ຕາ​ແສງ​ກາວ​ໂບພັດ​ທະ​ນາ​ອາ​ຊີບ​ປູກ​ຊາ​ຊານ​ຕວຽດ

Ngoc Anh
Chia sẻ
(VOVWORLD) -ຕາແສງກາວໂບ ເມືອງວິຊວຽນ ແມ່ນ 1 ໃນບັນດາສະຖານທີ່ປູກຕົ້ນຊາຊານຕວຽດໃຫ່ຍກ່ວາໝູ່ຢູ່ແຂວງຮ່າຢາງ. ຕົ້ນຊາກາຍເປັນຜົນລະປູກປາຍແຫຼມ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ສ້າງລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນ, ພ້ອມທັງໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຂອງທ້ອງຖິ່ນ.

   ຕາແສງກາວໂບ ມີ 11 ບ້ານດ້ວຍພົນລະເມືອງກ່ວາ 4000 ຄົນ, ໃນນັ້ນ 96% ແມ່ນຊາວເຜົ່າຢ້າວ. ທຳມະຊາດໄດ້ດົນບັນດານໃຫ້ແຫ່ງນີ້ມີເງື່ອນໄຂດ້ານດິນຟ້າອາກາດເອື້ອຍອຳນວຍ, ອາກາດເຢັນສະບາຍ, ສະດວກເພື່ອປູກຕົ້ນຊາ, ສະນັ້ນ, ຊາຢູ່ທີ່ນີ້ແຊບກ່ວາຊາຢູ່ບ່ອນອື່ນ.

  ຊາຊານຕວຽດແມ່ນຊະນິດຊາທີ່ຫາຍາກ, ປູກໄດ້ພຽງແຕ່ຢູ່ເຂດພູສູງເທົ່ານັ້ນ, ຕົ້ນຊາສູງເຖິງ 2-3 ແມັດ, ມີບາງຕົ້ນມີອາຍຸໄດ້ 100 ປີ. ຊາມີຍອດໃຫ່ຍສີຂາວຂຸ້ນ, ຢູ່ກອ້ງໃບມີຊັ້ນຂົນລຽບນຽນ, ຂາວ, ສະນັ້ນປະຊາຊົນຈຶ່ງເອີ້ນວ່າຊາຕວຽດ (ໝາຍຄວາມວ່າ: ຫິມະ). ຊາຊານຕວຽດມີກິ່ນຫອມອ່ອນ, ມີສີເຫຼືອງນ້ຳເຜິ້ງ, ດີທີ່ສຸດຕໍ່ສຸຂະພາບ ແລະ ຖືກຖືວ່າ ແມ່ນຊາພິເສດຂອງແຂວງຮ່າຢາງ (ທາງທິດເໜືອປະເທດຫວຽດນາມ).

ຕາ​ແສງ​ກາວ​ໂບພັດ​ທະ​ນາ​ອາ​ຊີບ​ປູກ​ຊາ​ຊານ​ຕວຽດ - ảnh 1

ພາບ: ຜະລິດຕະພັນຊາຊານຕວຽດ

   ຕາແສງກາວໂບ ມີເນື້ອທີ່ປູກຊາເກືອບ 1000 ແຮັກຕາ, ສິ່ງພິເສດນັ້ນແມ່ນ, ປະຊາຊົນຢູ່ທີ່ນີ້ໄດ້ປູກຊາສະຫຼັບກັບຕົ້ນໄມ້ຊະນິດອື່ນໆ ແລະ ປູກຢູ່ກ້ອມຮົ່ມໄມ້ໃນປ່າ ຫາກບໍ່ໄດ້ປູກຊາເປັນສວນເໝືອນດັ່ງເຂດປູກຊາແຫ່ງອື່ນ. ທ່ານຫຼີກວັກຮຶງ, ປະທານຄະນະກຳມະການປະຊາຊົນຕາແສງກາວໂບ ໃຫ້ຮູ້ວ່າ:

   ທ່າແຮງຂອງຕາແສງກາວໂບ ແມ່ນຊາ oganic. ມີໃບຢັງຢືນ ຊາ oganic ປະຊາຊົນຈະຂາຍໄດ້ງ່າຍກ່ວາ, ຄຸນຄ່າຕົ້ນຊາຈະສູງກ່ວາເມື່ອທຽບກັບເຂດອື່ນ. ປະຈຸບັນ, ຈາກການປູກຕົ້ນຊາ, ຫຼາຍຄອບຄົວກໍ່ມີລາຍຮັບດີ, ຊື້ລົດໂອໂຕ ແລະ ເຄື່ອງໃຊ້ສອຍໃນຄອບຄົວທີ່ທັນສະໄໝໄດ້. ທາງຕາແສງໄດ້ກຳນົດວ່າ, ປູກຕົ້ນຊາເພື່ອສ້າງຄວາມຮັ່ງມີ, ພັດທະນາເສດຖະກິດປາຍແຫຼມຢູ່ທ້ອງຖິ່ນ. ສະນັ້ນ, ແຜນນະໂຍບາຍຂອງຕາແສງແມ່ນໂຄສະນາໃຫ້ປະຊາຊົນປູກຕົ້ນຊາຕື່ມອີກ, ເປີດກ້ວາງເນື້ອທີ່ປູກຕົ້ນຊາ. ພວກຂ້າພະເຈົ້າໄດ້ສົມທົບກັບບໍລິສັດຫຸ້ນສ່ວນຊາ oganic ກາວໂບ ຈັດການໂຄສະນາໃຫ້ປະຊາຊົນ ບໍ່ນຳໃຊ້ຢາຂ້າສັດຕູພືດໃນບໍລິເວນ ແລະ ບໍ່ນຳໃຊ້ຝຸ່ນເຄມີ.

   ຍ້ອນບັນດາຄວາມມານະພະຍາຍາມ ໃນການປົກປັກຮັກສາປ່າຊາຊານຕວຽດທີ່ມີອາຍຸຫຼາຍປີ ແລະ ການເດັດຊາ, ປຸງແຕ່ງຊາແບບຫັດຖະກຳນັ້ນ, ປີ 2011, ຊາຊານຕວຽດກາວໂບ ໄດ້ຮັບໃບຢັ້ງຢືນຊາ oganic ກາວໂບ ຈາກສະຫະພັນສາກົນກ່ຽວກັບຂະບວນການຜະລິດກະສິກຳ oganic (IFOAM). ປີ 2016, ສະມາຄົມຮັກສາທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ກໍ່ໄດ້ມອບ “ໃບຮັບຮອງຕົ້ນໄມ້ມໍລະດົກຫວຽດນາມ” ໃຫ້ແກ່ຕົ້ນຊາຊານຕວຽດ 220 ຕົ້ນທີ່ມີອາຍຸກ່ວາ 100 ປີຢູ່ຕາແສງກາວໂບ.

ຕາ​ແສງ​ກາວ​ໂບພັດ​ທະ​ນາ​ອາ​ຊີບ​ປູກ​ຊາ​ຊານ​ຕວຽດ - ảnh 2

ການຜະລິດຊາຢູ່ເຮືອນອ້າຍຮ່ວາງຕິງກຽມ

    ແຕ່ລະປີ, ຊາວກະສິກອນຕາແສງກາວໂບ ເກັບກ່ຽວຊາໃນ 3 ລະດູ, ປີໃດດິນຟ້າອາກາດເອື້ອອຳນວຍຈະເກັບໄດ້ 4 ລະດູ. ໃນນັ້ນ, ລະດູເກັບກ່ຽວທຳອິດແມ່ນໃນເດືອນ 2-3 ໄລ່ຕາມຈັນທະປະຕິທິນແມ່ນຊາຈະແຊບກ່ວາໝູ່ ແລະ ກໍ່ມີລາຄາສູງກ່ວາໝູ່ຄືແຕ່ 6 ແສນ-9 ແສນດົ່ງ/ຊາແຫ້ງ 1 ກິໂລກຼາມ (ປະມານ 25-40 USD/ຊາແຫ້ງ 1 ກິໂລກຼາມ). ທ່ານ ຮ່ວາງຕິງກຽມ ຊາວກະສິກອນປູກຊາຢູ່ບ້ານທຳແວ່ ຕາແສງກາວໂບ ເລົ່າສູ່ຟັງວ່າ:

   ຄອບຄົວຂ້າພະເຈົ້າປູກຊາຊານຕວຽດໃນເນື້ອທີ່ປະມານ 3 ແຮັກຕາ. ຄອບຄົວຂ້າພະເຈົ້າມີລາຍຮັບດີຈາກການປູກຕົ້ນຊາແຕ່ 3 ປີມານີ້, ຊື້ ລົດໂອໂຕໄດ້. ລະດູ 1 ກໍ່ຂາຍຊາໄດ້ປະມານ 400 ກີໂລກຼາມ, ລາຄາສະເລັ່ຍປະມານ 3 ແສນດົ່ງ/ຊາແຫ້ງ 1 ກີໂລກຼາມ. ທາງເມືອງ ແລະ ຕາແສງກໍມີໂຄງການໜູນຊ່ວຍປະຊາຊົນປູກຕົ້ນຊາ.

  ເພື່ອສົ່ງເສີມບັນດາຄອບຄົວອານຸລັກຕົ້ນຊາຊານຕວຽດທີ່ມີຫຼາຍປີ ແລະ ແຂ່ງຂັນກັນພັດທະນາການຜະລິດ, ຕາແສງກາວໂບ ໄດ້ສ້າງຕັ້ງກຸ່ມນິຍົມການຜະລິດຊາຂຶ້ນ 4 ກຸ່ມ. ແຕ່ລະກຸ່ມມີແຕ່ 10-20 ຄອບຄົວເຂົ້າຮ່ວມ ແລະ ແບ່ງປັນບົດຮຽນໃນການປູກ, ດູແລ, ເດັດຊາ. ຄຽງຂ້າງນັ້ນ ແມ່ນການຍູ້ແຮງການນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ປຸງແຕ່ງຊາ. ທ່ານນາງດັ້ງທິເຟື້ອງ, ຮອງປະທານຄະນະກຳມະການປະຊາຊົນເມືອງວິຊວຽນ ໃຫ້ຮູ້ວ່າ:

  ເຂດປູກຊາຢູ່ເມືອງວິຊວຽນ ໄດ້ຮັບການຮັບຮອງມາດຕະຖານ VietGap ແລ້ວ. ຊາ oganic ຂອງກາວໂບ ໄດ້ສົ່ງອອກໄປ 6 ປະເທດໃນໂລກຄື: ຈີນ, ແບນຊິກ, ລັດເຊຍ, ຕວກກີ.. ທາງເມືອງກໍ່ໄດ້ສົ່ງພະນັກງານວິຊາການໄປຊ່ວຍປະຊາຊົນເປັນປະຈຳ ກໍ່ຄືໂຄສະນາການປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ, ມາດຕະຖານ VietGap ເພື່ອຮັບປະກັນຄຸນນະພາບ.

   ຍ້ອນວ່າໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງ, ຊາຊານຕວຽດຢູ່ຕາແສງກາວໂບ ຈຶ່ງໄດ້ສົ່ງອອກໄປຂາຍຢູ່ຕ່າງປະເທດເປັນສ່ວນຫຼາຍ. ແຕ່ລະປີ, ຕາແສງກາວໂບ ສົ່ງອອກຊາຊານຕວຽດປະມານ 200 ໂຕນໄປບັນດາປະເທດອາຊີ, ເອີລົບ. ພັດທະນາຕົ້ນຊາຊານຕວຽດ ພວມແມ່ນທິດເດີນທີ່ຖືກຕ້ອງຢູ່ຕາແສງກາວໂບ. ຜ່ານນັ້ນ, ບໍ່ພຽງແຕ່ໄດ້ປະກອບສ່ວນອະນຸລັກຮັກສາແຫຼ່ງ gen ທີ່ຫາຍາກຂອງແນວພັນຊາຂອງເຂດພູສູງເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນພັດທະນາເສດຖະກິດແບບຍືນຍົງຢູ່ທ້ອງຖິ່ນອີກດ້ວຍ.

 

 

ຕອບກັບ