ລະ​ດູ​ບານ​ໃໝ່​ແຫ່ງ​ການ​ປູກ​ຝັງ​​ຢູ່​ເຂດ​ບ້ານ​ນາ​ຫວຽດ​ນາມ

Vân + Hưng Công
Chia sẻ
(VOVWORLD) -ໃນຊຸມວັນຕົ້ນລະດູບານໃໝ່, ຢູ່ບັນດາເຂດບ້ານນາຫວຽດນາມ, ໄດ້ຈັດຫຼາຍງານບຸນ, ໃນນັ້ນມີງານບຸນປູກຝັງທີ່ເປັນເອກະລັກສະເພາະຄື: ບຸນເຕັດປູກຕົ້ນໄມ້ ເພື່ອຮັກສາສະພາບແວດລອ້ມຊີວະພາບ, ງານບຸນລົງທົ່ງເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວ, ປູກຝັງໃຫ້ຂຽວສົດງົດງາມ ແລະ ໄດ້ຮັບຜົນດີ. ບັນດາງານບຸນດັ່ງກ່າວ ໄດ້ກາຍເປັນຈຸດວັດທະນະທຳທີ່ດີງາມຂອງຊາວຫວຽດນາມ, ຊື່ງໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ ແລະ ເຫັນດີເຫັນພ້ອມຈາກປະຊາຊົນ.
ລະ​ດູ​ບານ​ໃໝ່​ແຫ່ງ​ການ​ປູກ​ຝັງ​​ຢູ່​ເຂດ​ບ້ານ​ນາ​ຫວຽດ​ນາມ - ảnh 1

ງານບຸນລົງທົ່ງປະເພນີຂອງປະຊາຊົນແຂວງ ທາຍງວຽນ (ພາບ: ໜັງສືພິມທາຍງວຽນ)

  ງານບຸນລົງທົ່ງ ທີ່ຫາກໍ່ໄດ້ຈັດຂຶ້ນຢູ່ເມືອງໂຟ໋ອຽນ ແຂວງທ໊າຍງວຽນ ໃນຊຸມວັນຕົ້ນລະດູບານໃໝ່ ປີຊວດ ແມ່ນງານບຸນທີ່ເຕັມໄປດ້ວຍສີສັນ ຂອງພື້ນຖານອະລິຍະທຳ ເຂົ້ານາທາມ ຫວຽດນາມ.

  ໃນການແຂ່ງຂັນໄຖນາ-ດຳນາ ໄດ້ມີການເຂົ້າຮ່ວມຂອງກ່ວາ 20 ທິມທີ່ມາຈາກບັນດາຕາແສງໃນເມືອງ ຊື່ງໄດ້ຮຽກຮ້ອງຕ້ອງໃຫ້ມີຄວາມວ່ອງໄວ, ໄຖໃຫ້ຊື່ ແລະ ຮັບປະກັນດ້ານເຕັກນິກ. ຕາມທັດສະນະຂອງຊາວກະສິກອນຫວຽດນາມ ແລ້ວ, ການເລືອກເອົາວັນບຸນລົງທົ່ງໃນໂອກາດຕົ້ນປີ ແມ່ນບໍ່ພຽງແຕ່ໃຫ້ທັນກັບລະດູການເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານວັດທະນະທຳ ຕິດພັນກັບຮີດຄອງປະເພນີທຳການຜະລິດໃນໂອກາດຕົ້ນປີ ແລະ ກົງກັບມື້ສັນວັນດີ ຈະໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີອີກດ້ວຍ. ຊາວກະສິກອນຈຳນວນໜຶ່ງທີ່ເຂົ້າຮ່ວມງານບຸນດັ່ງກ່າວໄດ້ແບ່ງປັນວ່າ:

    ຂ້າພະເຈົ້າປາດຖະໜາວ່າ ລະດູການເກັບກ່ຽວຈະໄດ້ຮັບຜົນດີ, ປະຊາຊົນຈະມີຄວາມພາກພູມໃຈ

  ໃນໂອກາດຕົ້ນລະດູບານໃໝ່, ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ, ຫວັງວ່າລະດູການໃນທັງປີ ຈະປະສົບຄວາມສະດວກສະບາຍ, ມີປະສິດທິຜົນສູງກ່ວາທຸກໆປີ.

   ສິ່ງພິເສດໃນງານບຸນລົງທົ່ງໃນຕົ້ນລະດູບານໃໝ່ ນັ້ນແມ່ນ ນອກຈາກການແຂ່ງຂັນດຳນາ-ໄຖນາທີ່ເປັນມູນເຊື້ອແລ້ວ, ຂະແໜງອຸດສາຫະກຳ ເມືອງ ໂຟ໋ ອຽນ ແຂວງທ໊າຍງວຽນ ກໍ່ໄດ້ນຳໃຊ້ເຄື່ອງຈັກໃນການປັບປຸງດິນ, ຫວ່ານກ້າ, ດຳນາ ດ້ວຍຄວາມຫວັງວ່າ ຈະຫຼຸດຜ່ອນກຳລັງແຮງງານລົງ ນຳມາເຊິ່ງປະສິດທິພາບສູງກ່ວາໃນລະດູການ. ທ່ານ ບຸ່ຍວັນເລືອງ ປະທານຄະນະກຳມະການເມືອງໂຟ໋ອຽນ ແຂວງທ໊າຍງວຽນ ໃຫ້ຮູ້ວ່າ:

   ປີນີ້ ພວກຂ້າພະເຈົ້າໄດ້ຍູ້ແຮງ ແລະ ມີການຖ່າຍຖອດການນຳໃຊ້ວິທະຍາສາດເຕັກນິກ ແລະ ຫວັງວ່າ ການຈັດງານບຸນ ຈະເປັນການລະດົມກຳລັງໃຈຊາວກະສິກອນ ເພື່ອມີລະດູການເກັບກ່ຽວໃຫ້ໄດ້ຮັບຜົນດີ.

ລະ​ດູ​ບານ​ໃໝ່​ແຫ່ງ​ການ​ປູກ​ຝັງ​​ຢູ່​ເຂດ​ບ້ານ​ນາ​ຫວຽດ​ນາມ - ảnh 2 

ແຂວງກວາງນິງປຸກລະດົມງານບຸນປູກຕົ້ນໄມ້ (ພາບ: quangninh.gov.vn)

    ພ້ອມກັບງານບຸນລົງທົ່ງໃນຕົ້ນລະດູບານໃໝ່, ໃນຊຸມວັນທີ່ຜ່ານມາ, ງານບຸນປູກຕົ້ນໄມ້ ໂດຍປະທານ ໂຮ່ຈີມິນ ປຸກລະດົມ ມາແຕ່ລະດູບານໃໝ່ປີ 1960 ໄດ້ແຜ່ຂະຫຍາຍອອກສູ່ບັນດາບ້ານ, ຕາແສງ. ນັບແຕ່ທ້າຍເດືອນ 12, ບັນດາໜ່ວຍປູກຕົ້ນໄມ້ຢູ່ຫຼາຍບ້ານ, ຕາແສງ ໄດ້ເລືອກເອົາບັນດາເສັ້ນທາງໃນຕາແສງ, ເສັ້ນທາງລຽບຕາມຄອງເໝືອງ, ເຂດດິນຫວ່າງເປົ່າ….ເພື່ອປູກຕົ້ນໄມ້ໃນໂອກາດຕົ້ນລະດູບານໃໝ່. ຕໍ່ຈາກນັ້ນ ແມ່ນຈັດແບ່ງຜູ້ຂູດຂຸມ, ສົ່ງຄົນໄປເອົາເບ້ຍໄມ້, ແນະນຳດ້ານເຕັກນິກການປູກຝັງ, ບົວລະບັດຕົ້ນໄມ້….ເພື່ອຮອດວັນທີ 4, ທີ 5 ຂອງບຸນເຕັດ, ປະຊາຊົນພ້ອມກັນເຂົ້າຮ່ວມປູກຕົ້ນໄມ້. ຍ້ອນເຫດນັ້ນ, ຢູ່ເຂດບ້ານນາຫຼາຍແຫ່ງ, ຈຶ່ງມີຮົ່ມຂອງຕົ້ນໄມ້ກິນໝາກ, ຕົ້ນໄມ້ຊະນິດຕ່າງໆຢູ່ຕາມເສັ້ນທາງສາຍຕ່າງໆ,  ເສັ້ນທາງລຽບຕາມຄອງເໝືອງ, ໂຮງຮຽນ, ສຸກສາລາ….ທ່ານ ດິນງອັກຈ໊ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ໋ມຟ໋າ ແຂວງກວ໋າງນິງ ໃຫ້ຮູ້ວ່າ:

   ນະຄອນ ເກິ໋ມຟ໋າ ໄດ້ຮັກສາງານບຸນປູກຕົ້ນໄມ້ ໃນໂອກາດຕົ້ນລະດູບານໃໝ່ໄດ້ຫຼາຍປີມາແລ້ວ. ພິເສດແມ່ນໃນໂອກາດພັກບຸນເຕັດແລ້ວ, ທາງນະຄອນໄດ້ສົມທົບກັບຂະແໜງຖ່ານຫີນໃນບໍລິເວນແຂວງ ເພື່ອພ້ອມກັນປູກຕົ້ນໄມ້. ນີ້ແມ່ນໜຶ່ງໃນບັນດາຄວາມໝາຍທີ່ໃຫ່ຍຫຼວງ, ນອກຈາກການຮັກສາສິ່ງແວດລ້ອມ, ຮັກສາທິວທັດທຳມະຊາດໃຫ້ສະອາດສວຍງາມແລ້ວ, ກໍ່ແມ່ນເພື່ອຕອບສະໜອງຄຳຮຽກຮ້ອງວັນບຸນປູກຕົ້ນໄມ້ຂອງຂອງປະທານໂຮ່ຈີມິນ ອີກດ້ວຍ.

  ງານບຸນປູກຕົ້ນໄມ້, ງານບຸນລົງທົ່ງ ໄດ້ກາຍເປັນຈຸດວັດທະນະທຳ ທີ່ເປັນມູນເຊື້ອອັນດີງາມ ໃນຕົ້ນລະດູບານໃໝ່ ຂອງຫຼາຍເຂດບ້ານນາຫວຽດນາມ, ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ-ສັງຄົມ, ຮັກສາສິ່ງແວດລ້ອມຊີວະພາບ, ຊັບພະຍາກອນທຳມະຊາດ ເພື່ອພັດທະນາແບບຍືນຍົງ. ສະນັ້ນ, ລະດູບານໃໝ່ຍັງ ເອີ້ນວ່າ ແມ່ນລະດູການປູກຝັງຂອງເຂດບ້ານນາຫວຽດນາມ.


 

ຕອບກັບ