ຊາວ​ກະ​ສິ​ກອນ​ເຂດ ອູ​ມິນ​ຮະ ປູກ​​ຂ່າ​ປ່າພັດ​ທະ​ນາ​ເສດ​ຖະ​ກິດ

Thu Hang-Tran Hieu
Chia sẻ
(VOVWORLD) -ແຕ່ກ່ອນນີ້, ຂ່າປ່າໄດ້ປົ່ງຂຶ້ນໄປທົ່ວເຂດດິນແດນກ່າເມົາ ຄືດັ່ງຫຍ້າຊະນິດ 1. ແຕ່ປະຈຸບັນ, ຂ່າປ່າໄດ້ກາຍເປັນພຶດພິເສດຂອງແຫຼມກ່າເມົາ ພ້ອມທັງເຮັດໃຫ້ຊີວິດການເປັນຢູ່ຂອງຊາວກະສິກອນຫຼາຍຄອບຄົວຢູ່ທີ່ນີ້ມີການປ່ຽນແປງ. ພິເສດ, ໃນໄລຍະມໍ່ໆມານີ້, ຊາວກະສິກອນໃນຕາແສງ ແຄັງອານ, ເມືອງ ອູມິນ ຫຼາຍຄອບຄົວໄດ້ປະຕິບັດການຫັນປ່ຽນຈາກການປູກເຂົ້າມາຂ່າປ່າ, ຮູບແບບນີ້ ໄດ້ເສີມຂະຫຍາຍປະສິດທິຜົນ, ຊ່ວຍຫຼາຍຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ພວມໄດ້ຮັບການທະວີຄູນ ເພື່ອສືບຕໍ່ຊ່ວຍຊາວກະສິກອນຫຼາຍຄົນຢູ່ເຂດດິນ ອູມິນຮະ ບືນຕົວຂຶ້ນ.
ຊາວ​ກະ​ສິ​ກອນ​ເຂດ ອູ​ມິນ​ຮະ ປູກ​​ຂ່າ​ປ່າພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1

ຊາວກະສິກອນເກັບກ່ຽວຂ່າປ່າ


     ຕາແສງ ແຄັງອານ, ເມືອງ ອູມິນ ແຂວງກ່າເມົາ ນອນໃນຂອບເຂດປ່າສະຫງວນແຫ່ງຊາດ ອູມິນຮະ. ເສດຖະກິດຂອງປະຊາຊົນຕົ້ນຕໍແມ່ນການປູກຕົ້ນໄມ້ໃຫ້ເປັນປ່າ. ຮອບວຽນໃນການເກັບກ່ຽວແມ່ນປະມານ 5 ປີ, ໃນນັ້ນ, ຊາວກະສິກອນໄດ້ປູກເຂົ້າ 2 ລະດູຕໍ່ປີ. ແຕ່ວ່າເຂດດິນນີ້ແມ່ນດິນສົ້ມ, ປູກເຂົ້າກໍ່ບໍ່ໃຫ້ສະມັດຕະພາບສູງ, ສະນັ້ນ, ໃນຫຼາຍປີມານີ້, ຊາວກະສິກອນຈຶ່ງຕ້ອງຊອກຫາທິດເດີນໃໝ່ເພື່ອບືນຕົວຂຶ້ນ. ໃນ 2-3 ປີມານີ້, ຄອບຄົວຈຳນວນໜຶ່ງໄດ້ຫັນປ່ຽນໄປປູກຂ່າປ່າ ແລະ ບັນລຸໄດ້ປະສິດທິຜົນທີ່ໜ້າປະທັບໃຈ.

   ຂ່າປ່າແມ່ນພືດຊະນິດໜຶ່ງປົ່ງຂຶ້ນຢູ່ເຂດດິນມີນ້ຳຖ້ວມ, ໜອງ, ບຶງຫຼືແຄມແມ່ນ້ຳ ບ່ອນທີ່ມີນ້ຳໄຫຼຜ່ານ ແລະ ສາມາດທົນທານກັບທາດສົ້ມ, ນ້ຳຖ້ວມໄດ້ດີ. ຂ່າປ່າ ຖືວ່າແມ່ນພືດປ່າຊະນິດໜຶ່ງ ແຕ່ກໍ່ແມ່ນຢາສະໝູນໄພປະເພດໜຶ່ງທີ່ສາມາດປົວ ພະຍາດໂລຄາຕ່າງໆໄດ້.

   ຄອບຄົວທ່ານ ຕັງວັນທັງ ແມ່ນໜຶ່ງໃນບັນດາຄອບຄົວທີ່ນຳໜ້າໃນການປູກ ຂ່າປ່າ ຢູ່ບ້ານ 14 ຕາແສງ ແຄັງອານ. ແຕ່ກ່ອນ ຄອບຄົວທ່ານແມ່ນຄອບຄົວຖືກຈັດຢູ່ໃນລະດັບປານກາງຂອງທ້ອງຖິ່ນ ແຕ່ຍ້ອນການປູກ ຂ່າປ່າ, ລາຍຮັບກໍ່ດີຂຶ້ນຕາມການເວລາ. ປະຈຸບັນ, ເນື້ອທີ່ດິນປູກ ຂ່າປ່າ ແມ່ນ 1.5 ແຮັກຕາ, ສະເລ່ຍແຕ່ລະເດືອນຄອບຄົວທ່ານກໍ່ມີລາຍຮັບນັບສິບລ້ານດົ່ງ, ທ່ານ ທັງເວົ້າວ່າ:

   ຂ້າພະເຈົ້າເຫັນວ່າ ຮູບແບບການປູກ ຂ່າປ່າ ແມ່ນໃຫ້ປະສິດທິຜົນດີ, ມີລາຍຮັບສູງຫຼາຍເທົ່າເມື່ອທຽບກັບການປູກເຂົ້າ, ປູກກ້ວຍ. ໃນເນື້ອທີ່ 1.5 ແຮັກຕາ ກໍ່ມີລາຍຮັບ ສິບລ້ານດົ່ງ, ແຕ່ກ່ອນປູກເຂົ້າແມ່ນບໍ່ໄດ້ຫຼາຍຄືແນວນີ້.

   ແຕ່ກ່ອນ, ຊີວິດຂອງຄອບຄົວທ່ານ ແກວັກມິນຮ່ວາ, ນາຍບ້ານ 14 ຕາແສງ ແຄັງອານ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນເນື້ອທີ່ດິນ 1 ແຮັກຕາ, ຄອບຄົວທ່ານກໍ່ເກັບກ່ຽວເຂົ້າໄດ້ກ່ວາ 200 ກິໂລກຼາມຕໍ່ລະດູ 1, ລາຍຮັບໄດ້ແຕ່ 2-3 ລ້ານດົ່ງເທົ່ານັ້ນ. ໃນ 2 ປີມານີ້, ທ່ານຮ່ວາ ໄດ້ປູກ ຂ່າປ່າ ແລະ ມີລາຍຮັບສູງທົບຫຼາຍເທົ່າເມື່ອທຽບໃສ່ການປູກເຂົ້າ. ລາຍຮັບຈາການປູກ ຂ່າປ່າ ໄດ້ຊ່ວຍໃຫ້ຄອບຄົວທ່ານສາມາດຊື້ເຄື່ອງໃຊ້ສອຍໃນຄອບຄົວໄດ້ຫຼາຍຢ່າງ, ປົວແປງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂຶ້ນ. ທ່ານຮ່ວາ ເວົ້າວ່າ:

   ປະສິດທິຜົນຈາກການປູກ ຂ່າປ່າ ແມ່ນສູງທີ່ສຸດ, ເພີ່ມຂຶ້ນທົບ 3-4 ເທົ່າເມື່ອທຽບໃສ່ການປູກເຂົ້າ. ການປູກ ຂ່າປ່າ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ຖ້າເຮັດວຽກຢູ່ກັບທົ່ງນາເລີຍ, ລາຍຮັບກໍ່ໄດ້ປະມານ 2 ແສນດົ່ງຕໍ່ມື້, ຖ້າເຮັດຢູ່ໃນເຮືອນກໍ່ໄດ້ 10 ພັນດົ່ງຕໍ່ຊົ່ວໂມງ.

   ຕາມຊາວທ້ອງຖິ່ນແລ້ວ, ຂ່າປ່າ ມີຄວາມທົນທານສູງ, ສະນັ້ນ ຈຶ່ງປູກງ່າຍ, ເໝາະສົມກັບເຂດດິນ ອູມິນ. ຮູບແບບປູກຄ່າ ໄດ້ພິສູດໃຫ້ເຫັນປະສິດທິຜົນ ແລະ ອຳນາດການປົກຄອງທ້ອງຖິ່ນ ກໍ່ພວມກຳນົດທິດຈະທະວີຄູນອອກເປັນວົງກ້ວາງ. ທ່ານ ແກວັກມິນຮ່ວາ, ນາຍບ້ານ 14 ຕາແສງ ແຄັງອານ ໃຫ້ຮູ້ຕື່ມອີກວ່າ:

   ພວກຂ້າພະເຈົ້າໄດ້ກຳນົດທິດຈະທະວີຄູນຮູບແບບການປູກ ຂ່າປ່າ ໃນບໍລິເວນແຂວງ, ປະຊາຊົນກໍ່ເຫັນດີເປັນເອກະພາບສູງ ຍ້ອນວ່າມີປະສິດທິຜົນໃນຕົວຈິງສູງທີ່ສຸດ. ທັງປູກ ຂ່າປ່າ, ທັງລ້ຽງປາເພື່ອເພີ່ມລາຍຮັບຕື່ມອີກ. ທາງຄະນະກຳມະການປະຊາຊົນຕາແສງ ກໍ່ເຫັນດີເປັນເອກະສັນເພື່ອຜັນຂະຫຍາຍປະຕິບັດການປູກ ຂ່າປ່າ ສົມທົບກັບການລ້ຽງປາ.

ຊາວ​ກະ​ສິ​ກອນ​ເຂດ ອູ​ມິນ​ຮະ ປູກ​​ຂ່າ​ປ່າພັດ​ທະ​ນາ​ເສດ​ຖະ​ກິດ - ảnh 2

ການປູກຂ່າປ່າພວມແມ່ນທິດເດີນໃໝ່

ໃຫ້ແກ່ຄອບຄົວທຸກຍາກເຂດດິນແດນ ອູມິນຮະ

     ປະຈຸບັນ, ຂ່າປ່າ ໄດ້ເປັນສັນຍາລັກດ້ານອາຫານການກິນພິເສດສະເພາະ ເມື່ອທຽບກັບບັນດາອາຫານພິເສດຂອງເຂດນີ້. ອາດເວົ້າໄດ້ວ່າ, ຮູບແບບການປູກ ຂ່າປ່າ ໄດ້ ແລະ ພວມເປີດແງ່ຫວັງຫຼາຍຢ່າງໃຫ້ແກ່ຊາວກະສິກອນໃນບໍລິເວນຕາແສງ ແຄັງອານ ເວົ້າສະເພາະ, ເມືອງ ອູມິນ ເວົ້າລວມ ໃນການແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ປະຈຸບັນ, ເນື້ອທີ່ດິນປູກ ຂ່າປ່າ ໃນບໍລິເວນຕາແສງ ແຄັງອານ ໄດ້ເປີດກ້ວາງຢ່າງບໍ່ຢຸດຢັ້ງ.

   ປະຈຸບັນ, ບັນດາພໍ່ຄ້າແມ່ຄ້າເກັບຊື້ໜໍ່ ຂ່າປ່າ ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ກໍ່ໄດ້ສ້າງບັນດາສາຂາຢູ່ເມືອງ ອູມິນ ດ້ວຍຄວາມປາດຖະໜາຢາກໃຫ້ໜໍ່ ຂ່າປ່າ ໄດ້ສຳຜັດກັບຕະຫຼາດພາຍໃນປະເທດ ແລະ ມຸ່ງໄປເຖິງການສົ່ງອອກ.

 

ຕອບກັບ