ຊອັກຈັງ ຮັບມືກັບສະພາບນ້ຳທະເລຊຶມເຂົ້າເພື່ອປົກປັກຮັກສາຕົ້ນເຂົ້າຍາມລະດູຫນາວຕໍ່ໃສ່ລະດູບານໃຫມ່

Ngoc Anh+Thach Hong
Chia sẻ

(VOVWORLD) - ແຂວງ ຊອັກຈັງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຜັນຂະຫຍາຍຫລາຍມາດຕະການຮັບມືກັບສະພາບນ້ຳທະເລຊຶມເຂົ້າ ທີ່ພວມເກີດຂຶ້ນຢ່າງຮ້າຍແຮງເພື່ອປົກປັກຮັກສາຕົ້ນເຂົ້າໃນຍາມລະດູຫນາວຕໍ່ໃສ່ລະດູບານໃຫມ່ປີ 2021 ຂອງຊາວກະສິກອນ. ນັບແຕ່ທ້າຍປີ 2020 ມາຮອດປະຈຸບັນ, ມີຫລາຍກິດຈະກຳເພື່ອກັ້ນນ້ຳທະເລ, ສະສົມນ້ຳຈືດ ໄດ້ຮັບການລົງທຶນກໍ່ສ້າງ ແລະ ນຳເຂົ້າໃຊ້ການ. ນອກນັ້ນ ບັນດາທ້ອງຖິ່ນ ຍັງໂຄສະນາ, ຂົນຂວາຍປະຊາຊົນຜະລິດເຂົ້າຕາມການແຈ້ງເຕືອນຂອງຂະແຫນງກະສິກຳເພື່ອຈຳກັດຜົນສະທ້ອນຈາກໄພແຫ້ງແລ້ງ, ນ້ຳທະເລຊືມເຂົ້າ.

ເພື່ອຈຳກັດຄວາມເສຍຫາຍໃຫ້ລະດູການເກັບກ່ຽວຍ້ອນນ້ຳທະເລຊຶມເຂົ້າ, ຂະແຫນງກະສິກຳແຂວງ ຊອັກຈັງ ໄດ້ຕິດຕາມສະພາບການ, ອັບເດດການຜັນແປຂອງອາກາດ, ແຫລ່ງນ້ຳຢູ່ຍ່ານເຫນືອແມ່ນ້ຳຂອງ ແລະ ເຂດທົ່ງພຽງແມ່ນ້ຳຂອງເປັນປະຈຳ. ພ້ອມກັນນັ້ນ ກໍ່ຈັດຕັ້ງການເຄື່ອນໄຫວຂອງກິດຈະກຳຊົນລະປະທານໃຫ້ເໝາະສົມ, ຍູ້ໄວຄວາມຄືບຫນ້າກໍ່ສ້າງສຳເລັດບັນດາກິດຈະກຳປ້ອງກັນ, ຕ້ານໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ. ກິດຈະກຳພື້ນຖານໂຄງລ່າງທີ່ຈຳເປັນໃນການພັດທະນາກະສິກຳບັນດາເຂດຜະລິດທີ່ສຸມໃສ່ເປັນເຈົ້າການໃນການປ້ອງກັນ ຕ້ານນ້ຳທະເລຊຶມເຂົ້າ ກໍ່ໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວ.

ຊອັກຈັງ ຮັບມືກັບສະພາບນ້ຳທະເລຊຶມເຂົ້າເພື່ອປົກປັກຮັກສາຕົ້ນເຂົ້າຍາມລະດູຫນາວຕໍ່ໃສ່ລະດູບານໃຫມ່ - ảnh 1ຊອັກຈັງ ພວມຜັນຂະຫຍາຍຫລາຍມາດຕະການປ້ອງກັນ ຕ້ານໄພແຫ້ງແລ້ງ ນ້ຳທະເລຊືມເຂົ້າ

ທ່ານ ຮີ່ງງອັກຫຍ໋າ, ຫົວຫນ້າ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຊອັກຈັງ ໃຫ້ຮູ້ວ່າ:

“ເປັນເຈົ້າການໃນວຽກງານປ້ອງກັນ ຕ້ານໄພແຫ້ງແລ້ງ ນ້ຳທະເລຊຶກມເຂົ້າລະດູແລ້ງປີ 2020 2021, ໃນນັ້ນ ເພີ່ມທະວີບັນດາມາດຕະການຄື ບູລະນະບັນດາລະບົບລະບາຍນ້ຳ, ຍົກລະດັບຄັນຄູ, ຮັບປະກັນການຈັດສັນນ້ຳຂອງບັນດາລະບົບລະບາຍນ້ຳກໍ່ຄືຄັນຄູກັນນ້ຳທະເລຊຶມເຂົ້າ.”

ທ່ານ ທາຍແທງດ່ຽນ ຢູ່ ບ້ານ ຢົ່ງຈົວອາ ຕາແສງ ອານຫຽບ ເມືອງ ເຈົາແທ່ງ ໃຫ້ຮູ້ວ່າ:

“ສະພາບນ້ຳທະເລຊຶມເຂົ້າໃນປີນີ້ໄດ້ສົ່ງຜົນສະທ້ອນບໍ່ຫລາຍປານໃດ ຍ້ອນມີຄັນຄູກັ້ນທົ່ວຕາແສງ, ມີລະບົບໂຄສະນາດ້ວຍໂທລະໂຄ່ງຂອງເມືອງ. ອຳນາດການປົກຄອງເມືອງ ໄດ້ລົງທຶນປ້ອມຕິດຕາມ ຈາກນັ້ນ ຊາວກະສິກອນ ກໍ່ກຳໄດ້ຂໍ້ມູນສະພາບການນ້ຳທະເລຊຶມເຂົ້າເພື່ອຖອດຖອນບົດຮຽນເມື່ອນ້ຳທະເລຊຶມເຂົ້າ.”

ຊອັກຈັງ ຮັບມືກັບສະພາບນ້ຳທະເລຊຶມເຂົ້າເພື່ອປົກປັກຮັກສາຕົ້ນເຂົ້າຍາມລະດູຫນາວຕໍ່ໃສ່ລະດູບານໃຫມ່ - ảnh 2ການຜະລິດກະສິກຳຢູ່ ແຂວງ ຊອັກຈັງ ບັນລຸສະພາບຕະພາບສູງ

ວຽກງານໂຄສະນາ, ແນະນຳໃຫ້ປະຊາຊົນເປັນເຈົ້າການ, ຮັບມືກັບນ້ຳທະເລຊຶມເຂົ້າ ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກອຳນາດການປົກຄອງເມືອງ ເຈົາແທ່ງ. ທ່ານ ຫງວຽນວັນເຫີ້ນ, ຮອງຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ເຈົາແທ່ງ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າມີການແຈ້ງເຕືອນຊາວກະສິກອນ ຕ້ອງເປັນເຈົ້າການໃນການເອົານ້ຳຮັບໃຊ້ການຜະລິດ ຈຳກັດຄວາມເສຍຫາຍ. ໃນປີນີ້ ສຸມໃສ່ຂຸດປັບບັນດາຄັນຄູ, ກິດຈະກຳຊົນລະປະທານເພື່ອສ້າງແຫລ່ງສະຫນອງນ້ຳຈືດຮັບໃຊ້ການຜະລິດ. ອຳນາດການປົກຄອງເມືອງຈັດຕັ້ງການບູລະນະ ສ້ອມແປງບັນດາກິດຈະກຳລະບາຍນ້ຳ ກັນນ້ຳທະເລຊຶມເຂົ້າ, ຈັດຕັ້ງຊຸດອົບຮົມດ້ານເຕັກນິກ, ແນະນຳບັນດາມາດຕະການດ້ານເຕັກນິກໃນການປູກເຂົ້າເມື່ອເກີດໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າໃຫ້ພໍ່ແມ່ປະຊາຊົນ. ພວກຂ້າພະເຈົ້າສົ່ງພະນັກງານລົງກວດກາທົ່ງນາເປັນປະຈຳ ເພື່ອກຳແຫນ້ນສະພາບການ”

ຍ້ອນມີຄວາມເປັນເຈົ້າການໃນການຮັບມືກັບໄພນ້ຳທະເລຊຶມເຂົ້າ, ສະນັ້ນການເກັບກ່ຽວເຂົ້າລະດູບານຫນາວຕໍ່ໃສ່ລະດູບານໃຫມ່ຂອງແຂວງ ຊອັກຈັງ ຈະບັນລຸສະມັດຕະພາບສູງ. ປະຈຸບັນ ຂະແຫນງກະສິກຳແຂວງ ພວມປະຕິບັດບັນດາມາດຕະການຮັບມືກັບໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າຢ່າງຂ້ຽວຂາດ ເພື່ອຈຳກັດຜົນສະທ້ອນຈາກນ້ຳທະເລຊຶມເຂົ້າຕໍ່ລະດູການເກັບກ່ຽວທີ່ຍັງເຫລືອຂອງແຂວງໃຫ້ຢູ່ໃນລະດັບຕ່ຳສຸດ.

ຕອບກັບ