ຊີ​ວິດ​ໃຫມ່​​ຂອງ​ປະ​ຊາ​ຊົນຢູ່​ບ້ານ​ ຫວຍ​​ຮົກ

Ngoc Anh
Chia sẻ
(VOVWORLD) -ບ້ານ ຫວຍຮົກ ຕາແສງ ນ້ຳແກ່ ເມືອງ ເມື່ອງແຍ໊ ແຂວງ ດ້ຽນບຽນ ແມ່ນບ້ານຕັ້ງພູມລຳເນົາຄືນໃຫມ່ ແລະ ໄດ້ຮັບການກໍ່ສ້າງກ່ອນນີ້ສອງສາມປີ. ປະຊາຊົນຢູ່ທີ່ນີ້ 100% ແມ່ນຊາວເຜົ່າມົ້ງຢູ່ແຂວງ ດ້ຽນບຽນ ແລະ ຢູ່ບາງທ້ອງຖິ່ນອື່ນໄດ້ພາກັນຍ້າຍມາຕັ້ງຖິ່ນຖານພູມລຳເນົາ. ຊີວິດໃຫມ່ຂອງປະຊາຊົນຢູ່ທີ່ນີ້ ໄດ້ຫລຸດພົ້ນອອກຈາກຄວາມອຶດຫິວ, ສ້າງຊີວິດເປັນປົກກະຕິໂດຍພື້ນຖານ ແລະ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ.ບ້ານ ຫວຍຮົກ ໄດ້ຮັບການສ້າງຂຶ້ນ ບົນພື້ນຖານ “ແຜນຮ່າງຈັດສັນ, ສ້າງເຂດຊຸມຊົນເປັນປົກກະຕິ, ພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຢູ່ເມືອງ ເມື່ອງແຍ໊ ໂດຍນາຍົກລັດຖະມົນຕີ ເຊັນອະນຸມັດໃນວັນທີ 12 ມັງກອນປີ 2012 (ຫລືເອີ້ນຫຍໍ້ວ່າ ແຜນຮ່າງ 79).
ຊີ​ວິດ​ໃຫມ່​​ຂອງ​ປະ​ຊາ​ຊົນຢູ່​ບ້ານ​ ຫວຍ​​ຮົກ - ảnh 1ບ້ານ ຫວຍຮົກ ຕາແສງ ນ້ຳແກ່ ເມືອງ ເມື່ອງແຍ໊ ແຂວງ ດ້ຽນບຽນ  (ພາບ:VOV5)

ບັນດາຄອບຄົວຍ້າຍມາຕັ້ງຖິ່ນຖານພູມລຳເນົາຢູ່ແຫ່ງໃຫມ່ ລ້ວນແຕ່ໄດ້ຮັບເຮືອນຫລັງໃຫມ່ໂດຍລັດກໍ່ສ້າງໃຫ້ ແລະ ໄດ້ຮັບການຫນູນຊ່ວຍການຜະລິດ ຕາມບັນດາໂຄງການເປົ້າໝາຍແຫ່ງຊາດ ເພື່ອຮັບປະກັນການດຳລົງຊີວິດ. ທ່ານ ຫງວຽນກວາງຮຶງ, ເລຂາພັກເມືອງ ເມື່ອງແຍ໊ ໃຫ້ຮູ້ວ່າ:

ເມືອງ ເມື່ອງຍ໊ ຕັ້ງນ້າປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໂຄງການກໍ່ສ້າງຊົນນະບົດໃຫມ່, ໂຄງການພັດທະນາເສດຖະກິດ, ສັງຄົມ ຢູ່ບັນດາຕາແສງປະສົບກັບຄວາມຍຸ້ງຍາກເປັນພິເສດ ແລະ ເຂດຫ່າງໄກສອກຫຼີກ. ບັນດາໂຄງການນີ້ມີຄຸນປະໂຫຍດອັນໃຫຍ່ຫລວງ ກ່ຽວກັບການປັບປຸງຊີວິດການເປັນຢູ່, ສ້າງວຽກເຮັດງານທຳ, ຫາເງິນລ້ຽງຊີບໃຫ້ແກ່ພໍ່ແມ່ປະຊາຊົນ. ຊີວິດຂອງປະຊາຊົນຢູ່ທີ່ນີ້ໄດ້ມີການປ່ຽນແປງເທື່ອລະກ້າວ, ພິເສດ ອັດຕາຄອບຄົວອຶດຫິວທຸກຍາກແມ່ນຫລຸດລົງ. ເມື່ອງຍ໊ ແມ່ນນຶ່ງໃນຈຳນວນ 62 ເມືອງທຸກຍາກກວ່າໝູ່ຂອງທົ່ວປະເທດ. ກ່ອນນີ້ ຈຳນວນຄອບຄົວທຸກຍາກແມ່ນສູງກວ່າ 80% ປະຈຸບັນ ຫຼຸດລົງມາຍັງເຫລືອ ກວ່າ 60%, ໃນນັ້ນ ມີບາງຕາແສງ ອັດຕາຄອບຄົວທຸກຍາກໄດ້ຫລຸດລົງເຫລືອພຽງ 38%”.

ຊີ​ວິດ​ໃຫມ່​​ຂອງ​ປະ​ຊາ​ຊົນຢູ່​ບ້ານ​ ຫວຍ​​ຮົກ - ảnh 2ນັກຮຽນໄປໂຮງຮຽນ (ພາບ:VOV5) 
 ວັນທີ 4 ຕຸລາ ປີ 2019 ແຂວງ ດ້ຽນບຽນ ໄດ້ປະກາດໃຊ້ແຜນການຫນູນຊ່ວຍປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ ເມືອງ ເມື່ອງແຍ໊. ບັນດາຫົວຫນ່ວຍຕົ້ນຕໍທີ່ຂຶ້ນກັບກຳລັງປະກອບອາວຸດ (ຕຳຫລວດ ແລະ ກອງທັບ) ໄດ້ສ້າງຕັ້ງບັນດາໜ່ວຍງານ ລົງພື້ນທີ່ຕົວຈິງ ເພື່ອສຳຫລວດ, ຕິດຕາມ ແລະ ເຂົ້າຮ່ວມການປຸກສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ. ພັນຈັດຕະວາ ຫວູວັນຮຶງ ຫົວຫນ້າຕຳຫລວດເມືອງ ເມື່ອງແຍ໊ ໃຫ້ຮູ້ວ່າ:
ແຜນຮ່າງ 79 ໄດ້ຈັດສັນ 32 ຄອບຄົວມາຕັ້ງຖິ່ນຖານພູມລຳເນົາຢູ່ ບ້ານຫວຍຮົກ. ນັບແຕ່ປີ 2017 ເປັນຕົ້ນມາກຳລັງຕຳຫລວດ ໄດ້ສຳເລັດການປຸກສ້າງເຮືອນຢູ່ໃຫ້ 32 ຄອບຄົດັ່ງກ່າວ. ໃນຈຳນວນ 32 ຄອບຄົວນີ້ ມີ 19 ຄອບຄົວໄດ້ັບການນູນຊ່ວຍຈາກສັງຄົມຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຕຳຫລວດ ດ້ວຍຄ່າໃຊ້ຈ່າຍປຸກເຮືອນແຕ່ລະຫລັງແມ່ນ 50 ລ້ານດົງ. ເງື່ອນໄຂ, ມາດຖານໄດ້ຮັບເຮືອນຢູ່ນັ້ນ ໂດຍແມ່ນປະຊາຊົນໃນບ້ານເປັນຜູ້ຈັດຕັ້ງ,  ຄັດເລືອກເອງ ແລະ ຕ້ອງແມ່ນຄອບຄົວທີ່ປະສົບກັບຄວາມຍຸ້ງຍາກເປັນພິເສດ. ນອກນັ້ນ ກຳລັງຕຳຫລວດ ຍັງກໍ່ສ້າງທາງ, ຕິດຕັ້ງໄຟຟ້າ, ນ້ຳສະອາດ, ນູນຊ່ວຍທີ່ດິນທຳການຜະລິດກະສິກຳ ໃຫ້ຄອບຄົວ ລະ 2 ເຮັກຕາ.”

ຊາວບ້ານ ຫວຍຮົກ ດຳລົງຊີວິດແມ່ນອີງໃສ່ຂະແຫນງກະສິກຳປ່າໄມ້, ເຮັດໄຮ່ເຮັດນາ, ລ້ຽງສັດ, ປູກ ພືດຜັກ, ປູກຕົ້ນຢາງພາລາ, ຕົ້ນໄມ້ກິນຫມາກ. ອຳນາດການປົກຄອງທ້ອງຖິ່ນ ໄດ້ໂຄສະນາຂົນຂວາຍ ແລະ ແນະນຳໃຫ້ປະຊາຊົນທຳການປູກຝັງເປັນກະເສດສຸມ, ເພີ່ມລະດູການ ແລະ ດັດປັບດິນໄຮ່, ສຳລັບຊາວບ້ານເອງ ກໍ່ໄດ້ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ດຸໝັ່ນຂະຫຍັນພຽນ ອອກແຮງງານທຳການຜະລິດ. ຍ້ອນເຫດນັ້ນ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ ບ້ານຫວຍຮົກ ຈຶ່ງນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ. ອ້າຍ ວື່ອາຕູ໊ ຢູ່ ບ້ານຫວຍຮົກ ເລົ່າສູ່ຟັງວ່າ:

ຊີ​ວິດ​ໃຫມ່​​ຂອງ​ປະ​ຊາ​ຊົນຢູ່​ບ້ານ​ ຫວຍ​​ຮົກ - ảnh 3 ຕຳຫຼວດ, ພະນັກງານລົງຢ້ຽມຢາມພໍ່ແມ່ພີ່ນ້ອງ ບ້ານຫວຍຮົກ (ພາບ:VOV5)
ກ່ອນນີ້  ຂ້າພະເຈົ້າ ຢູ່ ເມືອງຕ່ວນເຈົາ, ແຂວງ ເຊີນລາ ແລະ ໄດ້ຍ້າຍມາຕັ້ງຖິ່ນຖານພູມລຳເນົາຢູ່ ບ້ານ ນ້ຳໂປ່ ເມືອງ ເມື່ອງຍ໊ ຫລັງຈາກນັ້ນຍ້າຍມາດຳລົງຊີວິດຢູ່ທີ່ນີ້ ຕາມແຜນຮ່າງ 79 ນັບແຕ່ປີ 2017. ຄອບຄົວມີ 7 ຄົນ ດຳລົງຊີວິດຢູ່ຮ່ວມກັນ. ລັດ ໄດ້ນູນຊ່ວຍແນວພັນປູກ, ງົວຄວາຍໃຫ້ພໍ່ແມ່ປະຊາຊົນທັງໝູ່ບ້ານ, ສ່ວນຕຳຫລວດກໍ່ຊ່ວຍປຸກສ້າງເຮືອນຢູ່. ຂ້າພະເຈົ້າເປັນກຳມະກອນເຮັດວຽກກ່ຽວກັບຢາງພາລາ ໄດ້ຮັບເງິນເດືອນ 4 ລ້ານດົງ/ເດືອນ. ຄອບຄົວມີດິນທຳການຜະລິດ 2 ເຮັດຕາ. ກ່ອນນີ້ ບໍ່ມີດິນທຳການຜະລິດແມ່ນສົບກັບຄວາມຍຸ້ງຍາກຫລາຍ, ແຕ່ມາບັດນີ້ ຊີວິດການເປັນຢູ່ ໄດ້ມີການປ່ຽນແປງຫລາຍແລ້ວ, ຊີວິດເປັນປົກກະຕິ, ມີຄວາມອີ່ມໜຳສຳລານກວ່າ, ບໍ່ຕ້ອງຍ້າຍໄປໃສອີກແລ້ວ.

ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫລືອຈາກລັດ ພ້ອມກັບຄວາມມານະພະຍາຍາມດຸໝັ່ນອອກແຮງານທຳການຜະລິດ ຂອງພໍ່ແມ່ປະຊາຊົນຊາວເຜົ່າມົ້ງ, ບ້ານຫວຍຮົກ ຈຶ່ງມີໂສມຫນ້າໃຫມ່, ມີການປ່ຽນແປງຫລາຍທີ່ສຸດ. ຊາວບ້ານ ຫວຍຮົກ ມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ. ປະຈຸບັນ ຊີວິດໃຫມ່ຂອງປະຊາຊົນຢູ່ ບ້ານຫວຍຮົກ ແມ່ນມີຄວາມອີ່ມໜຳສຳລານສົມບູນພູນສຸກກວ່າກ່ອນນີ້ຕັ້ງຫລາຍເທົ່າ.

ຕອບກັບ