ໝູປິ່ນ - ເຍື່ອງອາຫານພິເສດຢູ່ແຂວງລ້າງເຊີນ

Minh Duc
Chia sẻ
ໃນ​ຈຳ​ນວນ​ບັນ​ດາ​ເຍື່ອງ​ອາ​ຫານຂອງ​ແຂວງ​ລ້າງ​ເຊີນນັ້ນ, ເບິ່ງ​ຄື​ວ່າ ແຊບ ແລະ ມີ​ຊື່​ສຽງ​ກວ່າ​ໝູ່​ແມ່ນ​ໝູ​ປິ່ນ. ໝູ​ທັງ​ໂຕ​ປິ່ນ​ເທິງ​ເຕົາ​ເຜົາ ດ້ວຍ​ໜັງ​ຖືກປ່ຽນ ເປັນ​ສີ​ເຫຼືອງ, ເບິ່ງ​ເປັນ​ໜ້າ​ກິນ​ທີ່​ສຸດ

ໃນ​ຈຳ​ນວນ​ບັນ​ດາ​ເຍື່ອງ​ອາ​ຫານຂອງ​ແຂວງ​ລ້າງ​ເຊີນນັ້ນ, ເບິ່ງ​ຄື​ວ່າ ແຊບ ແລະ ມີ​ຊື່​ສຽງ​ກວ່າ​ໝູ່​ແມ່ນ​ໝູ​ປິ່ນ. ໝູ​ທັງ​ໂຕ​ປິ່ນ​ເທິງ​ເຕົາ​ເຜົາ ດ້ວຍ​ໜັງ​ຖືກປ່ຽນ ເປັນ​ສີ​ເຫຼືອງ, ເບິ່ງ​ເປັນ​ໜ້າ​ກິນ​ທີ່​ສຸດ. ແລະ ໃນ​ປະ​ຈຸ​ບັນ, ເຍື່ອງອາ​ຫານໝູ​ປິ່ນ​ໄດ້​ກາຍ​ເປັນ​ອາ​ຫານ​ພິ​ເສດ​ຂອງ​ທ້ອງ​ຖິ່ນນີ້ ແລະ ໃນ​ປະຈຸ​ບັນ ກໍ​ມີ​ຂາຍ​ຢູ່ຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

 

ໝູປິ່ນ - ເຍື່ອງອາຫານພິເສດຢູ່ແຂວງລ້າງເຊີນ  - ảnh 1
ໝູ​ປິ່ນ - ​ເຍື່ອງອາ​ຫານ​ພິ​ເສດ​ຢູ່​ແຂວງ​ລ້າງ​ເຊີນ

      ຢູ່​ຕະຫຼາດ​ຊຸມ​ຊົນ​ແຫ່ງ​ໜຶ່ງ​ຕັ້ງ​ໃນ​ທາງ​ຮ່ອມ 107 ລິ້ງ​ນາມ, ຮ່າ​ໂນ້ຍ ມີ​ຮ້ານ​ຂາຍ​ໝູ​ປິ່ນລ້າງ​ເຊີນຮ້ານ​ໜຶ່ງ​ທີ່​ມີ​ຊື່​ສຽງ ແລະ ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ຂອງຫຼາຍໆ​ຄົນ. ນັ້ນ​ແມ່ນ​ຮ້ານອາ​ຫານໝູ​ປິ່ນຂອງ​ອ້າຍ ຫງວຽນ​ວັນ​ເຊີນ ຢູ່​ບ້ານ​ງ່າ, ເມືອງ​ກາວ​ໂລກ, ແຂວງ​ລ້າງ​ເຊີນ.

     ເຖິງວ່າ ຫາ​ກໍ​ຂາຍ​ຊີ້ນໝູ​ປິ່ນຢູ່​ຕະຫຼາດ​ຊຸມ​ຊົນ​ນີ້​ໄດ້​ເກືອບ 2 ປີ​ເທົ່າ​ນັ້ນ​ກໍ​ຕາມ, ແຕ່​ເວ​ລາ​ໃດ​ຮ້ານ​ຂາຍຊີ້ນໝູ​ປິ່ນຂອງອ້າຍເຊີນ ກໍ​ມີ​ແຂກ​ມາ​ຊື້​ເຕັມ. ດ້ວຍ​ປະ​ລິ​ມານ​ຊີ້ນໝູ​ປິ່ນປະ​ມານ 18 kg , ໃນ​ເວ​ລາ​ພຽງ 2 ຊົ່ວ​ໂມງຄື​ແຕ່ 9ໂມງ​ຫາ 11 ໂມງເທົ່າ​ນັ້ນ, ອ້າຍ​ເຊີນ​ກໍ​ໄດ້​ຂາຍ​ເກືອບ​ໝົດ. ອ້າຍ ຫງວຽນ​ວັນ​ເຊີນ ເປີດ​ເຜີຍ​ວ່າ : 

    “  ຢູ່​ໝູ່​ບ້ານ​ຂອງ​ຕົນ ກໍ​ມີຫຼາຍ​ຄົນ​ຮູ້​ຈັກ​ວິ​ທີ​ປຸງ​ແຕ່ງ​ເຍື່ອງອາ​ຫານໝູ​ປິ່ນ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ກໍ​ເຮັດ​ເປັນ​ປະ​ຈຳ. ບັນ​ດາ​ຜູ້​ອື່ນໆ​ນັ້ນ, ເຄີຍ​ເຮັດ​ໝູ​ປິ່ນ​ໃນ​ຍາມ​ຈັດ​ງານ​ບຸນ​ເທົ່າ​ນັ້ນ. ເຮົາ​ປະ​ກອບ​ອາ​ຊີບ​ຂາຍ​ຊີ້ນ​ໝູ​ປິ່ນ​ມາ​ເປັນ​ເວ​ລາ​ເກືອບ ສິບ​ປີ​ແລ້ວ, ຖ້າ​ຫາກ​ໄດ້​ຍິນ​ຄອບ​ຄົວ​ໃດ​ຂາຍ​ໝູ, ເຮ​ົ​າກໍ​ໄປ​ຊື້​ເລີຍ, ຖ້າບໍ່​ດັ່ງ​ນັ້ນ, ເຮົາ​ກໍ​ໄປ​ຊອກ​ຊື້​ເອງ”

    ຮອດເວ​ລາ 11 ໂມງ 30 ນາ​ທີ, ອ້​າຍ​ເຊີນ​ກໍ​ເລີ່ມ​ເກັບ​ມ້ຽນ​ເຄື່ອງ​ກັບ​ເມືອບ້ານ ​ກະ​ກຽມ​ຊີ້ນ​ໝູ​ປິ່ນເພື່ອ​ຂາຍ​ໃນ​ຕອນ​ແລງ. ອ້າຍ​ເຊີນ​ໄດ້​ເຊົ່າເຮືອນນ້ອຍໆຫຼັງ​ໜຶ່ງຕັ້ງ​ຢູ່​ຫ່າງ​ຈາກ​ຕະຫຼາດ​ປະ​ມານ​ເຄິ່ງ km , ເຮືອນຫຼັງ​ນີ້​ມີ​ເນື້ອ​ທີ່​ປະ​ມານ 15 m2 ພ້ອມ​ກັບ​ເຮືອນ​ຄົວ​​ນ້ອຍຫ້ອງ​ໜຶ່ງ​ຖືກ​ມຸງ​ດ້ວຍ​ດິນ​ຂໍເພື່ອ​ປິ່ນ​ໝູ. ອ້​າຍ​ເຊີນ ໃຫ້​ຮູ້​ວ່າ ໝູ, ໃບມະ​ໄຟ​ຈີນ, ຖ່ານ​ຟືນເພື່ອ​ເຮ​ັດ​ໝູ​ປິ່ນນັ້ນ ກໍ​ລ້ວ​ນ​ແຕ່​ຊື້​ມາ​ຈາກ​ແຂວງ​ລ້າງ​ເຊີນ. ອ້​າຍ​ເຊີນ ເປີດ​ເຜີ​ຍ​ວ່າ : 

   “ໃບມະ​ໄຟ​ຈີນ ແມ່ນ​ໃບ​ໄມ້​ພິ​ເສດຊະ​ນິດ​ໜຶ່ງທີ່​ຂາດບໍ່​ໄດ້​ເມື່ອ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ໝູ​ປິ່ນ, ເປັດ​ປິ່ນ. ໃບ​ໄມ້​ຊະ​ນິດນີ້​ຫອມ​ທີ່​ສຸດ. ຖ້າ​ຫາກ​ເຮັດໝູ​ປິ່ນ, ແຕ່ບໍ່​ມີ ໃບມະ​ໄຟ​ຈີນ ກໍ​ບໍ່​ສາ​ມາດ​ສ້າງ​ລົດ​ຊາດ​ພິ​ເສດໃຫ້​ອາ​ຫານ​ເຍື່ອງນີ້​ໄດ້ ”

    ສຳ​ລັບ​ໝູ, ອ້າຍ​ເຊີນ​ກໍ​ຈ້າງ​ຂ້າ​ແຕ່ມື້​ກ່ອນ. ອ້​າຍ​ເຊີນເອົາ​ໄມ້​ໄຜ່​ຍາວ​ປະ​ມານ 2-3 m ເພື່ອ​ສຽບ​ໃສ່​ໝູ​ທັງ​ໂຕ. ກ່ອນ​ທີ່​ຈະ​ນຳ​ໝູ​ໄປ​ປິ່ນ​ເທິງເຕົາ​ເຜົາ, ອ້​າຍ​ເຊີນ ກໍ​ເອົາ​ນ້ຳ​ເຜີ້ງ​ປົນ​ກັບ​ນ້ຳ​ບໍ​ລິ​ສຸດ​ໃຫ້​ຈາງ, ແລ້ວກໍ​ທາ​ໃສ່​​ໜັງໝູ. ອ້​າຍ​ເຊີນ ເວົ້າ​ວ່າ  :

      “ ຕ້ອງ​ເອືອບ​ເກືອ, ແປ້ງ​ນົວ, ເຄື່ອງ​ຫອມ​ຢູ່​ໃນທ້ອງ​ຂອງໝູເສຍ​ກ່ອນ, ຫຼັງ​ຈາກ​ຈາກນັ້ນ ຈຶ່ງ​ຍັດໃບມະ​ໄຟ​ຈີນໃສ່​ຕາມຫຼັງ. ສຸດ​ທ້າຍ​ແມ່ນ​ຕ້ອງ​ຫຍິບ​ບ່ອນ​ຍັດ​ເຄື່ອງ​ຫອມ​ໃສ່​ນັ້ນ​ໃຫ້​ແຈບ ເພື່ອ​ເມື່ອ​ປິ່ນ​ໝູ, ນ້ຳ​ຈະ​ຖືກບໍ່​ໄຫຼ​ອອກນອກ ຈະ​ເຮັດ​ໃຫ້​ໜັງ​ໝູບໍ່​ກອບ, ຕ້ອງ​ຫຍິບໜັງ​ເປັນ 2 ຊັ້ນ, ທັງ​ທາງ​ໃນ ແລະ ທາງນອກ  ”

      ​ເມື່ອ​ປິ່ນ​ໝູ, ອ້​າຍ​ເຊີນກໍ​ນຳ​ເອົາ​ນ້ຳ​ມັນ​ໝູ​ທາ​ໃສ່​ໜັງ​ໝູ ເພື່ອ​ໃຫ້​ໜັງ​ບໍ່​ຖືກແຫ້ງ ແລະ ໄໝ, ພ້ອມ​ກັນ​ນັ້ນ ລາວ​ກໍ​ໃຊ້​ເຫຼັກ​ດິ້ວ​ທີ່​ມີ​ປາຍ​ແຫຼມ ຄ່ອຍສອຍ​ໃສ່​ໜັງເພື່ອຫຼຸດ​ຜ່ອນ​ນ້ຳ​ມັນ​ຂອງ​ໝູ​ລົງ ແລະ ກໍ​ຊ່ວຍ​ໃຫ້​ໜັງ​ໝູບໍ່​ໂພງ​ຂຶ້ນ. ພາຍຫຼັງ​ປິ່ນ​ໝູ​ເທິງ​ເຕົາ​ເຜົາເປັນ​ເວ​ລາ 3 ຊົ່ວ​ໂມງ, ໝູ​ປິ່ນ​ລ້າງ​ເຊີນ ຂອງ ອ້​າຍ​ເຊີນ​ໄດ້​ກຽມ​ພ້ອມນຳໄປ​ຂາຍ​ຢູ່​ຕະຫຼາດ​ຍາມ​ຕອນ​ແລງ.

     ດ້ວຍ​ລາ​ຄາ 130.000 ດົງ​ /kg, ຜູ້​ບໍ​ລິ​ໂພກ​ທັງຫຼາຍຈະ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງໝູ​ປິ່ນ​ລ້າງ​ເຊີນ, ດ້ວຍ​ໜັງ​ກອບ​ເຫຼືອງ, ລົດ​ຫວານ​ຂອງ​ຊີ້ນ​ພ້ອມ​ກັບ​ລົດ​ຫອມ​ຂອງ​ ໃບມະ​ໄຟ​ຈີນ, ລົດ​ເຂັ້ມ​ຂົ້ນ​ຂອງ​ນ້ຳ​ແຈວ ຈະ​ເຮັດ​ໃຫ້​ຜູ້​ບໍ​ລ​ິໂພກບໍ່​ອາດ​ຫຼົງ​ລືມ​ເຍື່ອງ​ອາ​ຫານ​ທ້ອງ​ຖິ່ນ​ພິ​ເສດນີ້.

 

         ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ເຮັດ​ໝູ​ປິ່ນໃຫ້​ຄອບ​ຄົວ​ກິນ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ຊີ້​ໝູ 3 ຊັ້ນ ​: 3 kg

-       ໃບມະ​ໄຟ​ຈີນ ​: 200 ກ​ຣາມ

-       ຖ່ານ​ຟືນ : ​ 3 kg  ພ້ອມ​ກັບເກືອ, ແປ້ງ​ນົວ, ເຄື່ອງ​ຫອມ, ນ້ຳ​ເຜີ້ງ ແລະ ໄມ້​ໄຜ່​ເພື່ອ​ມັດ​ໝູ

-       ວິ​ທີ​ປຸງ​ແຕ່ງ :

     ທຳ​ອິດ​ຕ້ອງ​ລ້າງ​ຊີ້ນ ແລະ ແຖ​ຂົນ​ໜັງ​ໝູ​ໃຫ້​ສະ​ອາດ, ແລ້ວ​ກໍ​ເອືອບ​ກັບ​ເກືອ, ແປ້ງ​ນົວ, ເຄື່ອງ​ຫອມ.

    ເອົາໃບມະ​ໄຟ​ຈີນຍັດ​ໃສ່​ດ້ານ​ໃນ, ແລ້ວ​ກໍ​ເອົາ​ເຫຼັກລວດມັດ​ຊີ້ນ 3 ຊັ້ນ​ໃສ່​ໄມ້​ໄຜ່​.

    ຫຼັງ​ຈາກນັ້ນ, ເອົາ​ນ້ຳ​ເຜີ້ງ​ປົນ​ກັບ​ນ້ຳ​ບໍ​ລິ​ສຸດ​ໃຫ້​ຈາງ ເພື່ອ​ທາ​ໃສ່​​ໜັງໝູ.

   ເມື່ອ​ປິ່ນ​ໝູ, ຢາ​ລືມ​ເອົາ​ນ້ຳ​ມັນ​ໝູ​ທາ​ໃສ່​ໜັງ​ໝູ ເພື່ອ​ໃຫ້​ໜັງ​ບໍ່​ຖືກແຫ້ງ ແລະ ໄໝ, ພ້ອມ​ກັນ​ນັ້ນ ​ກໍ​ໃຊ້​ເຫຼັກ​ດິ້ວ​ທີ່​ມີ​ປາຍ​ແຫຼມ ຄ່ອຍສອຍ​ໃສ່​ໜັງເພື່ອຫຼຸດ​ຜ່ອນ​ນ້ຳ​ມັນ​ຂອງ​ໝູ​ລົງ ແລະ ກໍ​ຊ່ວຍ​ໃຫ້​ໜັງ​ໝູບໍ່​ໂພງ​ຂຶ້ນ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ