ຫມູ່ບ້ານຜະລິດຢໍ່ປາ ລີ໊ເຊີນ

Vinh Thong+Huu Danh
Chia sẻ

(VOVWORLD) -ເມືອງເກາະ ລີ໊ເຊີນ, ແຂວງ ກວ໋າງງ໊າຍ ບໍ່ພຽງແຕ່ມີຊື່ສຽງດ້ວຍຫົວຫອມ, ຫົວຜັກທຽມທີ່ເປັນ ເອກະລັກເທົ່ານັ້ນ ຫາກຍັງດຶງດູດແຂກທ່ອງທ່ຽວດ້ວຍບັນດາປະເພດອາຫານທະເລທີ່ສົດ ແລະ ແຊບ ອີກດ້ວຍ. ພິເສດ, ຢໍ່ປາ ລີ໊ເຊີນ ໄດ້ເປັນທີ່ນິຍົມຂອງປະຊາຊົນຈາກທົ່ວທຸກສາລະທິດແຕ່ດົນນານ ມາແລ້ວ ຍ້ອນລົດຊາດທີ່ເປັນເອກະລັກພິເສດ ເຊິ່ງບໍ່ແມ່ນບ່ອນໃດກໍມີລົດຊາດຄືແນວນີ້້ໄດ້.

ຫມູ່ບ້ານຜະລິດຢໍ່ປາ ລີ໊ເຊີນ - ảnh 1ປາສົດຫາຢູ່ໄກຝັ່ງມາປຸງແຕ່ງ ຢໍ່ປາ

ຂັ້້ນຕອນການປຸງແຕ່ງຢໍ່ປາ ລີ໊ເຊີນ ແມ່ນບໍ່ນຳໃຊ້ປາທີ່ບໍ່ມີຄຸນນະພາບ ຫລື ປາລາຄາຖືກຄືຢູ່ ບາງເຂດພາກອື່ນ ສະນັ້ນ ຢໍ່ປາ ລີ໊ເຊີນ ຈິ່ງມີລົດຊາດທີ່ພິເສດ. ຢໍ່ປາ ລີ໊ເຊີນ ນຳໃຊ້ວັດຖຸດິບແມ່ນ ປາຈາມສົດ (ປາທະເລ) ຫລືຍັງເອີ້ນວ່າ ປາຫົວແດງ. ປາສົດໄດ້ຫາຢູ່ໄກຝັ່ງເຂດປະມົງ ຮວ່າງຊາ ແລະ ເຈື່ອງຊາ, ເອືອບປາກັບຫົວຜັກທຽມ ລີ໊ເຊີນ, ເກືອແປ້ງນົວ, ພິກໄທ...

ໃນຈຳນວນເຄື່ອງທະເລສົດໆຫຼາຍປະເພດທີ່ເຮືອຫາປາ ຫາກໍຫາຢູ່ເຂດໄກຝັ່ງກັບມານັ້ນ, ເຈົ້າຂອງເຮືອໄດ້ຄັດແຍກປາຫົວແດງໄວ້ຕ່າງຫາກ ເພື່ອຂາຍໃຫ້ພໍ່ຄ້າຊາວຂາຍ, ບັນດາຮາກຖານ ຜະລິດຢໍ່ປາໃນບໍລິເວນເມືອງເກາະ ລີ໊ເຊີນ. ເຂົາເຈົ້າແລ່ເອົາສ່ວນຊີ້ນຂອງປາ ເຊິ່ງເປັນວັດຖຸດິບ ຕົ້ນຕໍໃນການເຮັດຢໍ່ປານີ້. ລຸງ ເລຄວັນ, ຕາແສງ ອານວິ໋ງ, ເມືອງ ລີ໊ເຊີນ ໃຫ້ຮູ້ວ່າ:

 “ເຊົ້າມື້ໃດກໍຕື່ນແຕ່ 3 ໂມງ ເພື່ອສາມາດຊື້ປາທີ່ສົດໃໝ່ໄດ້. ຊື້ປາສົດນຳໄປເຮັດ ຈິ່ງເຮັດຢໍ່ປາສົດໄດ້.

 “ນາງ ດິງທິຢ້າຈຸກ, ນັກທ່ອງທ່ຽວມາຈາກ ນະຄອນບວນມາທວັດ, ເມື່ອມາຊື້ຢໍ່ປາເມືອງເກາະ ລີ໊ເຊີນ ມີຄວາມຮູ້ສຶກວ່າ:

 “ຢໍ່ປາ ລີ໊ເຊີນ ມີຄວາມພິເສດທີ່ສຸດ, ເມື່ອກິນຈະຮູ້ສຶກໄດ້ເຖິງລົດຊາດຫວານຂອງປາສົດ ແລະ ກິ່ນຫົວຜັກທຽມ ລີ໊ເຊີນ, ລົດເຜັດຂອງພິກໄທ ສະນັ້ນ ເຮັດໃຫ້ລົດຊາດປາຍິ່ງເປັນເອກະລັກພິເສດ. ເມື່ອກິນແລ້ວແຊບ ກໍຢາກກິນຕື່ມອີກ.”

ປັດຈຸບັນ, ເມືອງເກາະ ລີ໊ເຊີນ ມີຮາກຖານປຸງແຕ່ງ, ຜະລິດຢໍ່ປາປະມານ 30 ແຫ່ງ. ບັນດາຮາກຖານນີ້ ລ້ວນແຕ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ນຳເຄື່ອງຈັກໃຊ້ເຂົ້າໃນການຜະລິດຄື ຈັກບົດປາ, ຈັກປັ່ນຢໍ່, ເຕົາຈືນຢໍ່, ຈັກຫຸ້ມຫໍ່. ຍ້ອນແນວນັ້ນ ສະມັດຕະພາບໃນການປຸງແຕ່ງຜະລິດ ຕະພັນ ໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ແຕ່ລະຮາກຖານປຸງແຕ່ງຢໍ່ປາ ຢູ່ເມືອງ ລີ໊ເຊີນ ຜະລິດຢໍ່ປາໄດ້ແຕ່ 100 – 200 ກິໂລກຼາມ/ມື້. ໃນຊຸມປີກ່ອນນີ້, ຢໍ່ປາ ລີ໊ເຊີນ ຜະລິດອອກເພື່ອຂາຍຍ່ອຍຢູ່ຕາມຕະຫລາດ ແຕ່ປັດຈຸບັນນີ້, ຢໍ່ປາຢູ່ທີ່ນີ້ ໄດ້ສົ່ງໄປຂາຍຢູ່ຫລາຍບ່ອນໃນທົ່ວປະເທດ. ນາງ ຟານທິຮ່ຽນ, ເຈົ້າຂອງຮາກຖານຢໍ່ປາ ຮ່ຽນ, ເມືອງ ລີ໊ເຊີນ ໃຫ້ຮູ້ວ່າ:

 “ຢໍ່ປາຢູ່ທີ່ນີ້ ບໍ່ພຽງແຕ່ມີຕະຫລາດຈຳໜ່າຍຢູ່ແຂວງ ກວ໋າງງ໊າຍ ເທົ່ານັ້ນ ຫາກຍັງສົ່ງໄປຍັງບັນດາແຂວງທີ່ໄກກວ່ານັ້ນອີກ. ນັ້ນແມ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ, ເຫວ້, ດາໜັງ, ກວ໋າງນາມ.”

ຫມູ່ບ້ານຜະລິດຢໍ່ປາ ລີ໊ເຊີນ - ảnh 2ການປຸ່ງແຕ່ງຢໍ່ປາ ລີ໊ເຊີນ 

ສ່ວນທາງອຳນາດການປົກຄອງຖ້ອງຖິ່ນ, ເມືອງກໍໄດ້ສ້າງເຄື່ອງໝາຍການຄ້າຢໍ່ປາ ເພື່ອໃຫ້ຜູ້ບໍລິໂພກໄດ້ຮູ້ຈັກເຖິງ ຜະລິດຕະພັນນີ້ຫລາຍກວ່າອີກ. ທ່ານ ນາງ ຟ້າມທິເຮືອງ, ຮອງປະທານຄະນະກຳມະການປະຊາ ຊົນ ເມືອງເກາະ ລີ໊ເຊີນ ໃຫ້ຮູ້ວ່າ:

ປັດຈຸບັນ, ມີຮາກຖານຜະລິດຢໍ່ປາຈຳນວນໜຶ່ງ ໄດ້ຮັບການຮັບຮອງເອົາເຄື່ອງຫມາຍການຄ້າ, ບັນດາຮາກຖານນີ້ກໍຮັບປະກັນໄດ້ຕາມບັນດາຄວາມຮຽກຮ້ອງ, ສະນັ້ນ ໄດ້ມີໃບຢັ້ງຢືນໃຫ້. ເຄື່ອງຫມາຍການຄ້າຢໍ່ປາບັນດາຮາກຖານປຸງແຕ່ງ ພວກຂ້າພະເຈົ້າໄດ້ລົງປະກາດໃນເວັບໄຊ໌ ເອເລັກໂຕນິກ ແລະ ພາຫະນະສື່ມວນຊົນ. ອຳນາດການປົກຄອງເມືອງສົມທົບກັບບັນດາພະແນກ, ຂະແໜງການຂອງແຂວງ ໄປກວດກາບັນດາຮາກຖານປຸງແຕ່ງ, ເມື່ອຮັບປະກັນໄດ້ຕາມຄຳຮຽກ ຮ້ອງ ກໍຈະອອກໃບຢັ້ງຢືນໃຫ້.

ແຕ່ລະມື້, ຢໍ່ປາ ລີ໊ເຊີນ ນັບຮ້ອຍໆກິໂລ ໄດ້ສົ່ງໄປຍັງບ່ອນຈຳໜ່າຍ. ຢໍ່ປາ ລີ໊ເຊີນ ບໍ່ພຽງແຕ່ແມ່ນເຍື່ອງອາຫານທີ່ແຊບເທົ່ານັ້ນ ແຕ່ຍັງໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຊື້ກັບ ໄປເປັນຂອງຕ້ອນຂອງຝາກເມື່ອມາຢ້ຽມຢາມເມືອງເກາະ ລີ໊ເຊີນ ນີ້ອີກດ້ວຍ.

ຕອບກັບ