ປຸກ​ລຸກຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວວົງ​ຄະ​ນາ​ຍາດ​ຢູ່​ແຂວງ​ລ້າງ​ເຊີນ

Hoang Khanh-Vinh Phong
Chia sẻ
(VOVWORLD) - ໂດຍໄດ້ເສີມຂະຫຍາຍທ່າແຮງແມ່ນແຂວງທີ່ມີພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍດຳລົງຊີວິດເປັນຈຳນວນຫຼາຍ, ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ, ຮີດຄອງປະເພນີ ພ້ອມດ້ວຍເງື່ອນໄຂທຳມະຊາດ, ທິວທັດທຳມະຊາດ, ເຂດປູສະນີຍະສະຖານຫຼາຍແຫ່ງນັ້ນ, ໃນຫຼາຍປີຜ່ານມາ, ແຂວງລ້າງເຊີນ ໄດ້ສຸມໃສ່ຫຼາຍແຫຼ່ງກຳລັງແຮງເພື່ອພັດທະນາການທ່ອງທ່ຽວ. ພິເສດ ແມ່ນພັດທະນາການທ່ອງທ່ຽວວົງຄະນາຍາດຕິດພັນກັບການທ່ອງທ່ຽວຊີວະພາບ ພວມແມ່ນທິດເດີນທີ່ບັນລຸປະສິດທິຜົນ.
ປຸກ​ລຸກຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວວົງ​ຄະ​ນາ​ຍາດ​ຢູ່​ແຂວງ​ລ້າງ​ເຊີນ - ảnh 1 ພາບ: ບ້ານທ່ອງທ່ຽວວົງຄະນາຍາດຕາແສງ ກິ່ງເຊີນ, ເມືອງບັກເຊີນ (VNJourney)

     ຢູ່ແຂວງລ້າງເຊີນ, 2 ຮູບແບບທ່ອງທ່ຽວວົງຄະນາຍາດໄດ້ນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນແມ່ນ ບ້ານທ່ອງທ່ຽວວົງຄະນາຍາດຕາແສງ ກິ່ງເຊີນ, ເມືອງບັກເຊີນ ແລະ ບ້ານທ່ອງທ່ຽວວົງຄະນາຍາດຕາແສງ ຫີ້ວລຽນ ເມືອງຫີ້ວລຸ້ງ. ບັນດາຮູບແບບນີ້ໄດ້ນຳມາເຊິ່ງປະສິດທິຜົນອັນແທດຈິງ, ບໍ່ພງແຕ່ໄດ້ເສີມຂະຫຍາຍທ່າແຮງດ້ານວັດທະນະທຳທ້ອງຖິ່ນຂອງບັນດາຊົນເຜົ່າເທົ່ານັ້ນ, ຫາກຍັງປະກອບສ່ວນຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ. ທ່ານ ເຢືອງກົງຈ່າຍ, ບ້ານ ກິ່ງເຊີນ, ເມືອງບັກເຊີນ ແບ່ງປັນວ່າ:

  ຄອບຄົວຂ້າພະເຈົ້າແມ່ນ 1 ໃນ ຈຳນວນ 5 ຄອບຄົວໄດ້ປະຕິບັດຮູບແບບການທ່ອງທ່ຽວວົງຄະນາຍາດໄດ້ 2,3 ປີແລ້ວ. ທີ່ 1 ແມ່ນໄດ້ເພີ່ມລາຍຮັບໃຫ້ຄອບຄົວ, ປົວແປງຊີວິດການເປັນຢູ່, ທີ 2 ແມ່ນໄດ້ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມໃນບ້ານ.

   ພາຍຫຼັງເກືອບ 9 ປີທີ່ຜັນຂະຫຍາຍຮູບແບບການທ່ອງທ່ຽວວົງຄະນາຍາດຢູ່ຕາແສງ ກິ່ງເຊີນ, ເມືອງບັກເຊີນ, ບ້ານທ່ອງທ່ຽວວົງຄະນາຍາດ ກິ່ງເຊີນ ມີ 8 ຄອບຄົວໄດ້ສ້າງ Homestay ບັນລຸມາດຖານເພື່ອຮັບແຂກ. ການອະນຸລັກຮັກສາ ແລະ ພັດທະນາເຮືອນຮ້ານຢູ່ບັນດາທ້ອງຖິ່ນ, ພ້ອມທັງສະສົມ, ຟື້ນຟູເຄື່ອງມືການຜະລິດ, ການດຳເນີນຊີວິດ, ອາຊີບພື້ນເມືອງຄືນໃໝ່ ຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ ແລະ ເຂົ້າຮ່ວມການດຳລົງຊີວິດຂອງຊາວຊົນເຜົ່າໄຕ່. ສະເລ່ຍໃນແຕ່ລະປີ, ບ້ານທ່ອງທ່ຽວວົງຄະນາຍາດ ຕາແສງ ກິ່ງເຊີນ, ເມືອງບັກເຊີນ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມປະມານ 10.000 ເທື່ອຄົນ. ທ່ານ Cheung Fe Lix ແຂກທ່ອງທ່ຽວມາຈາກຮົງກົງ ມີຄວາມປະທັບໃຈທີ່ສຸດເມື່ອໄດ້ມາຢ້ຽມຢາມບ້ານທ່ອງທ່ຽວວົງຄະນາຍາດຕາແສງ ກິ່ງເຊີນ, ເມືອງບັກເຊີນ:

   ພວກຂ້າພະເຈົ້າ ມາບ້ນນີ້ໄດ້ 2 ມື້ແລ້ວ, ລາຍການທ່ອງທ່ຽວໄດ້ສ້າງຄວາມປະທັບໃຈຕໍ່ພວກຂ້າພະເຈົ້າທີ່ສຸດ ແລະ ປະຊາຊົນມີຄວາມສະໜິດສະໜົມ, ມ່ວນຊື່ນຫຼາຍ. ມື້ນີ້ພວກຂ້າພະເຈົ້າໄດ້ຖີບລົດຖີບໄປຜ່ານເສັ້ນທາງຂຸຂະຫລາຍ ແຕ່ທິວທັດທຳມະຊາດຢູ່ທີ່ນີ້ສວຍງາມທີ່ສຸດ, ຂ້າພະເຈົ້າມັກສະຖານທີ່ແຫ່ງນີ້ທີ່ສຸດ.

ປຸກ​ລຸກຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວວົງ​ຄະ​ນາ​ຍາດ​ຢູ່​ແຂວງ​ລ້າງ​ເຊີນ - ảnh 2

ພາບ: ແຂກທ່ອງທ່ຽວເຂົ້າຮ່ວມລາຍການສະແດງຮ້ອງເພງແທນ

ຢູ່ບ້ານທ່ອງທ່ຽວກິ່ງເຊີນ (ວັດທະນະທຳ ແລະ ທ່ອງທ່ຽວ)

     ເພື່ອໃຫ້ຮູບແບບບ້ານທ່ອງທ່ຽວວົງຄະນາຍາດພັດທະນາ ນຳມາເຊິ່ງປະສິດທິຜົນທີ່ແທດຈິງນັ້ນ, ແຂວງລ້າງເຊີນ ໄດ້ລົງທຶນພັດທະນາການທ່ອງທ່ຽວຊີວະພາບ, ເຂດຜັກຜ່ອນຢ່ອນອາລົມ, ເຂດທ່ອງທ່ຽວວັດທະນະທຳວົງຄະນາຍາດ ຕິດພັນກັບວຽກງານວາງແຜນກຳນົດ, ກໍ່ສ້າງພື້ນຖານໂຄງລ່າງ, ໂຄສະນາເຄື່ອງໝາຍການຄ້າ. ພ້ອມກັນນັ້ນ, ທາງແຂວງລ້າງເຊີນ ກໍ່ເພີ່ມທະວີການຮ່ວມສຳພັນເຂດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ລັກສະນະເປັນມືອາຊີບ ເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວສະເພາະຂອງທ້ອງຖິ່ນ. ທ່ານນາງເຈິ່ນທິບິກແຮ້ງ ຜູ້ອຳນວຍການສູນຂໍ້ມູນຂ່າວສານ ສົ່ງເສີມການທ່ອງທ່ຽວແຂວງລ້າງເຊີນໃຫ້ຮູ້ວ່າ:

   ຖັດຈາກຕາແສງກິງເຊີນ ຂອງເມືອງບັກເຊີນ ແລ້ວຕາແສງຫີ້ວລຽນ ຂອງເມືອງຫີ້ວລຸ້ງ, ປະຈຸບັນ, ພວກຂ້າພະເຈົ້າພວມສືບຕໍ່ລົງທຶນທົດລອງຢູ່ຕາແສງຫວຸ້ລັງ ຂອງເມືອງບັກເຊີນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ມີຄວາມເອົາໃຈໃສ່ ແລະ ແນະນຳປະຊາຊົນເຮັດແນວໃດເພື່ອຈະສາມາດເຄື່ອນໄຫວຮູບແບບທ່ອງທ່ຽວວົງຄະນາຍາດນີ້ໃຫ້ເປັນຢ່າງດີ.

   ທິວທຳມະຊາດທີ່ສວຍສົດງົດງາມ, ບັນດາຈຸດວັດທະນະທຳພິເສດສະເພາະຂອງເຂດດິນແດນ ແລະ ຊາວລ້າງເຊີນ ແມ່ນເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ລ້າງເຊີນ ພັດທະນາການທ່ອງທ່ຽວແບບຍືນຍົງ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຄວາມສາມາດບົ່ມຊ້ອນນີ້ ຕ້ອງໄດ້ຮັບການປຸກລຸກ ແລະ ມີບັນດາກົນໄກ, ນະໂຍບາຍທີ່ເໝາະສົມເພື່ອພັດທະນາ, ປະກອບສ່ວນນຳການທ່ອງທ່ຽວໄດ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງທ້ອງຖິ່ນ.

 

 

 

 

 



ຕອບກັບ