ອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງຢູ່ບ້ານ ກາເມີເຣີງ ປຣອງ ອາ

Thao Nguyen - Huyen
Chia sẻ
(VOVWORLD) -ອາຊີບຕ່ຳແຜ່ນແພພື້ນເມືອງເຄີຍແມ່ນຄວາມເອກອ້າງທະນົງໃຈຂອງຊາວ ເອເດ ຢູ່ບ້ານ ກາເມີເຣີງ ປຣອງ ອາ, ຕາແສງ ແອອາ ຕູ, ນະຄອນ ບວນມາທວັດ, ແຂວງດັ໊ກລັ໊ກ ຈາກຫຼາຍເຊັ່ນຄົນມານີ້.

ອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງຢູ່ບ້ານ ກາເມີເຣີງ ປຣອງ ອາ - ảnh 1 ອາຊີບຕ່ຳແຜ່ນແພພື້ນເມືອງເຄີຍແມ່ນຄວາມເອກອ້າງທະນົງໃຈຂອງຊາວ ເອເດ

(ພາບ: baovanhoa.vn)

ຕໍ່ໜ້າລະດັບຄວາມໄວໃນການຫັນເປັນອຸດສາຫະກຳ, ທັນສະໄໝ, ການພັດທະນາຂອງແຟຊັນທັນສະໄໝ, ປະຊາຊົນຢູ່ແຫ່ງນີ້ພວມມານະພະຍາຍາມອະນຸລັກຮັກສາອາຊີບຫັດຖະກຳນີ້ໃຫ້ຄົນລຸ້ນຫຼັງ.

        ອາຊີບຕ່ຳແຜ່ນແພພື້ນເມືອງຫັດຖະກຳ ໄດ້ຮັບການອະນຸລັກຮັກສາຜ່ານຫຼາຍລຸ້ນຄົນໃນບັນດາຄອບຄົວຂອງຊາວເຜົ່າ ເອເດ ຢູ່ບ້ານ ກາເມີເຣີງ ປຣອງ ອາ, ຕາແສງ ແອອາ ຕູ, ນະຄອນ ບວນມາທວັດ, ແຂວງ ດັ໊ກລັ໊ກ.

        ປ້າ H’Tren Eban, ຊາວເຜົ່າ ເອເດ ຢູ່ບ້ານ ກາເມີເຣີງ ປຣອງ ອາ, ຕາແສງ ແອອາ ຕູ, ໃຫ້ຮູ້ວ່າ, ປ້າເລີ່ມຮຽນຕ່ຳແຜ່ນແພພື້ນເມືອງນັບແຕ່ຄາວຍັງນ້ອຍ. ມາຮອດປະຈຸບັນ, ປ້າ H’Tren Eban ໄດ້ຕິດພັນກັບແຜ່ນແພພື້ນເມືອງມາເປັນເວລາກວ່າ 20 ປີແລ້ວ ແລະ ແມ່ນໜຶ່ງໃນບັນດາຜູ້ທີ່ມີສີມືແຮງງານເກັ່ງໃນບ້ານ ກາເມີເຣີງ ປຣອງ ອາ. ໂດຍມີຄວາມເອກອ້າງທະນົງໃຈຕໍ່ອາຊີບຕ່ຳແຜ່ນແພພື້ນເມືອງຫັດຖະກຳຂອງຊົນເຜົ່າຕົນ, ປ້າ H’Tren Eban, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າໄດ້ຮຽນວິທີຕ່ຳແຜ່ນແພພື້ນເມືອງນັບແຕ່ເມື່ອມີອາຍຸ 12 ປີ ແລະ ຄອບຄົວຂ້າພະເຈົ້າໄດ້ສືບທອດອາຊີບນີ້ມາເປັນ 4 ລຸ້ນຄົນແລ້ວ, ນັບແຕ່ແມ່ຕູ້, ແມ່ເຖົ້າ, ແມ່ ແລະ ປະຈຸບັນແມ່ນຂ້າພະເຈົ້າ. ນີ້ແມ່ນຜະລິດຕະພັນທີ່ເປັນມູນເຊື້ອຂອງເຜົ່າຕົນ, ສະນັ້ນຕ້ອງໄດ້ອະນຸລັກຮັກສາໄວ້ຢ່າງຍາວນານ ເພື່ອສືບທອດໃຫ້ຄົນລຸ້ນຫຼັງຂອງຕົນອີກ”.

        ໂດຍມີສະຕິຄວາມຮັບຮູ້ເຊັ່ນດຽວກັນໃນການອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນ, ປ້າ H’Biek Bya ຢູ່ບ້ານ ກາເມີເຣີງ ປຣອງ ອາ, ໄດ້ຕິດພັນກັບອາຊີບຕ່ຳແຜ່ນແພພື້ນເມືອງມາເປັນເວລາກວ່າ 30 ປີແລ້ວ, ປ້າ H’Biek Bya ໄດ້ແບ່ງປັນຄວາມໃນໃຈວ່າ, ເພື່ອຜະລິດອອກແຜ່ນແພພື້ນເມືອງທີ່ມີຄວາມປານີດສວຍງາມ ຕ້ອງໃຊ້ເວລາ, ກຳລັງເຫື່ອແຮງຫຼາຍ; ຮຽກຮ້ອງໃຫ້ຜູ້ຕ່ຳແຜ່ນແພຕ້ອງມີຄວາມອົດທົນ, ຄ່ອງແຄ້ວ. ຜະລິດຕະພັນແຜ່ນແພພື້ນເມືອງທັງນຳໃຊ້ຢູ່ໃນຄອບຄົວ, ທັງເປັນຂອງຂວັນໃນໂອກາດງານດອງ, ປຸກສ້າງເຮືອນໃໝ່, ຂອງຂວັນທີ່ລະນຶກໃຫ້ແຂກ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າການຈຳໜ່າຍຜະລິດຕະພັນທີ່ໄດ້ຜະລິດອອກມາໃນປະຈຸບັນແມ່ນຊັກຊ້າ ກໍຕາມ, ແຕ່ຄອບຄົວຍັງຕັດສິນໃຈຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕາມຮີດຄອງປະເພນີທີ່ໄດ້ປະໄວ້ໃຫ້. ປ້າ H’Biek Bya ກ່າວວ່າ.

        “ການຕ່ຳແຜ່ນນັ້ນກໍ່ເປັນບາງມື້, ບໍ່ໄດ້ເຮັດເປັນປົກກະຕິ ເພາະວ່າເອົາໄປຂາຍກໍ່ຍາກ, ບໍ່ໝັ້ນຄົງ ແລະ ລ້ຽງຄອບຄົວກໍ່ບໍ່ກຸ້ມ, ຖ້າເຂົາເຈົ້າເປີດບໍລິສັດອາດຈະຂາຍໄດ້ດີກວ່າ. ເຖິງຢ່າງໃດກໍ່ຕາມ, ເພື່ອຮັກສາວັດທະນະທຳທີ່ມີມານັບແຕ່ປູ່ຍ່າຕາຍາຍປະໄວ້ໃຫ້ລູກຫຼານ, ຕົນເອງຕ້ອງສືບຕໍ່ເຮັດອາຊີບ ເພື່ອບໍ່ສູນຫາຍໄປ.”

        ຕາມບັນດານັກສິລະປະການຕ່ຳແຜ່ນແພພື້ນເມືອງຢູ່ບ້ານ ກາເມີເຣີງ ປຣອງ ອາ ແລ້ວ, ເພື່ອຜະລິດອອກບັນດາຜະລິດຕະພັນແຜ່ນແພພື້ນເມືອງທີ່ເປັນເອກະລັກສະເພາະນັ້ນ, ຕ້ອງມີຄວາມລະອຽດອໍ ຈາກເລື່ອງຊອກຫາວັດຖຸດິບເພື່ອຍ້ອມສີ ແລະ ຜ່ານຫຼາຍຂັ້ນຕອນຄື: ເຜົາ, ແຊ່ນ້ຳ, ຍ້ອມສີ ເພື່ອຕ່ຳເປັນບັນດາແຜ່ນແພທີ່ເປັນເອກະລັກສະເພາະ, ໄດ້ນຳເອົານຳໃຊ້ໃນໂອກາດງານບຸນໃດໜຶ່ງຂອງຊາວ ເອເດ. ບັນດາແຜ່ນແພພື້ນເມືອງມີສີແດງ ທຳມະດາຈະໄດ້ນຳໃຊ້ຕົບແຕ່ງໃນໂອກາດງານບຸນຕ່າງໆ, ພິທີພາວະນາເທວະດາຟ້າແຖນ ຫາກບໍ່ໄດ້ຕັດຫຍິບເປັນບັນດາເຄື່ອງໃຊ້ໃນຄອບຄົວ. ສຳລັບການສ້າງລວດລາຍ, ວຽກງານນີ້ຮຽກຮ້ອງໃຫ້ຜູ້ຕ່ຳແຜ່ນແພຕ້ອງມີແນວຄິດນັບແຕ່ຫົວທີ. ບັນດາຊຸດອາພອມຂອງຊາວເຜົ່າ ເອເດ, ສີເຂັ້ມໄດ້ຮັບຖືວ່າ ແມ່ນເພີ່ມລັກສະນະເຄັ່ງຂຶມ, ທ່ຽງທຳ, ສ່ວນສີເຫຼືອງ, ສີແດງ ແມ່ນຄວາມແຂງແຮງ, ດຶງດູດຄວາມສົນໃຈ. ການປະສົມປະສານສີລະຫວ່າງ ສີແດງ - ສີດຳ, ສີແດງ - ສີຄາມ, ສີດຳ - ສີເຫຼືອງ ໄດ້ສ້າງເປັນລວດລາຍທີ່ມີຊີວິດຊີວາ, ແມ່ນຈຸດໂດດເດັ່ນຂອງທັງຊຸດອາພອນ.

        ຕໍ່ໜ້າອາຊີບຕ່ຳແຜ່ນແພພື້ນເມືອງຢູ່ບ້ານ ກາເມີເຣີງ ປຣອງ ອາ, ຕາແສງ ແອອາ ຕູ, ນະຄອນ ບວນມາທວັດ ພວມມີໄພຖືກສູນຫາຍໄປນັ້ນ, ອຳນາດການປົກຄອງຢູ່ທີ່ນີ້ ໄດ້ສ້າງແຜນການສົ່ງເສີມການອະນຸລັກຮັກສາ ແລະ ພັດທະນາອາຊີບ ເພື່ອສ້າງແຫຼ່ງລາຍຮັບໃຫ້ເປັນປົກກະຕິໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ. ມີຫຼາຍສະຫະກອນຕ່ຳແຜ່ນແພພື້ນເມືອງໄດ້ຮັບການສ້າງຕັ້ງ, ວຽກງານສືບທອດ ສິດສອນອາຊີບໃຫ້ລຸ້ນໜຸ່ມໄດ້ຮັບຄວາມເອົາໃຈໃສ່. ເມື່ອແບ່ງປັນກ່ຽວກັບວຽກງານອະນຸລັກຮັກສາອາຊີບຫັດຖະກຳຂອງຊົນເຜົ່າ, ທ່ານ Y Bay Kbuor, ນາຍບ້ານ ກາເມີເຣີງ ປຣອງ ອາ, ໃຫ້ຮູ້ວ່າ.

        “ບ້ານຂອງພວກຂ້າພະເຈົ້າຍັງອະນຸລັກຮັກສາໄດ້ອາຊີບຫັດຖະກຳນີ້ຈາກປູ່ຍ່າຕາຍາຍປະໄວ້ໃຫ້. ປະຈຸບັນ, ຄົນລຸ້ນໜຸ່ມຈະບໍ່ຮູ້ຈັກອາຊີບນີ້, ສ່ວນຫຼາຍເຂົາເຈົ້າຮຽນຈົບແລ້ວກໍໄປເຮັດວຽກຢູ່ເຂດຫ່າງໄກ, ບັນດາຜູ້ອາຍຸສູງ ຫຼື ເອີ້ນວ່າບັນດານັກສິລະປະການທີ່ມີອາຍຸສູງກໍ່ບໍ່ມີຫຼາຍແລ້ວ. ຖ້າຢາກຮັກສາອາຊີບນີ້ໄວ້ໃຫ້ໄດ້ດົນ, ຂ້າພະເຈົ້າຄິດວ່າ ຈະສ້າງສະຫະກອນ ເຕົ້າໂຮມບັນດາເອື້ອຍ, ນ້ອງ, ສະຫະກອນນັ້ນຈະຊື້ບັນດາຜະລິດຕະພັນທີ່ພວກເຂົາເຈົ້າໄດ້ຜະລິດອອກມາ”.

        ຕໍ່ໜ້າເລື່ອງຖືກຜົນສະທ້ອນຂອງການດຳລົງຊີວິດທັນສະໄໝ, ບັນດາຜະລິດຕະພັນເຄື່ອງຕໍ່າແຜ່ນແພພື້ນເມືອງທີ່ເປັນມູນເຊື້ອ ພວມຄ່ອຍໆຖືກສູນຫາຍໄປເທື່ອລະໜ້ອຍ, ແຕ່ປະຊາຊົນຢູ່ບ້ານ ກາເມີເຣີງ ປຣອງ ອາ, ຕາແສງ ແອອາ ຕູ ຍັງສືບຕໍ່ຮັກສາອາຊີບຕ່ຳແຜ່ນແພພື້ນເມືອງໄວ້ ແລະ ປາດຖະໜາວ່າ ອາຊີບນີ້ຈະໄດ້ຮັບການຟື້ນຟູໃນມື້ໃດມື້ໜຶ່ງ, ຈະມີລຸ້ນສືບທອດໃນການຮ່ຳຮຽນ ແລະ ສຸດຈິດສຸດໃຈກັບອາຊີບ. ເວລານັ້ນ, ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າເອເດ ຈະໄດ້ຮັບການຟື້ນຟູ ແລະ ສືບທອດໃຫ້ຄົນລຸ້ນຕໍ່ໆໄປ.

ຕອບກັບ