ເຂດ​ຊຸມ​ຊົນທີ່​ເປັນແບບ​ຢ່າງ​​ໄດ້ສ້າງ​ຄວາມ​ສວຍ​ງາມ​​ໃຫ້​ແກ່​ເຂດ​ບ້ານ​ນາ

Thu Hằng
Chia sẻ
(VOVWORLD) - ກ່ອນນີ້, ເສັ້ນທາງໄປມາຢູ່ເຂດດິນກະສິກຳຄືຕາແສງ ເຕິນຮຶງດົງ, ເມືອງກ໊າຍເນືອກ, ແຂວງກ່າເມົາ ແມ່ນມີແຕ່ດິນຫຼົ່ມ, ເປັນບວກ, ເປັນຕົມ. ແຕ່ໃນຊຸມປີມໍ່ໆມານີ້, ທາງຕາແສງໄດ້ກໍ່ສ້າງທາງເບຕົງໄປເທື່ອລະໜ້ອຍເພື່ອປ່ຽນແທນໃຫ້ເສັ້ນທາງດັ່ງກ່າວ. ບໍ່ພຽງແຕ່ເທົ່ານັ້ນ, ການປະຕິບັດການສ້າງບັນດາເຂດຊຸມຊົນໃຫ້ເປັນແບບຢ່າງ ກໍ່ໄດ້ຊ່ວຍໃຫ້ໂສມໜ້າເຂດຊົນນະບົດ ມີຄວາມໃໝ່ອ່ຽມອີກດ້ວຍ.
ເຂດ​ຊຸມ​ຊົນທີ່​ເປັນແບບ​ຢ່າງ​​ໄດ້ສ້າງ​ຄວາມ​ສວຍ​ງາມ​​ໃຫ້​ແກ່​ເຂດ​ບ້ານ​ນາ - ảnh 1ປະຊາຊົນຢູ່ເຂດລ໊າງເຕື້ອງບົວລະບັດຕົ້ນໄມ້ປະດັບ ປະກອບສ່ວນສ້າງຄວາມສວຍງາມໃຫ້ແກ່ເຂດບ້ານນາ  

ເມື່ອມາຢ້ຽມຢາມຕາແສງ ເຕິນຮຶງດົງ ໃນທຸກວັນນີ້, ທຸກຄົນຈະເຫັນໄດ້ໂສມໜ້າໃໝ່ຂອງເຂດບ້ານນາ ເຊິ່ງກ່ອນນີ້ຖືກຖືວ່າ: ແມ່ນຕາແສງທຸກຍາກກວ່າໝູ່ຂອງເມືອງກ໊າຍເນືອກ. ບັນດາເຂດຊຸມຊົນທີ່ເປັນແບບຢ່າງປະກົດຕົວຂຶ້ນ ໄດ້ເຮັດໃຫ້ເຂດບ້ານນາຄືວ່າ ໄດ້ນຸ່ງໂສ້ງເສື້ອໂຕໃໝ່. ພົ້ນເດັ່ນກ່ວາໝູ່ແມ່ນເຂດຊຸມຊົນທີ່ເປັນແບບຢ່າງ ຄອງເໝືອງ ລ໊າງເຕື້ອງ. ຢູ່ທາງໃນກຳແພງແມ່ນບັນດາຫຼັງຄາເຮືອນທີ່ໂຫ່ຍໂຕ ແລະ ສວຍງາມຕັ້ງລຽນກັນຊ້າຍລ້າຍ ພ້ອມກັບຮົ້ວຕົ້ນໄມ້ຂຽວ, ສວນດອກໄມ້ນາໆສີ ຢູ່ລຽບຕາມເສັ້ນທາງເບຕົງທີ່ຍາວຢຽດ. ຢູ່ທາງນອກກຳແພງແມ່ນຄອງເໝືອງ ລ໊າງເຕື້ອງ ທີ່ຄົດລ້ຽວ, ບາງຄັ້ງບາງຄາວກໍ່ມີເຮືອຈັກນ້ອຍລຳຕ່າງໆຈອດຢູ່ທ່າ ອັນໄດ້ສ້າງເປັນສີສັນສະເພາະຂອງເຂດຕາເວັນຕົກທາງພາກໃຕ້. ທຸກຢ່າງໄດ້ສ້າງເປັນພາບພົດຂອງເຂດບ້ານນາແມ່ນ້ຳທີ່ມີສີສັນຫຼາກຫຼາຍ. ໝາກຜົນເຫຼົ່ານັ້ນແມ່ນມາຈາກການຮ່ວມແຮງຮ່ວມໃຈຂອງປະຊາຊົນ. ທ່ານຫງວຽນແທັ່ງວີ້ງ ໜຶ່ງໃນບັນດາຄອບຄົວນຳໜ້າໃນການປະຕິບັດການສ້າງເຂດຊຸມຊົນທີ່ເປັນແບບຢ່າງ ໃຫ້ຮູ້ວ່າ:

ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໄມ້ຂຽວເປັນແຖວຢູ່ຕາມເສັ້ນທາງ ເພື່ອຮັກສາບໍ່ໃຫ້ດິນເຊາະເຈື່ອນ. ຍາມກາງຄືນກໍ່ມີໄຟເຍືອງທາງ. ເບິ່ງລວມແລ້ວ, ການສ້າງເຂດຊຸມຊົນທີ່ເປັນແບບຢ່າງແມ່ນຕ້ອງມີຄວາມສະອາດ, ສວຍງາມ, ສຸພາບຮຽບຮ້ອຍ. ນອກຈາກນັ້ນ, ການຮັກສາສິ່ງແວດລ້ອມກໍ່ແມ່ນເພື່ອຮັກສາສຸຂະພາບຂອງຕົນອີກດ້ວຍ.

ຄອງເໝືອງ ລ໊າງເຕື້ອງ ໄດ້ຮັບການຄັດເລືອກເພື່ອປະຕິບັດການສ້າງເຂດຊຸມຊົນທີ່ເປັນແບບຢ່າງເມື່ອປີ 2017. ເພື່ອໃຫ້ການສ້າງເຂດຊຸມຊົນທີ່ເປັນແບບຢ່າງບັນລຸປະສິດທິຜົນນັ້ນ, ທ້ອງຖິ່ນນີ້ ໄດ້ຫັນບັນດາຄາດໝາຍເປັນລະອຽດ ຊື່ງໄດ້ຕິດພັນກັບການກະທຳໃນແຕ່ລະວັນຂອງຄອບຄົວຄື: ການເຮັດອະນາໄມທາງຮ່ອມ, ຮັກສາຄວາມສະອາດ, ສວຍງາມ. ແຕ່ຄາດໝາຍທີ່ປະຕິບັດຍາກກ່ວາໝູ່ແມ່ນການ “ເປີດໄຟເຍືອງທາງຊົນນະບົດ” ແລະ ສ້າງປະຕູໂຂງແຕ່ມາຮອດປະຈຸບັນ, ບັນດາຄອບຄົວຢູ່ໃນເຂດຊຸມຊົນໄດ້ປະຕິບັດແລ້ວ ແມ່ນມີກ່ວາ 70 ຄອບຄົວ. ທ່ານ ຟ້າມເຕິ໊ນຕ່າຍ ແບ່ງປັນວ່າ:

ເມື່ອກ່ອນບໍ່ທັນມີການປຸກລະດົມ, ປະຊາຊົນໄດ້ເຮັດເອງ ແຕ່ກໍ່ບໍ່ດີປານໃດ. ນັບແຕ່ທາງຕາແສງປຸກລະດົມມານີ້, ກໍ່ມີຂະບວນການຢ່າງຟົດຟື້ນ, ບັນດາແຖວຕົ້ນໄມ້ຂຽວທີ່ປູກເປັນຮົ້ວ ກໍ່ສະອາດງາມຕາ. ຄ້າຍແລງປະຊາຊົນກໍ່ພາກັນໄປເຮັດອະນາໄມ, ສ້າງບັນຍາກາດເບີກບານມ່ວນຊື່ນ.

ທ່ານ ຫງວຽນວັນເຣີ໋, ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຕິນຮຶງດົງ ໃຫ້ຮູ້ວ່າ: ຍ້ອນໄດ້ສຸມໃສ່ການໂຄສະນາໃຫ້ແກ່ປະຊາຊົນ, ເຂົາເຈົ້າກໍ່ຄ່ອຍໆມີສະຕິຄວາມຮັບຮູ້ໄດ້ວ່າ: ການສ້າງເຂດຊຸມຊົນທີ່ເປັນແບບຢ່າງ ບໍ່ພຽງແຕ່ໄດ້ປະກອບສ່ວນເພື່ອສ່ວນລວມເທົ່ານັ້ນ, ຫາກຕົນເອງກໍ່ຍັງໄດ້ຊົມໃຊ້ອີກດ້ວຍ. ບັນດາຄາດໝາຍທີ່ມີຄວາມງ່າຍດາຍ ປະຊາຊົນຈະເຮັດກ່ອນ, ຄື: ອະນາໄມ, ລົກຫຍ້າ, ຕັດແຕ່ງຕົ້ນໄມ້; ຕະຫຼອດຮອດການປູກດອກໄມ້, ການແກ້ໄຂຂີ້ເຫຍື່ອ…   ເມື່ອເສດຖະກິດດີຂຶ້ນແລ້ວເຂົາເຈົາກໍ່ເຮັດໄຟເຍືອງທາງ, ເຮັດຮົ້ວເພື່ອສ້າງຄວາມສວຍງາມໃຫ້ແກ່ໂສມໜ້າຂອງບ້ານເກີດເມືອງນອນ.   ທ່ານ ຫງວຽນວັນເຣີ໋ ກ່າວວ່າ:

ປະຈຸບັນ, ປະຊາຊົນເຂດຄອງເໝືອງ ລ໊າງເຕື້ອງ ໄດ້ປະຕິບັດສຳເລັດ 19 ຄາດໝາຍ ກໍ່ສ້າງຊົນນະບົດໃໝ່ແລ້ວ. ເບິ່ງລວມແລ້ວ, ຢູ່ເຂດຊຸມຊົນໄດ້ສ້າງໜ່ວຍສະຫະກອນແລ້ວ, ປະຊາຊົນໄດ້ເຂົ້າຮ່ວມການຜະລິດຢ່າງຫ້າວຫັນ, ເສດຖະກິດຄອບຄົວໄດ້ພັດທະນາດີຂຶ້ນ. ຈາກນັ້ນກໍ່ມີເງື່ອນໄຂ ເພື່ອປຸກສ້າງເຮືອນຢູ່ໃຫ້ໃຫ່ຍໂຕ ແລະ ສວຍງາມກ່ວາ.

ເມື່ອສຸມໃສ່ພັດທະນາການຜະລິດ, ລາຍຮັບຂອງປະຊາຊົນກໍ່ເພີ່ມຂຶ້ນເກືອບຮອດລ້ານດົ່ງ/ຄົນ/ປີ, ອຳນາດການປົກຄອງຕາແສງ ເຕິນຮຶງດົງ ໄດ້ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ເພື່ອກໍ່ສ້າງເຂດບ້ານນາ. ແຕ່ລະຄອບຄົວລ້ວນແຕ່ມີສະຕິຄວາມຮັບຮູ້ ເພື່ອປະຕິບັດບັນດາບັນດາໜ້າວຽກຂອງຕົນ, ປະກອບສ່ວນນຳເຂດຊຸມຊົນທີ່ເປັນແບບຢ່າງ ລ໊າງເຕື້ອງ ກາຍເປັນຈຸດພົ້ນເດັ່ນຂອງທ້ອງຖິ່ນ. ຈາກຜົນສຳເລັດດັ່ງກ່າວ, ອຳນາດການປົກຄອງຕາແສງ ເຕິນຮຶງດົງ ພວມສືບຕໍ່ທະວີຄູນເຂດຊຸມຊົນທີ່ເປັນແບບຢ່າງ ໃຫ້ຂະຫຍາຍຢ່າງກວ້າງຂວາງຢູ່ຫຼາຍບ້ານ ໃນບໍລິເວນຕາແສງ.

ຕອບກັບ