ເມືອງ​ພູ​ດອຍຍ​ືຊວັນ ແຂວງ​ແທັງ​ຮ​ວາ ແລະ ວິ​ທີ​ການ​ປະ​ຕິ​ບັດ​​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ

Sy Duc-Vinh Phong
Chia sẻ
(VOVWORLD) - ໂດຍແມ່ນເມືອງພູດອຍທີ່ທຸກຍາກລຳບາກ, ຍືຊວັນ ໄດ້ບືນຕົວຂຶ້ນກາຍເປັນເມືອງທີ່ດີເດັ່ນເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນຍຸດທະສາດການພັດທະນາຢູ່ເຂດພູດອຍຂອງແຂວງແທັງຮວາ. ບໍ່ພຽງແຕ່ໄດ້ຫລຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກເທົ່ານັ້ນ, ປະຈຸບັນ, ຍືຊວັນ  ຍັງປຽບເໝືອນກັບແປ້ນຢັນທີ່ມີບົດບາດເປັນຂົວຕໍ່ລະຫວ່າງເຂດທົ່ງພຽງ, ແຄມທະເລ ກັບເຂດລະຫວ່າງກາງພູພຽງ ແລະ ພູດອຍທາງທິດຕາເວັນຕົກຂອງແຂວງແທັງຮວາ ອີກດ້ວຍ.
ເມືອງ​ພູ​ດອຍຍ​ືຊວັນ ແຂວງ​ແທັງ​ຮ​ວາ ແລະ ວິ​ທີ​ການ​ປະ​ຕິ​ບັດ​​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ - ảnh 1

ເທດສະບານເມືອງອຽນກາດ ເມືອງຍືຊວັນ

     ເຖິງວ່າມີທີ່ດິນ, ມີກຳລັງຄົນພ້ອມດ້ວຍເຈດຈຳນົງບືນຕົວຂຶ້ນແລ້ວກໍ່ຕາມ ແຕ່ຍ້ອນຂາດເຂີນທຶນຮອນທຳການຜະລິດ, ຊາວເມືອງຍືຊວັນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານເລວັນຕິ່ງ ຢູ່ບ້ານດົງ, ຕາແສງຊວັນຮ່ວາ ໃຫ້ຮູ້ວ່າ: ນັບແຕ່ມີບັນດານະໂຍບາຍຂອງລັດ ໜູນຊ່ວຍບັນດາໂຄງການຫລຸດຜ່ອນຄວາມທຸກຍາກໃຫ້ແກ່ເມືອງນັ້ນ, ຄອບຄົວຂອງທ່ານໄດ້ກູ້ຢືມເງິນມາລົງທຶນກໍ່ສ້າງຟາມສັງລວມ ເພື່ອປູກຕົ້ນໄມ້ກິນໝາກ, ລ້ຽງສັດ ແລະ ປູກປ່າພັດທະນາເສດຖະກິດ…ຈາກຄອບຄົວໜຶ່ງທີ່ທຸກຍາກ, ປະຈຸບັນ, ຄອບຄົວຂອງທ່ານໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ບື່ນຂຶ້ນສ້າງຄວາມຮັ່ງມີເທື່ອລະກ້າວ. ທ່ານຕິງເວົ້າວ່າ:

     ເມືອງໄດ້ຊີ້ນຳການຫັນປ່ຽນຜົນລະປູກ, ບັນດາຄອບຄົວມີຟາມ, ລ້ຽງສັດ, ປູກຕົ້ນໄມ້ກິນໝາກຕ້ອງໝູນໃຊ້ທີ່ດິນ. ພ້ອມກັນນັ້ນ, ປະຊາຊົນເສີມຂະຫຍາຍຈິດໃຈລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ເບີ່ງລວມແລ້ວ,  ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ.

  ດ້ວຍແຜນນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສົ່ງເສີມ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອດຶງດູດບັນດານັກລົງທຶນ, ບັນດາພາກສ່ວນເສດຖະກິດເຂົ້າຮ່ວມການລົງທຶນ, ດຳເນີນທຸລະກິດໃນບໍລິເວນເມືອງ ເພື່ອພັດທະນາເສດຖະກິດຕິດພັນກັບການແກ້ໄຂວຽກເຮັດງານທຳຢູ່ກັບທີ່ໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ… ແຕ່ປີ 2016 ມາຮອດປະຈຸບັນ, ດ້ວຍ 50 ກ່ວາຮູບແບບພັດທະນາການຜະລິດ, ການຫລຸດຜ່ອນຄວາມທຸກຍາກໄດ້ຖືກສ້າງຂຶ້ນດ້ວຍການເຂົ້າຮ່ວມຂອງສະມາຊິກກ່ວາ 2000 ຄົນ. ພົ້ນເດັ່ນແມ່ນບັນດາຮູບແບບການລ້ຽງຄວາຍ, ໝູພັນ, ໝູປ່າ, ໄກ່; ການລ້ຽງປາກະຊັງ, ປູກຕົ້ນໝາກກ້ຽງ, ໝາກພຸກ, ດອກໄມ້…ທ່ານເລືອງແອັງເລີ້ຍ, ຢູ່ບ້ານຈວຍ, ຕາແສງຊວັນກູ່ຍ ແບ່ງປັນວ່າ:

     ໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແມ່ນໂຄງການທີ່ຖືກຕ້ອງຂອງພັກ, ລັດ, ພາຍຫຼັງກວດກາຄືນເປົ້າໝາຍໃຫ້ຖືກຕ້ອງແລ້ວ, ບັນດາຄອບຄົວຈະໄດ້ຮັບການໜູນຊ່ວຍຈາກລັດຄື: ງົວແມ່ພັນ, ຄວາຍແມ່ພັນ… ບັນດາຄອບຄົວເຫຼົ່ານັ້ນລ້ວນແຕ່ປະຕິບັດເປັນຢ່າງດີ, ເຂົາເຈົ້າພະຍາຍາມບື່ນຕົວຂຶ້ນ, ຫຼາຍຄອບຄົວໄດ້ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ.

    ໃນຊຸມປີຜ່ານມາ, ເພື່ອປະຕິບັດໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ບັນລຸປະສິດທິຜົນນັ້ນ, ເມືອງຍືຊວັນ ໄດ້ສ້າງແຜນຮ່າງ, ແຜນການຫລຸດຜ່ອນຄວາມທຸກຍາກຢ່າງໄວວາ ແລະ ຍືນຍົງໄລຍະ 2009-2020; ປະກາດໃຊ້ບາງນະໂຍບາຍສະເພາະ ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ. ໃນຂະບວນວິວັດແຫ່ງການປະຕິບັດນັ້ນ, ທາງເມືອງໄດ້ສຸມໃສ່ການໂຄສະນາເຜີຍແຜ່ຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ລັກສະນະເປັນເຈົ້າການຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນກ່ຽວກັບວຽກງານຫລຸດຜ່ອນຄວາມທຸກຍາກ, ຜ່ານນັ້ນເຮັດໃຫ້ສະຕິຄວາມຮັບຮູ້ຂອງປະຊາຊົນມີການປ່ຽນແປງໂດຍພື້ນຖານ, ລົບລ້າງບັນດາປະເພນີຫຼ້າຫຼັງ, ສຸມໃສ່ອອກແຮງງານທຳການຜະລິດ ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳ. ໃຫ້ບູລິມະສິດການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ. ເສັ້ນທາງຄົມມະນາຄົມ, ກິດຈະກຳໄຟຟ້າ, ສ້າງໂຮງຮຽນ…. ສ້າງເງື່ອນໄຂສະດວກຊຸກຍູ້ການພັດທະນາເສດຖະກິດ ສັງຄົມ.

ເມືອງ​ພູ​ດອຍຍ​ືຊວັນ ແຂວງ​ແທັງ​ຮ​ວາ ແລະ ວິ​ທີ​ການ​ປະ​ຕິ​ບັດ​​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ - ảnh 2

ທ່ານເຢືອງວັນແມັ້ງ ເລຂາພັກເມືອງຍືຊວັນ

    ໃນນັ້ນ, ແຜນນະໂຍບາຍ “ດັດປັບສວນ” ຖືກປະຕິບັດຢ່າງຂ້ຽວຂາດໃນທົ່ວປວງຊົນ ແລະ ຜ່ານ 8 ປີແຫ່ງການປະຕິບັດ, ສວນນັບຮ້ອຍແຮັກຕາໄດ້ຮັບການດັດປັບ ແລະ ປູກຕົ້ນໄມ້ກິນໝາກຫຼາຍຊະນິດທີ່ມີຄຸນຄ່າດ້ານເສດຖະກິດສູງຄື: ໝາກກ້ຽງ, ໝາກພຸກ…ນຳມາເຊິ່ງລາຍຮັບນັບຮ້ອຍລ້ານດົ່ງໃນແຕ່ລະປີ. ທ່ານເຢືອງວັນແມັ້ງ ເລຂາພັກເມືອງຍືຊວັນ ຢືນຢັນວ່າ:

   ໂຄງການຫລຸດຜ່ອນຄວາມທຸກຍາກຢ່າງໄວວາ ແລະ ຍືນຍົງ ໄດ້ຮັບປະກັນຊີວິດການເປັນຢູ່ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອົງຄະນະພັກເມືອງ, ຖືວ່າແມ່ນໜ້າທີ່ການເມືອງອັນດັບຕົ້ນ ແລະ ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ. ທາງເມືອງໄດ້ໝູນໃຊ້ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເມືອງ ແລະ ທີ່ດິນ, ແຫຼ່ງກຳລັງແຮງງານ, ຫັນປ່ຽນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່..

   ເມືອງຍືຊວັນ ໄດ້ຫລຸດພົ້ນອອກຈາກບັນຊີລາຍຊື່ບັນດາເມືອງທຸກຍາກຂອງທົ່ວປະເທດ ແຕ່ເບື້ອງຫຼັງຂອງຜົນງານດັ່ງກ່າວ ກໍ່ແມ່ນທິດເດີນອັນຖືກຕ້ອງ, ນຳມາເຊິ່ງປະສິດທິຜົນແບບຍືນຍົງໃຫ້ແກ່ປະຊາຊົນ. ການປ່ຽນແປງຢູ່ເມືອງພູດອຍຍືຊວັນ ພວມໄດ້ຮັບການແຜ່ຂະຫຍາຍອອກສູ່ລວງກ້ວາງ ເຖິງບັນດາທ້ອງຖິ່ນໃນທົ່ວແຂວງ ເພື່ອແນໃສ່ສ້າງກຳລັງໜູນແຫ່ງການພັດທະນາໃຫ້ແກ່ແຂວງແທງຮວາ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

    

 

ຕອບກັບ