ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່​ບ້ານ​ເມື່ອງ​ແຍ໊ 2

Ngoc Anh
Chia sẻ
(VOVWORLD) - ບ້ານເມື່ອງແຍ໊ 2, ຕາແສງເມື່ອງແຍ໊, ເມືອງເມື່ອງແຍ໊, ແຂວງດ້ຽນບຽນ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານ “ແຜນຮ່າງການສັບຊ້ອນ, ສ້າງຊີວິດຂອງປະຊາຊົນໃຫ້ເປັນປົກກະຕິ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງ ເມື່ອງແຍ໊” ໂດຍທ່ານນາຍົກລັດຖະມົນຕີປະກາດໃຊ້ເມື່ອເດືອນມັງກອນປີ 2010 (ຫຼືເອີ້ນຫຍໍ້ວ່າແຜນຮ່າງ 79). ມາຮອດປະຈຸບັນ, ຊີວິດໃໝ່ຂອງປະຊາຊົນໃນບ້ານໄດ້ເປັນປົກກະຕິ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ.
ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່​ບ້ານ​ເມື່ອງ​ແຍ໊ 2 - ảnh 1

ເສັ້ນທາງເຂົ້າບ້ານເມື່ອງແຍ໊ 2

 ບ້ານເມື່ອງແຍ໊ 2 ມີປະມານ 20 ຄອບຄົວ, ມີປະຊາກອນ 130 ຄົນ ໃນນັ້ນ ສ່ວນຫຼາຍແມ່ນຊາວເຜົ່າມົ້ງ ແລະ ໄດ້ອົບພະຍົບມາແຕ່ບ່ອນອື່ນ. ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຫົວໜ່ວຍເຈົ້າຂອງລົງທຶນ ໄດ້ຈັດສັນບ່ອນຢູ່, ທີ່ດິນທຳການຜະລິດກະສິກຳໃຫ້ບັນດາຄອບຄົວ ທີ່ມາຈາກຕາແສງອື່ນ ໃນເມືອງເມື່ອງແຍ໊ ແລະ ບັນດາຄອບຄົວທີ່ອົບພະຍົບເສລີ ເພື່ອມາສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິ. ທ່ານ ວຸ່ຍວັນງວ້ຽນ ປະທານຄະນະກຳມະການປະຊາຊົນ ເມືອງ ເມື່ອງແຍ໊ ໃຫ້ຮູ້ວ່າ:

ແຜນຮ່າງ 79 ໄດ້ຮັບການປະຕິບັດມາເປັນເວລາເກືອບ 10 ປີແລ້ວ, ປະສິດທິຜົນໄດ້ນຳມາໃຫ້ ນັ້ນແມ່ນສ້າງຊີວິດປະຊາຊົນໃຫ້ເປັນປົກກະຕິ, ສ້າງສະຖຽນລະພາບດ້ານການເມືອງ ແລະ ສັງຄົມ. ພວກຂ້າພະເຈົ້າໄດ້ແບ່ງວຽກໃຫ້ແຕ່ລະພະແນກ, ຂະແໜງການ ເພື່ອປະຕິບັດບັນດາບັນຫາຂອງແຜນຮ່າງດັ່ງກ່າວ ແລະ ຕ້ອງຮັບຜິດຊອບເຮັດໃຫ້ສຸດກົກສຸດປາຍ. ເມືອງ ເມື່ອງແຍ໊ ໄດ້ປະຕິບັດບັນດານະໂຍບາຍສະຫວັດດີການສັງຄົມ ໃນບໍລິເວນຢ່າງເດັດຂາດ. ຮຽກຮ້ອງໃຫ້ບັນດານັກລົງທຶນ, ເປັນຕົ້ນແມ່ນບັນດາທະນາຄານທີ່ມີຫຸ້ນສ່ວນ ຜັນຂະຫຍາຍການກໍ່ສ້າງເຮືອນ ດ້ວຍການກຳນົດການໜຼນຊ່ວຍແມ່ນ 50 ລ້ານດົ່ງຕໍ່ເຮືອນຫຼັງ 1.

ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່​ບ້ານ​ເມື່ອງ​ແຍ໊ 2 - ảnh 2

ພະນັກງານຕຳຫຼວດມາຢ້ຽມຢາມເຮືອນເອື້ອຍ ລໍ່ທິກວຽດ

 ພ້ອມກັບບັນດານະໂຍບາຍໜູນຊ່ວຍຂອງແຜນຮ່າງ 79, ເມື່ອມາດຳລົງຊີວິດຢູ່ເຮືອນຫຼັງໃໝ່, ປະຊາຊົນບ້ານເມື່ອງແຍ໊ 2 ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຈາກບັນດາໂຄງການເປົ້າໝາຍລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂຄງການໜູນຊ່ວຍຫລຸດຜ່ອນຄວາມທຸກຍາກໄວ ແລະ ຍືນຍົງ ສຳລັບ 61 ເມືອງທຸກຍາກ. ອຳນາດການປົກຄອງທ້ອງຖິ່ນ ກໍ່ໜູນຊ່ວຍເບັ້ຍໄມ້, ແນວພັນສັດລ້ຽງ, ຈັດການຝຶກອົບຮົມ, ເຜີຍແຜ່ເຕັກນິກການລ້ຽງປູກ ໃຫ້ແກ່ປະຊາຊົນ. ສະຫວັດດີການສັງຄົມໄດ້ຮັບປະກັນ, 100% ລູກຫຼານຂອງປະຊາຊົນໄດ້ໄປໂຮງຮຽນ, ທາງບ້ານກໍ່ມີນ້ຳສະອາດ, ມີໄຟຟ້າໃຊ້.. ຍ້ອນເຫດນັ້ນ, ປະຊາຊົນຈຶ່ງມີຄວາມອຸ່ນອ່ຽນໃຈ ເມື່ອມາຕັ້ງຖິ່ນຖານຄົງທີ່ ແລະ ສ້າງຊີວິດໃໝ່ຢູ່ບ້ານນີ້. ເອື້ອຍລໍ່ທິກວຽດ, ຊາວເຜົ່າຜູ້ໄທ, ບ້ານເມື່ອງແຍ໊ 2 ເລົ່າສູ່ຟັງວ່າ:

ຂ້າພະເຈົ້າແມ່ນຊາວທອ້ງຖິ່ນນີ້, ກ່ອນນີ້ ຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ລັດກໍ່ມີຄວາມເອົາໃຈໃສ່, ກໍ່ສ້າງເຮືອນໃຫ້ຢູ່, ຄອບຄົວກໍ່ມີຄວາມພາກພູມໃຈ, ອຸ່ນອ່ຽນໃຈ ເພື່ອອອກແຮງງານ ທຳການຜະລິດ. ເຮືອນໃໝ່ໄດ້ກໍ່ສ້າງສຳເລັດເມື່ອເດືອນເມສາປີ 2020. ເຮືອນໃໝ່ມີຄວາມແໜ້ນໜາຖາວອນດີ, ສະອາດງາມຕາ, ບໍ່ຢ້ານເປ່ເພອີກແລ້ວ.

ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່​ບ້ານ​ເມື່ອງ​ແຍ໊ 2 - ảnh 3

ບັນດາເຮືອນໃໝ່ຢູ່ບ້ານເມື່ອແຍ໊ 2

 ກ່ອນນີ້, ປະຊາຊົນໄດ້ດຳລົງຊີວິດແບບເຄື່ອນຍ້າຍຕະຫຼອດ, ທຳການປູກຝັງ ຢູ່ດິນຜິດກົດໝາຍ, ບໍ່ມີທີ່ດິນທຳການຜະລິດເປັນຂອງຕົນເອງ, ຊີວິດຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທັນຍາຫານສ່ວນຫຼາຍແມ່ນໄດ້ມາຈາກການຖາງປ່າເຮັດໄຮ່, ດິນເສື່ອມຄຸນໄວ, ເຂົ້າໄຮ່ ບໍ່ໃຫ້ສະມັດຕະພາບສູງ. ປະຈຸບັນ, ມາດຳລົງຊີວິດຢູ່ບ່ອນໃໝ່, ຊີວິດຂອງປະຊາຊົນ ເມືອງ ເມື່ອງແຍ໊ ໄດ້ປ່ຽນໂສມໜ້າໃໝ່ແລ້ວ. ບັນດາເຮືອນຫຼັງໃໝ່ໄດ້ຮັບການກໍ່ສ້າງຂຶ້ນຢ່າງໃຫ່ຍໂຕ ແລະ ສວຍງາມ, ພ້ອມດ້ວຍເຂດທົ່ງນາ, ສວນຜັກ, ສວນຕົ້ນໄມ້ກິນໝາກນາໆຊະນິດ…. ຈາກສອງຝາມືເປົ່າ, ມາຮອດປະຈຸບັນ, ຄອບຄົວ ທ່ານ ຊຸ່ງອາຈາຍ ຊາວເຜົ່າມົ້ງ ທີ່ອົບພະຍົບຈາກເມືອງມາຍເຊີນ ແຂວງເຊີນລາ ມາຕັ້ງຖິ່ນຖານຢູ່ເຂດດິນແດນແຫ່ງນີ້, ໄດ້ກາຍເປັນ 1 ໃນບັນດາຄອບຄົວຕົວແບບໃນບ້ານເມື່ອງແຍ໊ 2 ເລົ່າຄວາມໃນໃຈສູ່ຟັງວ່າ:

  ໂດຍໄດ້ຮັບຂ່າວວ່າ ຢູ່ບ້ານນີ້ ມີໂຄງການປູກຕົ້ນຢາງພາລາ, ຂ້າພະເຈົ້າ ມາຈາກແຂວງເຊີນລາ ເພື່ອມາສຳຫຼວດເບິ່ງໂຄງການ. ປູກຕົ້ນຢາງພາລາຈະໄດ້ເງິນຫຼາຍກ່ວາປູກເຂົ້າ. ເມື່ອຫາກໍ່ຍ້າຍມາໃໝ່ໆ, ຕ້ອງປຸກຕູບຢູ່ຊົ່ວຄາວໃນປ່າຢາງພາລາ, ແຕ່ຮອດປີ 2013, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ໃນການຜັນຂະຫຍາຍແຜນຮ່າງ 79, ໄດ້ສ້າງຕັ້ງບ້ານເມື່ອງແຍ໊ 2 ຂຶ້ນ, ລັດໄດ້ໜູນຊ່ວຍການກໍ່ສ້າງເຮືອນຢູ່ຖາວອນໃຫ້. ປະຈຸບັນ, ລາຍຮັບຄອບຄົວຂ້າພະເຈົ້າກໍ່ໄດ້ກ່ວາ 10 ລ້ານດົ່ງ/ເດືອນ.

  ເຖິງວ່າ, ໃນສະເພາະໜ້າ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ກໍ່ສາມາດເຫັນໄດ້ວ່າ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານ ເມື່ອງແຍ໊ 2 ພວມມີການປ່ຽນແປງໄປໃນແຕ່ລະວັນ. ໂສມໜ້າຊົນນະບົດຢູ່ແຫ່ງນີ້ ນັບມື້ນັບພັດທະນາດີກ່ວາເກົ່າ, ໄດ້ນຳມາເຊິ່ງຊີວິດການເປັນຢູ່ ທີ່ນັບມື້ນັບມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ ຢູ່ເຂດຊາຍແດນຂອງປະເທດຊາດ.

 

 

ຕອບກັບ