ບໍລິສັດ ເກີ໋ມທ່ຽວ ຈຳກັດ ຢູ່ ເທດສະບານ ຫງ໋ານຳ ຜະລິດ ແລະ ປຸງແຕ່ງສະເພາະບັນດາຜະລິດຕະພັນຈາກຕົ້ນ Soursop (ຫມາກຂຽບຝະລັ່ງ) ແມ່ນຫນຶ່ງໃນຈຳນວນ 52 ວິສາຫະກິດ, ສະຫະກອນ ແລະ ຄອບຄົວດຳເນີນທຸລະກິດ ຢູ່ ແຂວງ ຊອກຈັງ ທີ່ໄດ້ຮັບຫນັງສືຢັ້ງຢືນ OCOP. ເພື່ອໃຫ້ມີຜະລິດຕະພັນດີ ບໍລິສັດໄດ້ລົງທຶນພື້ນຖານດ້ານວັດຖຸຕອບສະຫນອງບັນດາມາດຕະຖານຄຸນນະພາບ ແລະ ຜະລິດ ຜະລິດຕະພັນກະເສດ ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ນອກນັ້ນ ບໍລິສັດ ຍັງກໍ່ສ້າງ ແລະ ນຳໃຊ້ແຫລ່ງວັດຖຸດິບ ຮັບປະກັນການປູກຕາມຂັ້ນຕອນຂອງ VietGAP.
ປະຈຸບັນ ບັນດາຜະລິດຕະພັນຂອງບໍລິສັດ ລວມມີ ຊາ Soursop (ຊາຫມາກຂຽບຝະລັ່ງ) ລົດຊາດຫອມ,... ລ້ວນແຕ່ໄດ້ຈັດເຂົ້າຜະລິດຕະພັນບັນລຸມາດຕະຖານ OCOP 4 ດາວ. ເປັນຫນ້າສົນໃຈ ບັນດາຜະລິດຕະພັນ ຊາ Soursop (ຊາຫມາກຂຽບຝະລັ່ງ) ຂອງບໍລິສັດ ປະຈຸບັນ ໄດ້ນຳມາຂາຍຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ ແລະ ໄດ້ນຳເຂົ້າບາງຮ້ານຊັບພະສິນຄ້າ. ຜ່ານການພັດທະນາ OCOP, ບໍລິສັດໄດ້ຮ່ວມສຳພັນ ຈຳຫນ່າຍຜະລິດຕະພັນ ຮັບປະກັນສົ້ນອອກໃຫ້ແກ່ບັນດາຄອບຄົວປູກຕົ້ນ Soursop (ຫມາກຂຽບຝະລັ່ງ) ຢູ່ ທ້ອງຖິ່ນ ແກ້ໄຂວຽກເຮັດງານທຳໃຫ້ຄົນງານຫລາຍຄົນ.
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຊອກຈັງ ເຊັນສັນຍາຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ຂອງບັນດາແຂວງ, ນະຄອນພາຍໃນປະເທດ |
ຄຽງຂ້າງນັ້ນ ບໍລິສັດພວມຮ່ວມມືກັບບາງຄູ່ຮ່ວມມືດ້ານການຄ້າ ເພື່ອສົ່ງອອກຜະລິດຕະພັນໄປຍັງຕະຫລາດຕ່າງປະເທດ ຄື: ຈີນ, ສ.ເກົາຫລີ ... ອ້າຍ ເຢືອງມີງຈູງ ຜູ້ອຳນວຍການ ບໍລິສັດ ເກີ໋ມທ່ຽວ ຈຳກັດ ໃຫ້ຮູ້ວ່າ:
“ບັນດາຜະລິດຕະພັນຢາກສົ່ງອອກ ຕ້ອງມີຫນັງສືຢັ້ງຢືນຈຳນວນຫນຶ່ງ ເພື່ອຕອບສະຫນອງມາດຕະຖານທີ່ສູງກວ່າ. ໂດຍໄດ້ຮັບການຫນູນຊ່ວຍຈາກພະແນກວິທະຍາສາດ ເຕັກໂນໂລຊີ, ພະແນກກະສິກຳ, ພະແນກອຸດສາຫະກຳ ການຄ້າ, ເກີ໋ມທ່ຽວ ໄດ້ປະຕິບັດຂັ້ນຕອນຢັ້ງຢືນ ISO 2000. ບັນດາໂຄງການສົ່ງເສີມອຸດສາຫະກຳໃນການຜະລິດ ກໍ່ໄດ້ຫນູນຊ່ວຍກ່ຽວກັບກົນຈັກ, ອຸປະກອນ. ແຕ່ຢາກສົ່ງ Soursop (ຫມາກຂຽບຝະລັ່ງ) ໄປຂາຍຢູ່ແດນໄກກວ່າ ຕ້ອງສ້າງເຂດວັດຖຸດິບມີມາດຕະຖານກວ່າ, ຄຽງຂ້າງນັ້ນ ກໍ່ມີບັນດາມາດຕະຖານຢັ້ງຢືນຂອງບັນດາປະເທດສົ່ງອອກ.”
ເພື່ອຂຸດຄົ້ນແຜນຮ່າງ “ຫນຶ່ງຕາແສງຫນຶ່ງຜະລິດຕະພັນ OCOP” , ໃນກວ່າ 2 ປີຜ່ານມາ, ແຂວງ ຊອກຈັງ ໄດ້ບຸລິມະສິດບັນດາແນວຄວາມຄິດຜະລິດຕະພັນໃຫມ່, ຜະລິດຕະພັນປຸງແຕ່ງແບບລົງເລິກ, ຜະລິດຕະພັນມູນເຊື້ອທີ່ຕິດພັນກັບຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ ເປັນຕົ້ນແມ່ນຂົງເຂດກະສິກຳ. ບັນດາທ້ອງຖິ່ນ ໄດ້ສຸມໃສ່ຫນູນຊ່ວຍສ້າງບັນດາຮູບການດຳເນີນທຸລະກິດເພື່ອພັດທະນາຜະລິດຕະພັນສິນຄ້າຕາມລະບົບມູນຄ່າ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ບຳລຸງສ້າງວິຊາຊີບ, ຍົກສູງກຳລັງຄວາມສາມາດພັດທະນາ OCOP.
ຄຽງຂ້າງນັ້ນ ທາງແຂວງ ກໍ່ຍູ້ແຮງບັນດາການເຄື່ອນໄຫວກ່ຽວກັບການສົ່ງເສີມດ້ານການຄ້າ, ຊຸກຍູ້ການຮ່ວມສຳພັນ, ພັດທະນາການຜະລິດຕິດພັນກັບການຊອກຮູ້ ແລະ ເປີດກວ້າງຕະຫລາດຈຳຫນ່າຍຜະລິດຕະພັນ, ກະຕຸ້ນການຈຳຫນ່າຍຜະລິດຕະພັນ, ສະຫະກອນແລະ ຄອບຄົວດຳເນີນທຸລະກິດໄດ້ຮັບການຮັບຮອງ, ໃນນັ້ນ ມີ 24 ຜະລິດຕະພັນບັນລຸມາດຖານ 4 ດາວ ແລະ 75 ຜະລິດຕະພັນບັນລຸມາດຖານ 3 ດາວ.
ບັນດາຜະລິດຕະພັນ OCOP ຂອງແຂວງ ຊອກຈັງ |
ໃນຊຸມປີຈະມາເຖິງ, ຊອກຈັງ ກຳນົດຄາດໝາຍສືບຕໍ່ຍົກສູງຄຸນນະພາບຜະລິດຕະພັນ, ມຸ່ງໄປເຖິງເລື່ອງຍົກມາດຕະຖານຄຸນນະພາບໃຫ້ແກ່ບັນດາຜະລິດຕະພັນ OCOP ພ້ອມທັງເພີ່ມທະວີການເຊື່ອມຕໍ່ເພື່ອໃຫ້ບັນດາຜະລິດຕະພັນ OCOP ຂອງແຂວງນີ້ ນັບມື້ນັບເປີດກວ້າງຕະຫລາດ ແລະ ເປັນທີ່ຮູ້ຈັກຂອງລູກຄ້າຫລາຍຄົນ. ທ່ານ ເລີມຮ່ວາງຫຽບ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ໃຫ້ຮູ້ວ່າ:
“ປະຈຸບັນ ແຂວງຊອກຈັງ ພັດທະນາໄດ້ 99 ຜະລິດຕະພັນ OCOP. ພວກຂ້າພະເຈົ້າຈະມີແຜນການລະອຽດ ເພື່ອຍົກລະດັບບັນດາຜະລິດຕະພັນນີ້ ຈາກ ມາດຕະຖານ 3 ດາວຂຶ້ນເປັນ 4 ດາວ, 5 ດາວເພື່ອຕອບສະຫນອງຄວາມຕ້ອງການຢູ່ພາຍໃນປະເທດ ແລະ ໂລກ. ນອກຈາກ 99 ຜະລິດຕະພັນນີ້ ພວກຂ້າພະເຈົ້າຍັງສືບຕໍ່ສ້າງບັນດາຜະລິດຕະພັນບັນລຸມາດຕະຖານ OCOP ສ້າງເປັນບັນດາຜະລິດຕະພັນອຸດົມສົມບູນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ຊອກຈັງ ໃຫ້ດີທີ່ສຸດ ເປັນຕົ້ນໃນການຜະລິດກະສິກຳ”.
ແຂວງ ຊອກຈັງ ວາງຄາດໝາຍໃຫ້ແກ່ 5 ປີ ຈະມາເຖິງ ຈະພັດທະນາ ອີກ 35 ຜະລິດຕະພັນ OCOP ໃຫມ່ ພ້ອມທັງສຸມໃສ່ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດພະນັກງານຄຸ້ມຄອງ, ກຳລັງຄວາມສາມາດການຜະລິດດຳເນີນທຸລະກິດຂອງວິສາຫະກິດ, ສະຫະກອນ, ຍູ້ແຮງວຽກງານສົ່ງເສີມການຄ້າຄື: ເຂົ້າຮ່ວມບັນດາງານຕະຫລາດນັດ, ກອງປະຊຸມສຳມະນາ, ສຸມໃສ່ແນະນຳໂຄສະນາຜະລິດຕະພັນ OCOP, ເພື່ອແນໃສ່ປະກອບສ່ວນຊຸກຍູ້ເສດຖະກິດທ້ອງຖິ່ນໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.