ເສດຖະກິດຄອບຄົວປະກອບສ່ວນພັດທະນາໝູ່ບ້ານຢູ່ເຂດຊາຍແດນລາຍເຈົາ

Khac Kien – Le Phuong
Chia sẻ
(VOVWORLD) -ເຂດດິນແດນ ຟອງໂຖ, ແມ່ນໜຶ່ງໃນບັນດາເມືອງທຸກຍາກທີ່ສຸດຂອງແຂວງເຂດຊາຍແດນ ລາຍເຈົາ. ເມືອງລວມມີ 28 ຕາແສງ, ເທດສະບານ; ໃນນັ້ນມີເຖິງ 13 ຕາແສງຕິດກັບເຂດຊາຍແດນ, 15 ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, 97% ຈຳນວນພົນລະເມືອງແມ່ນຊາວຊົນເຜົ່າສ່ວນໜ້ອຍ…
ເສດຖະກິດຄອບຄົວປະກອບສ່ວນພັດທະນາໝູ່ບ້ານຢູ່ເຂດຊາຍແດນລາຍເຈົາ - ảnh 1 (ພາບປະກອບ: tuyengiao.vn)

ສະນັ້ນ, ວຽກງານພັດທະນາເສດຖະກິດ, ສັງຄົມຢູ່ ຟອງໂຖ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ໃນຊຸມປີມໍ່ໆມານີ້, ດ້ວຍການໜູນຊ່ວຍ, ຊ່ວຍເຫຼືອຂອງອຳນາດການປົກຄອງ, ບັນດາອົງການຈັດຕັ້ງສັງຄົມ, ພໍ່ແມ່ປະຊາຊົນກ້າລົງທຶນພັດທະນາເສດຖະກິດຄອບຄົວ, ບືນຕົວຂຶ້ນສ້າງຄວາມຮັ່ງມີ, ປະກອບສ່ວນປ່ຽນແປງໂສມໜ້າໝູ່ບ້ານເຂດພູສູງ.

        ໂດຍປະສົບກັບຄວາມຫຍຸ້ງຍາກ, ອຶດຫິວເປັນເວລາຫຼາຍປີ, ປີ 2016, ຄອບຄົວຂອງເອື້ອຍ ເຕີນຊານເມີ໋ຍ, ຢູ່ຕາແສງ ໂມ່ຊີ່ຊານ, ເມືອງຊາຍແດນ ຟອງໂຖ, ມີຄວາມກ້າຫານກູ້ຢືມເງິນ 50 ລ້ານດົ່ງຈາກທະນາຄານນະໂຍບາຍສັງຄົມ, ພ້ອມກັບ ກູ້ຢືມຈາກຍາດຕິພີ່ນ້ອງຕື່ມອີກ ເພື່ອລົງທຶນຊື້ລົດໃຫຍ່ຂົນສົ່ງວັດສະດຸ. ພາຍຫຼັງທີ່ສະສົມທຶນມາໄດ້ໄລຍະໜຶ່ງ, ເຫັນວ່າຄວາມຕ້ອງການນຳໃຊ້ດິນບອັກເພື່ອກໍ່ສ້າງເຮືອນຢູ່ຢູ່ເຂດຊາຍແດນໄດ້ເພີ່ມຂຶ້ນສູງ, ຄອບຄົວຂອງເອື້ອຍ ເມີ໋ຍ ໄດ້ລົງທຶນຊື້ເຄື່ອງກົນຈັກ, ກໍ່ສ້າງໂຮງງານຜະລິດດິນບອັກເປັນເງິນເຖິງ 100 ລ້ານດົ່ງ, ເພື່ອຮັບໃຊ້ຄວາມຕ້ອງການຢູ່ທ້ອງຖິ່ນ.

        ດິນບອັກ ໂດຍຄອບຄົວເອື້ອຍ ເມີ໋ຍ ຜະລິດອອກມີຄຸນນະພາບດີ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່ປະຊາຊົນທີ່ນຳໃຊ້, ສະນັ້ນຮູບແບບເສດຖະກິດຂອງຄອບຄົວນັບມື້ນັບໄດ້ຮັບການເປີດກວ້າງ. ມາຮອດປະຈຸບັນ, ລາຍຮັບຈາກໂຮງງານຜະລິດດິນບອັກ ແລະ ລົດຂົນສົ່ງ ທີ່ຄອບຄົວເກັບມາໄດ້ແມ່ນປະມານ 200 ລ້ານດົ່ງ/ປີ. ໂຮງງານຜະລິດຂອງຄອບຄົວກໍ່ໄດ້ສ້າງວຽກເຮັດງານທຳເປັນປະຈຳໃຫ້ຜູ້ອອກແຮງງານທ້ອງຖິ່ນ 4 – 5 ຄົນ, ດ້ວຍລາຍຮັບແຕ່ 4 – 5 ລ້ານດົ່ງ/ເດືອນ.

        “ກ່ອນນີ້, ຄອບຄົວຂອງຂ້າພະເຈົ້າທຸກຍາກຫຼາຍ, ຄອບຄົວບໍ່ມີດິນເພື່ອຜະລິດ, ສະນັ້ນ ຄອບຄົວຂອງຕົນຕ້ອງຕັ້ງໜ້າລ້ຽງສັດ, ປະຢັດ, ພ້ອມກັບການກູ້ຢືມທຶນຈາກທະນາຄານມາຊື້ລົດໃຫຍ່ເພື່ອຫາລາຍຮັບຕື່ມອີກ. 2 ຜົວເມຍໄດ້ຮັບຂົນສົ່ງເຄື່ອງຕ່າງໆ, ປະຢັດເງິນໄວ້ຊື້ເຄື່ອງຈັກມາລົງທຶນເຮັດດິນບອັກ ຂາຍໃຫ້ພໍ່ແມ່ປະຊາຊົນໃນບ້ານ. ປະຈຸບັນຄອບຄົວບໍ່ອຶດຫິວອີກແລ້ວ,  ແຕ່ລະປີກໍ່ຍັງທ້ອນເງິນໄດ້  2 – 3 ຮ້ອຍລ້ານດົ່ງ”.

        ທຸລະກິດຄອບຄົວຂອງເອື້ອຍ ເຕິ໋ນຊານເມີ໋ຍ ແມ່ນໜຶ່ງໃນຈຳນວນຄອບຄົວທີ່ໄດ້ຮັບການໜູນຊ່ວຍ ແລະ ສ້າງເງື່ອນໄຂເພື່ອພັດທະນາເສດຖະກິດຄອບຄົວຈາກສະມາຄົມທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ປະກອບສ່ວນປົວແປງຊີວີດການເປັນຢູ່.

        ເພື່ອໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ປະຕິບັດຕາມ, ມີຄອບຄົວສະມາຊິກຊາວກະສິກອນບາງຄອບຄົວກ້າຂະຫຍາຍເຮັດທົດລອງບັນດາຮູບແບບເສດຖະກິດໃໝ່. ເມື່ອເຫັນວ່າບັນດາຮູບແບບນີ້ບັນລຸປະສິດທິຜົນ, ສະມາຄົມກໍ່ໄດ້ຂົນຂວາຍບັນດາຄອບຄົວສະມາຊິກອື່ນປະຕິບັດຕາມ. ຈາກນັ້ນ, ຂະບວນການເສດຖະກິດຄອບຄົວໄດ້ຮັບການຜັນຂະຫຍາຍໄປທົ່ວທຸກບ້ານ, ຈາກບັນດາຮູບແບບເສດຖະກິດກະສິກຳຄື: ການປູກໝາກແໜ່ງ, ຂີ້ໝິ້ນ, ປູກປ່າ… ຕະຫຼອດຮອດບັນດາຮູບແບບການບໍລິການ, ຮັບໃຊ້ຊີວິດການເປັນຢູ່ຂອງຊາວທ້ອງຖິ່ນໂດຍກົງ. ອ້າຍ ຟ່ານລ໊າວຕ໋າ, ປະທານສະມາຄົມຊາວກະສິກອນຕາແສງ ໂມ່ຊີ່ຊານ, ເມືອງ ຟອງໂຖ໋, ໃຫ້ຮູ້ວ່າ.

        “ສະມາຄົມຊາວກະສິກອນຕາແສງ ໄດ້ຊ່ວຍສະມາຊິກປະຕິບັດຂະບວນການຜະລິດ, ດຳເນີນທຸລະກິດເກັ່ງ ດ້ວຍເລື່ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທະນາຄານນະໂຍບາຍເມືອງ ເພື່ອສ້າງເງື່ອນໄຂໃຫ້ແກ່ສະມາຊິກສຳຜັດກັບແຫຼ່ງທຶນກູ້ຢືມເພື່ອພັດທະນາການຜະລິດ. ມາຮອດປະຈຸບັນ, ມີຫຼາຍຄອບຄົວໄດ້ນຳໃຊ້ແຫຼ່ງທຶນກູ້ຢືມເຂົ້າໃນການຜະລິດພັດທະນາບັນລຸປະສິດທິຜົນ. ໃນຕໍ່ໜ້າ, ສະມາຄົມຊາວກະສິກອນຕາແສງ ຈະສືບຕໍ່ຂົນຂວາຍບັນດາສະມາຊິກເຂົ້າຮ່ວມບັນດາຂະບວນການໃຫຍ່, ຕົວຢ່າງຄື: ຊາວກະສິກອນແຂ່ງຂັນກັນຜະລິດດຳເນີນທຸລະກິດເກັ່ງ ແລະ ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ໃນບໍລິເວນຕາແສງ.”

        ປີ 2018, ເມືອງ ຟອງໂຖ ມີກວ່າ 2.840 ຄອບຄົວໄດ້ກູ້ຢືມທຶນເພື່ອທຳມາຫາກິນ; ມີຜູ້ອອກແຮງງານນັບພັນຄົນໄດ້ຮັບການບຳລຸງສ້າງອາຊີບ ເພື່ອພັດທະນາການຜະລິດດຳເນີນທຸລະກິດ. ບັນດາຄອບຄົວຊາວກະສິກອນໄດ້ສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ສ້າງບັນຍາກາດໃຫ້ບັນດາສະມາຊິກຊາວກະສິກອນແຂ່ງຂັນກັນຜະລິດຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ. ຂະບວນການຜະລິດດຳເນີນທຸລະກິດເກັ່ງຢູ່ທ້ອງຖິ່ນໄດ້ຮັບການເພີ່ມທະວີຄູນ, ດຶງດູດຊາວກະສິກອນເຂົ້າຮ່ວມເປັນຈຳນວນຫຼາຍ… ຊ່ວຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນບໍລິເວນ. ທ່ານ ບຸ່ຍວັນເຊີນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຟອງໂຖ, ແຂວງ ລາຍເຈົາ, ໃຫ້ຮູ້ວ່າ.

        “ສະມາຄົມຊາວກະສິກອນ ໄດ້ລະດົມປະຊາຊົນຜັນຂະຫຍາຍບັນດາຮູບແບບລ້ຽງສັດ, ກູ້ຢືມທຶນເພື່ອພັດທະນາການຜະລິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເຂົ້າຮ່ວມການກໍ່ສ້າງບັນດາກິດຈະກຳໃນບໍລິເວນເມືອງຄື: ໂຄງການກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂຄງການພັດທະນາຢູ່ບັນດາຕາແສງເຂດພູສູງ. ສະມາຄົມຊາວກະສິກອນ ໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນ ແຕ່ລະປີໄດ້ຫັກງົບປະມານສ່ວນໜຶ່ງເພື່ອສະໜັບສະໜູນກອງທຶນສະມາຄົມຊາວກະສິກອນ, ເພື່ອໃຫ້ບັນດາຄອບຄົວທຸກຍາກ ມີເງື່ອນໄຂກູ້ຢືມທຶນເພື່ອພັດທະນາການຜະລິດ. ບັນດາຮູບແບບທີ່ໄດ້ຮັບການຜັນຂະຫຍາຍຢູ່ໃນບໍລິເວນເມືອງບັນລຸໄດ້ປະສິດທິຜົນສູງໂດຍພື້ນຖານ”.

        ຜ່ານຜ່າຄວາມຫຍຸ້ງຍາກ, ຊາວກະສິກອນຢູ່ເມືອງຊາຍແດນ ຟອງໂຖ ໄດ້ເສີມຂະຫຍາຍຈິດໃຈດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ທຳການຜະລິດ, ກ້າຄິດກ້າທຳ, ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ. ພິເສດ, ໃນຂະບວນການຜະລິດດຳເນີນທຸລະກິດເກັ່ງໄດ້ດຶງດູດສະມາຊິກເຂົ້າຮ່ວມເປັນຈຳນວນຫຼາຍ, ຊ່ວຍຫັນປ່ຽນໂຄງປະກອບການປູກຝັງ, ສັດລ້ຽງ, ເຮັດໃຫ້ມີການປ່ຽນແປງການຜະລິດທີ່ຫຼ້າຫຼັງ, ປະກອບສ່ວນເຮັດໃຫ້ໂສມໜ້າບັນດາໝູ່ບ້ານທຸກຍາກຢູ່ເຂດຊາຍແດນທິດຕາເວັນຕົກສ່ຽງເໜືອມີການປ່ຽນແປງ.

ຕອບກັບ