ຮ່າ​ໂນ້ຍ​ຍູ້​ແຮງ​ໂຄງ​ການ OCOP ໄລ​ຍະ 2019-2020

Ngoc Anh
Chia sẻ
(VOVWORLD) -  ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (ຫຼືເອີ້ນວ່າໂຄງການ OCOP) ໂດຍລັດຖະບານເຊັນອະນຸມັດນັບແຕ່ເດືອນພຶດສະພາປີ 2018 ເພື່ອແນໃສ່ພັດທະນາເສດຖະກິດຊົນນະບົດ ແມ່ນໜຶ່ງໃນບັນດາມາດຕະການເພື່ອປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ນະຄອນຮ່າໂນ້ຍ ພວມຍູ້ແຮງໂຄງການ OCOP ໄລຍະ 2019 – 2020 ດ້ວຍງົບປະມານການໃຊ້ຈ່າຍທັງໝົດແມ່ນ 11 ລ້ານ USD ປະກອບສ່ວນຊຸກຍູ້ການກໍ່ສ້າງຊົນນະບົດໃໝ່ຢູ່ນະຄອນຫຼວງ.
ຮ່າ​ໂນ້ຍ​ຍູ້​ແຮງ​ໂຄງ​ການ OCOP ໄລ​ຍະ 2019-2020 - ảnh 1

ພາບ: ຜະລິດຕະພັນ OCOP ສີຄັດມັນໝູ່ບ້ານອາຊີບ ຮ້າທາຍ

    ຈຸດສຸມຂອງໂຄງການ OCOP ແມ່ນການພັດທະນາຜະລິດຕະພັນກະເສດ, ບໍ່ແມ່ນ ຜະລິດຕະພັນກະເສດ, ການບໍລິການທີ່ມີທ່າແຮງຢູ່ແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ, ໂດຍບັນດາພາກສ່ວນເສດຖະກິດເອກະຊົນ ແລະ ເສດຖະກິດລວມໝູ່ປະຕິບັດ. ໂຄງການກຳນົດ 6 ໝວດສິນຄ້າ, ການບໍລິການເພື່ອປະຕິບັດ, ລວມມີ: ສະບຽງອາຫານ, ເຄື່ອງດື່ມ, ຢາສະໝູນໄພ, ເຄື່ອງທີ່ລະນຶກ-ເຄື່ອງເຟີນີເຈີ-ເຄື່ອງປະດັບ, ຜ້າແພ-ເຄື່ອງນຸ່ງ ແລະ ການບໍລິການທ່ອງທ່ຽວເຂດຊົນນະບົດ. ຜະລິດຕະພັນໃນໂຄງການ OCOP ໄດ້ຮັບການຕີລາຄາຕາມ 5 ລະດັບ ຊື່ງໃນນັ້ນລະດັບ 5 ດາວແມ່ນສູງສຸດ, ຮັບປະກັນມາດຕະຖານຄຸນນະພາບສາກົນ.

   ສຳລັບຮ່າໂນ້ຍ, ຫ້ອງການພັດທະນາຊົນະບົດ ຮ່າໂນ້ຍ ສັງກັດພະແນກກະສິກຳ ແລະ ພັດທະນາຊົນນະບົດຮ່າໂນ້ຍ ໄດ້ຮັບການຄັດເລືອກ ເປັນຫົວໜ່ວຍສະເພາະກິດ ເພື່ອສົມທົບກັບພະແນກ, ຂະແໜງການ, ເມືອງ ຜັນຂະຫຍາຍໂຄງການ OCOP. ໂຄງການ OCOP ຮ່າໂນ້ຍ ແມ່ນໂຄງການ OCOP ໃຫ່ຍກ່ວາໝູ່ໃນທັງໝົດ 63 ແຂວງ ນະຄອນໃນທົ່ວປະເທດ. ທ່ານຫງວຽນວັນຈີ ຫົວໜ້າຫ້ອງການພັດທະນາຊົນະບົດ ຮ່າໂນ້ຍ ໃຫ້ຮູ້ວ່າ:

   ໄລຍະ 2019-2020, ພວກຂ້າພະເຈົ້າກຳນົດວ່າແມ່ນໄລຍະ ສ້າງຜະລິດຕະພັນໃນໂຄງການ OCOP ໃຫ້ສຳເລັດ, ຍົກລະດັບ ແລະ ຕີລາຄາຄຸນນະພາບຜະລິດຕະພັນ. ຕາມຄາດໝາຍຂອງສູນກາງໃນໄລຍະ 2019 -  2020 ຜະລິດຕະພັນໃນໂຄງການນີ້ຈະແມ່ນ 2500 ຜະລິດຕະພັນ OCOP. ຄາດວ່າ ຮ່າໂນ້ຍ ຈະສ້າງສູນປະດິດສ້າງ, ອອກແບບ ແລະ ແນະນຳບັນດາຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ, ການບໍລິການທ່ອງທ່ຽວ ຢູ່ເມືອງດົງແອັງ ຍ້ອນວ່າເມືອງນີ້ຢູ່ມໍ່ກັບສະໜາມບິນໂນ້ຍບ່າຍ.

ຮ່າ​ໂນ້ຍ​ຍູ້​ແຮງ​ໂຄງ​ການ OCOP ໄລ​ຍະ 2019-2020 - ảnh 2

ພາບ: ຜະລິດຕະພັນ OCOP ເຄື່ອງປັ້ນດິນເຜົາໝູ່ບ້ານອາຊີບ ບາດຈາງ

  ຮ່າໂນ້ຍແມ່ນທ້ອງຖິ່ນມີໝູ່ບ້ານອາຊີບຫຼາຍກ່ວາໝູ່ດ້ວຍປະມານ 1350 ແຫ່ງ, ກວມອັດຕາສ່ວນ 1/3 ໝູ່ບ້ານອາຊີບໃນທົ່ວປະເທດ. ຍິ່ງໄປກ່ວານັ້ນ, ຮ່າໂນ້ຍ ພວມນຳໜ້າທົ່ວປະເທດໃນການໝູນໃຊ້ລະບົບຊອກຫາແຫຼ່ງທີ່ມາຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ສະບຽງອາຫານດ້ວຍສະແຕມເອເລັກໂຕນິກທັນສະໄໝ Qrcode (ກ່ວາ 5000 ຜະລິດຕະພັນໄດ້ຕິດສະແຕມ). ນີ້ທັງແມ່ນຄວາມສາມາດບົ່ມຊ້ອນ ທັງແມ່ນພື້ນຖານເພື່ອໃຫ້ ຮ່າໂນ້ຍ ພັດທະນາໂຄງການ OCOP. ນະຄອນຮ່າໂນ້ຍ ຍັງສືບຕໍ່ໜູນຊ່ວຍບັນດາໝູ່ຄະນະ, ກົມກອງ, ວິສາຫະກຳ, ສ່ວນບຸກຄົນໄດ້ຈົດທະບຽນຍີ່ຫໍ່, ຮ່ວມສຳພັນໃນການຈຳໜ່າຍຜະລິດຕະພັນ OCOP ໃຫ້ແກ່ຊາວກະສິກອນ. ທ່ານ ຕ້າວັນເຕື່ອງ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດຮ່າໂນ້ຍ ໃຫ້ຮູ້ວ່າ:

   ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ພ້ອມກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ສົມທົບກັນຈັດດຕັ້ງລາຍການເຊື່ອມຕໍ່ລະບົບຜະລິດຕະພັນກະເສດປອດສານຜິດ ເພື່ອຈຳໜ່າຍໃນບໍລິເວນຮ່າໂນ້ຍ. ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະເຊື່ອມຕໍ່ກັບບັນດາແຂວງນະຄອນໃນທົ່ວປະເທດ, ບັນດາເຂດພາກເພື່ອພັດທະນາເພື່ອພັດທະນາບັນດາລະບົບນີ້. ຮ່າໂນ້ຍ ໄດ້, ພວມ ແລະ ຈະກາຍເປັນສູນຜະລິດເບັ້ຍໄມ້, ແນວພັນສັດລ້ຽງທີ່ມີຄຸນນະພາບສູງຮັບໃຊ້ໃຫ້ແກ່ທົ່ວປະເທດ.

   ນະຄອນຮ່າໂນ້ຍ ຈະສ້າງມາດຕະຖານຫ້ຜະລິດຕະພັນຂອງໝູ່ບ້ານອາຊີບ, ຜະລິດຕະພັນກະເສດທີ່ມີແລ້ວຢ່າງໜ້ອຍສຸດແມ່ນ 50%. ຮ່າໂນ້ຍ ກໍ່ພວມລົງທຶນໃຫ້ 3 ໝູ່ບ້ານອາຊີບຄື: ບາດຈ່າງ (ເມືອງຢາເລິມ), ວ້ານຟຸກ (ເມືອງຮ່າດົງ) ແລະ ເດືອງເລິມ (ເທດສະບານຕາແສງເຊີນໄຕ) ເພື່ອພັດທະນາຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ. ທາງນະຄອນຈະສຸມໃສ່ດຶງດູດບັນດາວິສາຫະກິດມາລົງທຶນຜະລິດ ໃນຂົງເຂດກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະສາດ. ທ່ານດ່າມຕຽນທັງ ຮອງຫົວໜ້າພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ຢືນຢັນວ່າ:

   ຮ່າໂນ້ຍ ເອົາໃຈໃສ່ທີ່ສຸດເຖິງນະໂຍບາຍພັດທະນາໝູ່ບ້ານອາຊີບ. ແຕ່ລະໝູ່ບ້ານອາຊີບ ມີ 1, 2 ຫຼືວ່າຫຼາຍວິສາຫະກິດແຖວໜ້າ ໃນໝູ່ບ້ານອາຊີບເຫຼົ່ານັ້ນ. ແຕ່ລະຕະຫຼາດຕ່າງປະເທດກໍ່ເຊັ່ນດຽວກັນ. ບັນດາວິສາຫະກິດເຫຼົ່ານັ້ນ ແມ່ນຜູ້ນຳໜ້າໃນການໜູນຊ່ວຍໃຫ້ບັນດາຮາກຖານຜະລິດນ້ອຍໃນໝູ່ບ້ານທີ່ບໍ່ທັນມີເງື່ອນໄຂດ້ານຊັບພະຍາກອນມະນຸດ, ເຕັກນິກ, ບົດຮຽນໃນການຜະລິດສິນຄ້າສົ່ງອອກ.

   ຕາມແຜນການແລ້ວ, ໃນປີ 2020, ນະຄອນຮ່າໂນ້ຍ ຈະປັບປຸງລະບົບຄຸ້ມຄອງ, ບໍລິຫານໂຄງການ OCOP ໃຫເຄົບຊຸດແຕ່ຂັ້ນນະຄອນ ຕະຫຼອດຮອດຂັ້ນເມືອງ, ຕາແສງ. ທາງນະຄອນຈະສູ້ຊົນ 100% ວິສາຫະກິດ, ສະຫະກອນ, ຫົວໜ້າຄອບຄົວມີການຈົດທະບຽນການຜະລິດ, ດຳເນີນທຸລະກິດ ເຂົ້າຮ່ວມໂຄງການ OCOP ໄດ້ຮັບການບຳລຸງສ້າງ, ຝຶກອົບຮົມ, 100 ຜະລິດຕະພັນຂອງ OCOP ແມ່ນບັນລຸລະດັບ 5 ດາວ. ເຖິງວ່າໄດ້ຜັນຂະຫຍາຍໂຄງການ OCOP ຊ້າກ່ວາ ແຂວງ ນະຄອນອື່ນໆຈຳນວນໜຶ່ງກໍ່ຕາມ,  ແຕ່ດ້ວຍວິທີເຮັດທີ່ເປັນແບບແຜນ, ມີວິທະຍາສາດ, ມີການຖອດຖອນບົດຮຽນຈາກແຫ່ງອື່ນນັ້ນ, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍໂຄງການ OCOP ໄດ້ຢ່າງມີປະສິດທິຜົນ.

 

 

ຕອບກັບ