ຊີ​ວິດ​ໃໝ່​ຢູ່​ຕາ​ແສງແຫ່ງ​ໜຶ່ງ​ໃນ​ເຂດ​ໄຕ​ງວຽນ

Chia sẻ
(VOVWORLD) -

 ດົ່ງນາຍເທື້ອງ ແມ່ນຕາແສງເຂດຫ່າງໄກສອກຫລີກຂອງເມືອງ ກາດຕຽນ, ແຂວງ ເລິມດົ່ງ ທີ່ມີຊາວເຜົ່າມະ ເກືອບ 100%. ກ່ອນນີ້, ຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນໄດ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ລັດຕ້ອງຊ່ວຍເຫຼືອໃນເວລາທີ່ຍັງບໍ່ທັນຮອດລະດູການປູກຝັງໃໝ່ ເພາະວ່າຊ່ວງເວລານີ້ ປະຊາຊົນຂາດເຂີນ ແລະ ບໍ່ມີວຽກເຮັດ. ຍ້ອນໄດ້ຍູ້ແຮງວຽກງານກໍ່ສ້າງຊົນນະບົດໃໝ່, ມາຮອດປະຈຸບັນ, ຕາແສງບໍ່ມີຄອບຄົວທຸກຍາກອີກແລ້ວ, ບໍ່ມີເຮືອນຢູ່ແບບຊົ່ວຄາວ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.

ຊີ​ວິດ​ໃໝ່​ຢູ່​ຕາ​ແສງແຫ່ງ​ໜຶ່ງ​ໃນ​ເຂດ​ໄຕ​ງວຽນ - ảnh 1 ເສັ້ນທາງຄົມມະນາຄົມຢູ່ຕາແສງ ດົ່ງນາຍເທື້ອງ  

 (ພາບ: baolamdong.vn)

 

   ໃນເຮືອນທີ່ໃຫ່ຍໂຕໂອໂຖງ ທີ່ຕັ້ງຢູ່ແຄມທາງພາຍໃນບ້ານ ທີ່ຫາກໍ່ສ້າງຂຶ້ນດ້ວຍເບຕົງຢ່າງສະອາດສວຍງາມຢູ່ບ້ານ ບອນບູຣາ ຕາແສງ ດົ່ງນາຍເທື້ອງ, ທ່ານ K’Lộc ໃຫ້ຮູ້ວ່າ:  ບອນບູຣາ ໃນທຸກວັນນີ້ມີການປ່ຽນແປງຢ່າງຮອບດ້ານ ແມ່ນຍ້ອນການສົມທົບລະຫວ່າງແຫຼ່ງເງິນລົງທຶນຂອງລັດ ກັບການປະກອບທີ່ດິນ ແລະ ເຫື່ອແຮງຂອງປະຊາຊົນຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

    ປະຊາຊົນພ້ອມແລ້ວທີ່ຈະປະກອບທີ່ດິນເພື່ອຂະຫຍາຍທາງຄົມມະນາຄົມ. ຍ້ອນວ່າລັດໄດ້ກໍ່ສ້າງເສັ້ນທາງ ຊ່ວຍປະຊາຊົນພັດທະນາເສດຖະກິດ, ກະສິກຳ, ຊົນນະບົດຂອງຕາແສງຕົນ.

   ພ້ອມກັບລະບົບໄຟຟ້າ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ…ໄດ້ຮັບຄວາມເອົາໃຈໃສ່ລົງທຶນນັ້ນ, ປະຊາຊົນກໍ່ຕັ້ງໜ້າຫັນປ່ຽນຜົນລະປູກ, ລ້ຽງສັດ, ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ຍ້ອນເຫດນັ້ນ, ຫຼາຍຄອບຄົວຈຶ່ງໄດ້ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນ. ທ່ານນາງ ດຽວທິເປຣິດ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ດົ່ງນາຍເທື້ອງ ແບ່ງປັນວ່າ: ຈາກສະພາບການຂາດເຂີນການກິນຢູ່, ການນຸ່ງຖື, ການຜະລິດຫຼ້າຫຼັງ, ມາຮອດປະຈຸບັນ, ຍ້ອນໄດ້ປະຕິບັດຫຼາຍໂຄງການລົງທຶນຂອງລັດເປັນຢ່າງດີນັ້ນ, ຕາແສງ ດົ່ງນາຍເທື້ອງ ຈຶ່ງມີການຫັນປ່ຽນຢ່າງເຫັນໄດ້ຊັດ. ບັນດາທົ່ງນາປູກເຂົ້າໃນເມື່ອກ່ອນ ໄດ້ປ່ຽນມາປູກຜົນລະປູກທີ່ມີປະສິດທິຜົນດ້ານເສດຖະກິດສູງ. ປະຈຸບັນ, ທົ່ວຕາແສງມີເນື້ອທີ່ປູກໝາກມ່ວງຫິມະພານ, ຢາງພາລາ, ກາເຟ ແລະ ຕົ້ນໄມ້ກິນໝາກກ່ວາ 1000 ເຮັກຕາ, ອັນໄດ້ສ້າງລາຍຮັບໃຫ້ບັນດາຄອບຄົວນັບຮ້ອຍລ້ານດົ່ງຕໍ່ປີ:

   ປະຊາຊົນລ້ວນແຕ່ໄດ້ເອົາໃຈໃສ່, ສະໜັບສະໜູນວຽກງານໂຄສະນາ, ປຸກລະດົມຕາມນະໂຍບາຍຂອງພັກ, ກົດໝາຍຂອງລັດທັງໝົດ. ປະຈຸບັນ, ປະຊາຊົນໄດ້ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການປູກຝັງ ແລະ ລ້ຽງສັດ.

   ພ້ອມກັບບັນດາບາດກ້າວເດີນດ້ານການຜະລິດ ແລະ ໂສມໜ້າຊົນນະບົດຢ່າງໃຫ່ຍໂຕມະໂຫຖານ, ທັນສະໄໝນັ້ນ, ສະຕິຄວາມຮັບຮູ້ກ່ຽວກັບບັນດາບັນຫາສັງຄົມຂອງປະຊາຊົນຢູ່ຕາແສງ ດົ່ງນາຍເທື້ອງ ກໍ່ໄດ້ຮັບການເປີດກ້ວາງກ່ວາອີກ. ບັນດາຮິດຄອງປະເພນີຫຼ້າຫຼັງກໍ່ຖືກລົບລ້າງ. ເອື້ອຍ ດຽວທິແຣວ ຢູ່ບ້ານ ບູ່ຢາຣາ ໃຫ້ຮູ້ວ່າ:

  ເມື່ອມີໂລກໄພໄຂ້ເຈັບ, ເກີດລູກ, ປະຊາຊົນລ້ວນແຕ່ສົ່ງຄົນເຈັບໄປ ປິ່ນປົວຢູ່ສຸກສາລາ, ບໍ່ຄືເມື່ອກ່ອນນີ້ ມີພຽງແຕ່ ນົບໄຫວ້ບູຊາຢູ່ບ້ານ.

  ທ່ານ ດຽວກຢັກ ເລຂາພັກຕາແສງ ດົ່ງນາຍເທື້ອງ ແບ່ງປັນວ່າ: ຊີວິດການເປັນຢູ່ຂອງປະຊາຊົນໃນທຸກວັນນີ້ນັບມື້ນັບດີຂຶ້ນ. ໃນປີ 2010 ນັ້ນ, ທົ່ວຕາແສງມີຄອບຄົວທຸກຍາກຫຼາຍກ່ວາເຄິ່ງໜຶ່ງ, ແຕ່ມາຮອດປະຈຸບັນຍັງເຫຼືອພຽງ 17 ຄອບຄົວເທົ່ານັ້ນ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ກ່ວາ 40 ລ້ານດົ່ງຕໍ່ປີ. ຕາແສງໄດ້ປະຕິບັດສຳເລັດທຸກຄາດໝາຍ ແລະ ທ້າຍປີນີ້ຈະຕ້ອນຮັບນາມມະຍົດຕາແສງບັນລຸມາດຕະຖານຊົນນະບົດໃໝ່:

   ຕາແສງຫາກໍ່ສ້າງຕັ້ງຂຶ້ນ, ສະນັ້ນ, ການກໍ່ສ້າງບັນດາກິດຈະກຳທີ່ກ່ຽວຂ້ອງເຖິງການວາງແຜນຜັງ, ການຊົດເຊີຍໃຫ້ປະຊາຊົນໃນການບຸກເບີກທີ່ດິນແມ່ນຫຼາຍທີ່ສຸດ. ເປັນໜ້າພາກພູມໃຈແມ່ນພະນັກງານ, ສະມາຊິກພັກ ຍາມໃດກໍ່ນຳໜ້າ, ຕັ້ງໜ້າປະກອບທີ່ດິນ ເພື່ອກໍ່ສ້າງບັນດາກິດຈະກຳສະຫວັດດີການສັງຄົມ.

   ເມື່ອມາຢ້ຽມຢາມຕາແສງ ດົ່ງນາຍເທື້ອງ ໃນທຸກວັນນີ້, ພວກເຮົາຈະເຫັນປະຈັກຕາການປ່ຽນແປງຂອງເຂດດິນແດນແຫ່ງນີ້. ປະຊາຊົນບັນດາເຜົ່າຢູ່ທີ່ນີ້ ກໍ່ມີຊີວິດການເປັນຢູ່ຢ່າງເບີກບານມ່ວນຊື່ນ, ມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ ແລະ ໂສມໜ້າກໍ່ມີການປ່ຽນແປງໄປໃນແຕ່ລະວັນ.

 

ຕອບກັບ