ພັດ​ທະ​ນາ​ຮູບ​ແບບ​ປູກ​ຕົ້ນ​ໄມ້ຫຼາຍ​ຊະ​ນິດ​ໃນ​ສວນ​ກາ​ເຟ ເພື່ອ​​ປັ​ບຕົວ​​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

H Xiu-Vinh Phong
Chia sẻ
(VOVWORLD) -ເພື່ອຮັບມືກັບການເໜັງຕິງຂອງລາຄາໃນທ້ອງຕະຫຼາດ ແລະ ການຜັນແປຂອງດິນຟ້າອາກາດ, ຊາວກະສິກອນຢູ່ ດັກລັກ ຫຼາຍຄົນ ໄດ້ປູກຕົ້ນໄມ້ຫຼາຍຊະນິດໃສ່ສວນປູກກາເຟ. ບໍ່ພຽງແຕ່ໄດ້ເພີ່ມລາຍຮັບເທົ່ານັ້ນ, ການປູກຕົ້ນໄມ້ກິນໝາກຫຼາຍຊະນິດໃສ່ສວນກາເຟ ຍັງປະກອບສ່ວນເພີ່ມຄວາມສາມາດປ້ອງກັນໃຫ້ກາເຟ ແລະ ຫລຸດຜ່ອນບັນດາຜົນກະທົບໂດຍໄພທຳມະຊາດກໍ່ຂຶ້ນໃນລະດັບຕ່ຳສຸດອີກດ້ວຍ.
ພັດ​ທະ​ນາ​ຮູບ​ແບບ​ປູກ​ຕົ້ນ​ໄມ້ຫຼາຍ​ຊະ​ນິດ​ໃນ​ສວນ​ກາ​ເຟ   ເພື່ອ​​ປັ​ບຕົວ​​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1

ສວນຂອງຄອບຄົວ ທ່ານ ມາຍດິນເຟື້ອງ

    ທ່ານ ມາຍດິນເຟື້ອງ ຢູ່ບ້ານ ອານຟູ, ຕາແສງ Ea Drơng, ເມືອງ Cư Mgar, ແຂວງ ດັກລັກ ໄດ້ປູກ ແລະ ບົວລະບັດກາເຟມາເປັນເວລາເກືອບ 30 ປີແລ້ວ. ໃນຊຸມປີມໍ່ໆມານີ້, ຍ້ອນລາຄາຖືກຫລຸດລົງ ໃນຂະນະທີ່ສວນກາເຟນັບມື້ນັບແກ່ຂຶ້ນ, ສະມັດຕະພາບກໍ່ຖືກຫລຸດລົງນັ້ນ, ທ່ານໄດ້ປູກຕົ້ນໄມ້ກິນໝາກຫຼາຍຊະນິດ ໃສ່ເນື້ອທີ່ປູກກາເຟ. ຕາມ ທ່ານ ມາຍດິນເຟື້ອງ, ເລື່ອງປູກຕົ້ນໄມ້ດັ່ງກ່າວ ໄດ້ຊ່ວຍເພີ່ມລາຍຮັບຈາກຕົ້ນໄມ້ຫຼາຍຊະນິດ ແລະ ສະມັດຕະພາບກາເຟກໍ່ເປັນປົກກະຕິ, ບັນລຸແຕ່ 2.5-3 ໂຕນ/ເຮັກຕາ. ທ່ານເຟື້ອງ ເວົ້າວ່າ:

   ນັບແຕ່ໄດ້ປູກໝາກຖົ່ວລຽນ, ໝາກພິກໄທ, ອາໂວອາໂດໃສ່, ປະສິດທິຜົນກໍ່ສູງກ່ວາ. ຍ້ອນໄດ້ປູກຫຼາຍຊະນິດ ຕົ້ນໄມ້ກິນໝາກ ຈຶ່ງບັນລຸປະສິດທິຜົນສູງກ່ວາ, ຖ້າປູກກາເຟແຕ່ຢ່າງດຽວ, ລາຄາຂາຍກໍ່ຖືກ, ປະສິດທິຜົນກໍ່ຕົກຕ່ຳເຊັ່ນດຽວກັນ.

  ປູກຕົ້ນໄມ້ຫຼາຍຊະນິດ ໃສ່ສວນກາເຟ ກໍ່ແມ່ນວິທີທີ່ຄອບຄົວທ່ານ ເຢືອງວັນທາວ ຢູ່ບ້ານ Ê Chăm, ເທດສະບານ Buôn Trấp, ເມືອງ Krông Ana, ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນຂະນະທີ່ລາຄາກາເຟຫລຸດລົງ. ເຖິງວ່າແຫຼ່ງລາຍຮັບຈາກຕົ້ນກາເຟຖືກຫລຸດລົງກໍ່ຕາມ, ແຕ່ການປູກໝາກຖົ່ວລຽນ, ອາໂວກາໂດ ກໍ່ຂາຍໄດ້ລາຄາດີ, ສະນັ້ນ ຍອດລາຍຮັບຂອງຄອບຄົວທ່ານຍັງຢູ່ໃນລະດັບປົກກະຕິ, ຄືແຕ່ 300-400 ລ້ານດົ່ງ/ປີ. ທ່ານທາວ ເວົ້າວ່າ:

    ໃນສອງສາມປີມານີ້, ລາຄາຂາຍກາເຟ, ໝາກພິກໄທຢູ່ໄຕງວຽນ ຖືກຫລຸດລົງ. ຂ້າພະເຈົ້າມີເນື້ອທີ່ປູກກາເຟ 4 ເຮັກຕາ, ກໍ່ຫັນປ່ຽນໄປປູກຕົ້ນໄມ້ກິນໝາກຊະນິດອື່ນ ໃນເນື້ອທີ່ດິນຈຳນວນໜຶ່ງ ເຮັດແນວໃດ ເພື່ອໃຫ້ມີລາຍຮັບເປັນປົກກະຕິ, ສະມັດຕະພາບໃນສວນບໍ່ຖືກຫລຸດລົງ.

ພັດ​ທະ​ນາ​ຮູບ​ແບບ​ປູກ​ຕົ້ນ​ໄມ້ຫຼາຍ​ຊະ​ນິດ​ໃນ​ສວນ​ກາ​ເຟ   ເພື່ອ​​ປັ​ບຕົວ​​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 2

    ປູກຕົ້ນໄມ້ກິນໝາກໃສ່ສວນກາເຟ ແມ່ນມາດຕະການທີ່ຊາວກະສິກອນຫຼາຍຄົນຢູ່ແຂວງ ດັກລັກ ໄດ້ເລືອກເຟັ້ນໃນໄລຍະທີ່ຜ່ານມາ. ບັນດາ ຕົ້ນໄມ້ກິນໝາກທີ່ນຳມາປູກສ່ວນຫຼາຍແມ່ນຕົ້ນໝາກຖົ່ວລຽນ, ອາໂວກາໂດ, ໝາກພິກໄທ, ມັກກາ ......    ບໍ່ພຽງແຕ່ໄດ້ປົວແປງລາຍຮັບເທົ່ານັ້ນ, ບັນດາຕົ້ນໄມ້ເຫຼົ່ານີ້ມີຮົ່ມ, ສູງ, ສາມາດກັນລົມໃຫ້ສວນກາເຟໄດ້. ນີ້ແມ່ນມາດຕະການເຕັກນິກ, ທັງບັນລຸປະສິດທິຜົນດ້ານເສດຖະກິດ ແລະ ສິ່ງແວດລ້ອມ. ຕາມການສະຖິຕິຈາກພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດັກລັກແລ້ວ, ມາຮອດປະຈຸບັນ, ເນື້ອທີ່ດິນປູກກາເຟໃນທົ່ວແຂວງປະມານ 40.000 ເຮັກຕາ ແມ່ນໄດ້ປູກຕົ້ນໄມ້ຫຼາຍຊະນິດພ້ອມກັນ ແລະ ສ່ວນຫຼາຍແມ່ນຢູ່ບັນດາເຂດປູກກາຟາຂອງເມືອງ Cư Mgar, Krông Pắk, ເທດສະບານຕາແສງ ບວນໂຮ່ ແລະ ນະຄອນບວນເມທວດ.

ປະລິນຍາເອກ ຟ້າມກົງຈີ໊ ສັງກັດສະຖາບັນວິທະຍາສາດເຕັກນິກ ກະສິກຳ-ປ່າໄມ້ເຂດໄຕງວຽນ ໃຫ້ຮູ້ວ່າ ບໍ່ສະເພາະແຕ່ຢູ່ແຂວງດັກລັກເທົ່ານັ້ນ, ການປູກຕົ້ນໄມ້ກິນໝາກຫຼາຍຊະນິດໃສ່ສວນກາເຟ ຍັງແມ່ນທ່າອ່ຽງທີ່ຊາວກະສິກອນຢູ່ເຂດໄຕງວຽນເລືອກເຟັ້ນ ເພື່ອມຸ່ງໄປເຖິງການຜະລິດແບບຍືນຍົງ, ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ໃນໄລຍະ 5 ປີມານີ້, ຢູ່ເຂດໄຕງວຽນ ນັບມື້ນັບປະກົດມີກຸ່ມທັດສະນີຍະພາບ ກະສິກຳ-ປ່າໄມ້ ສົມທົບກັບເນື້ອທີ່ຂະໜາດໃຫຍ່ ນັບເປັນສອງ-ສາມພັນເຮັກຕາ.

        ຜ່ານໂຄງການນີ້ ຖ້າຫາກຊາວກະສິກອນເຮັດໄດ້ດີ ພວກເຮົາຈະສ້າງເຂດປູກຕົ້ນໄມ້ກິນໝາກຫຼາຍຊະນິດແບບຍືນຍົງ; ຜະລິດຕະພັນທັງໝົດເຫຼົ່ານັ້ນ ລ້ວນແຕ່ຫັນເປັນການຄ້າຕາມທິດຜະລິດຕະພັນ GAP ຫຼື ຜະລິດຕະພັນອິນຊີ, ຖ້າເຮັດແບບນີ້ຈະຮັບຜົນປະໂຫຍດຫຼາຍທີ່ສຸດ.

        ໃນຊຸມປີຜ່ານມາ, ການປ່ຽນແປງຂອງດິນຟ້າອາກາດ ພວມສົ່ງຜົນກະທົບທີ່ບໍ່ດີ ຕໍ່ການຜະລິດກະສິກຳ, ມີຜົນສະທ້ອນເຖິງການທຳມາຫາກິນລ້ຽງຊີບຂອງຜູ້ປູກກາເຟຢູ່ເຂດໄຕງວຽນຫຼາຍຄົນ. ເລື່ອງຫັນການປູກຕົ້ນໄມ້ກິນໝາກຫຼາຍຊະນິດໃສ່ສວນກາເຟເປັນຫຼາຍຮູບຫຼາຍແບບນັ້ນ, ໄດ້ຖືວ່າເປັນໜຶ່ງໃນບັນດາມາດຕະການນຳມາເຊິ່ງປະສິດທິຜົນ ນັບທັງດ້ານເສດຖະກິດ ແລະ ສິ່ງແວດລ້ອມ, ມຸ່ງໄປເຖິງການຜະລິດກະສິກຳແບບຍືນຍົງ, ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດເປັນຢ່າງດີ.

ຕອບກັບ