​ເລື່ອງ​ລາ​ວກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ກະສິກອນ ຫງວຽນວັນ​​ແທັ່ງ

Nguyen Xuyen
Chia sẻ
(VOVWORLD) -  ໂດຍກໍາເນີດໃນຄອບຄົວຊາວກະສິກອນທີ່ທຸກຍາກຢູ່ເຂດແຄມທະເລ ຂອງຕາແສງ ຫ໋າຍຈິ໊ງ, ເມືອງ ຫ໋າຍເຮົ້າ, ແຂວງນາມດິ້ງ, ອ້າຍຫງວຽນວັນແທັ່ງ ໄດ້ສືບທອດມູນເຊື້ອມັກຮັກການຮໍ່າຮຽນຂອງລູກຫຼານດິນແດນ ນາມດິ້ງ, ຊອກຮູ້ ແລະ ພັດທະນາຮູບແບບການປູກເຫັດນາງລົມ  ເພື່ອພັດທະນາເສດຖະກິດຄອບຄົວ ແລະ ປະກອບສ່ວນເຂົ້າໃນການພັດທະນາຕົວແບບຊົນນະບົດຂອງແຂວງ ນາມດິ້ງ.

 

        ປີ 2011 ແມ່ນຈຸດເວລາທີ່ບໍ່ອາດລື່ມໄດ້ສໍາລັບອ້າຍ ຫງວຽນວັນແທັ່ງ. ນັ້ນແມ່ນປີທີ່ແມ່ຂອງ ອ້າຍ ລົ້ມປ່ວຍ ແລະ ອ້າຍຕ້ອງໄດ້ເຊົາຈາກການຫາປາ ເຊິ່ງແມ່ນອາຊີບທີ່ເປັນມູນເຊື້ອຂອງຄອບຄົວ ເພື່ອມາເບິ່ງແຍງດູແລແມ່ຂອງຕົນ. ທັງເບິ່ງແຍງດູແລແມ່, ທັງຄິດຫາວິທີຫາເງິນເພື່ອມາໃຊ້ຈ່າຍ ແລະ ຊື້ຢາປົວໃຫ້ແມ່, ອ້າຍ ແທັ່ງ ທັງຊອກຮູ້, ທາບທາມນໍາເອກະສານໜັງສືພິມຕ່າງໆ ແລ້ວໄດ້ຮູ້ຈັກເຖິງຮູບແບບການປູກເຫັດນາງລົມ, ຮູບແບບດັ່ງກ່າວ ໄດ້ຊ່ວຍໃຫ້ຊີວິດຂອງອ້າຍ ມີໂສມໜ້າໃໝ່.

  “ລັກສະນະຂອງເຫັດນາງລົມແມ່ນສາມາດໃຊ້ແທນຜັກໃນພາເຂົ້າປະຈຳວັນໄດ້ ແລະ ມີທາດໂປຼຕິນຈາກພືດສູງ. ເມື່ອທາບທາມນຳໂທລະທັດ, ປຶ້ມ, ໜັງສືພິມ ແລະ ບັນດາຮູບແບບປູກເຫັດຂອງທ້ອງຖິ່ນອື່ນໆເຫັນວ່າ ເຂົາເຈົ້າເຮັດໄດ້ດີ, ມີປະສິດທິຜົນຫຼາຍ ແລະ ລັກສະນະອາກາດຢູ່ເຂດແຄມທະເລ ຫ໋າຍຈິ໊ງ ມີຄວາມຊຸ່ມສູງ ສະນັ້ນ ຈຶ່ງເໝາະສົມກັບການປູກເຫັດນາງລົມ. ເພາະສະນັ້ນ, ຂ້າພະເຈົ້າໄດ້ໄປຮຽນຢູ່ ສະຖາບັນສືບພັນກະສິກຳ ແລ້ວມານໍາໃຊ້, ຜັນຂະຫຍາຍ”

​ເລື່ອງ​ລາ​ວກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ກະສິກອນ ຫງວຽນວັນ​​ແທັ່ງ - ảnh 1 ຮູບແບບການປູກເຫັດນາງລົມຂອງ ອ້າຍ ແທັ່ງ (ພາບ: ສະຫະກອນ) 

ລົງມືເຮັດທໍາອິດ, ອ້າຍ ແທັ່ງ ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ. ພາຍຫຼັງຮຽນເຕັກນິກມາແລ້ວ, ອ້າຍ ຍັງມີຄວາມກັງວົນກັບການຊອກຫາເງິນທຶນ ເພື່ອກໍ່ສ້າງເຮືອນຮົ່ມ ແລະ ຊື້ວັດຖຸດິບ.  ອ້າຍ ແທັ່ງ ແບ່ງປັນສູ່ຟັງວ່າ: ສຳລັບປະຊາຊົນຢູ່ເຂດບ້ານນາຄືຕົນເອງ ກວ່າຈະມີເງິນ 1 ຫາ 2 ຮ້ອຍລ້ານ ບໍ່ແມ່ນເລື່ອງທີ່ງ່າຍດາຍ. ຊ້ຳບໍ່ໜຳ, ໃນຈຸດເວລານັ້ນ, ການປູກເຫັດຍັງແມ່ນຮູບແບບທີ່ແປກໃໝ່ ແລະ ມີຄວາມສ່ຽງສູງ. ແຕ່ຍ້ອນໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກ ຄະນະກຳມະການປະຊາຊົນຕາແສງ ຫ໋າຍຈິ໊ງ ໃຫ້ເຊົ່າເນື້ອທີ່ດິນເພື່ອກໍ່ສ້າງເຮືອນຮົ່ມ ແລະ ດ້ວຍຄວາມມານະພະຍາຍາມ, ຄວາມພາກພຽນ, ຢຶດໝັ້ນເກ້ຍກ່ອມຄອບຄົວ, ຍາດຕິພີ່ນ້ອງໃຫ້ການສະໜັບສະໜູນ, ສຸດທ້າຍ, ຮູບແບບການປູກເຫັດນາງລົມຂອງ ອ້າຍແທັ່ງ ກໍໄດ້ຮັບການຜັນຂະຫຍາຍ. ເຖິງຢ່າງໃດກໍຕາມ, ການໝູນໃຊ້ເຕັກນິກເຂົ້າການປູກຕົວຈິງໃນຕອນທຳອິດ ໄດ້ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ບາງເທື່ອ ອ້າຍລໍຖ້າຈົນຮອດສອງເດືອນ ກໍຍັງບໍ່ເຫັນເຫັດອອກ. ອ້າຍ ແທັ່ງ ຫວນຄືນວ່າ:

“ໃນໄລຍະທຳອິດ, ຂ້າພະເຈົ້າຍັງບໍ່ທັນກຳແໜ້ນໄດ້ຂັ້ນຕອນການປູກທັງໝົດ, ບາງເທື່ອເຫັດບໍ່ອອກກໍມີ. ຂ້າພະເຈົ້າສືບຕໍ່ໄປຮຽນຢູ່ຫຼາຍບ່ອນຕື່ມອີກ, ພິເສດແມ່ນຢູ່ສະຖາບັນສືບພັນກະສິກຳ. ລັກສະນະພິເສດຂອງດິນຟ້າອາກາດຢູ່ ຕາແສງ ຫ໋າຍຈິ໊ງ ແມ່ນມີຄວາມຊຸ່ມສູງ ແລະ ເໝາະສົມກັບການປູກເຫັດຢູ່ແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ກ່ຽວກັບເງື່ອນໄຂດິນຟ້າອາກາດເຮົາຕ້ອງມີເຕັກນິກຕ່າງຫາກຕື່ມອີກ. ເຮົາຕ້ອງກຳແໜ້ນໄດ້ລັກສະນະຂອງດິນຟ້າອາກາດໃນແຕ່ລະລະດູການ ແລະ ລັກສະນະຂອງເຫັດແຕ່ລະຊະນິດ ເພື່ອກໍ່ສ້າງເຮືອນຮົ່ມ ແລະ ປັບຄວາມຊຸ່ມແນວໃດເພື່ອໃຫ້ມີຄວາມເໝາະສົມ”

​ເລື່ອງ​ລາ​ວກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ກະສິກອນ ຫງວຽນວັນ​​ແທັ່ງ - ảnh 2 ເຫັດນາງລົມຂາວ ຂອງ ອ້າຍ ແທັ່ງ ໄດ້ຫຸ້ມຫໍ່ຢ່າງຮຽບຮ້ອຍ

ຍ້ອນໄດ້ໝູນໃຊ້ຖືກຕ້ອງຕາມຂັ້ນຕອນເຕັກນິກ ໂດຍສະຖາບັນສືບພັນກະສິກຳໄດ້ຖ່າຍທອດໃຫ້ຢ່າງເຂັ້ມງວດ ແລະ ບັນລຸມາດຕະຖານ VietGap, ຮູບແບບການປູກເຫັດນາງລົມຂອງ ອ້າຍ ແທັ່ງ ນັບມື້ນັບພັດທະນາ. ດ້ວຍເນື້ອທີ່ກວ່າ 2000 ຕາແມັດ, ແຕ່ລະວັນ, ອ້າຍ ແທັ່ງ ສາມາດເກັບເຫັດໄດ້ປະມານ 700 kg ຫາ 1 ໂຕນ ແລ້ວແຕ່ຄວາມຊຸ່ມຂອງແຕ່ລະລະດູການ. ນອກຈາກການປູກເຫັດນາງລົມແລ້ວ, ອ້າຍ ແທັ່ງ ຍັງປູກເຫັດຫູໜູ ແລະ ເຫັດຊະນິດອື່ນໆອີກທີ່ມີເຕັກນິກບົວລະບັດສູງກວ່າຄື ເຫັດຫຼິນຈື້. ປີ 2014, ອ້າຍ ແທັ່ງ ໄດ້ຕັດສິນໃຈສ້າງຕັ້ງສະຫະກອນ ອຸດສະຫະກຳຂະໜາດນ້ອຍ ລິງຟາດ. ການສ້າງຕັ້ງສະຫະກອນ ຍິ່ງຊ່ວຍໃຫ້ການພົວພັນແລກປ່ຽນສິນຄ້າຂອງອ້າຍ ແທັ່ງ ມີຄວາມສະດວກກວ່າອີກ, ຍົກສູງມູນຄ່າຂອງຜະລິດຕະພັນ ແລະ ປັດຈຸບັນພວມຈຳໜ່າຍໄດ້ດີທີ່ສຸດຢູ່ຕະຫຼາດພາກເໜືອ. ບໍ່ພຽງແຕ່ເທົ່ານັ້ນ, ອ້າຍ ແທັ່ງ ຍັງໄດ້ຄົ້ນຄວ້າ ແລະ ຜະລິດບັນດາຜະລິດຕະພັນທີ່ປຸງແຕ່ງຈາກເຫັດຄື ເຫຼົ້າເຫັດຫຼິນຈື້, ຊາເຫັດຫຼິນຈື້ ແລະ ນີ້ກໍ່ແມ່ນໜຶ່ງໃນ 14 ຜະລິດຕະພັນ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ) ຂອງ ເມືອງ ຫ໋າຍເຮົ້າ ທີ່ໄດ້ຮັບການຮັບຮອງເມື່ອປີ 2019 ຜ່ານມາ. ທ່ານ ຫວູງອັກເຈື່ອງ, ຮອງປະທານ ຄະນະກຳມະການປະຊາຊົນເມືອງ ຫ໋າຍເຮົ້າ, ແຂວງນາມດິ້ງ ໃຫ້ຮູ້ວ່າ:

“ປີ 2019, ພວກຂ້າພະເຈົ້າ ມີ 14 ຜະລິດຕະພັນໄດ້ຮັບການຮັບຮອງເປັນຜະລິດຕະພັນ OCOP, ໃນນັ້ນ ມີຜະລິດຕະພັນກະເສດທີ່ມີຊື່ສຽງຄື ການຜະລິດເຫັດຊະນິດຕ່າງໆ, ເຫັດຫຼິ້ນຈື້ ຂອງ ສະຫະກອນ ລິງຟາດ. ຫວ່າງແລ້ວນີ້, ທາງສະຫະກອນກໍໄດ້ຮັບລາງວັນບາງປະເພດ.”

​ເລື່ອງ​ລາ​ວກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ກະສິກອນ ຫງວຽນວັນ​​ແທັ່ງ - ảnh 3ອ້າຍແທັ່ງຢູ່ເຮືອນຮົ່ມປູກເຫັດຫຼິນຈື້ (ພາບ: ສະຫະກອນ)

ການກິນເຈ ແລະ ບັນດາຜະລິດຕະພັນທີ່ເຮັດຈາກພືດ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຢູ່ຫວຽດນາມ. ນີ້ແມ່ນທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາຜະລິດຕະພັນເຫັດຂອງ ອ້າຍ ແທັ່ງ ພັດທະນາ. ປັດຈຸບັນ, ອ້າຍ ແທັ່ງ ພວມຍື່ນສະເໜີຕໍ່ອົງການມີໜ້າທີ່ ເພື່ອຜັນຂະຫຍາຍຮູບແບບການປູກເຫັດໃນເຮືອນຮົ່ມ, ນຳໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດ ໃນເນື້ອທີ່ດິນກະສິກຳ 3000 ຕາແມັດ ເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ມຸ່ງໄປເຖິງການສົ່ງອອກໄປຍັງຕ່າງປະເທດ.

ເພື່ອນ ຈິ້ງທິຫ່ຽນ ລູກຄ້າປະຈຳຂອງອ້າຍແທັ່ງ ໃຫ້ຮູ້ວ່າ:

“ໂດຍແມ່ນຄົນທີ່ມັກກິນບັນດາຜະລິດຕະພັນທີ່ບັນຈຸທາດໂປຼຕິນຈາກພືດ, ເຫັດແມ່ນສະບຽງອາຫານທີ່ຂ້າພະເຈົ້າມັກ ແລະ ມີໃນຄາບເຂົ້າຂອງຄອບຄົວເປັນປະຈຳ. ນັບແຕ່ເມື່ອຮູ້ຈັກເຖິງເຫັດ ລິງຟາດ ຜ່ານການແນະນໍາຂອງເພື່ອນຄົນໜຶ່ງຢູ່ແຂວງ ນາມດິ້ງ, ຂ້າພະເຈົ້າມີແຕ່ບໍລິໂພກຜະລິດຕະພັນນີ້ເທົ່ານັ້ນ. ທີໜຶ່ງແມ່ນ ຂ້າພະເຈົ້າຮູ້ທີ່ມາ ແລະ ຜະລິດຕາມມາດຕະຖານ VietGap. ທີສອງແມ່ນ ລາຄາກໍເປັນກັນເອງ, ເຫັດກໍສົດ ແລະ ແຊບດີ”.

ເພື່ອສ້າງຝັນໃຫ້ເປັນຈິງ, ບໍ່ຍອມຈຳນົນຕໍ່ຊີວິດທີ່ທຸກຍາກ, ລຳບາກ ພ້ອມດ້ວຍຄວາມດຸໝັ່ນຂະຫຍັນພຽນຊອກຮູ້ ແລະ ມີຄວາມຢຶດໝັ້ນນັ້ນ ໄດ້ເປັນປັດໄຈຊ່ວຍໃຫ້ອ້າຍ ແທັ່ງ ປະສົບຜົນສຳເລັດຄືໃນວັນນີ້, ສ້າງກຳລັງໜູນຊ່ວຍເພື່ອນໜຸ່ມທີ່ມີເງື່ອນໄຂຄ້າຍຄືກັນກັບອ້າຍ ພັດທະນາຕົນເອງ ແລະ ກໍ່ຮ່າງສ້າງຕົວ./

 

ຕອບກັບ