ປີ​ໃໝ່​ຢູ່​ບັນ​ດາ​ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່

Chia sẻ
(VOVWORLD) - ພາຍຫຼັງຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ມາເປັນເວລາເກືອບ 10 ປີ, ໃນທົ່ວປະເທດຫວຽດນາມ, ທິວທັດທຳມະຊາດ, ສະພາບແວດລ້ອມ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເຂດຊົນນະບົດໄດ້ຍົກສູງຂຶ້ນເທື່ອລະກ້າວ. ບັນດາການຫັນປ່ຽນນີ້ແມ່ນກຳລັງໜູນເພື່ອໃຫ້ປະຊາຊົນສືບຕໍ່ຮ່ວມແຮງຮ່ວມໃຈສ້າງສາເຂດບ້ານນາຢ່າງມັ່ງຄັ່ງສົມບູນ ສີວິໄລ ແລະ ເປັນຕາໜ້າຢູ່ກ່ວາອີກ.
ປີ​ໃໝ່​ຢູ່​ບັນ​ດາ​ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່ - ảnh 1

ຊີວິດການເປັນຢູ່ຂອງປະຊາຊົນບ້ານ ບາຍາ ໄດ້ຮັບການປົວແປງ (ພາບ:tintucqo.com.vn)

 ຄອບຄົວອ້າຍ ເຈິ່ນດັງຫີ້ວ ຢູ່ບ້ານ ບາຍາ, ຕາແສງ ອຽນເຊີນ, ເມືອງ ກວັກອວາຍ, ນະຄອນຮ່າໂນ້ຍ ໄດ້ຕ້ອນຮັບປີໃໝ່ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ເອກອ້າງທະນົງໃຈໃນຂະນະທີ່ບ້ານນາ, ຄອບຄົວຕົນມີການປ່ຽນແປງຍ້ອນໄດ້ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່. ທ່ານຫີ້ວ ແບ່ງປັນວ່າ: ຈາກການປຶກສາຫາລື, ແນະນຳ ແລະ ໜູນຊ່ວຍຢ່າງສຸດຈິດສຸດໃຈຂອງອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃນການຫັນປ່ຽນການຜະລິດ, ພັດທະນາສວນປູກຕົ້ນໄມ້ກິນໝາກນັ້ນ, ລາຍຮັບຂອງປະຊາຊົນໄດ້ຍົກສູງຂຶ້ນ, ເສດຖະກິດລ້ວນແຕ່ມີການພັດທະນາ. ທ່ານຫີ້ວເວົ້າວ່າ:

ຖະໜົນຫົນທາງ,ໂຮງຮຽນ, ສຸກສາລາ, ສະຫວັດດີນການສັງຄົມ, ຊີວິດຂອງປະຊາຊົນຄ່ອຍໆໄດ້ຮັບການປົວແປງໃຫ້ດີຂຶ້ນເທື່ອລະກ້າວ. ປະຊາຊົນກໍ່ຍ້ອງຍໍຊົມເຊີຍ ແລະ ສະໜັບສະໜູນແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ. ຂໍສະແດງຄວາມຂອບອົກຂອບໃຈນຳພັກ, ລັດ ແລະ ລັດຖະບານທີ່ໄດ້ເອົາໃຈໃສ່, ເບິ່ງແຍງດູແລພວກເຮົາ.

ເອື້ອຍ ຫງວຽນທິທ້ວນ ຢູ່ ບ້ານອຽນມີ້, ຕາແສງ ເກີມອຽນ, ເມືອງ ເກີມຊວຽນ, ແຂວງ ຮ່າຕິ້ງ ແບ່ງປັນວ່າ: ການເຮັດສວນຢູ່ແຫ່ງນີ້ໄດ້ຊ່ວຍຊີວິດຂອງປະຊາຊົນມີການປ່ຽນແປງ. ຄອບຄົວເອື້ອຍ ທ້ວນ ໄດ້ລ້ຽງໝູ, ລ້ຽງໄກ່ ແລະ ເຮັດສວນກໍ່ມີລາຍຮັບ 150 ລ້ານດົ່ງຕໍ່ປີ. ການປ່ຽນແປງທັງໝົດນັ້ນ ລ້ວນແຕ່ໄດ້ເລີ່ມມາຈາກການກໍ່ສ້າງຊົນນະບົດໃໝ່ທັງໝົດ. ເອື້ອຍ ທ້ວນ ກ່າວວ່າ:

   ປະຊາຊົນໃນບ້ານລ້ວນແຕ່ໄດ້ຕັ້ງໜ້າປະຕິບັດຕາມແຜນການກໍ່ສ້າງຊົນນະບົດໃໝ່. ປະຊາຊົນໄດ້ຮ່ວມແຮງຮ່ວມໃຈປະຕິບັດ ແລະ ປະຈຸບັນກໍ່ໄດ້ຮັບຜົນສຳເລັດຢ່າງຈົບງາມ, ທິວທັດທຳມະຊາດສະອາດງາມຕາ, ສະພາບແວດລ້ອມປອດໂປ່ງເຢັນສະບາຍ.

ຢູ່ບັນດາທ້ອງຖິ່ນ, ໂຄງການກໍ່ສ້າງຊົນນະບົດໃໝ່ໄດ້ຮັບການສະໜັບສະໜູນ ແລະ ເຫັນດີເຫັນພ້ອມຈາກປະຊາຊົນ. ມາຮອດປະຈຸບັນ, ທົ່ວປະເທດມີກ່ວາ 4800 ຕາແສງບັນລຸມາດຖານຊົນນະບົດໃໝ່, ກວມເອົາອັດຕາສ່ວນ 54% ຈຳນວນຕາແສງ. 8 ແຂວງ, ນະຄອນມີ 100% ຈຳນວນຕາແສງໄດ້ຮັບການຮັບຮອງວ່າ ບັນລຸມາດຖານຊົນນະບົດໃໝ່. ທ່ານ ຫງວຽນມິງຕຽນ ຫົວໜ້າຫ້ອງ ການປະສານງານຊົນນະບົດໃໝ່ສູນກາງໃຫ້ຮູ້ວ່າ: ຫວຽດນາມ ໄດ້ປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນະບົດໃໝ່ສຳເລັດກ່ອນກຳນົດເວລາ 1 ປີເຄິ່ງ ແລະ ລື່ນກາຍເປົ້າຫມາຍໄລຍະ 10 ປີ (2010 – 2020):

ໝາກຜົນຂອງໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນະບົດໃໝ່ ບໍ່ພຽງແຕ່ໄດ້ລື່ນກາຍຄາດໝາຍທາງດ້ານປະລິມານເທົ່ານັ້ນ, ຫາກສຳຄັນກ່ວານັ້ນ ແມ່ນໃນໄລຍະ 2 (2016-2018), ໂຄງການໄດ້ປະຕິບັດໄປບັນດາເນື້ອໃນຕົ້ນຕໍຄື: ບັນຫາພັດທະນາການຜະລິດ, ໜູນຊ່ວຍດ້ານລາຍຮັບຂອງປະຊາຊົນ, ບັນຫາສິ່ງແວດລ້ອມ ແລະ ວັດທະນະທຳ….

ປີ​ໃໝ່​ຢູ່​ບັນ​ດາ​ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່ - ảnh 2 ຮູບແບບເຮັດສວນຢູ່ບ້ານອຽນມີ້ ຕາແສງ ເກີມອຽນ

(ພາບ:nongthonngaynay.com.vn)

 ທ່ານ ລຶວດຶກຂາຍ, ຮອງຫົວໜ້າຄະນະຄົ້ນຄວ້າບັນດາບັນຫາສັງຄົມ, ສະຖາບັນຄົ້ນຄ້ວາກ່ຽວກັບການຄຸ້ມຄອງເສດຖະກິດສູນກາງ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ຖ້າຫາກວ່າບໍ່ມີໂຄງການກໍ່ສ້າງຊົນນະບົດໃໝ່ ຈະບໍ່ມີເຂດຊົນນະບົດຄືໃນປະຈຸບັນ ດ້ວຍການປ່ຽນແປງຢ່າງກ້າວກະໂດດຂັ້ນທັງໂສມໜ້າເຂດບ້ານນາ ແລະ ສະຕິຄວາມຮັບຮູ້ຂອງປະຊາຊົນ:

   ອາດເຫັນໄດ້ວ່າ, ປະຈຸບັນ, ປະຊາຊົນຢູ່ເຂດຊົນນະບົດ ມີຄວາມສົນໃຈຕໍ່ການພັດທະນາລວມຂອງວົງຄະນະຍາດຫຼາຍກ່ວາອີກ. ມີຫຼາຍຮູບແບບ, ປະຊາຊົນໄດ້ບໍລິຈາກທີ່ດິນ, ປະກອບເຫື່ອແຮງ, ປະກອບບັນດາຜົນງານໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່.

 ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ເຖິງວ່າລາຍຮັບຂອງປະຊາຊົນເຂດຊົນນະບົດໄດ້ເພີ່ມຂຶ້ນທົບ 3.5 ເທົ່າເມື່ອທຽບກັບ 10 ປີກ່ອນກໍ່ຕາມ ແຕ່ໃນໄລຍະຈະມາເຖິງ, ທາງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຍັງຈະພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຜັນຂະຫຍາຍບັນດາໝວດມາດຕະການສັງລວມເພື່ອກໍ່ສ້າງຊົນນະບົດໃໝ່ໃຫ້ມີຄຸນນະພາບສູງກ່ວາ, ຍືນຍົງກ່ວາ:

 ເຮັດແນວໃດເພື່ອສ້າງໃຫ້ມີລະບົບຄົບຖ້ວນ ນັບແຕ່ລະບຽບການ, ກົນໄກ. ຈາກແຫຼ່ງກຳລັງແຮງ, ຈາກການຈັດຕັ້ງ, ການຊີ້ນຳປະຕິບັດ. ດ້ວຍທິດນຳທີ່ວ່າ, ນັບທັງ 3 ພາກສ່ວນ: ພາກສ່ວນລັດ ໝາຍເຖິງລະບົບການເມືອງ, ພາກສວ່ນທີ 2 ແມ່ນບັນດາພາກສ່ວນເສດຖະກິດ, ພາກສ່ວນທີ 3 ແມ່ນປະຊາຊົນເຂົ້າຮ່ວມ. ຖ້າ 3 ພາກສ່ວນດັ່ງກ່າວພ້ອມກັນຮ່ວມເດີນທາງນັ້ນ, ພາລະກິດກໍ່ສ້າງຊົນນະບົດໃໝ່ຂອງພວກເຮົາຈຶ່ງຈະປະສົບຜົນສຳເລັດໄດ້ຢ່າງຈົບງາມ.

ດ້ວຍຄວາມຕັດສິນໃຈ, ບັນດາມາດຕະການອັນລະອຽດກ່ວາ ແລະ ບົດຮຽນໃນການປະຕິບັດຕົວຈິງພາຍຫຼັງໄດ້ປະຕິບັດມາເປັນເວລາ 10 ປີນັ້ນ, ໄດ້ເປັນພື້ນຖານເພື່ອໃຫ້ບັນດາທ້ອງຖິ່ນໃນທົ່ວປະເທດ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່ ບັນລຸໄດ້ໝາກຜົນທີ່ດີກ່ວາອີກ, ແທດຈິງກ່ວາ ແລະ ມີຄວາມຍືນຍົງກ່ວາໃນຊຸມປີທີ່ຈະມາເຖິງ.

 

 

 

 

 

 

 

ຕອບກັບ