ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ​ຮ່ວ​ມສຳ​ພັນ​​ເພື່ອພ້ອມ​ກັນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

Vinh Phong
Chia sẻ
(VOVWORLD) -ເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ແມ່ນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຫຼາຍຢ່າງເພື່ອພັດທະນາເສດຖະກິດ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນນີ້ແມ່ນເຂດພູດອຍ, ເງື່ອນໄຂເສດຖະກິດ ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ, ອັດຕາສ່ວນຄອບຄົວທຸກຍາກຍັງຢູ່ໃນລະດັບສູງ. ຍ້ອນເຫດນັ້ນ, 3 ເມືອງ ເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ລວມມີ: ໄຕຢາງ, ດົງຢາງ ແລະ ນາມຢາງ ໄດ້ຮ່ວມສຳພັນກັນເພື່ອປະຕິບັດຈຸດໝາຍພັດທະນາເສດຖະກິດ ຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ​ຮ່ວ​ມສຳ​ພັນ​​ເພື່ອພ້ອມ​ກັນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ - ảnh 1

ການນຳ 3 ເມືອງ ໄຕຢາງ, ດົງຢາງ ແລະ ນາມຢາງ

ປຶກສາຫາລືມາດຕະການຫລຸດພົ້ນອອກຈາກຄວາມທຸກຍາກ

     ນັບແຕ່ປີ 2017, ໂດຍປີ 1 ເທື່ອ 1, ການນຳ 3 ເມືອງ ເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ລວມມີ: ໄຕຢາງ, ດົງຢາງ ແລະ ນາມຢາງ ໄດ້ຈັດການປະຊຸມເພື່ອພ້ອມກັນປຶກສາຫາລືມາດຕະການຮ່ວມສຳພັນ ເພື່ອຊອກຫາທິດທາງຫລຸດພົ້ນອອກຈາກຄວາມທຸກຍາກ. ຫວ່າງແລ້ວນີ້, 3 ເມືອງໄດ້ເຫັນດີເປັນເອກະສັນສ້າງບັນດາແຜນຮ່າງຮ່ວມມືພັດທະນາເຂດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ຕາມ 3 ເສົາຄ້ຳຕົ້ນຕໍຄື: ພັດທະນາການທ່ອງທ່ຽວ, ພັດທະນາການປູກປ່າດ້ວຍແນວພັນຕົ້ນໄມ້ໃຫ່ຍ ແລະ ເປີດກ້ວາງການພັດທະນາການປູກຕົ້ນໄມ້ສະໝູນໄພ. ທ່ານ Bling Mia ປະທານຄະນະກຳມະການປະຊາຊົນເມືອງ ໄຕຢາງ ແຂວງ ກວາງນາມ ຖືວ່າ: ປ່າຢູເຂດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ກວມເອົາກ່ວາ 50% ເນື້ອທີ່ດິນຂອງທົ່ວທັງແຂວງ, ເໝາະສົມກັບການພັດທະນາການປູກແນວພັນຕົ້ນຕົ້ນໄມ້ໃຫ່ຍ:

    ຖ້າຫາກວ່າພວກເຮົາສຸມໃສ່ການປູກປ່າດ້ວຍແນວພັນຕົ້ນໄມ້ໃຫ່ຍ ຕ້ອງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ເຊື່ອມຕໍ່ຈາກສູນໃຈກາງ, ບັນດາຕາແສງ, ເມືອງກັບເຂດວັດຖຸດິບ. ການປູກປ່າດ້ວຍແນວພັນຕົ້ນໄມ້ໃຫ່ຍຕ້ອງມີການຮ່ວມສຳພັນ.

    ຄຽງຄູ່ກັນນັ້ນ, ເງື່ອນໄຂດິນຟ້າອາກາດ, ຢູ່ເຂດຕາເວັນຕົກສ່ຽວເໜືອແຂວງ ກວາງນາມ ກໍ່ເໝາະສົມກັບການປູກຕົ້ນໄມ້ສະໝູນໄພ. ທ່ານ A Lăng Mai ປະທານຄະນະກຳມະການປະຊາຊົນເມືອງ ນາມຢາງ ຖືວ່າ: ການປູກຕົ້ນໄມ້ສະໝູນໄພຢູ່ໃຕ້ຮົ່ມໄມ້ໃນປ່າຈະເພີ່ມທະວີວຽກງານຄຸ້ມຄອງຮັກສາປ່າ ທັງສ້າງການຫາເງິນລ້ຽງຊີບແບບຍືນຍົງ, ຊ່ວຍໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ:

   ຢູ່ເຂດນີ້ກໍ່ມີຕົ້ນໄມ້ສະໝູນໄພຢູ່ແລ້ວ, ພວກເຮົາຕ້ອງອະນຸລັກຮັກສາ, ພັດທະນາ, ສ້າງເປັນເຂດວັດຖຸດິບ. ຕ້ອງຮັກສາປ່າ ພ້ອມກັບຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນອື່ນໆຕື່ມອີກ.

   ສຳລັບບັນດາເຂດປ່່າປະຖົມປະຖານ ພ້ອມດ້ວຍບັນດາຈຸດຄ້າຍຄືກັນດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດພູສູງນັ້ນ, 3 ເມືອງ ເຂດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ມີທ່າແຮງຫຼາຍຢ່າງເພື່ອເຊື່ອມຕໍ່ການພັດທະນາການທ່ອງທ່ຽວເຂດຊຸມຊົນ ແລະ ທ່ອງທ່ຽວຊີວະພາບ. ບັນດາເມືອງດັ່ງກ່າວພວມສ້າງແຜນຮ່າງກ່ຽວກັບການຮ່ວມມືພັດທະນາການທ່ອງທ່ຽວ. ມີຫຼາຍຮູບແບບ ການທ່ອງທ່ຽວເຂດຊຸມຊົນ ແລະ ທ່ອງທ່ຽວຊີວະພາບ, ບັນດາລາຍການທ່ອງທ່ຽວຜ່ານພຶດຕິກຳຕົວຈິງໃນການດຳລົງຊີວິດກັບຊາວຊົນເຜົ່າໄດ້ນຳເຂົ້າເຄື່ອນໄຫວ ແລະ ອັນໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.

ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ​ຮ່ວ​ມສຳ​ພັນ​​ເພື່ອພ້ອມ​ກັນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ - ảnh 2ທ່ານເລຈິແທັງ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ

ກ່າວຄຳເຫັນທີ່ກອງປະຊຸມຄັ້ງ 1 ຂອງແຂວງ

   ຕາມທ່ານ ເລຈິແທັງ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ແລ້ວ, ເລື່ອງ 3 ເມືອງເຂດຕາເວັນຕົກສ່ຽງເໜືອແຂວງ ກວາງນາມ ຮ່ວມມືກັນພັດທະນາການທ່ອງທ່ຽວ, ປູກປ່າດ້ວຍແນວພັນຕົ້ນໄມ້ໃຫ່ຍ ແລະ ເປີດກ້ວາງການພັດທະນາຕົ້ນໄມ້ສະໝູນໄພ….ແມ່ນວິທີທີ່ດີ ເພື່ອຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ທ່ານ ແທັງ ເວົ້າວ່າ:

   ແຂວງ ກວາງນາມ ໄດ້ປະຕິບັດບາງກົນໄກທີ່ມີລັກສະນະທັງເຮັດ, ທັງສຳຫຼວດເພື່ອກະກຽມສ້າງໂຄງການພັດທະນາເຂດພູດອຍທີ່ມີຂອບຂະໜາດໃຫ່ຍກ່ວາໃນໄລຍະ 2021-2025, ວິໄສທັດຮອດປີ 2030. ບໍ່ພຽງແຕ່ 3 ເມືອງດັ່ງກ່າວນີ້, ເມືອງອື່ນໆກໍ່ຕ້ອງນຳໃຊ້ເພື່ອຂຸດຄົ້ນບັນດານະໂຍບາຍນີ້ໃຫ້ເປັນຢ່າງດີ. ສິ່ງທີ່ສຳຄັນແມ່ນຄວາມຕັດສິນໃຈ ແລະ ວິທີເຮັດ.

    ເລື່ອງ 3 ເມືອງຮ່ວມສຳພັນໃນໄລຍະຜ່ານມາ ໄດ້ຖືກຜັນຂະຫຍາຍຢ່າງເປັນເຈົ້າການ ແລະ ບັນລຸປະສິດທິຜົນນັ້ນ, ແມ່ນວິທິທີ່ດີ ຊ່ວຍບັນດາທ້ອງຖິ່ນສາມາດເຊື່ອມຕໍ່, ຊອກຫາທິດເດີນໃໝ່ແບບຍືນຍົງ ໃນການພັດທະນາເສດຖະກິດ-ສັງຄົມ, ສ້າງຊີວິດປະຊາຊົນເຂດພູດອຍໃຫ້ເປັນປົກກະຕິ. ໃນໄລຍະ 2020 - 2025, ແຂວງ ກວາງນາມ ໄດ້ສ້າງກົນໄກນະໂຍບາຍຈຳນວນໜຶ່ງຕື່ມອີກ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວ ຕິດພັນກັບການປູກປ່າດ້ວຍແນວພັນຕົ້ນໃມ້ໃຫ່ຍ ແລະ ພັດທະນາຕົ້ນໄມ້ສະໝູນໄພ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ເມືອງ ໄຕຢາງ, ດົງຢາງ ແລະ ນາມຢາງ ພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນກ່ວາອີກ.




 

 

ຕອບກັບ