ການ​ປ່ຽນ​ແປງ​ຢູ່​ເຂດ​ຖານ​ທີ່​ໝັ້ນ​ກ​ານ​ປະ​ຕິ​ວັດ ກື​ເປີງ

H Xíu-Lê Phương
Chia sẻ
(VOVWORLD) -ໃນໄລຍະຕໍ່ຕ້ານ, ຕາແສງກືເປີງ, ເມືອງກຼົງບຸກ, ແຂວງດັກລັກ ແມ່ນເຂດຖານທີ່ໝັ້ນທີ່ໝັ້ນແກ່ນ, ທະຫານ ແລະ ປະຊາຊົນເຫັນດີເຫັນພ້ອມເດີນຕາມການປະຕິວັດ, ຕໍ່ສູ້ຢ່າງອົງອາດກ້າຫານຈົນຮອດວັນປົດປ່ອຍ. ໃນພາລະກິດສ້າງສາປະເທດຊາດປະຈຸບັນ, ປະຊາຊົນບັນດາເຜົ່າຕາແສງກືເປີງ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ສາມັກຄີກັນຍູ້ຄວາມທຸກຍາກອຶດຫິວ, ຄວາມຫຼ້າຫຼັງໃຫ້ຖອຍໄປ, ຮ່ວມແຮງຮ່ວມໃຈກັນພັດທະນາເສດຖະກິດ, ກໍ່ສ້າງຊົນນະບົດໃໝ່.
ການ​ປ່ຽນ​ແປງ​ຢູ່​ເຂດ​ຖານ​ທີ່​ໝັ້ນ​ກ​ານ​ປະ​ຕິ​ວັດ ກື​ເປີງ - ảnh 1

  20% ຈຳນວນຄອບຄົວໃນຕາແສງແມ່ນຄອບຄົວຮັ່ງມີ

    ກ່ອນນີ້ກ່ວາ 10 ປີ, ຕາແສງກືເປີງ ແມ່ນຕາແສງທຸກຍາກຂອງເມືອງກຼົງບຸກ, ແຂວງດັກລັກ, ໃນຄາວນັ້ນ, ພື້ນຖານໂຄງລ່າງຍັງຂາດເຂີນ, ປະເພນີການປູກຝັງຍັງຫຼ້າຫຼັງຢູ່, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ. ແຕ່ມາຮອດປະຈຸບັນ, ໂສມໜ້າຂອງກືເປີງ ໄດ້ມີການປ່ຽນແປງອັນຕັ້ງໜ້າ ຍ້ອນການນຳໃຊ້ບັນດານະໂຍບາຍ, ໂຄງການຂອງລັດຖະບານ ເພື່ອບຸລິມະສິດແຫຼ່ງກຳລັງລົງທຶນ. ກ່ວາ 2100 ຄອບຄົວດ້ວຍຊາວຊົນເຜົ່າ ເອເດ, ມນົງ, ຢາຣາຍ....ກ່ວາ 10.000 ຄົນໄດ້ຮັບການຊ່ວຍເຫຼືອເພື່ອພັດທະນາການຜະລິດ, ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ.

   ທ່ານ Y Hluắt ÊBan ຢູ່ບ້ານເອອາຕຸກ, ຕາແສງກືເປີງ ເມືອງກຼົງບຸກ, ແຂວງດັກລັກ ໃຫ້ຮູ້ວ່າ:  ເສັ້ນທາງເຂົ້າບ້ານຂອງທ່ານໄດ້ກໍ່ສ້າງດ້ວຍເບຕົງແລ້ວ, ເຮືອນຫຼາຍຫຼັງທີ່ໃຫ່ຍໂຕໂອຖົງ ແລະ ສວຍງາມໄດ້ຖືກສ້າງຂຶ້ນຄຽງຂ້າງກັບເຮືອນຍາວທີ່ເປັນມູນເຊື້ອ. ຕາໜ່າງໄຟຟ້າແຫ່ງຊາດລຽບຕາມເສັ້ນທາງເຂົ້າບ້ານສາຍຕ່າງໆໄປຮອດແຕ່ລະຄອບຄົວ, ລະບົບຄອງເໝືອງຊົນລະປະທານໄດ້ຮັບປະກັນນ້ຳໃຫ້ການປູກຕົ້ນໄມ້. ຍ້ອນໄດ້ຮັບການຝຶກອົບຮົມ ແລະ ນຳໃຊ້ວິທະຍາສາດເຕັກນິກ, ຫຼາຍຄອບຄົວຈຶ່ງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກອຶດຫິວ, ກາຍເປັນຄອບຄົວຮັ່ງມີ. ແຕ່ກ່ອນ, ຄອບຄົວທ່ານເອງກໍ່ແມ່ນຄອບຄົວທຸກຍາກ ແຕ່ປະຈຸບັນໄດ້ກໍ່ສ້າງເຮືອນຍາວ, ຊື້ລົດໂອໂຕ ແລະ ຫຼາຍພາຫະນະອື່ນໆເພື່ອຮັບໃຊ້ການຜະລິດ. ທ່ານ Y Hluắt ຍັງແມ່ນ 1 ໃນຈຳນວນຊາວກະສິກອນທີ່ເປັນແບບຢ່າງດີເດັ່ນຢູ່ຕາແສງກືເປີງ ອີກດ້ວຍ. ທ່ານ Y Hluắt  ເວົ້າວ່າ:

   ກ່ອນນີ້, ຄອບຄົວຂ້າພະເຈົ້າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພວກຂ້າພະເຈົ້າໄດ້ພະຍາຍາມເຮັດ, ຄ່ອຍໆສະສົມເງິນຄຳເພື່ອກໍ່ສ້າງເຮືອນຢູ່. ຂ້າພະເຈົ້າຍັງຮຽນວິທີລ້ຽງໝູ, ໄກ່, ງົວ, ຮຽນຕາມຮູບແບບໂດຍສະມາຄົມຊາວກະສິກອນຜັນຂະຫຍາຍ, ແລ້ວກໍ່ຊື້ດິນ, ຊື້ລົດໂອໂຕໄດ້, ຊີວິດກໍ່ດີກ່ວາເມື່ອກ່ອນຫຼາຍແລ້ວ.

ການ​ປ່ຽນ​ແປງ​ຢູ່​ເຂດ​ຖານ​ທີ່​ໝັ້ນ​ກ​ານ​ປະ​ຕິ​ວັດ ກື​ເປີງ - ảnh 2

ວຽກງານເບິ່ງແຍງດູແລສຸຂະພາບ ແລະ ກວດ, ປິ່ນປົວພະຍາດໃຫ້ປະຊາຊົນໄດ້ຮັບຄວາມເອົາໃຈໃສ່

 ປະຈຸບັນ, ກືເປີງ ມີເນື້ອທີ່ປູກກາເຟກ່ວາ 3500 ແຮັກຕາ, ເນື້ອທີ່ປູກຢາງພາລາ, ໝາກພິກໄທນັບຮ້ອຍແຮັກຕາ. ທ່ານເຈິ່ນແທັງ ປະທານຄະນະກຳມະການປະຊາຊົນຕາແສງກືເປີງ ແບ່ງປັນວ່າ: ຍ້ອນນຳໃຊ້ບັນດານະໂຍບາຍ, ໂຄງການຂອງລັດຖະບານເພື່ອລົງທຶນພັດທະນາການຜະລິດເປັນຢ່າງດີນັ້ນ, ໂສມໜ້າຊົນນະບົດຂອງຕາແສງໄດ້ມີການປ່ຽນແປງຫຼາຍຢ່າງ. ປະຈຸບັນ, ຕາແສງມີເນື້ອທີ່ປູກກາເຟນັບພັນແຮັກຕາ, ເນື້ອທີ່ປູກຢາງພາລາ, ໝາກພິກໄທພ້ອມກັບຕົ້ນໄມ້ກິນໝາກຊະນິດຕ່າງໆນັບຮ້ອຍແຮັກຕາ, ແຕ່ລະປີໄດ້ສ້າງລາຍຮັບເຖິງຮ້ອຍຕື້ດົ່ງ. ທ່ານເຈິ່ນແທັງ ເວົ້າວ່າ:    ໂດຍໄດ້ເສີມຂະຫຍາຍມູນເຊື້ອວິລະຊົນກຳລັງປະກອບອາວຸດປະຊາຊົນໃນໄລຍະຕໍ່ຕ້ານນັ້ນ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຕາແສງກືເປີງ ໄດ້ຫັນດີເປັນເອກະພາບກັນ ສາມັກຄີກັນສູ້ຊົນປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມເປັນຢ່າງດີ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວນ. ອັດຕາສ່ວນຄອບຄົວທຸກຍາກໃນແຕ່ລະປີໄດ້ຫລຸດລົງ, ກ່ຽວກັບໂຄງການກໍ່ສ້າງຊົນນະບົດໃໝ່, ທາງຕາແສງສູ້ຊົນຮອດປີ 2020 ໃຫ້ສາມາດບັນລຸໄດ້ມາດຖານການກໍ່ສ້າງຊົນນະບົດໃໝ່.

   ພ້ອມກັບບັນດານະໂຍບາຍພັດທະນາເສດຖະກິດຄອບຄົວ, ວຽກງານກວດ, ປິ່ນປົວພະຍາດ ແລະ ເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ຍາມໃດກໍ່ໄດ້ຮັບການເອົາໃຈໃສ່ຈາກທ້ອງຖິ່ນ. ສຸກສາລາຕາແສງກືເປີງ ໄດ້ຮັບການລົງທຶນກໍ່ສ້າງບັນລຸມາດຖານສາກົນດ້ານສາທາລະນະສຸກດ້ວຍບັນດາເຄື່ອງມືອຸປະກອນທັນສະໄໝຄື: ເຄື່ອງວິໄຈ, ເຄື່ອງເອໂກ ແລະ ຖັນແຖວພາລະກອນການແພດໄດ້ຕອບສະໜອງຄວາມຕ້ອງການກວດ ແລະ ປິ່ນປົວພະຍາດຂອງປະຊາຊົນໃຫ້ເປັນຢ່າງດີ. ທ່ານ Y Phem Niê ຫົວໜ້າສຸກສາລາຕາແສງກືເປີງ ໃຫ້ຮູ້ວ່າ:

   ໃນຊຸປີຜ່ານມາ, ລັດໄດ້ລົງທຶນພື້ນຖານດ້ານວັດຖຸ, ພະນັກງານກໍ່ໄດ້ສົ່ງໄປຮຽນເພື່ອມາຜັນຂະຫຍາຍ, ນຳໃຊ້ບັນດາເຄື່ອງມືອຸປະກອນທັນສະໄໝ. ປະຈຸບັນ, ໄດ້ກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນຊົນເຜົ່າສ່ວນໜ້ອຍໂດຍບໍ່ຕ້ອງເສຍເງິນ, ປະຊາຊົນຜູ້ທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍເກືອບຄືວ່າໄດ້ນຳໃຊ້ບັດປະກັນສຸຂະພາບເຖິງ 90% ແລ້ວ.

     ໂດຍໄດ້ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີມາແຕ່ອະດີດຕະການ, ໃນພາລະກິດກໍ່ສ້າງແບບແຜນການດຳລົງຊີວິດທັນສະໄໝນັ້ນ, ຕາແສງກືເປີງ ໄດ້ກາຍເປັນແບບຢ່າງທີ່ດີເດັ່ນໃນການພັດທະນາເສດຖະກິດສັງຄົມ. ຊາວຊົນເຜົ່າສ່ວນໜ້ອຍຢູ່ທີ່ນີ້ ຍິ່ງມີການຮ່ວມແຮງຮ່ວມໃຈກັນອອກແຮງງານທຳການຜະລິດ, ກໍ່ສ້າງບ້ານເກີດເມືອງນອນ ໃຫ້ນັບມື້ນັບມີຄວາມອີ່ມໜຳສຳລານ, ຮັ່ງມີຜາສຸກ ແລະ ສວຍສົດງົດງາມ.

 

 

 

ຕອບກັບ