ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ເຂດ​ພາກ​ໃຕ້​ຫວຽດ​ນາມ ຮ່ວມ​ມື​ເພື່ອ​ພັດ​ທະ​ນາ

Le Hang-Hong Van
Chia sẻ
(VOVWORLD) - ນະຄອນໂຮ່ຈີມິນ ມີທີ່ຕັ້ງ, ບົດບາດສຳຄັນທີ່ສຸດສຳລັບທົ່ວປະເທດ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ ແລະ ໄດ້ນຳໜ້າ, ແມ່ນແກ່ນສານເພື່ອ ສ້າງກຳລັງໜູນໃຫ້ແກ່ວິວັດການພັດທະນາເສດຖະກິດສັງຄົມ ຂອງບັນດາແຂວງໃນເຂດ. ການຍູ້ແຮງການເຊື່ອມຕໍ່, ຊຸກຍູ້ການແລກປ່ຽນດ້ານການຄ້າລະຫວ່າງ ນະຄອນໂຮ່ຈີມິນ ແລະ ເຂດພາກໃຕ້ຫວຽດນາມ ໃນໄລຍະຜ່ານມາ ໄດ້ປະກອບສ່ວນຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນ, ວິສາຫະກິດ, ສ້າງແຫຼ່ງສະໜອງສິນຄ້າເປັນປົກກະຕິໃຫ້ແກ່ຕະຫຼາດນະຄອນ ແລະ ຍູ້ແຮງການສົ່ງອອກ.
ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ເຂດ​ພາກ​ໃຕ້​ຫວຽດ​ນາມ ຮ່ວມ​ມື​ເພື່ອ​ພັດ​ທະ​ນາ - ảnh 1ຯພາບ:VOV)

   ກ່ອນນີ້, ແຕ່ລະປີ, ຮາກຖານຜະລິດກຸ້ງແຫ້ງ ຊົງເດີມ ຢູ່ເມືອງ ເດີມເຢີຍ, ແຂວງກ່າເມົາ ໄດ້ຂາຍກຸ້ງແຫ້ງຢູ່ບາງແຂວງໃກ້ຄຽງໄດ້ພຽງແຕ່ 400-500 ກີໂລກຼາມເທົ່ານັ້ນ. ແຕ່ນັບແຕ່ປີ 2016 ມາຮອດປະຈຸບັນ, ເມື່ອເຂົ້າຮ່ວມໂຄງການຮ່ວມມືດ້ານການຄ້າກັບນະຄອນ ໂຮ່ຈີມິນ, ແຕ່ລະປີ, ຮາກຖານນີ້ ໄດ້ຈຳໜ່າຍຜະລິດຕະພັນເພີ່ມຂຶ້ນທົບສອງເທົ່າ, ລາຄາຂາຍກໍ່ເພີ່ມ 20-30% ເມື່ອທຽບກັບກ່ອນນັ້ນ. ຜະລິດຕະພັນນີ້ໄດ້ຂາຍຢູ່ຫຼາຍຕະຫຼາດ ແລະ ຮ້ານຂາຍສະບຽງອາຫານຢູ່ນະຄອນ ໂຮ່ຈີມິນ. ອ້າຍ ເລມິນຊາງ, ເຈົ້າຂອງ ຮາກຖານຜະລິດກຸ້ງແຫ້ງ ຊົງເດີມ ໃຫ້ຮູ້ວ່າ:

   ສິນຄ້າຂອງຂ້າພະເຈົ້າມີຄຸນນະພາບດີ ແຕ່ຂາຍຢູ່ແຂວງກໍ່ຖືກກົດລາຄາ. ເມື່ອເຂົ້າຮ່ວມໂຄງການສົ່ງເສີມການຄ້າ, ເຊື່ອມຕໍ່ການສະໜອງ-ຄວາມຕ້ອງການນີ້, ບັນດາວິສາຫະກິດຄື Big C, Coopmart ແລະ ຮ້ານຂາຍອາຫານປອດສານພິດກໍ່ໄດ້ຮູ້ຈັກເຖິງສິນຄ້າຂອງຂ້າພະເຈົ້າ, ແລ້ວກໍ່ເຊັນສັນຍາ ແລະ ຂາຍຜະລິດຕະພັນໄດ້ຫຼາຍກ່ວາອີກ.

   ແຕ່ລະມື້, ຢູ່ບັນດາຕະຫຼາດຂາຍສົ່ງຂອງນະຄອນ ໂຮ່ຈີມິນ, ໄດ້ຮັບຜະລິດຕະພັນກະເສດ, ສະບຽງອາຫານນັບພັນໂຕນ ຈາກບັນດາທ້ອງຖິ່ນ ແລ້ວເອົາມາແຈກຢາຍຈຳໜ່າຍຢູ່ຕະຫຼາດກ່ວາ 230 ແຫ່ງໃນບໍລິເວນນະຄອນ. ປະສິດທິຜົນຂອງໂຄງການຮ່ວມມືດ້ານການຄ້າ ບໍ່ພຽງແຕ່ໄດ້ປະກອບສ່ວນຈຳໜ່າຍຜະລິດຕະພັນໃຫ້ຊາວກະສິກອນ, ວິສາຫະກິດໃນເຂດເທົ່ານັ້ນ ຫາກຍັງໄດ້ຮ່ວມສຳພັນເພື່ອບັນດາວິສາຫະກິດຢູ່ ນະຄອນ ໂຮ່ຈີມິນ ເປີດກ້ວາງໂຮງຈັກ, ຮາກຖານການຜະລິດ ແລະ ປຸງແຕ່ງອີກດ້ວຍ. ຜ່ານການປະຕິບັດມາເປັນເວລາ 5 ປີ (2016 - 2020), ວິສາຫະກິດຮັກສາຕະຫຼາດເປັນປົກກະຕິ 28 ແຫ່ງຂອງນະຄອນ ໂຮ່ຈີມິນ ໄດ້ລົງທຶນຢູ່ໃນໂຮງຈັກ, ຮາກຖານການຜະລິດ 47 ແຫ່ງຢູ່ບັນດາແຂວງ, ນະຄອນທາງທິດຕາເວັນອອກ-ຕາເວັນຕົກຂອງພາກໃຕ້ຫວຽດນາມ. ບັນດາວິສາຫະກິດໄດ້ຮ່ວມສຳພັນ, ສະໜອງທຶນໃຫ້ຊາວກະສິກອນເພື່ອລ້ຽງປູກ, ຈຳໜ່າຍຜະລິດຕະພັນ. ວິສາຫະກິດຮັກສາຄວາມເປັນປົກກະຕິນະຄອນສ່ວນຫຼາຍ ໄດ້ສ້າງບັນດາລະບົບຮ່ວມສຳພັນ, ສ້າງເຂດວັດຖຸດິບເປັນປົກກະຕິ, ຍາວນານຢູ່ບັນດາແຂວງ, ນະຄອນນີ້.

  ຕາມການນຳພະແນກອຸດສາຫະກຳການຄ້າບັນດາແຂວງ, ນະຄອນທາງທິດຕາເວັນອອກ-ຕາເວັນຕົກຂອງພາກໃຕ້ຫວຽດນາມ ແລ້ວ, ໂຄງການດັ່ງກ່າວ ກໍ່ໄດ້ມີການກະທົບເພື່ອໃຫ້ຜູ້ຜະລິດ ຕອບສະໜອງບັນດາຄຳຮຽກຮ້ອງກ່ຽວກັບການຍົກສູງຄຸນນະພາບຜະລິດຕະພັນ ແລະ ການຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ທ່ານນາງ ເຈົາທິເລະ ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ລອງອານ ຕີລາຄາວ່າ:

   ໂຄງການຮ່ວມມືນີ້ ໄດ້ປ່ຽນແປງການກະທຳຂອງຜູ້ຜະລິດ. ແຂວງ ລອງອານ ໄດ້ສະໜັບສະໜູນໂຄງການນີ້ທີ່ສຸດ ແລະ ຈະສືບຕໍ່ຮ່ວມມື ເພື່ອສະໜອງຜະລິດຕະພັນທີ່ມີຄຸນນະພາບສູງກ່ວາ ໃຫ້ແກ່ນະຄອນໂຮ່ຈີມິນ.

  ເພື່ອຍົກສູງປະສິດທິຜົນຂອງໂຄງການ, ທ່ານນາງ ຫງວຽນຮິງຈາງ, ຮອງຫົວໜ້າພະແນກອຸດສາຫະກຳການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ທາງພະແນກໄດ້ສຸມໃສ່ບຸລິມະສິດ ໜູນຊ່ວຍຜະລິດຕະພັນກະເສດປະເພດຕ່າງໆ, ຜະລິດຕະພັນທີ່ບັນລຸມາດຖານຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ຖືກລ້ຽງປູກຕາມມາດຖານ VietGap, GlobalGap. ເພື່ອສົ່ງຜະລິດຕະພັນໄປຍັງຕະຫຼາດເອີລົບ, ຕ້ອງຮັບປະກັນຄຸນນະພາບ, ຮັກສາປະລິມານເປັນປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ, ແຕ່ລະແຂວງ, ນະຄອນຍາກທີ່ຈະປະຕິບັດໄດ້ ຫາກຕ້ອງມີການຮ່ວມມືໃນເຂດຢ່າງແໜ້ນແຟ້ນ. ທາງນນະຄອນຈະຍູ້ແຮງການຮ່ວມສຳພັນນີ້. ທ່ານ ເຢືອງແອັງດຶກ, ຮອບປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

  ທາງນະຄອນ ໂຮ່ຈີມິນ ຈະຊີ້ນຳບັນດາພະແນກ, ຂະແໜງມີໜ້າທີ່ຮັບຜິດຊອບ ສົມທົບກັບບັນດາແຂວງ, ນະຄອນ ຜັນຂະຫຍາຍວຽກງານສົ່ງເສີມການຄ້າຢ່າງຂ້ຽວຂາດ, ໜູນຊ່ວຍບັນດາຝ່າຍເຊື່ອມຕໍ່, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຝ່າຍຕ່າງໆ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮ່ວມສຳພັນດ້ານການຄ້າ, ການຜະລິດ ແລະ     ການສົ່ງອອກ.

  “ຢາກໄປໄວຕ້ອງໄປຄົນດຽວ, ຢາກໄປໄກຕ້ອງໄປຫຼາຍຄົນ” ແມ່ນທິດສະດີປັດຊະຍາໃນການດຳເນີນທຸລະກິດ ຊື່ງຫຼາຍວິສາຫະກິດມີຄວາມຈັບໃຈທີ່ສຸດ. ສະນັ້ນ, ເພື່ອພ້ອມກັນໄປໄກ ແລະ ພັດທະນາກ່ວາອີກ, ນະຄອນໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງທິດຕາເວັນອອກ-ຕາເວັນຕົກຂອງພາກໃຕ້ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມມືໃນໄລຍະທີ່ຈະມາເຖິງ, ເປີດກ້ວາງຂອບຂະໜາດການຜະລິດ ເພື່ອເຂົ້າຮ່ວມລະບົບການຮ່ວມສຳພັນເຂດ, ມຸ່ງໄປເຖິງຕະຫຼາດສົ່ງອອກເພື່ອພ້ອມກັນອອກສູ່ເຂດທີ່ເລທີ່ກ້ວາງໃຫ່ຍໄພສານ.

ຕອບກັບ