ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ອາ​ຊີບ​ຕ່ຳ​ຜ້າ​ແຊງ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ອາ​ເລືອຍ

Kim Thu-Le Phuong
Chia sẻ
(VOVWORLD) -ອາຊີບຕ່ຳຜ້າແຊງ ແມ່ນອາຊີບທີ່ເປັນມູນເຊື້ອມາແຕ່ດົນນານ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວຊົນເຜົ່າ ຕ່າໂອຍ, ຢູ່ເມືອງພູດອຍອາເລືອຍ ແຂວງເທື່ອທຽນເຫວ້. ຜະລິດຕະພັນ ຕ່ຳຜ້າແຊງ ແຕ່ລະຢ່າງ ມີຄຸນຄ່າໃນຫຼາຍດ້ານ, ທັງແມ່ນວັດຖຸຮັບໃຊ້ການດຳເນີນຊີວິດ ທັງແມ່ນຜະລິດຕະພັນສິລະປະ, ສະແດງໃຫ້ເຫັນຈຸດເອກະລັກພິເສດສະເພາະໃນສາງວັດທະນະທຳຂອງຊົນເຜົ່າ ຕ່າໂອຍ. ພ້ອມກັບການຫັນປ່ຽນຂອງວັນເວລາ ແລະ ສັງຄົມ, ປະຊາຊົນເຜົ່າ ຕ່າໂອຍ ຍັງຄົງຮັກສາອາຊີບ ຕ່ຳຜ້າແຊງ ໄວ້ໄດ້, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອໂຄສະນາຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.
ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ອາ​ຊີບ​ຕ່ຳ​ຜ້າ​ແຊງ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ອາ​ເລືອຍ - ảnh 1ແມ່ຍິງເຜົ່າຕ່າໂອຍເມົາມົວກັບການຕ່ຳຜ້າແຊງ

   ເພື່ອຮັກສາ ແລະ ພັດທະນາອາຊີບຕ່ຳຜ້າແຊງ ທີ່ມີມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍໄວ້ນັ້ນ, ນັບແຕ່ປີ 2012 ມາຮອດປະຈຸບັນ, ຢູ່ເມືອງອາເລືອຍ, ມີສະຫະກອນແຜ່ນແພພື້ນເມືອງຫຼາຍແຫ່ງໄດ້ຮັບການສ້າງຕັ້ງຂຶ້ນ, ສ້າງໃຫ້ມີຮູບແບບຜະລິດຕິດພັນກັບການຄ້າ ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ, ປົວແປງຊີວິດຂອງປະຊາຊົນ. ສະຫະກອນແມ່ນຂົວຕໍ່ຮັບບັນດາໃບສັ່ງຊື້ຂອງຜູ້ອອກແບບຊຸດອາພອນສະໄໝ, ຮັບຜິດຊອບອອກແບບຕາມຄວາມຕ້ອງການຂອງລູກຄ້າ, ແນະນຳບັນດາສະມາຊິກທຳການຜະລິດ, ກວດກາຄຸນນະພາບຜະລິດຕະພັນ ແລະ ສົ່ງໃຫ້ຄູ່ຮ່ວມມື. ບັນດາແມ່ຍິງເຜົ່າ ຕ່າໂອຍ ທີ່ປະສົບກັບຄວາມຫຍຸ້ງຍາກ ນັ້ນໄດ້ຮັບບຸລິມະສິດເຂົ້າເປັນສະມາຊິກສະຫະກອນ.

  ອາຊີບຕ່ຳຜ້າແຊງ ມີຄວາມເປັນເອກະລັກສະເພາະ, ຜະລິດຕະພັນຍອດຍິງ, ມີລວດລາຍງາມຕາ ຊື່ງສະແດງໃຫ້ເຫັນຄວາມຄ່ອງແຄ້ວຂອງແມ່ຍິງເຜົ່າ ຕ່າໂອຍ. ແຕ່ກ່ອນ, ຜ້າແພພື້ນເມືອງຂອງຊາວເຜົ່າ ຕ່າໂອຍ ມີແຕ່ສີດຳ ແລະ ສີແດງເທົ່ານັ້ນ, ຕໍ່ມາ, ປະຊາຊົນມີການປະດິດສ້າງ, ຜະລິດເປັນຫຼາຍສີຄື: ຂາວ, ບົວ, ຂຽວ ເພື່ອຜະລິດຜ້າແພທີ່ມີຫຼາຍຮູບຫຼາຍສີ. ດ້ວຍສີມືຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງ, ບັນດາຜະລິດຕະພັນທີ່ມີຫຼາຍຮູບແບບມີເອກະລັກພິເສດສະເພາະ ໄດ້ສົ່ງໄປຂາຍຢູ່ຕະຫຼາດຄື: ກາລາວັດ, ກະເປົາ, ເສື້ອ, ເສື້ອຍາວ, ໝວກ, ເກີບ… ພິເສດ, ຫຼາຍຄົນຍັງຮຽນຮູ້ບັນດາລວດລາຍທີ່ທັນສະໄໝ ປະສົມກັບລວດລາຍທີ່ເປັນມູນເຊື້ອ ເພື່ອສ້າງເປັນບັນດາຜະລິດຕະພັນພິເສດສະເພາະ. ຜະລິດຕະພັນຕ່ຳຜ້າແຊງ ອາເລືອຍ ໄດ້ຂາຍດີຫຼາຍ ຍ້ອນຄຸນນະພາບດີ ແລະ ມີລັກສະນະປະດິດຄິດສ້າງສູງທີ່ສຸດ. ນາງ ເລທິຫຼີ ຢູ່ເທດສະບານເມືອງອາເລືອຍ ແບ່ງປັນວ່າ:

   ບັນດາຜະລິດຕະພັນຄື ກາລາວັດ, ເກີບ, ດອກໄມ້ຕິດພ້ອມ…ແມ່ນຂ້າພະເຈົ້າໄດ້ຮຽນຮູ້ໃນສື່ສັງຄົມອອນລາຍ, ເຮັດແນວໃດເພື່ອໃຫ້ມີລວດລາຍແຕກຕ່າງ, ມີແບບໃໝ່ ແຕ່ຍັງຮັກສາລັກສະນະທີ່ເປັນມູນເຊື້ອໄວ້ໄດ້. ປະຈຸບັນ, ເພື່ອນໜຸ່ມ ຄືຂ້າພະເຈົ້າຫຼາຍຄົນ ກໍ່ຢາກຮຽນອາຊີບຕ່ຳຜ້າແຊງ.

ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ອາ​ຊີບ​ຕ່ຳ​ຜ້າ​ແຊງ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ອາ​ເລືອຍ - ảnh 2 ແຂກທ່ອງທ່ຽວນິຍົມຜະລິດຕະພັນແຊງທີ່ສຸດ

   ກ່ອນນີ້, ເກືອບຄືວ່າ ມີແຕ່ຊາວທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດພາກກາງຫວຽດນາມ ໄດ້ຮູ້ຈັກເຖິງຜະລິດຕະພັນແຊງ ເທົ່ານັ້ນ ແຕ່ໃນປະຈຸບັນ, ນັບມື້ນັບມີແຂກທ່ອງທ່ຽວຫຼາຍຄົນໄປ ເມືອງອາເລືອຍ ເພື່ອໄດ້ເຫັນປະຈັກຕາ ການຕ່ຳຜ້າແຊງ ແລະ ຊື້ຜະລິດຕະພັນແຊງ. ໃນເບື້ອງຕົ້ນ, ຜະລິດຕະພັນຕ່ຳຜ້າແຊງ ໄດ້ສົ່ງໄປຂາຍຢູ່ຕ່າງປະເທດ ຕາມບັນດາໃບສັ່ງຊື້ສິນຄ້າ ຫຼືກໍໄດ້ປະກົດຕົວຢູ່ຕາມບັນດາເວທີສະແດງຊຸດອາພອນສະໄໝຢູ່ພາຍໃນ ແລະ ຕ່າງປະເທດ ຊື່ງໄດ້ຍົກສູງອິດທິພົນຊື່ສຽງຂອງອາຊີບຕ່ຳຜ້າແຊງ ອາເລືອຍ ຂຶ້ນເທື່ອລະກ້າວ.

   ທ່ານນາງ ມິງແຮັ້ງ ນັກອອກແບບຊຸດອາພອນສະໄໝຫວຽດນາມ ທີ່ມີຊື່ສຽງ ໄດ້ຄົ້ນພົບຜະລິດຕະພັນແຊງ ແມ່ນວັດຖຸທີ່ມີຄ່າ ເພື່ອປະດິດສ້າງບັນດາຜະລິດຕະພັນອາພອນສະໄໝລະດັບສູງ ແລະ ທ່ານນາງກໍ່ໄດ້ແນະນຳຜະລິດຕະພັນແຊງ ໃນການໄປສະແດງຢູ່ຕ່າງປະເທດຄັ້ງຕ່າງໆ. ຢູ່ໃນການສະແດງຊຸດອາພອນສະໄໝຄັ້ງຕ່າງໆ, ບັນດາແມ່ຍິງເຜົ່າ ຕ່າໂອຍ ໄດ້ສະແດງບັນດາຊຸດອາພອນຕ່ຳຜ້າແຊງ ອັນໄດ້ນຳມາເຊິ່ງຄວາມປະທັບໃຈພິເສດ ກ່ຽວກັບຜະລິດຕະພັນທີ່ເປັນມູນເຊື້ອພິເສດສະເພາະໃຫ້ແກ່ຜູ້ຊົມ. ຍ້ອນເຫດນັ້ນ, ຜູ້ອອກແບບອາພອນສະໄໝ ມິງແຮັ້ງ ຍັງມີຫຼາຍແນວຄິດໃໝ່ຕື່ມອີກ ເພື່ອແນະນຳຜະລິດຕະພັນແຊງ ອອກສູ່ສັງຄົມຢ່າງກ້ວາງຂວາງ. ທ່ານນາງ ມິງແຮັ້ງ ແບ່ງປັນວ່າ:

      ຢາກພັດທະນາຂະແໜງຕ່ຳຫູກທີ່ເປັນມູນເຊື້ອ, ພວກເຮົາຕ້ອງມີນະໂຍບາຍ, ພວກຂ້າພະເຈົ້າພຽງແຕ່ແມ່ນຜູ້ປຸກລຸກ, ແບ່ງປັນ ແລະ ຊ່ວຍເຫຼືອເທົ່ານັ້ນ. ປະຈຸບັນ, ຫຼາຍຄົນກໍ່ຮູ້ຈັກເຖິງຜະລິດຕະພັນແຊງ ອາເລືອຍ ແລ້ວ ແຕ່ເພື່ອນຳໃຊ້ຜ້ານແຊງ ຄືແນວໃດນັ້ນ ກໍ່ຕ້ອງໃຊ້ເວລາຫຼາຍປີ

   ດ້ວຍແຜນນະໂຍບາຍຟື້ນຟູ ແລະ ເສີມຂະຫຍາຍບັນດາໝູ່ບ້ານອາຊີບມູນເຊື້ອ, ໃນນັ້ນ, ອາຊີບຕ່ຳຜ້າແຊງ ອາເລືອຍ ແມ່ນໜຶ່ງໃນບັນດາມູນເຊື້ອພິເສດສະເພາະ ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນ. ທີ່ງານ Festival ອາຊີບມູນເຊືອຂອງ ເຫ້ວ ຄັ້ງຕ່າງໆ, ບັນດາຜະລິດຕະພັນແຊງ ໄດ້ນຳມາວາງສະແດງ ແລະ ແນະນຳໃຫ້ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ທ່ານຫງວຽນແມັ້ງຮຸ່ງ ປະທານຄະນະກຳມະການປະຊາຊົນເມືອງ ອາເລືອຍ ແຂວງເທື່ອທຽນ ເຫ້ວ ໃຫ້ຮູ້ວ່າ:

  ອາຊີບຕ່ຳຜ້າແຊງ ແມ່ນອາຊີບທີ່ເປັນມູນເຊື້ອຂອງຊາວເຜົ່າ ຕ່າໂອຍ ໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກບໍ່ເປັນຮູບຮ່າງ ພ້ອມກັນນັ້ນ ກົມຊັບສິນທາງປັນຍາ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ກໍ່ໄດ້ປົກປ້ອງ ເຄື່ອງໝາຍລວມໝູ່ແລ້ວ. ໃນໄລຍະຜ່ານມາ, ທາງເມືອງໄດ້ຈັດຕັ້ງບັນດາຊຸດຮຽນ ເພື່ອສອນອາຊີບໃຫ້ລຸ້ນໜຸ່ມ; ສ້າງຕັ້ງສະຫະກອນ, ບັນດາໜ່ວຍຮ່ວມມື ເພື່ອຮ່ວມມືຮ່ວມສຳພັນຜະລິດແຜ່ນແພແຊງ; ຊອກຫາຕະຫຼາດສົ້ນອອກໃຫ້ຜະລິດຕະພັນ…

  ຜະລິດຕະພັນແຊງ ແຕ່ລະຢ່າງ ມີຄຸນຄ່າໃນຫຼາຍດ້ານ, ທັງແມ່ນເຄື່ອງວັດຖຸຮັບໃຊ້ຊີວິດການເປັນຢູ່, ທັງແມ່ນເຄື່ອງຂອງ ສະແດງໃຫ້ເຫັນຄວາມອີ່ມໜຳສຳລານ, ຄວາມຮັ່ງມີ ແລະ ຍິ່ງໄປກ່ວານັ້ນອີກ, ມັນກໍ່ແມ່ນຜະລິດຕະພັນສິລະປະ ທີ່ບັນຈຸຄວາມຍອດຍິ່ງ ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກພິເສດສະເພາະ ໃນສາງວັດທະນະທຳຊາວເຜົ່າ ຕ່າໂອຍ. ດ້ວຍຄວາມຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງຂອງແມ່ຍິງເຜົ່າ ຕ່າໂອຍ, ອາຊີບຕ່ຳຜ້າແຊງ ຈະສືບຕໍ່ພັດທະນາ ແລະ ບັນດາຜະລິດຕະພັນແຊງ ນັບມື້ນັບຈະມີຫຼາຍຄົນຮູ້ຈັກເຖິງ.

 

ຕອບກັບ