ການ​ປ່ຽນ​ແປງ​ຢູ່ບ້ານເຊ​ດັງ

Nam Trang-Thu Hang
Chia sẻ
(VOVWORLD) -ໂດຍແມ່ນໜຶ່ງໃນຈຳນວນບ້ານທີ່ທຸກຍາກກ່ວາໝູ່ຢູ່ຕາແສງ Ea Kuêh, ເມືອງ Cư M’gar, ແຂວງ Đắk Lắk ນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນບ້ານເຊດັງ ພວມມີການປ່ຽນແປງໃນແຕ່ລະມື້ ຍ້ອນມີໄຟຟ້າໃຊ້. ຮົ້ວສວນ ແລະ ທົ່ງໄຮ່ແຕ່ລະແຫ່ງລ້ວນແລ້ວແຕ່ມີຄວາມຂຽວສົດງົດງາມກ່ວາ, ເມື່ອຮອດຕອນຄ່ຳ, ຢູ່ແຕ່ລະຄອບຄົວລ້ວນແຕ່ໄດ້ໄຕ້ໄຟໃຫ້ແຈ້ງສະຫວ່າງ ແລະ ມີຄວາມອົບອຸ່ນຂຶ້ນ; ເສດຖະກິດຂອງແຕ່ລະຄອບຄົວໃນບ້ານກໍ່ພວມມີທ່າພັດທະນາໃນແຕ່ລະມື້ເຊັ່ນດຽວກັນ.
ການ​ປ່ຽນ​ແປງ​ຢູ່ບ້ານເຊ​ດັງ - ảnh 1

ພາບ: ກຳມະກອນບໍລິສັດໄຟຟ້າແຂວງດັກລັກ ຕິດຕັ້ງດອກໄຟໃຫ້ປະຊາຊົນບ້ານເຊດັງ

  ປະຈຸບັນ, ບ້ານເຊດັງມີ 130 ຄອບຄົວ, ດ້ວຍ 499 ຄົນ, ໃນນັ້ນ, 90% ແມ່ນ ຊົນເຜົ່າສ່ວນໜ້ອຍ. ບ້ານເຊດັງຖືວ່າ ເປັນບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ Cư M’gar.  ກ່ອນປີ 2018, ປະຊາຊົນໃນບ້ານບໍ່ມີໄຟຟ້າຮັບໃຊ້ໃຫ້ແກ່ການດຳເນີນຊີວິດ ແລະ ຫົດນ້ຳໃຫ້ແກ່ຜົນລະປູກ. ບໍ່ມີໄຟຟ້າໃຊ້, ເສັ້ນທາງໄປມາກໍ່ບໍ່ມີ, ຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ມີປະຊາຊົນຫຼາຍຄົນກໍ່ໜີອອກຈາກບ້ານເພື່ອໄປທຳມາຫາກິນ.

   ຮອດເດືອນທັນວາ ປີ 2017, ຂະແໜງໄຟຟ້າຂອງທ້ອງຖິ່ນ ໄດ້ຍູ້ໄວລະດັບຄວາມຄືບໜ້າໃນການກໍ່ສ້າງ, ນຳຕາໜ່າງໄຟຟ້າແຫ່ງຊາດກ່ຽວກັບການຮັບໃຊ້ຄວາມຕ້ອງການໄຟຟ້າເຂົ້າໃນການດຳເນີນຊີວິດ ແລະ ການຜະລິດ ໃຫ້ແກ່ປະຊາຊົນໃນບ້ານ ກົງກັບໂອກາດບຸນປີໃໝ່ປະຈຳຊາດ 2018. ນັບແຕ່ນັ້ນເປັນຕົ້ນໄປ, ຊີວິດຂອງປະຊາຊົນໄດ້ມີການປ່ຽນແປງໝົດທຸກດ້ານ.

   ມາຮອດປະຈຸບັນ, ພາຍຫຼັງມີໄຟຟ້າໃຊ້ເປັນເວລາ 2 ປີ, ເສດຖະກິດຂອງຄອບຄົວທ່ານ ຈ້ຽວຕ໊ຽນດຶກ ຢູ່ບ້ານເຊດັງ ໄດ້ມີການພັດທະນາຢ່າງເຫັນໄດ້ຊັດ. ເຮືອນຊານໃຫ່ຍໂຕໂອໂຖງ, ສວນໝາກພິກໄທຂຽວອຸ່ມທຸ່ມ ແລະ ເປັນໝາກດົກ. ສວນຂອງອ້າຍມີຕົ້ນໝາກພິກໄທ 1000 ຕົ້ນ ແລະ ສວນປູກ ກາເຟ 1.7 ເຮັກຕາ,  ຍ້ອນມີໄຟຟ້າ, ລະບົບຫົດນ້ຳໃນສວນ ຈຶ່ງສ້າງເປັນລະບົບອັດຕະໂນມັດ, ລາຍຈ່າຍກໍ່ບໍ່ຫຼາຍ, ຍ້ອນເຫດນັ້ນ ຄອບຄົວອ້າຍຈຶ່ງມີເງິນສະສົມຕື່ມອີກ. ຄອບຄົວອ້າຍກຳລັງຈະເປີດກ້ວາງການຜະລິດ, ປູກຕົ້ນກາເຟ, ໝາກພິກໄທຕື່ມອີກ 7 ໄຫຼ່ ເພື່ອພັດທະນາເສດຖະກິດ. ຊີວິດການເປັນຢູ່ໃນທຸກດ້ານລ້ວນແຕ່ມີຄວາມສະດວກສະບາຍກ່ວາ. ອ້າຍ ດຶກ ກ່າວວ່າ:

   ກ່ອນນີ້ ຄອບຄົວຂ້າພະເຈົ້າໄດ້ໃຊ້ພະລັງໄຟຟ້າແສງຕາເວັນ, ພຽງແຕ່ເບິ່ງໂທລະທັດໄດ້ເທົ່ານັ້ນ. ເມື່ອມີໄຟຟ້າແລ້ວຈຶ່ ງສາມາດໃຊ້ຕູ້ເຢັນ, ຈັກສູບນ້ຳໄດ້. ມີໄຟຟ້າໃຊ້ກໍ່ມີຄວາມສະດວກສະບາຍຫຼາຍຢ່າງ. ໃນ 2 ປີມານີ້, ເສດຖະກິດກໍ່ດີຂຶ້ນຫຼາຍແລ້ວ. ປະຈຸບັນລາຍຮັບແຕ່ລະປີ ກໍ່ໄດ້ເຖິງ 40-50 ລ້ານດົ່ງ.

ການ​ປ່ຽນ​ແປງ​ຢູ່ບ້ານເຊ​ດັງ - ảnh 2

ພາບ: ກຳມະກອນບໍລິສັດໄຟຟ້າແຂວງດັກລັກ ປົວແປງສາຍໄຟຟ້າໃຫ້ປະຊາຊົນບ້ານເຊດັງ

    ເສດຖະກິດພັດທະນາ, ປະຊາຊົນໃນບ້ານເຊດັງ ໄດ້ປຸກລະດົມຊື່ງກັນ ແລະ ກັນ ຕ້ອງສົ່ງລູກຫຼານໄປຮຽນໜັງສື. ເອື້ອຍຄູ ຫງວຽນທິຕິ່ນ ສອນຢູ່ໂຮງຮຽນປະຖົມ ຫຼີ ຕຶຈ້ອງ ແບ່ງປັນວ່າ: ນັບແຕ່ເມື່ອມີໄຟຟ້າໃຊ້, ເງື່ອນໄຂໃນການຮ່ຳຮຽນຂອງພວກນ້ອງກໍ່ດີກ່ວາເກົ່າຫຼາຍ, ຄູສອນ ສາມາດໃຊ້ຄອມພິວເຕີ, ນຳໃຊ້ເຕັກໂນໂລຊີ ເພື່ອໃຫ້ການສິດສອນມີຊີວິດຊີວາກ່ວາ, ດຶງດູດໃຈພວກນ້ອງກ່ວາອີກ. ເອື້ອຍຄູ ຕິ່ນ ກ່າວວ່າ:

   ຍາມຝົນຕົກທ້ອງຟ້າມືດຄື້ມທີ່ສຸດ, ບໍ່ເຫັນທາງໄປ, ຢູ່ໃນຫ້ອງຮຽນ, ທັງຄູ ແລະ ນັກຮຽນ ຂຽນ ແລະ ເບິ່ງກະດານກໍ່ຍາກຫຼາຍ. ໃນຍາມຮ້ອນ, ພວກນ້ອງມີເຫື່ອອອກ ຫຼາຍ, ເມື່ອມີໄຟຟ້າໃຊ້ແລ້ວ, ທາງໂຮງຮຽນກໍ່ຕິດຕັ້ງພັດລົມໃສ່, ດຽວນີ້ບໍ່ມີຫຍັງຕ້ອງເປັນຫ່ວງອີກແລ້ວ.

   ທ່ານ ຈ້ຽວເຢືອງເທ໊ ນາຍບ້ານເຊດັງ ເລົ່າສູ່ຟັງວ່າ: ເມື່ອຕົ້ນປີ 2018, ເປັນຄັ້ງທຳອີດ ທີ່ໄດ້ເຫັນແສງໄຟຟ້າຂອງຕາໜ່າງໄຟຟ້າແຫ່ງຊາດ, ປະຊາຊົນໃນບ້ານໃຜໆ

ກໍ່ມີຄວາມພາກພູມໃຈ. ໃນວັນນັ້ນ ກໍ່ໄດ້ເປັນຂີດໝາຍແຫ່ງການປ່ຽນແປງໃນເຂດດິນແດນແຫ່ງນີ້. ປະຈຸບັນ, ໃນແຕ່ລະຄອບຄົວ, ປະຊາຊົນ ໄດ້ຊື້ເຄື່ອງໃຊ້ໄຟຟ້າຫຼາຍຢ່າງ. ຍ້ອນເຫດນັ້ນ, ປະຊາຊົນຈຶ່ງໄດ້ສຳຜັດກັບທຸກແຜນນະໂຍບາຍ, ແນວທາງຂອງພັກຢ່າງສະດວກກວ່າ. ປະຊາຊົນມີຄວາມອຸ່ນອຽນໃຈບືນຕົວຂຶ້ນ ສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນຂອງຕົນ ແລະ ສ້າງແຜນການລົງທຶນ ເຂົ້າໃນການຜະລິດເພື່ອພັດທະນາເສດຖະກິດ, ທ່ານ ຈ້ຽວເຢືອງເທ໊ ນາຍບ້ານເຊດັງ ໃຫ້ຮູ້ວ່າ:

   ນັບແຕ່ມີໄຟຟ້າໃຊ້, ຊາວກະສິກອນຫຼາຍຄອບຄົວ ໄດ້ຊື້ເຄື່ອງໃຊ້ໄຟຟ້າຫຼາຍຢ່າງກ່ວາ. ກ່ອນນີ້ 2 ປີ ມີພຽງແຕ່ດອກໄຟໄຕ້ເທົ່ານັ້ນ, ປະຈຸບັນກໍ່ມີໂທລະທັດ, ຕູ້ເຢັນ, ຈັກສັກເຄື່ອງ….ເສດຖະກິດຂອງປະຊາຊົນໃນບ້ານໄດ້ຮັບການພັດທະນາດີຂຶ້ນ.

   ໂຄງການສະໜອງໄຟຟ້າໃຫ້ແກ່ບ້ານເຊດັງ ແລະ ບ້ານ ຢາຣາຍ ຕາແສງ Ea Kuêh, ຂຶ້ນກັບໂຄງການສະໜອງໄຟຟ້າຊົນນະບົດ ຈາກຕາໜ່າງໄຟຟ້າແຫ່ງຊາດ (ໄລຍະ 1) ໄດ້ລົງທຶນໃຫ້ບ້ານຈຳນວນໜຶ່ງ ທີ່ມີຄວາມຕ້ອງການໃຊ້ໄຟຟ້າຫຼາຍທີ່ສຸດ ແມ່ນໂຄງການໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງດັກລັກ ເປັນເຈົ້າຂອງລົງທຶນ.

    ໂຄງການໄດ້ນຳເຂົ້າໃຊ້ງານ ແມ່ນເປັນພື້ນຖານ ເພື່ອໃຫ້ປະຊາຊົນ ສ້າງຊີວິດການເປັນຢູ່ຢ່າງເປັນປົກກະຕິ, ເປັນເຈົ້າການຊອກຫາທິດທາງພັດທະນາການຜະລິດ, ບືນຕົວຂຶ້ນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຄວາມຮັ່ງມີ. ໂຄງການໄຟຟ້າຢູ່ບ້ານເຊດັງ ໄດ້ຊຸກຍູ້ການຜະລິດກະສິກຳໂດຍພື້ນຖານ, ສ້າງກຳລັງພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ທີ່ນີ້ໃຫ້ດີຂຶ້ນເທື່ອລະກ້າວ.

 

 

ຕອບກັບ