ບ້ານດອກໄມ້ ຊາແດ໊ກ, ແຂວງດົ່ງທາບ

Ngọc Anh
Chia sẻ
(VOVWORLD) -ຢູ່ຕາແສງ ເຕິນກຸຍດົງ, ນະຄອນ ຊາແດ໊ກ, ແຂວງ ດົ່ງທາບ, ບ້ານດອກໄມ້ ຊາແດ໊ກ ມີມູນເຊື້ອປະຫວັດສາດນັບຮ້ອຍປີແລ້ວ. ນີ້ແມ່ນອູ່ດອກໄມ້ໃຫຍ່ທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ສະໜອງດອກໄມ້ໃຫ້ຫຼາຍແຂວງ, ນະຄອນໃນທົ່ວປະເທດ ແລະ ສົ່ງອອກໄປຍັງຕ່າງປະເທດ.

ບ້ານດອກໄມ້ ຊາແດ໊ກ, ແຂວງດົ່ງທາບ - ảnh 1 ມາຢ້ຽມຢາມບ້ານດອກໄມ້ ຊາແດ໊ກ ເຖິງວ່າຢູ່ເດືອນໃດໃນປີເພື່ອນກໍ່ສາມາດມາຢ້ຽມຊົມ, ຖ່າຍຮູບໄດ້ສະບາຍໃນຕະຫຼອດປີ

(ພາບ: thanhnien.vn)

ບ້ານດອກໄມ້ ຊາແດ໊ກ ໄດ້ຮັບການສ້າງຕັ້ງນັບແຕ່ຕົ້ນສະຕະວັດທີ 20, ໃນຄາວນັ້ນຢູ່ເຂດ ເຕິນກຸຍດົງ ມີບາງຄອບຄົວປູກດອກໄມ້ເພື່ອປະດັບປະດາໃນຍາມບຸນເຕັດເທົ່ານັ້ນ. ເຫັນວ່າດອກໄມ້ບານງາມຕາ, ຈຳນວນຄອບຄົວປູກດອກໄມ້ກໍ່ຄ່ອຍໆເພີ່ມຂຶ້ນ ແລະ ກຳນົດເປົ້າໝາຍແມ່ນດຳເນີນທຸລະກິດ. ປະຈຸບັນ, ບ້ານດອກໄມ້ ຊາແດ໊ກ ມີປະມານ 3.000 ຄອບຄົວ, ສ່ວນຫຼາຍເຂົ້າເຈົ້າມີຊີວິດດ້ວຍການປູກດອກໄມ້, ເນື້ອທີ່ປູກດອກໄມ້ຢູ່ບ້ານດອກໄມ້ ຊາແດ໊ກ ກວ້າງປະມານ 500 ເຮັກຕາ, ດ້ວຍດອກໄມ້ນັບຮ້ອຍຊະນິດ. ທ່ານ ກາວວັນຮາຍ, ເຈົ້າຂອງສວນດອກໄມ້ ຮາຍກາວ, ໃຫ້ຮູ້ວ່າ.

        “ຈຸດທີ່ເປັນເອກະລັກຂອງບ້ານດອກໄມ້ແມ່ນດອກໄມ້ປະດັບປູກໄດ້ຕະຫຼອດປີ ເພື່ອສະໜອງໃຫ້ທົ່ວປະເທດ ແລະ ສົ່ງອອກໄປຍັງຕ່າງປະເທດຄື: ກຳປູເຈຍ, ລາວ, ຈີນ, ໄຕ້ຫວັນ… ໃນມື້ທຳມະດາແມ່ນປູກດອກໄມ້ເພື່ອຮັບໃຊ້ບັນດາກິດຈະກຳ, ສ່ວນໃນຍາມບຸນເຕັດແມ່ນປູກດອກໄມ້ຫຼາຍຊະນິດ, ດອກໄມ້ຮັບໃຊ້ງານບຸນ, ຖະໜົນດອກໄມ້. ຄອບຄົວຂ້າພະເຈົ້າໄດ້ປູກດອກໄມ້ດ້ວຍເນື້ອທີ່ປະມານ 8.000 ຕາແມັດ. ການບົວລະບັດດອກກຸຫຼາບຊາແດ໊ກ ແມ່ນຍາກທີ່ສຸດ. ໃນບ້ານ, ມີສະໂມສອນເຕົ້າໂຮມບັນດານັກສິລະປະການ, ຜູ້ປູກດອກໄມ້ ເພື່ອແລກປ່ຽນເຕັກນິກໃນການປູກດອກໄມ້. ປະຈຸບັນສະໂມສອນມີສະມາຊິກທັງໝົດ 38 ຄົນ ແລະ ໄດ້ຈັດກອງປະຊຸມໃນແຕ່ລະເດືອນ”.

ບ້ານດອກໄມ້ ຊາແດ໊ກ, ແຂວງດົ່ງທາບ - ảnh 2ຢູ່ແຫ່ງນີ້ຢູ່ບ່ອນໃດກໍ່ເຫັນແຕ່ດອກໄມ້ ແລະ ມີຫຼາຍຊະນິດ

(ພາບ: thanhnien.vn)

ຈຸດທີ່ແຕກຕ່າງກັນທີ່ເຫັນໄດ້ງ່າຍຂອງບ້ານດອກໄມ້ ຊາແດ໊ກ ເມື່ອທຽບໃສ່ບັນດາໝູ່ບ້ານດອກໄມ້ອື່ນໆແມ່ນ, ບັນດາໜານດອກໄມ້ໄດ້ເຮັດໃສ່ຄ້າງສູງ, ເທິງໜ້ານ້ຳ ແລະ ຜູ້ປູກດອກໄມ້ຕ້ອງໃສ່ເກີບໂບດ ຫຼື ຂີ່ເຮືອນ້ອຍເພື່ອບົວລະບັດ ຫຼື ເກັບດອກໄມ້. ຕາມບັນດາຜູ້ປູກດອກໄມ້ຢູ່ແຫ່ງນີ້ແລ້ວ, ເຮັດແບບນີ້ຈະປະຢັດໄດ້ລາຍຈ່າຍ ຍ້ອນວ່າດິນເພື່ອປູກດອກໄມ້ສ່ວນຫຼາຍແມ່ນດິນນາ, ຖືກນ້ຳຖ້ວມໄດ້ງ່າຍ.

        ບ້ານດອກໄມ້ ຊາແດ໊ກ ໄດ້ປູກດອກໄມ້ຫຼາຍຊະນິດຄື: ດອກເບັນຈະມາດຫຼາຍພັນ, ດອກຈຳປີ, ດອກຫອນໄກ… ພິເສດ, ມີຕົ້ນດອກກຸຫຼາບເກືອບ 50 ຊະນິດປູກສະເພາະໃຫ້ແກ່ການສົ່ງອອກ. ດອກໄມ້ຢູ່ທີ່ນີ້ມີສີງາມດີ ສະນັ້ນຈຶງຂາຍໄດ້ດີ. ອ້າຍຮີ່ນບ໊າເຫງ້ຍ, ຜູ້ດຳເນີນທຸລະກິດຢູ່ນະຄອນໂຮ່ຈີມິນ, ມາຊື້ດອກໄມ້ຢູ່ບ້ານດອກໄມ້ຊາແດ໊ກ, ໃຫ້ຮູ້ວ່າ.

        “ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາບ້ານດອກໄມ້ຊາແດ໊ກ. ຂ້າພະເຈົ້າໄດ້ໄປສຳຫຼວດ, ເລືອກເອົາດອກໄມ້ບາງຊະນິດຢູ່ແຫ່ງນີ້ເພື່ອເອົາເມືອວາງສະແດງ ແລະ ຂາຍຢູ່ນະຄອນໂຮ່ຈີມິນ. ດອກໄມ້ ຊາແດ໊ກ ແມ່ນງາມກວ່າໝູ່ໝົດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຢູ່ແຫ່ງນີ້ຢູ່ບ່ອນໃດກໍ່ເຫັນແຕ່ດອກໄມ້ ແລະ ມີຫຼາຍຊະນິດ, ຂ້າພະເຈົ້າມັກຫຼາຍ.”

        ໃນຊຸມປີມໍ່ໆມານີ້, ປະຊາຊົນຢູ່ບ້ານດອກໄມ້ ຊາແດ໊ກ, ບໍ່ພຽງແຕ່ປູກດອກໄມ້ເພື່ອເອົາມາຂາຍເທົ່ານັ້ນ, ຫາກຍັງພັດທະນາໝູ່ບ້ານອາຊີບຕິດພັນກັບການທ່ອງທ່ຽວອີກດ້ວຍ. ຄາດວ່າ, ແຕ່ລະປີມີນັກທ່ອງທ່ຽວເກືອບ 1 ລ້ານຄົນມາຢ້ຽມຢາມ, ຫຼາຍກວ່າໝູ່ແມ່ນໃນໂອກາດບຸນເຕັດ. ສວນປູກຕົ້ນໄມ້ປະດັບກໍ່ໄດ້ຮັບການປະດັບປະດາຢ່າງສວຍງາມທີ່ສຸດເພື່ອຕ້ອນຮັບນັກທ່ອງທ່ຽວ. ມີບາງຄອບຄົວໄດ້ສ້າງສວນດອກໄມ້ຂອງຕົນເປັນສະຖານທີ່ທ່ອງທ່ຽວ Homestay ທີ່ດູດດື່ມຄື: ເຮືອນດອກໄມ້ ເອັກ, ຟອງລາ Vent… ເອື້ອຍ ເລທູຮັ່ງ, ຜູ້ຄຸ້ມຄອງເຂດສວນ Happy Land ຮຸ່ງທີ, ຢູ່ບ້ານດອກໄມ້ ຊາແດ໊ກ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ສ້າງບັນດາຮູບແບບນ້ອຍໆ 2 ແບບເພື່ອໃຫ້ນັກທ່ອງທ່ຽວມາລະຫຼີ້ນ, ຖ່າຍຮູບຄື: ຮູບຫົວໃຈ, ໜ່ວຍໂລກ, ໂຕນົກ… ຍັງມີເຂດຈັດຕັ້ງການລະຫຼີ້ນ ພື້ນເມືອງຕື່ມອີກ. ຢູ່ທີ່ນີ້, ແຂກມາຢ້ຽມຢາມຫຼາຍທີ່ສຸດແມ່ນວັນເສົາ, ວັນອາທິດ ມີປະມານ 100 ຄົນ, ມີແຂກທ່ອງທ່ຽວຕ່າງປະເທດຫຼາຍຄະນະທີ່ມາຈາກການາດາ, ອາເມລິກາ, ອົດສະຕາລີ… ກໍ່ໄດ້ມາທ່ຽວຢູ່ທີ່ນີ້”.

        ມາຢ້ຽມຢາມບ້ານດອກໄມ້ ຊາແດ໊ກ ເຖິງວ່າຢູ່ເດືອນໃດໃນປີເພື່ອນກໍ່ສາມາດມາຢ້ຽມຊົມ, ຖ່າຍຮູບໄດ້ສະບາຍໃນຕະຫຼອດປີ. ເຂດນີ້ຍັງດຶງດູດນັກທ່ອງທ່ຽວດ້ວຍບັນດາຮ້ານຂາຍກາເຟ ທີ່ກວ້າງໃຫຍ່, ໄດ້ຮັບການປະດັບປະດາດ້ວຍບັນດາເຮືອນ້ອຍ, ຂົວໄມ້ລຳດຽວ, ຕູບ… ທີ່ເຕັມໄປດ້ວຍດອກໄມ້. ອ້າຍ ຫວູກວາງຢຸງ, ນັກທ່ອງທ່ຽວມາຈາກແຂວງ ໄຕນິງ, ແບ່ງປັນວ່າ.

        “ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາຢ້ຽມຢາມບ້ານດອກໄມ້ຊາແດ໊ກ. ຂ້າພະເຈົ້າມີຄວາມປະທັບໃຈ ແລະ ເພິ່ງພໍໃຈສຳລັບບ້ານດອກໄມ້ ຊາແດ໊ກ ນີ້ຫຼາຍ. ດອກໄມ້ຢູ່ແຫ່ງນີ້ແມ່ນມີຫຼາຍຊະນິດທີ່ສຸດ. ຄະນະນັກທ່ອງທ່ຽວພວກຂ້າພະເຈົ້າໄດ້ພາກັນຖ່າຍຮູບຫຼາຍທ່າທີ່ສຸດ, ເມື່ອກັບເມືອຈະເອົາລົງ Facebook ເພື່ອອວດໃຫ້ທຸກຄົນເບິ່ງ. ໃນອະນາຄົດ, ຖ້າມີໂອກາດຂ້າພະເຈົ້າຈະສືບຕໍ່ມາຢ້ຽມຢາມບ້ານດອກໄມ້ນີ້ອີກ, ແຕ່ຕ້ອງມາຢ້ຽມຢາມຕອນລະດູບານໃໝ່ ເພາະວ່າ ດອກໄມ້ຈະບານຫຼາຍກວ່າ ແລະ ງາມທີ່ສຸດ”.

        ມາຢ້ຽມຢາມບ້ານດອກໄມ້ຊາແດ໊ກ ໃນຍາມດອກໄມ້ບານ, ເພື່ອນຈະໄດ້ເຫັນດອກໄມ້ຫຼາຍສີ, ຫຼາຍຊະນິດຢູ່ທົ່ວບ້ານແຫ່ງນີ້. ບ້ານດອກໄມ້ຊາແດ໊ກ ແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກທ່ອງທ່ຽວເມື່ອມານະຄອນຊາແດ໊ກ, ແຂວງດົ່ງທາບ.

ຕອບກັບ