ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍູ້ແຮງການສ້າງເຄື່ອງໝາຍການຄ້າ OCOP

Chia sẻ

(VOVWORLD) - ໄລຍະທີ່ຜ່ານມາ, ໂຄງການ ໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ຂອງບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຊ່ວຍຫັນບັນດາຊັບພະຍາກອນໃນທ້ອຖິ່ນ ທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ ກາຍເປັນບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ເປັນທີ່ຮູ້ຈັກກັນດີຢ່າງກ້ວາງຂວາງໃນຕະຫຼາດ. ເຄື່ອງໝາຍການຄ້າ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພວມໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ ເຊິ່ງຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງເຫັນໄດ້ຊັດ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ທ້ອງຖິ່ນ ຢ່າງມີປະສິດທິຜົນ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍູ້ແຮງການສ້າງເຄື່ອງໝາຍການຄ້າ OCOP - ảnh 1ຜະລິດຕະພັນ OCOP ຂອງ ດົ່ງທາບ

ມາຮອດປັດຈຸບັນ, ແຂວງດົ່ງທາບ ໄດ້ມີຜະລິດຕະພັນ OCOP 161 ຢ່າງ, ໃນນັ້ນມີ 54 ຢ່າງບັນລຸລະດັບ 4 ດາວ ແລະ 104 ຢ່າງບັນລຸລະດັບ 3 ດາວ. ເພື່ອປະຕິບັດໄດ້ຕາມຄວາມໄຝ່ຝັນນຳຜະລິດຕະພັນສົ່ງໄປຈຳໜ່າຍຢ່າງກວ້າງຂວາງ, ຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ຕ່າງປະເທດນັ້ນ, ແຂວງດົ່ງທາບໄດ້ລົງນາມກັບລະບົບສັບພະສິນຄ້າ, ສູນການຄ້າຫຼາຍແຫ່ງ ເພື່ອວາງສະແດງ, ໂຄສະນາບັນດາຜະລິດຕະພັນທີ່ມີຊື່ສຽງ, ຜະລິດຕະພັນ Start up ແລະ ຜະລິດຕະພັນ OCOP. ຄຽງຄູ່ກັນນັ້ນ, ທາງແຂວງກໍໄດ້ສ້າງຕັ້ງສູນແນະນຳ ແລະ ໂຄສະນາການທ່ອງທ່ຽວດົ່ງທາບ ຢູ່ ບັນດາສູນເສດຖະກິດໃຫຍ່ຂອງປະເທດຄື ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ… ປັດຈຸບັນ, ຜະລິດຕະພັນ OCOP ຂອງ ດົ່ງທາບ ພວມໄດ້ຮັບການຈຳໜ່າຍເປັນຢ່າງດີ, ຍົກສູງລາຍຮັບຂອງຊາວກະສິກອນ ຫຼາຍພໍສົມຄວນ. ທ່ານ ຫວໍຕຽນແທັ່ງ, ຜູ້ອຳນວຍການສູນສົ່ງເສີມການຄ້າ ການລົງທຶນ ແຂວງ ດົ່ງທາບ ໃຫ້ຮູ້ວ່າ:

ການກຳນົດທິດໃນໄລຍະຈະມາເຖິງຂອງພວກຂ້າພະເຈົ້າແມ່ນ ຍູ້ແຮງການລົງທຶນເຂົ້າໃນການຫຸ້ມຫໍ່, ຮູບແບບຜະລິດຕະພັນ ກໍ່ຄືບັນດາລະຫັດ ເພື່ອຕອບສະໜອງໄດ້ບັນດາມາດຕະຖາຂອງການສົ່ງອອກ. ໃນໄລຍະຍາວ, ພວກຂ້າພະເຈົ້າຈະສົ່ງອອກບັນດາຜະລິດຕະພັນນີ້, ເພື່ອຊ່ວຍການຈຳໜ່າຍບັນດາຜະລິດຕະພັນຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ໃຫ້ໄດ້ດີກວ່າອີກ.

ຢູ່ຊອກຈັງ, ໃນຍຸດທະສາດພັດທະນາຜະລິດຕະພັນ OCOP, ທ້ອງຖິ່ນມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງລະບົບຄຸ້ມຄອງ, ຕິດຕາມກວດກາ, ຕີລາຄາ, ສ້າງເຄື່ອງໝາຍການຄ້າຜະລິດຕະພັນ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດໃນການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າໂດຍຜ່ານການຈັດຕັ້ງ ແລະ ເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງ, ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ຜະລິດຕະພັນ OCOP. ສ່ວນບັນດາວິສາຫະກິດ, ເຈົ້າຂອງ OCOP ໄດ້ເປັນເຈົ້າການໃນການເພີ່ມທະວີການໂຄສະນາຜະລິດຕະພັນ, ໄປຄຽງຄູ່ກັນນັ້ນ ແມ່ນຍົກສູງ ແລະ ຮັບປະກັນຄຸນນະພາບຂອງຜະລິດຕະພັນ.   ຫຼັງຈາກນັ້ນພຽງແຕ່ 2 ປີ, ບັນດາວິສາຫະກິດໄດ້ລົງນາມສັນຍາຈຳໜ່າຍຜະລິດຕະພັນສິນຄ້າ 25 ສະບັບ, ບົດບັນທຶກຊ່ວຍຈຳການຮ່ວມມືດຳເນີນທຸລະກິດ ລະຫວ່າງບັນດາວິສາຫະກິດກັບບັນດາສັບພະສິນຄ້າ, ລະບົບຮ້ານຂາຍຍ່ອຍ, ລະບົບຈຳໜ່າຍໃຫຍ່ຄື Co.opMart, Lotte ລວມ 75 ສະບັບ. ທ່ານ ເຢືອງມິງຈຸງ, ຜູ້ອຳນວຍການບໍລິສັດ ເກິມທຽວ ຈຳກັດ ເຊິ່ງດຳເນີນທຸລະກິດກ່ຽວກັບບັນດາຜະລິດຕະພັນ ຊາໝາກຂຽບຝລັ່ງ ແບ່ງປັນວ່າ:

ເລື່ອງ marketing ທາງອອນລາຍ ແລະ ການຂາຍເຄື່ອງທາງອອນລາຍ ສືບຕໍ່ໄດ້ຮັບການປະຕິບັດເປັນປົກກະຕິ ເພື່ອສຳຜັດກັບຜູ້ບໍລິໂພກ. ປັດຈຸບັນ, ຜູ້ບໍລິໂພກຈຳນວນຫຼາຍກໍ່ຊື້ເຄື່ອງຜ່ານທາງອອນລາຍ. ຂ້າພະເຈົ້າພວມຍາດແຍ່ງຊ່ອງທາງດັ່ງກ່າວ ແລະ ປະຕິບັດການໂຄສະນາຜະລິດຕະພັນດັ່ງກ່າວຜ່ານບັນດາໜ້າເວັບໄຊການຄ້າເອເລັກໂຕນິກ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍູ້ແຮງການສ້າງເຄື່ອງໝາຍການຄ້າ OCOP - ảnh 2ວາງສະແດງຜະລິດຕະພັນ OCOP ຢູ່ ຊອກຈັງ

ຢູ່ແຂວງວິງລອງ, ໂຄງການ OCOP ກໍ່ພວມນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ. ນອກຈາກການພັດທະນາຫຼາຍຜະລິດຕະພັນພົ້ນເດັ່ນຂອງທ້ອງຖິ່ນແລ້ວ, ລາຍການກໍ່ປະກອບສ່ວນເຂົ້າໃນການແກ້ໄຂບັນຫາວຽກເຮັດງານທຳໃຫ້ຜູ້ອອກແຮງງານຢູ່ຊົນນະບົດ, ຊ່ວຍປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນໃຫ້ດີຂຶ້ນ. ໃນການກຳນົດທິດການສ້າງເຄື່ອງໝາຍການຄ້າ OCOP, ແຂວງວິງລອງ ໄດ້ຮັບຮອງເອົາຜະລິດຕະພັນ OCOP 34 ຢ່າງທີ່ບັນລຸລະດັບ 3 – 4 ດາວ ຂອງວິສາຫະກິດ, ສະຫະກອນ ແລະ ຄອບຄົວດຳເນີນທຸລະກິດ 24 ແຫ່ງ. ໃນນັ້ນມີ 8 ຜະລິດຕະພັນບັນລຸລະດັບ 4 ດາວ ແລະ 24 ຜະລິດຕະພັນບັນລຸລະດັບ 3 ດາວ, ເພື່ອຍູ້ແຮງໂຄງການ OCOP ກ່ວາອີກ, ທາງແຂວງ ວິງລອງ ໄດ້ວາງອອກຫຼາຍມາດຕະການຢ່າງລະອຽດ, ຕິດພັນກັບສະພາບການຕົວຈິງ. ທ່ານນາງ ດ່າວງອກແທັງຊວັນ, ຮອງຜູ້ອຳນວຍການຮັບຜິດຊອບສູນການບໍລິການເຕັກນິກກະສິກຳ, ພະແນນກະສິກຳ ແລະ ພັດທະນາຊົນນະບົດແຂວງ ວິງລອງໃຫ້ຮູ້ວ່າ:

“ເລື່ອງຈັດຕັ້ງບັນດາໂຄງການສົ່ງເສີມການຄ້າ, ເພີ່ມທະວີການໂຄສະນາໃຫ້ແກ່ບັນດາຜະລິດຕະພັນການບໍລິການຂອງໝູ່ບ້ານອາຊີບເຂດຊົນນະບົດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາການຈັດຕັ້ງສ່ວນບຸກຄົນ ທີ່ມີລິດຕະພັນເຂົ້າຮ່ວມໂຄງການ. ສິ່ງສຳຄັນທີ່ສຸດນັ້ນແມ່ນຕ້ອງມີການຕີລາຄາ, ຈັດອັນດັບ, ຈັດປະເພດບັນດາຜະລິດຕະພັນ OCOP  ເປັນປະຈຳ ເພື່ອດຳເນີນການພັດທະນາບັນດາຜະລິດຕະພັນນີ້ໃຫ້ສົມບູນແບບ ໃນໄລຍະຈະມາເຖິງ.

ດ້ວຍທ່າແຮງແມ່ນສິນໃນນ້ຳ, ໝາກໄມ້ ແລະ ເຂົ້າສານ, ບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໄດ້ ແລະ ພວມຂຸດຄົ້ນ, ເສີມຂະຫຍາຍ, ປຸກລຸກທ່າແຮງຂອງຊັບພະຍາກອນທ້ອງຖິ່ນເຂດຊົນນະບົດເຂົ້າແຕ່ລະຜະລິດຕະພັນ OCOP, ພ້ອມທັງປຸກລຸກຈິດໃຈ Start up ຂອງຊາວກະສິກອນ. ມາຮອດປັດຈຸບັນ, ທົ່ວພາກພື້ນມີຜະລິດຕະພັນ OCOP ກ່ວາ 500 ຢ່າງໄດ້ຮັບຮອງເອົາ, ມີຜະລິດຕະພັນຫຼາຍຢ່າງຈຳຫນ່າຍເປັນຢ່າງດີຢູ່ຕະຫຼາດພາຍໃນປະເທດ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ພາກພື້ນຢ່າງມີປະສິດທິຜົນ.

ຕອບກັບ