ຍູ້​ແຮງການ​ປະຢັດ​ພະລັງງານ ​ແລະ ນໍາ​ໃຊ້​ພະລັງງານ​​ທົດ​ແທນຢູ່ໝູ່ບ້ານ​ຫັດຖະ​ກໍາ

Ngoc Anh
Chia sẻ
(VOVWORLD) -ການນໍາໃຊ້ພະລັງງານທົດແທນ ແລະ ປະຢັດພະລັງງານພວມຄ່ອຍໆເຜີຍແຜ່ຢູ່ໝູ່ບ້ານຫັດຖະກໍາແຫ່ງຕ່າງໆຂອງຫວຽດນາມ ເພາະໄດ້ນໍາມາເຊິ່ງຜົນປະໂຫຍດແທດຈິງຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ການທະວີຄູນບັນດາຮູບແບບປະຢັດພະລັງງານ, ການນໍາໃຊ້ພະລັງງານທົດແທນຢູ່ໝູ່ບ້ານຫັດຖະກໍາເຫຼົ່ານັ້ນ ຍັງປະສົບກັບສິ່ງທ້າທາຍ ແລະ ຕ້ອງໄດ້ຮັບການຊ່ວຍໜູນຈາກບັນດາອົງການລັດເພື່ອດັດແປງເຄື່ອງຈັກ, ອຸປະກອນ, ກູ້ຢືມທຶນບຸລິມະສິດເພື່ອມາລົງທຶນທໍາການຜະລິດ ແລະ ດໍາເນີນທຸລະກິດ.

ຫວຽດນາມມີໝູ່ບ້ານຫັດຖະກໍາຫຼາຍກວ່າ 5.400 ແຫ່ງ ດ້ວຍກຸ່ມອາຊີບປະມານ 50 ກຸ່ມ, ເຊິ່ງລວມມີ: ຕີເງິນຄໍາ, ຕີເຫຼັກ, ຜະລິດເຈ້ຍ, ພາບຄັດມັນ, ເຄື່ອງປັ້ນດິນເຜົາ, ປັກແສ່ວ, ຈັກສານ, ຕໍາຫູກທໍ່ໄໝ,  ພາບພື້ນເມືອງ, ເຄື່ອງເຟີນີເຈີເຮັດດ້ວຍໄມ້, ຫີນ... ບັນດາໝູ່ບ້ານຫັດຖະກໍາເຫຼົ່ານັ້ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນຕ່າງໆຫຼາຍພໍສົມຄວນ.

ປັດຈຸບັນ, ການຜະລິດຢູ່ໝູ່ບ້ານຫັດຖະກໍາຕົ້ນຕໍແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜະລິດໃນຄອບຄົວ ຊຶ່ງນໍາໃຊ້ເຄື່ອງຈັກອຸປະກອນທີ່ຫຼ້າຫຼັງ ສະນັ້ນ ທັງສິ້ນເປືອງພະລັງງານ, ທັງກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ມາດຕະການທໍາອິດເພື່ອປະຢັດພະລັງງານແມ່ນ ໝູນໃຊ້ເຕັກໂນໂລຢີ, ຕ່ອງໂສ້ການຜະລິດທີ່ກ້າວໜ້າ ແລະ ທັນສະໄໝ. ທ່ານ ຈິ້ງກວ໊ກດາດ, ຮອງປະທານສະຫະສະມາຄົມໝູ່ບ້ານຫັດຖະກໍາຫວຽດນາມ ໃຫ້ຮູ້ວ່າ:

“ບັນດາໝູ່ບ້ານຫັດຖະກໍາໄດ້ປະຢັດພະລັງງານດ້ວຍມາດຕະການທົດແທນບັນດາເຄື່ອງຈັກທີ່ເກົ່າແກ່ຫຼ້າຫຼັງ ແລະ ສິ້ນເປືອງພະລັງງານ, ນໍາໃຊ້ຊອັບແວດັດປັບຄວາມໄວເຄື່ອງຈັກ, ໝູນໃຊ້ແສງສະຫວ່າງຈາກທໍາມະຊາດຢູ່ພາຍໃນໂຮງຈັກ, ໂຮງງານ ເຂົ້າໃນການຜະລິດຢ່າງເໝາະສົມ, ປະຢັດພະລັງງານຢູ່ບັນດາໝູ່ບ້ານຫັດຖະກໍາ, ປະກອບສ່ວນຫຼຸດຜ່ອນການສະໜອງໄຟຟ້າ ແລະ ເຊື້ອເພີງ, ຫຼຸດຜ່ອນການລົງທຶນເຂົ້າຂະແໜງໄຟຟ້າຂອງຊາດລົງ. ການປະຢັດພະລັງງານ ແລະ ການນໍາໃຊ້ພະລັງງານທົດແທນກໍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດລົງ”.

ຍູ້​ແຮງການ​ປະຢັດ​ພະລັງງານ ​ແລະ ນໍາ​ໃຊ້​ພະລັງງານ​​ທົດ​ແທນຢູ່ໝູ່ບ້ານ​ຫັດຖະ​ກໍາ - ảnh 1 ເຄື່ອງຕໍ່າເຂົ້າເໝົ້າ ຢູ່ໝູ່ບ້ານຫັດຖະກໍາ ເມ໊ຈີ່ (ພາບ: VOV5)

ໄປຄຽງຄູ່ກັນນັ້ນ, ບັນດາໝູ່ບ້ານຫັດຖະກໍາຫວຽດນາມ ກໍປ່ຽນແປງຮູບແບບນໍາໃຊ້ພະລັງງານທີ່ບັນລຸສະມັດຕະພາບສູງກວ່າ, ຄຸ້ມຄອງງ່າຍກວ່າ, ເປັນຕົ້ນແມ່ນ: ປ່ຽນເຕັກໂນໂລຢີຫຼອມດ້ວຍຖ່ານໄປສູ່ກ່ຮຫຼອມດ້ວຍແກັດ, ທັງບັນລຸສະມັດຕະພາບເຜົາໄໝ້ສູງກວ່າ ທັງແກ້ໄຂສະພາບເກີດມົນລະພິດສິ່ງແວດລ້ອມໄດ້. ໝູ່ບ້ານຫັດຖະກໍາເຄື່ອງປັ້ນດິນເຜົາ ບາດຈ່າງ (ຮ່າໂນ້ຍ) ແມ່ນໜຶ່ງໃນບັນດາໝູ່ບ້ານຫັດຖະກໍາທັງເປັນແບບຢ່າງໃນການຫັນການຜະລິດໃຫ້ເປັນມິດກັບສິ່ງແວດລ້ອມ ດ້ວຍການໝູນໃຊ້ບັນດາມາດຕະການປະຢັດພະລັງງານ ແລະ ນໍາໃຊ້ພະລັງງານທົດແທນ. ທ່ານ ຮ່າວັນເລິມ, ຫົວໜ້າຄະນະຕົວແທນປະຊາຊົນໝູ່ບ້ານຫັດຖະກໍາເຄື່ອງປັ້ນດິນເຜົາ ບາດຈ່າງ, ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຄອບຄົວຂ້າພະເຈົ້າ ແມ່ນຄອບຄົວທໍາອິດທີ່ທົດລອງນໍາໃຊ້ ເຕົາແກັດ. ເຕົາແກັດມີປະສິດທິຜົນສູງກວ່າ ແລະ ບໍ່ໄດ້ໃຊ້ໄຟຟ້າ, ຖ້າຫາກໄຟບໍ່ມາກໍຍັງເຜົາໄດ້ເປັນປົກກະຕິ. ພາຍຫຼັງໂຄງການດັ່ງກ່າວໄດ້ທົດລອງຢ່າງສໍາເລັດຜົນ, ຜູ້ນີ້ບອກຕໍ່ຜູ້ນັ້ນ ແລ້ວກໍ່ບອກຕໍ່ໆກັນໄປ ແລະ ທະວີຄູນໂຄງການດັ່ງກ່າວອອກໄປທົ່ວບ້ານ. ນັບແຕ່ປີ 2000 ຮອດປີ 2007, ບາດຈ່າງ ໄດ້ປ່ຽນມາໃຊ້ເຕົາແກັດ 100%. ບໍ່ພຽງແຕ່ເທົ່ານັ້ນ, ການເຜົາດ້ວຍເຕົາແກັດຍັງເຮັດໃຫ້ຜະລິດຕະພັນເປັນສີເງົາງາມກວ່າ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫຼາດທີ່ມີຄຸນນະພາບສູງ. ຈາກໝູ່ບ້ານຫັດຖະກໍາທີ່ເຕັມໄປດ້ວຍຂີ້ຝຸ່ນ, ຄວັນໄຟ ບາດຈ່າງ ໄດ້ກາຍມາເປັນໝູ່ບ້ານຫັດຖະກໍາທີ່ເປັນມິດກັບສິ່ງແວດລ້ອມ, ພິເສດຄຸນນະພາບຂອງຜະລິດຕະພັນໄດ້ຮັບການຍົກສູງຂຶ້ນ, ລະດັບຄວາມຂາວຂອງຜະລິດຕະພັນກໍເພີ່ມຂຶ້ນ. ນີ້ແມ່ນຄວາມກ້າວໜ້າຫຼາຍພໍສົມຄວນຂອງໝູ່ບ້ານຫັດຖະກໍາ ບາດຈ່າງ”.

ຄ້າຍຄືກັນກັບໝູ່ບ້ານບາດຈ່າງ, ແທນທີ່ຈະນໍາໃຊ້ຖ່ານຄືເມື່ອກ່ອນ, ໝູ່ບ້ານເຮັດເຂົ້າປຸ້ນ ຝູໂດ (ຮ່າໂນ້ຍ) ກໍໄດ້ຫັນຈາກການນໍາໃຊ້ເຕົາຖ່ານ ໄປໃຊ້ໝໍ້ລະເຫີຍອາຍ ແລະ ນໍາໃຊ້ລະບົບຜະລິດຄົບວົງຈອນ ນັບແຕ່ການໂມ້ເຂົ້າ, ຄັ້ນແປ້ງ ຕະຫຼອດຮອດຂັ້ນຕອນເຮັດເສັ້ນເຂົ້າປຸ້ນ ກໍລ້ວນແຕ່ໃຊ້ໄຟຟ້າ. ທ່ານ ຫງວຽນວັນຮວ່າ, ປະທານສະໂມສອນ ອາຊີບເຮັດເຂົ້າປຸ້ນຢູ່ໝູ່ບ້ານ ຝູໂດ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໝູນໃຊ້ວິທະຍາສາດເຂົ້າໃນການຜະລິດໄດ້ສໍາເລັດ ແລະ ມີປະສິດທິຜົນຢ່າງເຫັນໄດ້ຊັດ, ສິ່ງແວດລ້ອມຢູ່ໝູ່ບ້ານຫັດຖະກໍາໄດ້ຮັບການປັບປຸງດີຂຶ້ນຫຼາຍພໍສົມຄວນ. ເມື່ອກ່ອນນີ້ ແມ່ນໃຊ້ເຕົາຖ່ານ ສະນັ້ນປະລິມານເຂົ້າປຸ້ນແມ່ນໄດ້ໜ້ອຍ ມີແຕ່ 100 200 ກິໂລກຣາມ ຕໍ່ວັນ ແຕ່ມາປັດຈຸບັນ ເມື່ອມີການນໍາໃຊ້ເຄື່ອງຈັກໄຟຟ້າປະລິມານໄດ້ຍົກຂຶ້ນແຕ່ 1,5 2 ໂຕນຕໍ່ວັນ, ຊໍ້າບໍ່ໜໍາບາງຮາກຖານຍັງບັນລຸໄດ້ 3 ໂຕນ ຕໍ່ວັນ. ຄຸນນະພາບຂອງຜະລິດຕະພັນກໍດີຂຶ້ນ, ເຂົ້າປຸ້ນກໍຂາວງາມ ແລະ ໜຽວນຸ້ມກວ່າ”.

ຍູ້​ແຮງການ​ປະຢັດ​ພະລັງງານ ​ແລະ ນໍາ​ໃຊ້​ພະລັງງານ​​ທົດ​ແທນຢູ່ໝູ່ບ້ານ​ຫັດຖະ​ກໍາ - ảnh 2 ເຄື່ອງເຮັດເຂົ້າປຸ້ນຢູ່ໝູ່ບ້ານ ຝູໂດ (ພາບ:VOV5)

ເພື່ອນໍາໃຊ້ພະລັງງານຢ່າງມີປະສິດທິຜົນ ແລະ ປະຢັດນັ້ນ, ໝູ່ບ້ານຫັດຖະກໍາບາງແຫ່ງຂອງຫວຽດນາມ ພວມປະຕິບັດການກວດສອບພະລັງງານ, ຜະລິດໃນເວລາທີ່ມີຜູ້ນໍາໃຊ້ໜ້ອຍ ເພື່ອຫຼຸດຜ່ອນຄ່າພະລັງງານໄຟຟ້າ, ນໍາໃຊ້ບັນດາອຸປະກອນປະຢັດພະລັງງານ, ໂດຍສະເພາະແມ່ນນໍາໃຊ້ແຫຼ່ງພະລັງງານແສງຕາເວັນ, ພະລັງງານແຮງລົມ. ທິດກ້າວເດີນໃໝ່ທີ່ມີລັກສະນະບຸກທະລຸ ນັ້ນແມ່ນຊອກຫາແຫຼ່ງພະລັງງານໃໝ່. ທ່ານປະລິນຍາເອກ ຫງວຽນວີຂ໋າຍ, ຮອງປະທານສະພາທີ່ປຶກສາ ສະຫະສະມາຄົມໝູ່ບ້ານຫັດຖະກໍາຫວຽດນາມ, ໃຫ້ຮູ້້ວ່າ:

“ຢູ່ເຂດໝູ່ບ້ານຫັດຖະກໍາ, ບັນດາວິສາຫະກິດ ແລະ ຜູ້ຄຸ້ມຄອງໄຟຟ້າ ຄວນອັບເດດຂໍ້ມູນ ເພາະວ່າ ພະລັງງານໃນສະໄໝນີ້ແມ່ນຕ່າງກັບເມື່ອກ່ອນ. ພະລັງງານບໍ່ພຽງແຕ່ແມ່ນຖ່ານ, ຟືນ, ຮໍາ, ຂີ້ເກບ...ເທົ່ານັ້ນ ຫາກຍັງແມ່ນພະລັງງານສະອາດຄື ແກັດທໍາມະຊາດ. ນີ້ແມ່ນແຫຼ່ງພະລັງງານຂອງອະນາຄົດ. ແກັດທໍາມະຊາດ ມີຄວາມຮ້ອນສູງກວ່າທົບ 2 ຫາ 2,5 ເທົ່າ ເມື່ອທຽບໃສ່ພະລັງງານທີ່ເປັນມູນເຊື້ອ. ພວກເຮົາຕ້ອງມີຍຸດທະສາດພັດທະນາພະລັງງານຢູ່ເຂດໝູ່ບ້ານຫັດຖະກໍາໃນສະໄໝປະຕິວັດອຸດສາຫະກໍາ 4.0”.

ຍູ້ແຮງການປະຢັດພະລັງງານ ແລະ ນໍາໃຊ້ພະລັງງານທົດແທນຢູ່ໝູ່ບ້ານຫັດຖະກໍາ ບໍ່ພຽງແຕ່ຕອບສະໜອງໃບສັ່ງຊື້ສິນຄ້າຈໍານວນຫຼາຍໄດ້ ແລະ ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບເທົ່ານັ້ນ ຫາກຍັງປະກອບສ່ວນຮັບປະກັນຄວາມງາມຂອງຜະລິດຕະພັນຕື່ມອີກ, ຍ້ອນມີສິ່ງດັ່ງກ່າວນັ້ນ ຈຶ່ງເພີ່ມລັກສະນະແກ້ງແຍ້ງຂອງຜະລິດຕະພັນ. ນີ້ແມ່ນລູກກຸນແຈພັດທະນາແບບຍືນຍົງຢູ່ໝູ່ບ້ານຫັດຖະກໍາແຫ່ງຕ່າງໆຂອງຫວຽດນາມ./.

ຕອບກັບ