ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ ເສີມ​ຂະ​ຫຍາຍ​ທ່​າແຮງ ” 1 ຕາ​ແສງ 1 ຜະ​ລິດ​ຕະ​ພັນ”

Chia sẻ
(VOVWORLD) -ໃນໄລຍະທີ່ຜ່ານມາ, ບັນດາເມືອງເຂດພູດອຍຂອງແຂວງກວາງນາມ ໄດ້ຜັນຂະຫຍາຍໂຄງການ “1 ຕາແສງ 1 ຜະລິດຕະພັນ” (OCOP).  ນີ້ຖືກຖືວ່າ ແມ່ນທິດເດີນທີ່ຖືກຕ້ອງ ໃນການຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ສ້າງໃຫ້ມີບັນດາຜະລິດຕະພັນທີ່ດີ, ມີເຄື່ອງໝາຍການຄ້າໄດ້ຮັບການຮັບຮອງ….ປະກອບສ່ວນພັດທະນາເສດຖະກິດກະສິກຳຕາມທິດໝັ້ນຄົງ.
ບັນ​ດາ​ເມືອງ​ເຂດ​ພູ​ດອຍ​ແຂວງກວາງ​ນາມ  ເສີມ​ຂະ​ຫຍາຍ​ທ່​າແຮງ ” 1 ຕາ​ແສງ 1 ຜະ​ລິດ​ຕະ​ພັນ” - ảnh 1 ຕົ້ນໂສມຢູ່ເມືອງໄຕຢາງ ແຂວງກວາງນາມ (ພາບ: ເຟືອງກຸກ)

   ຄອບຄົວອ້າຍອາລັງເຍດ ຢູ່ຕາແສງ ຈເອີມ ,  ເມືອງໄຕຢາງ ມີເນື້ອທີ່ປູກຕົ້ນໂສມ 1 ເຮັກຕາ. ອ້າຍເຍດ ໃຫ້ຮູ້ວ່າ: ກ່ອນນີ້, ຄອບຄົວອ້າຍຂາຍໂສມສ່ວນຫຼາຍແມ່ນໄດ້ຂາຍຍ່ອຍໃຫ້ທຸກຄົນເພື່ອປອງເຫຼົ້າເທົ່ານັ້ນ, ຂາຍແຕ່ລະເທື່ອກໍ່ໄດ້ 2-3 ແສນດົ່ງ. ນັບແຕ່ເຂົ້າຮ່ວມການຜະລິດເຂົ້າກັບສະຫະກອນກະສິກຳ ຈເອີມ, ສະຫະກອນໄດ້ເກັບຊື້ຕົ້ນໂສມຂອງຄອບຄົວອ້າຍດ້ວຍລາຄາສູງ, ຍ້ອນເຫດນັ້ນ ອ້າຍກໍ່ມີລາຍຮັບເກືອບ 60 ລ້ານດົ່ງ. ອ້າຍເຍດ ແບ່ງປັນວ່າ, ບັນດາການປ່ຽນແປງຂອງບ້ານໃນທຸກວັນນີ້ ແມ່ນຍ້ອນຕົ້ນໂສມ. ອ້າຍເຍດ ເວົ້າວ່າ

  ບັນດາສະມາຊິກເຂົ້າຮ່ວມສະຫະກອນລ້ວນແຕ່ເຫັນວ່າ: ວິທີປູກຕົ້ນໂສມ ແລະ ບົວລະບັດຕົ້ນໂສມຕາມຂັ້ນຕອນ ແລະ ປະຕິບັດຖືກຕ້ອງຕາມການແນະນຳເຕັກນິກຈະນຳມາເຊິ່ງປະສິດທິພາບສູງກ່ວາ, ສະນັັັັ້ນ ລາຍຮັບຂອງບັນດາສະມາຊິກສະຫະກອນກໍ່ສູງພໍສົມຄວນ. ປະຈຸບັນ, ຍ້ອນໄດ້ປູກຕົ້ນໂສມ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ດີຂຶ້ນຫຼາຍແລ້ວ.

  ຕົ້ນໂສມແມ່ນຢາສະໝູນໄພທີ່ມີຫຼາຍຢູ່ບັນດາຕາແສງ A Xan, Tr’Hy, Gari, Ch’Ơm, ເມືອງໄຕຢາງ ແຂວງກວາງນາມ. ແຕ່ໄດ້ປູກຢູ່ກະແຈກກະຈາຍ ແລະ ການບົວລະບັດກໍ່ຖືກຈຳກັດ. ໂດຍໄດ້ປະຕິບັດໂຄງການ “1 ຕາແສງ 1 ຜະລິດຕະພັນ”  ໄລຍະ 2018- 2020, ເມືອງໄຕຢາງ ໄດ້ເລືອກເອົາຕົ້ນໂສມແມ່ນຜະລິດຕະພັນ ເພື່ອສ້າງເຄື່ອງໝາຍການຄ້າຄື: ເຫຼົ້າໂສມ, ຊາໂສມ ແລະ ກາວໂສມ. ການພັດທະນາການປູກຕົ້ນໂສມ ໄດ້ຊ່ວຍຫຼາຍຄອບຄົວມີລາຍຮັບເປັນປົກກະຕິ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ອ້າຍ ອາລັງເລີ ,  ນາຍບ້ານ ອາຈອງ, ຕາແສງຈເອີມ , ເມືອງໄຕຢາງ ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນ ໃນຂະບວນການປູກຕົ້ນໂສມເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ, ໄດ້ທະວີຄູນຮູບແບບຂອງຕົນຢ່າງກ້ວາງຂວາງ ແລະ ຮຽກຮ້ອງ, ຂົນຂວາຍການສ້າງບັນດາໜ່ວຍຮ່ວມສຳພັນ, ຮ່ວມມືເພື່ອປູກຕົ້ນໂສມຢູ່ຕາມໝູ່ບ້ານ ແລະ ເຂດອ້ອມຂ້າງ…. ເພື່ອສ້າງຕັ້ງສະຫະກອນກະສິກຳ ຈເອີມ ຂຶ້ນ, ການປູກໂສມໄດ້ຊ່ວຍຮັກສາປ່າ, ຂະຫຍາຍເນື້ອທີ່ດິນປູກຕົ້ນໂສມ ແລະ ສ້າງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດພູດອຍ. ປະຈຸບັນ, ລາຄາຂາຍໂສມສົດແມ່ນປະມານ 1 ແສນ 50 ພັນຫາ 2 ແສນດົ່ງ/ກິໂລກຣາມ, ໂສມອາຍຸ 2-4 ປີມີລາຄາແຕ່ 2ແສນ 50 ພັນຫາ 3 ແສນດົ່ງ/ກິໂລກຣາມ. ອ້າຍ ອາລັງເລີ ໃຫ້ຮູ້ວ່າ:

   ປະຈຸບັນ, ສະຫະກອນໄດ້ມີການຮ່ວມສຳພັນກັບ 32 ຄອບຄົວໃນບ້ານ ແລະ ໃນໄລຍະຈະມາເຖິງ ຂ້າພະເຈົ້າຈະເປີດກ້ວາງການຮ່ວມສຳພັນກັບບ້ານອື່ນໆ ເພື່ອເກັບຊື້, ສ້າງລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນ. ນອກຈາກນັ້ນ ກໍ່ຈະຮັບເອົາຄອບຄົວທີ່ຢາກເຂົ້າເປັນສະມາຊິກຂອງສະຫະກອນ.

   ທ່ານ Bhling Mia, ປະທານຄະນະກຳມະການປະຊາຊົນເມືອງ ໄຕຢາງ ແຂວງກວາງນາມ ໃຫ້ຮູ້ວ່າ: ການສ້າງໂຄງການ “1 ຕາແສງ 1 ຜະລິດຕະພັນ”   ໃນບໍລິເວນເມືອງ ໄດ້ສ້າງກຳລັງໜູນຊ່ວຍບັນດາຕາແສງຍູ້ແຮງການພັດທະນາຜະລິດຕະພັນພິເສດສະເພາະ, ເປັນທ່າແຮງ ຕາມທິດຜະລິດເປັນສິນຄ້າ, ປະກອບສ່ວນພັດທະນາເສດຖະກິດ, ສ້າງກຳລັງໜູນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ. ທາງເມືອງໄດ້ສຸມໃສ່ພັດທະນາຢາສະມູນໄພ 2 ປະເພດຕົ້ນຕໍຄື: ບາກິກ ແລະ ຕົ້ນໂສມ. ໃນໄລຍະທີ່ຈະມາເຖິງ, ເມືອງໄຕຢາງ ຈະວາງຂາຍ 5 ຜະລິດຕະພັນນີ້ເພື່ອແນະນຳຜະລິດຕະພັນກັບແຂກທ່ອງທ່ຽວ. ທ່ານ Bhling Mia ເວົ້າວ່າ:

     ປະຈຸບັນ, ເມືອງກໍ່ມີທິດເຕົ້າໂຮມ 5 ຜະລິດຕະພັນນີ້ ແລະ ສ້າງຕັ້ງສູນ OCOP ຢູ່ເມືອງ, ເອົາຜະລິດຕະພັນທັງໝົດນີ້ໄປວາງສະແດງຢູ່ສູນໃຫ່ຍ. ເມືອງຈະມີກົນໄກໜູນຊ່ວຍແຕ່ລະຜະລິດຕະພັນ, ຈະລົງທຶນດ້ານພື້ນຖານໂຄງລ່າງ, ເສັ້ນທາງເຊື່ອມຕໍ່ກັບບັນດາສະຖານທີ່ປູກຕົ້ນຢາສະໝູນໄພເຫຼົ່ານັ້ນ, ທີ່ 2 ແມ່ນຈັດການບໍລິຫານຜ່ານທາງສະຫະກອນ, ຮ່ວມສຳພັນລະບົບມູນຄ່າ….

   ໂຄງການ “1 ຕາແສງ 1 ຜະລິດຕະພັນ”   ແມ່ນໜຶ່ງໃນບັນດາໂຄງການໂດຍແຂວງ ກວາງນາມ ຜັນຂະຫຍາຍປະຕິບັດ ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນຢູ່ເຂດຊົນນະບົດພູດອຍ. ປະຈຸບັນ, ແຂວງ ກວາງນາມ ມີກ່ວາ 80 ຜະລິດຕະພັນພິເສດສະເພາະ ບັນລຸມາດຖານ 4 ດາວ ແລະ 3 ດາວ. ສະເພາະເມືອງ ໄຕຢາງ ແມ່ນ ມີ 5 ຜະລິດຕະພັນ, ໃນນັ້ນມີ 2 ຜະລິດຕະພັນຄື: ກາວໂສມ, ຊາຖົງໂສມ ບັນລຸລະດັບ 4 ດາວ.

ຕອບກັບ