ຮ່າໂນ້ຍ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ໃນ​ການ​ສ້າງ​ລະ​ບົບຕ່ອງ​ໂສ້​ການ​ຮ່ວມ​ສຳ​ພັນ​ຜະ​ລິດ​ຕະ​ພັນ​ກະ​ເສດ

Ngoc Anh
Chia sẻ
(VOVWORLD) -ສູນພັດທະນາກະສິກຳ ຮ່າໂນ້ຍ ແມ່ນຫົວຫນ່ວຍຜັນຂະຫຍາຍບັນດາການເຄື່ອນໄຫວຂຶ້ນກັບໂຄງການລະບົບຕ່ອງໂສ້ໄລຍະ 2016 – 2020 ແລະ ແຜນການພັດທະນາກະສິກຳໄລຍະ 2019 – 2020. ພາຍຫລັງ ປະຕິບັດມາເປັນເວລາ 5 ປີ, ຂະແຫນງກະສິກຳ ຮ່າໂນ້ຍ ຍາມໃດກໍ່ແມ່ນຈຸດເດັ່ນ, ນຳຫນ້າທົ່ວປະເທດໃນການສ້າງລະບົບຕ່ອງໂສ້ການຮ່ວມສຳພັນຜະລິດຕະພັນກະເສດ.

ໂຄງການລະບົບຕ່ອງໂສ້ໄລຍະ 2016 – 2020 ແລະ ແຜນການພັດທະນາກະສິກຳໄລຍະ 2019 – 2020 ລວມມີ 4 ໂຄງການ, ແຜນການ. ນັ້ນແມ່ນ ແຜນການພັດທະນາການຜະລິດເຂົ້າ Japonica; ແຜນການພັດທະນາໝາກສົ້ມໂອແດງ ເຕິນລາກ ແລະ ໝາກສົ້ມໂອພັນພິເສດຂອງຮ່າໂນ້ຍ ບາງຊະນິດ; ໂຄງການລະບົບຕ່ອງໂສ້ການຜະລິດ ແລະ ສະຫນອງຜະລິດຕະພັນການລ້ຽງສັດ ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ໂຄງການລ້ຽງງົວຊີ້ນມີຄຸນນະພາບສູງ.

  ມາຮອດປະຈຸບັນ ຮ່າໂນ້ຍ ໄດ້ສ້າງລະບົບຕ່ອງໂສ້ຮ່ວມສຳພັນມູນຄ່າເຂົ້າສານ Japonica (ເຂົ້າສານປອດສານພິດ, ມີສະມັດຕະພາບ ແລະ ຄຸນນະພາບສູງກວ່າເຂົ້າສານຊະນິດອື່ນ). ຢູ່ ບາງເມືອງ, ເນື້ອທີ່ການປູກເຂົ້າ Japonica ໄດ້ເພີ່ມຂຶ້ນຢ່າງແຮງຄື: ອຶງຫວ່າ, ໝີ໋ດຶກ, ເຈືອງໝີ໋, ຊອກເຊີນ… ໄລ່ຮອດທ້າຍປີ 2020, ຮ່າໂນ້ຍ ໄດ້ສ້າງ 15 ເຂດຜະລິດໝາກສົ້ມໂອແດງ ເຕິນລາກ ແລະ ແນວພັນໝາກສົ້ມໂອພິເສດຮ່າໂນ້ຍ ຕາມລະບົບຕ່ອງໂສ້ມູນຄ່າ ດ້ວຍຂອບຂະຫນາດ 5 ເຮັກຕາ; ສ້າງ 11 ລະບົບຕ່ອງໂສ້ການຜະລິດ ແລະ ສະຫນອງຜະລິດຕະພັນສັດລ້ຽງຮັບປະກັນຄວາມປອດໄພດ້ານສະບຽງອາຫານ.

ຮ່າໂນ້ຍ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ໃນ​ການ​ສ້າງ​ລະ​ບົບຕ່ອງ​ໂສ້​ການ​ຮ່ວມ​ສຳ​ພັນ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1ຮ້ານວາງສະແດງສິນຄ້າຂອງ ນະຄອນຮ່າໂນ້ຍ ໃນງານຕະຫຼາດນັດ 
  ປີ 2020 ລະບົບຕ່ອງໂສ້ການລ້ຽງສັດສະຫນອງຊີ້ນຫມູ ໃຫ້ຕະຫລາດ ຮ່າໂນ້ຍໄດ້ 14 ໂຕນ/ວັນ; ຊີ້ນສັດປີກ 6,5ໂຕນ/ວັນ; ນ້ຳນົມ 105 ໂຕນ/ວັນ; ຊີ້ນງົວ 1 ໂຕນ/ວັນ. ທ່ານ ຫງວຽນຮູຍດັງ, ຮອງຜູ້ຫົວຫນ້າພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ປີ 2020 ຮ່າໂນ້ຍ ໄດ້ສ້າງ ແລະ ພັດທະນາ 2 ລະບົບຕ່ອງໂສ້ການຜະລິດ ຈຳຫນ່າຍຜະລິດຕະພັນ ນັ້ນແມ່ນ ສະຫະກອນກະເສດປອດສານພິດ ດົ່ງຟູ ກັບ ບໍລິສັດຫຸ້ນສ່ວນ Green Path ຫວຽດນາມ ແລະ ສະຫະກອນຜະລິດດຳເນີນທຸລະກິດບໍລິການກະສິກຳ ດວ່ານເກັດ (ສາມັກຄີ). ນອກນັ້ນ ຍັງສ້າງໄດ້ 2 ກາໝາຍສິນຄ້າ ລວມມີ: “ເຂົ້າສານ Japonica ປອດສານພິດ ນາມເຟືອງຕຽນ” ແລະ “ເຂົ້າສານ Japonica ໝີ໋ແທ່ງ”. ໃນ ປີ 2019 ແລະ 2020 ພັດທະນາໝາກສົ້ມໂອຊະນິດຕ່າງໆໄດ້ 123 ເຮັກຕາ ຢູ່ 6 ເມືອງ. ຮ່າໂນ້ຍ ຍູ້ແຮງການຮ່ວມສຳພັນ ລະຫວ່າງ ລັດ, ຊາວກະສິກອນ, ນັກວິທະຍາສາດ, ວິສາຫະກິດ, ທະນາຄານ ແລະ ນັກຈຳຫນ່າຍ”

  ເລື່ອງຜັນຂະຫຍາຍບັນດາໂຄງການລະບົບຕ່ອງໂສ້ ຊ່ວຍຍົກສູງຄວາມຮັບຮູ້ໃຫ້ແກ່ຊາວກະສິກອນໃນການຫລຸດຜ່ອນການນຳໃຊ້ຝຸ່ນເຄມີ, ຢາປາບສັດຕູພືດ, ຢາຂ້າຫຍ້າ ໃນການຜະລິດກະສິກຳ. ຈາກນັ້ນ ປ່ຽນແປງຄວາມຊິນເຄີຍໃນການປູກຝັງແບບເກົ່າ, ດຸ່ນດ່ຽງລະບົບຊີວະພາບ, ອະນຸລັກຮັກສາຊັບພະຍາກອນນ້ຳ, ດິນ. ເມືອງ ຟຸກເທາະ ແມ່ນຫນຶ່ງໃນຈຳນວນເມືອງເປັນແບບຢ່າງຢູ່ ຮ່າໂນ້ຍ ກ່ຽວກັບການຜັນຂະຫຍາຍບັນດາໂຄງການລະບົບຕ່ອງໂສ້ການຜະລິດ. ທ່ານ ຫງວຽນດີງເຊີນ ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ຟຸກ ເທາະ ໃຫ້ຮູ້ວ່າ:

         “ເມືອງ ຟຸກ ເທາະ ໄດ້ສ້າງເຂດກະເສດສຸມດ້ວຍຂອບຂະຫນາດໃຫຍ່, ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ. ເບື້ອງຕົ້ນສ້າງໄດ້ 8 ລະບົບການຜະລິດ, ຈຳຫນ່າຍຜະລິດຕະພັນກະເສດ, ບັນດາລະບົບຕ່ອງໂສ້ການຜະລິດ ໄດ້ເຂົ້າຮ່ວມລະບົບຜະລິດຕະພັນແຈ້ງຕົ້ນກຳເນີດຜະລິດຕະພັນກະເສດ ແລະ ຈົດທະບຽນກາໝາຍສິນຄ້າ. ມາຮອດປະຈຸບັນ ເມືອງຟຸກເທາະ ຫັນປ່ຽນຜົນລະປູກໄດ້ໃນເນື້ອທີ່ 1558 ເຮັກຕາ.”

ຮ່າໂນ້ຍ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ໃນ​ການ​ສ້າງ​ລະ​ບົບຕ່ອງ​ໂສ້​ການ​ຮ່ວມ​ສຳ​ພັນ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 2ໝາກຜູກ ຢຽນ ໄດ້ບັນລຸມາດຕະຖານ VietGap

ປີ 2020 ກະສິກຳແມ່ນຂົງເຂດປາຍແຫລມຂອງພື້ນຖານເສດຖະກິດຫວຽດນາມ. ກະສິກຳບັນລຸລະດັບການເຕີບໂຕ 2,68%, ວົງເງິນສົ່ງອອກບັນລຸ 41,2 ຕື້  USD. ໃນຜົນງານລວມນັ້ນ ມີການປະກອບສ່ວນສຳຄັນຂອງຂະແຫນງກະສິກຳຮ່າໂນ້ຍ. ດ້ວຍການເຄື່ອນໄຫວຢ່າງມີປະສິດທິຜົນຈາກບັນດາລະບົບຕ່ອງໂສ້ນັ້ນ, ຮ່າໂນ້ຍຈຶ່ງກາຍເປັນສະຖານທີ່ສະຫນອງແນວພັນ, ຖ່າຍທອດຄວາມກ້າວຫນ້າດ້ານເຕັກນິກ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ ແລະ ຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ຫລາຍທ້ອງຖິ່ນໃນທົ່ວປະເທດ. ທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

“ 4 ລະບົບຕ່ອງໂສ້ ເຂົ້າສານ, ໝາກສົ້ມໂອ ເຕິນລາກ, ການລ້ຽງງົວ, ຜະລິດຕະພັນຈາກການລ້ຽງສັດ, ຮ່າໂນ້ຍ ໄດ້ປະຕິບັດຢ່າງເປັນລະບົບ. ຮ່າໂນ້ຍ ຄວນສືບຕໍ່ ຮັກສາ, ພັດທະນາ 4 ລະບົບຕ່ອງໂສ້ດັ່ງກ່າວ ພ້ອມທັງເປີດ ລະບົບຕ່ອງໂສ້ໃຫ້ຫລາຍກວ່າອີກ, ມີຂອບຂະຫນາດ, ຄຸນນະພາບສູງກວ່າ. ຮ່າໂນ້ຍ ໄດ້ສົມທົບກັບ 21 ແຂວງ ໃນການຮ່ວມສຳພັນ ລະບົບຕ່ອງໂສ້ ແລະ ປະຈຸບັນ ຄວນຮ່ວມມືກັບຫລາຍແຂວງກວ່າອີກ, ເວລານັ້ນ ຂະແຫນງກະສິກຳຈຶ່ງກ້າວຫນ້າ, ທັນສະໄຫມ.”

ໄລຍະຈະມາເຖິງ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ສືບຕໍ່ພັດທະນາກະສິກຳ ຕາມທິດສິນຄ້າກະເສດສຸມ; ປຸງແຕ່ງ, ຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ, ປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ ເພີ່ມທະວີການເຄື່ອນໄຫວໂຄສະນາສົ່ງເສີມການຄ້າ, ສົ່ງເສີມການພັດທະນາກະສິກຳຕາມລະບົບຕ່ອງໂສ້ຮ່ວມສຳພັນ. ບັນດາໂຄງການ ລະບົບຕ່ອງໂສ້ໄລຍະ 2016 – 2020 ຢູ່ ຮ່າໂນ້ຍ ແມ່ນປະຖົມປັດໄຈ ຊ່ວຍໃຫ້ຮ່າໂນ້ຍ ເຮັດສຳເລັດໂຄງການກໍ່ສ້າງຊົນນະບົດໃຫມ່, ພັດທະນາກະສິກຳຢ່າງວ່ອງໄວ ແລະ ໝັ້ນຄົງໃນໄລຍະຕໍ່ໄປ.

ຕອບກັບ