມຂອງ Eden Farm ໄດ້ວາງຂາຍຢູ່ລະບົບຮ້ານສັບພະສິນຄ້າໃຫຍ່ແຫ່ງຕ່າງໆຢູ່ພາຍໃນປະເທດຄື: Big C, Co.op Mart, Lotte Mart.... Eden Farm ກໍພວມສົ່ງເສີມການຊອກຫາຕະຫຼາດສົ່ງອອກ, ພ້ອມທັງຜະລິດບັນດາຜະລິດຕະພັນກະເສດເຂດຮ້ອນຕື່ມອີກ ເປັນຕົ້ນແມ່ນ ໝາກເລ່ັນນ້ອຍ, ໝາກແຕງອ່ອນ, ໝາກໂມບໍ່ມີແກ່ນ, ໝາກແຕງຂາວ. ທ່ານ ຫງວຽນວັນດຶກ, ຫົວໜ້າບໍລິສັດ Eden Farm ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີຄວາມປາດຖະໜາຢາກຮ່ວມສໍາພັນ ແລະ ດຶງດູດບັນດາຄອບຄົວຊາວກະສິກອນ, ນັກລົງທຶນ, ຄູ່ຮ່ວມມື ມາຜະລິດກະສິກໍາ. ພວກຂ້າພະເຈົ້າ ໄດ້ແນະນໍາໃຫ້ເຂົາເຈົ້າປູກ ແລະ ເກັບຊື້ຜະລິດຕະພັນເລີຍ. ຖ້າຫາກວ່າ ເຂົາເຈົ້າມີເນື້ອທີ່ປູກແຕ່ 5000 m2 ຂຶ້ນໄປ, ພວກຂ້າພະເຈົ້າຈະຊ່ວຍຕີລາຄາມາດຕະຖານ Global GAP ໃຫ້ແກ່ຄູ່ຮ່ວມມືພາຍໃຕ້ເຄື່ອງໝາຍຂອງ Eden Farm. ບໍລິສັດພວກຂ້າພະເຈົ້າປາຖະໜາຢາກມີເຂດສະໜອງຜະລິດຕະພັນຂະໜາດໃຫຍ່ ເພື່ອເຮັດວຽກກັບບັນດາຄູ່ຮ່ວມມືສົ່ງອອກ ແລະ ສະໜອງຜະລິດຕະພັນໃຫ້ແກ່ຄູ່ຮ່ວມມືຂອງບໍລິສັດໄດ້ຢ່າງພຽງພໍ”.

ແຂວງ​ບິ່ງ​ທ້ວນຊອກ​ຫາ​ເສັ້ນທາງ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດຂະໜາດ​ໃຫຍ່ - ảnh 2  ຮູບແບບການປູກໝາກແຕງຫອມໃນຮົ່ມຂອງບໍລິສັດ Eden Farm (ພາບ:edenfarm.com.vn)

        ຮູບແບບການປູກໝາກແຕງຫອມໃນຮົ່ມຂອງບໍລິສັດ Eden Farm ບໍ່ແມ່ນຮູບແບບທໍາອິດທີ່ປູກຢູ່ແຂວງບິ່ງທ້ວນ ແຕ່ແມ່ນບ່ອນຜະລິດໝາກແຕງຫອມບັນລຸມາດຕະຖານ Global GAP ແຫ່ງທໍາອິດ. ດັ່ງນັ້ນ, ທ້ອງຖິ່ນພວມຕັ້ງຄວາມຫວັງວ່າ ຮູບແບບດັ່ງກ່າວຈະປະກອບສ່ວນນໍາຜະລິດຕະພັນກະເສດປອດສານພິດຂອງ ແຂວງບິ່ງທ້ວນ ອອກສູ່ຕະຫຼາດໂລກ. ທ່ານ ຟ້າມກົງບ໊າ, ຮອງຫົວໜ້າຫ້ອງຖ່າຍທອດເຕັກນິກ ແລະ ຂໍ້ມູນຝຶກອົບຮົບ, ສູນສົ່ງເສີມກະສິກໍາແຂວງບິ່ງທ້ວນ ໃຫ້ຮູ້ວ່າ:

        “ປັດຈຸບັນ, ຜະລິດຕະພັນໝາກແຕງໄດ້ຮັບການຢັ້ງຢືນວ່າ ບັນລຸມາດຕະຖານ Global GAP, ສິ່ງດັ່ງກ່າວໄດ້ເປີດປະຕູການຈໍາໜ່າຍຜະລິດຕະພັນປອດສານພິດ. ອາດເວົ້າໄດ້ວ່າ ຟາມປູກໝາກແຕງຫອມຢູ່ ຕາແສງທ້ວນຮວ່າ ແມ່ນໜຶ່ງໃນບັນດາຮູບແບບຜະລິດກະສິກໍາທີ່ນໍາໃຊ້ເຕັກໂນໂລຢີສູງນໍາໜ້າຢູ່ແຂວງ ບິ່ງທ້ວນ ໃນການປະຕິວັດອຸດສາຫະກໍາ 4.0 ໃນປັດຈຸບັນ”.

        ຄ້າຍຄືກັນກັບບໍລິສັດ Eden Farm, ສະຫະກອນການບໍລິການ - ຜະລິດໝາກມັງກອນ ຮ່າມມິນ 30 ຢູ່ຕາແສງຮ່າມມິນ, ເມືອງ ຮ່າມທ້ວນນາມ ກໍໄດ້ນໍາໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດຕາມມາດຕະຖານ Viet Gap, Global GAP. ທ່ານນາງ ເລເຟືອງຈີ, ຫົວໜ້າສະຫະກອນການບໍລິການ - ຜະລິດໝາກມັງກອນ ຮ່າມມິນ 30, ໃຫ້ຮູ້ວ່າ:

        “ບັນດາຄອບຄົວກະສິກອນທີ່ເຂົ້າຮ່ວມຜະລິດຕາມຂັ້ນຕອນຂອງ Global GAP, ເຮັດໃຫ້ຜະລິດຕະພັນປອດສານພິດເພື່ອຂາຍອອກໄປຍັງຕະຫຼາດເອີຣົບ, ຄອບຄົວໃດເຮັດໄດ້ ສະຫະກອນຈະເຊື່ອມຕໍ່ກັບບໍລິສັດມາຊື້ໂດຍກົງນໍາເຂົາເຈົ້າເລີຍ”.

        ໄລຍະຜ່່ານມາ, ຜະລິດຕະພັນໝາກມັງກອນຂອງສະຫະກອນການບໍລິການ - ຜະລິດໝາກມັງກອນຮ່າມມິນ 30, ໝາກແຕງຫອມຂອງບໍລິສັດ Eden Farm ໄດ້ຢັ້ງຢືນທີ່ຕັ້ງຂອງຕົນຢູ່ບັນດາຮ້ານສັບພະສິນຄ້າພາຍໃນປະເທດ ແລະ ບາງຕະຫຼາດຕ່າງປະເທດຄື ສ.ເກົາຫຼີ, ໄຕ້ຫວັນ (ຈີນ). ທ່ານຟານວັນເຕິ໊ນ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງບິ່ງທ້ວນ ຢັ້ງຢືນວ່າ: ຜະລິດຕະພັນກະເສດທີ່ບັນລຸມາດຕະຖານ Global GAP ຂອງແຂວງບິ່ງທ້ວນ ຈະໄດ້ວາງຂາຍຢູ່ຕະຫຼາດເອີຣົບໂດຍໄວ:

        “ເຂດດິນດ່ັງກ່າວແມ່ນຮັບປະກັນຄວາມປອດໄພຊີວະວິທະຍາ ແລະ ໄດ້ຮັບໃບຢັ້ງຢືນສາກົນ, ຂະແໜງກະສິກໍາໄດ້ຜັນຂະຫຍາຍຫຼາວຽກນັບແຕ່ຕົ້ນປີ 2019 ເປັນຕົ້ນມາ ແລະ ຄາດວ່າທ້າຍປີ 2020 ຫຼືຕົ້ນປີ 2021 ພວກຂ້າພະເຈົ້າຈະເຊື້ອເຊີນນັກຊ່ຽວຊານຂອງສະຫະພາບເອີຣົບມາຕີລາຄາ. ຈາກນັ້ນ, ທາງແຂວງກໍ່ຈະມີການກໍານົດທິດຢ່າງລະອຽດ, ສືບຕໍ່ພ້ອມກັບບັນດາວິສາຫະກິດສົ່ງອອກຜະລິດຕະພັນກະເສດ”.

        ຜະລິດຕະພັນກະເສດທີ່ນໍາໃຊ້ເຕັກໂນໂລຢີສູງ, ມີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຢັດນໍ້າຫົດ ແລະ ມຸ່ງໄປເຖິງຜະລິດຕະພັນ “ຂຽວ - ປອດສານພິດ” ບັນລຸມາດຕະຖານ Viet Gap, Global GAP ແມ່ນທ່າອ່ຽງທີ່ຈໍາເປັນ. ແຂວງ ບິ່ງທ້ວນ ໄດ້ກໍ່ສ້າງສູນສະໜອງຜະລິດຕະພັນກະເສດປອດສານພິດ, ໂດຍມີເນື້ອທີ່ 135 ເຮັກຕາ ຢູ່ເມືອງ ຮ່າມທ້ວນບັກ. ຄວາມຕ້ອງການຜະລິດຕະພັນກະເສດປອດສານພິດຂອງຕະຫຼາດພາຍໃນ ແລະ ຕ່າງປະເທດແມ່ນໃຫຍ່ຫຼວງທີ່ສຸດ ສະນັ້ນບັນດາສັນຍາການຄ້າຄື ສັນຍາ EVFTA  ໄດ້ເປີດປະຕູໃຫ້ຜະລິດຕະພັນກະເສດ ຫວຽດນາມ ອອກສູ່ໂລກຢ່າງແທ້ຈິງ./. 

 

ຕອບກັບ