ເຍື່ອງອາຫານ ປາເອືອບເຂົ້າຂົ້ວ

Tran Tuan
Chia sẻ
ສຳ​ລັບ​ຊາວ​ຫວຽດ​ນາມ​ແລ້ວ, ປາ​ເອືອບ​ເຂົ້າ​ຂົ້ວ​ແມ່ນ​ເຍື່ອງ​ອາ​ຫານ​ມີ​ຢູ່​ທົ່ວ​ໄປ​ໃນຫຼາຍ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​​ຢູ່ເຂດພູ​ດອຍ​ທາງ​ພາກ​ເໜືອ​ຫວຽດ​ນາມ.

ສຳ​ລັບ​ຊາວ​ຫວຽດ​ນາມ​ແລ້ວ, ປາ​ເອືອບ​ເຂົ້າ​ຂົ້ວ​ແມ່ນ​ເຍື່ອງ​ອາ​ຫານ​ມີ​ຢູ່​ທົ່ວ​ໄປ​ໃນຫຼາຍ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​​ຢູ່ເຂດພູ​ດອຍ​ທາງ​ພາກ​ເໜືອ​ຫວຽດ​ນາມ. ແຕ່​ກໍ​ຍັງ​ມີ​ແຫ່ງ​ໜຶ່ງ​ຊຶ່ງເຍື່ອງ​ອາ​ຫານ ປາ​ເອືອບ​ເຂົ້າ​ຂົ້ວໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ, ນັ້ນ​ແມ່ນ ປາ​ເອືອບ​ເຂົ້າ​ຂົ້ວ​ໃນ​ໝູ່​ບ້ານ​ວັນ​ກ້​ວານ, ເມືອງ​ເລີບ​ແຈກ, ແຂວງວິ້ງ​ຟຸກ.

ເຍື່ອງອາຫານ ປາເອືອບເຂົ້າຂົ້ວ - ảnh 1

ເຍື່ອງ​ອາ​ຫານ ປາ​ເອືອບ​ເຂົ້າ​ຂົ້ວ

              ເວ​ລາ 9 ໂມງ​ເຊົ້າ, ໃຕ້​ແສງ​ແດດ​ຮ້ອນ​ເອົ້າ​ໃນ​ຍາມ​ລະ​ດູ​ແລ້ງ. ຈາກ​ຫົວ​ບ້ານ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ເນື່ອງ​ນັນ​ດັງ​ມາ​ຈາກ​ຫຼັງເຮືອນ​ຂອງລຸງ ຮ່​ວາງວັນ​ຮຸ່ງ​ພ້ອມ​ກັບ​ລູກ​ຊາຍ​ໃຫຍ່ 2 ລູກ​ຂອງ​ລຸງ ພວມ​ເວົ້າ​ນົວ​ຫົວ​ມ່ວນ​ໃນ​ຂະ​ນະ​ທີ່​ພວມ​ຫາ​ປາ​ໃນ​ສະ​ກວ້າງ​ເກືອບ 500 ຕາ​ແມັດ​ເພື່ອ​ກະ​ກຽມ​ເຮັດປາ​ເອືອບ​ເຂົ້າ​ຂົ້ວ. ພາຍຫຼັງ​ແກ້​ປາ​ຈາກ​ແຫ, ຊຶ່ງ​ສ່ວນຫຼາຍ​ແມ່ນປາ​ໄນ, ​ປາເຂັງ, ປາ​ຄໍ່, ປານິນ. ປາ​ແຕ່​ລະ​ໂຕ​ຖືກ​ລຸງ​ຮຸ່ງ​ຄົວ ແລະ ເຊາ​ະ​ເກັດ, ແລ້ວ​ລ້າງ​ໃຫ້​ສະ​ອາດ. ທັງ​ຄົວ​ປາ, ລຸງ​ຮຸ່ງ​ທັງ​ອະ​ທິ​ບາຍ​ວ່າ : 

    “ ເພື່ອ​ໃຫ້​ມີເຍື່ອງ​ອາ​ຫານ ປາ​ເອືອບ​ເຂົ້າ​ຂົ້ວທີ່​ແຊບ​ນົວ, ແມ່ນ​ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ, ຈາກ​ຂອດ​ເລືອກ​ເອົາ​ປາ​ຕະຫຼອດ​ຮອດ​ຂອດ​ປຸງ​ແຕ່ງ. ປາ​ຊະ​ນິດ​ໃດ​ກໍ​ສາ​ມາດ​ປຸງ​ແຕ່ງ​ໄດ້, ແຕ່​ແຊບກວ່າ​ໝູ່​ແມ່ນ​ປາ​ນິນຫຼື​ປາ​ຄໍ່, ມີ​ນ້ຳ​ໜັກ​ແຕ່​ເຄິ່ງ​ໂລ​ຂຶ້ນ​ໄປ, ຕ້ອງ​ເລືອກ​ເອົາ​ປາ​ສົດໆ​ຈຶ່ງ​ແຊບ ”

         ລຸງ​ຮຸ່ງ​ໄດ້ຄົວປາ, ​ເຊາ​ະ​ເກັດ, ​ເອົາ​ໄສ້​ອອກ ແລະ ລ້າງໃຫ້​ສະ​ອາດ, ຫຼັງ​ຈາກນັ້ນ​ປະ​ໃຫ້​ແຫ້ງ​ປະ​ມານ 10 ຫາ 15 ນາ​ທີ. ລຸງ​ໄດ້​ເອົາ​ເກືອ​ຍັດ​ໃສ່​ທ້ອງ​ປາ, ແລ້ວ​ເອົາ​ປາໃສ່​ໄຫ, ເມື່ອ​ວາງ​ປາ​ກໍ​ຕ້ອງ​ເອົາ​ເກືອ​ປະ​ສົມ​ນຳ​ອີກ, ປາ​ຊັ້ນ​ໜຶ່ງ​ກໍ​ຕ້ອງ​ໂຮຍເກືອ​ຊັ້ນ​ໜຶ່ງ. ຫຼັງ​ຈາກນັ້ນ, ລຸງ​ຮຸ່ງ​ເອົາ​ແຜ່ນ​ຕອກໄມ້​ໄຜ່ວາງ​ເທິ່ງ ແລະ ເອົາ​ຫີນ​ກ້ອນ​ໃຫຍ່​ຊຳ​ຝາ​ມື​ວາງ​ເໜືອ​ສຸດ. ແລ້ວ​ປະ​ໄວ້​ແຕ່ 5-7 ວັນ.

     ເພື່ອ​ປຸງ​ແຕ່ງ ເຍື່ອງ​ອາ​ຫານ ປາ​ເອືອບ​ເຂົ້າ​ຂົ້ວ ໃຫ້​ແຊບນັ້ນ, ຂອດ​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ຂອດ​ເຮັດ​ເຂົ້າ​ຂົ້ວ, ປ້າ​ຈຸງ ຜູ້​ເປັນ​ເມຍ​ຂອງ​ລຸງ ຮຸ່ງ​ແບ່ງ​ປັນ​ວ່າ :

     “ ສຳ​ລັບ​ເຍື່ອງ​ອາ​ຫານ ປາ​ເອືອບ​ເຂົ້າ​ຂົ້ວນັ້ນ, ເຂົ້າ​ຂົ້ວກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັດ​ຖຸ​ດິບ​ທີ່​ສຳ​ຄັນ ແລະ ຂາດບໍ່​ໄດ້ . ເມື່ອ​ຂົ້ວ​ເຂົ້າ, ຕ້ອງ​ຂົ້ວ​ຈົນ​ເຫຼືອງ, ແລ້ວ​ນຳໄປ​ຕຳ​ໃຫ້​ມຸ່ນ, ບໍ່​ຄວນ​ຕຳ​ໃຫ້​ແຫຼກ ເພາະ​ມັນ​ຈະ​ຕິດ​ໃສ່ປາ”

        ປ້າ​ຈຸງ ແລະ ລຸງ​ຮຸ່ງ​​ຕັກ​ເອົາ​ປາ​ເອືອບ​ເກືອ​ໃນ​ໄຫ​ເປັນ​ເວ​ລາ 7 ວັນ, ແລ້ວ​ປະ​ໃຫ້​ແຫ້ງ. ຫຼັງ​ຈາກນັ້ນ, ລຸງ​ຮຸ່ງໄດ້​ເອົາ​ເຂົ້າ​ຂົ້ວ​ຍັດ​ໃສ່​ທ້ອງ​ປາ, ແລ້ວ​ເອົາ​ປາໃສ່​ໄຫ, ເມື່ອ​ວາງ​ປາ​ກໍ​ຕ້ອງ​ເອົາ​​ເຂົ້າ​ຂົ້ວປະ​ສົມ​ນຳ​ອີກ, ປາ​ຊັ້ນ​ໜຶ່ງ​ກໍ​ຕ້ອງ​ໂຮຍເຂົ້າ​ຂົ້ວ​ຊັ້ນ​ໜຶ່ງ.ຫຼັງ​ຈາກນັ້ນ,ລຸງ​ຮຸ່ງ​ເອົາ​ແຜ່ນໄມ້​ໄຜ່​ຕອກວາງ​ເທິ່ງ. ລຸງ​ຮຸ່ງ​ໃຫ້​ຮູ້​ວ່າ : 

   “ ພາຍຫຼັງ 3 ເດືອນ ກໍ​ສາ​ມາດ​ເອົາ​ປາ​ມາ​ກິນ​ໄດ້, ແຕ່​ໃນ​ຈຸດ​ເວ​ລານີ້ ແມ່ນ​ຍັງ​ບໍ່​ທັນ​ແຊບ​ເທື່ອ, ຕ້ອງ​ໃຊ້​ເວ​ລາ 6 ເດືອນ ຂຶ້​ນ​ໄປ​ຈຶ່ງ​ແຊບ ແລະ ຍິ່ງ​ໄວ້​ດົນ​ກໍ​ຍິ່ງ​ແຊບ. ຈຸດ​ທີ່​ແຕກ​ຕ່າງ​ກັບ​ອາ​ຫານ​ປີ້ງ​ປາ ແລະ ປາ​ຈືນ​ແມ່ນ​ຢູ່​ບ່ອນ​ວ່າ : ຊີ້ນ​ປາ​ເອືອບເຂົ້າ​ຂົ້ວ ແມ່ນ​ອ່ອນ ແລະ ໜຽວ, ບໍ່​ແຫຼວ​ຄື​ຊີ້ນ​ປາ​ປີ້ງຫຼື​ປາ​ຈືນ. ເມື່ອ​ກິນ​ກໍ​ມີກິ່ນ​ຫອມ, ບໍ່​ແຫ້ງ ແລະ ບໍ່​ເຄັມ​ຄື​ປາ​ທະ​ເລ, ອັນ​ໄດ້​ດຶງ​ດູດ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຂອງຫຼາຍ​ຄົ​ນ ”

    ປາ​ເອືອບເຂົ້າ​ຂົ້ວອາດ​ຈະ​ກິນ​ແບບ​ພັນ​ກັບ​ເຂົ້າ​ຂຽບຫຼື​ເອົາ​ໄປຈືນກິນ​ກັບ​ເຂົ້າ… ແຕ່​ກິນ​ແຊບ​ທີ່​ສຸດ​ແມ່ນ ນຳ​ໄປ​ປີ້ງ, ເມື່ອ​ກິນ​ຈະ​ມີ​ລົດ​ເຂັ້ມ​ຂອງ​ເກືອ ແລະ ລົດ​ຫອມ​ຂອງ​ເຂົ້າ​ຂົ້ວ.

     ສະ​ເລ່ຍ​ໃນ​ແຕ່​ລະ​ອາ​ທິດ, ຄອບ​ຄົວ​ລຸງ​ຮຸ່ງ​ຂາຍ​ປາ​ອອກ​ສູ່​ຕະຫຼາດ​ໄດ້​ແຕ່ 2-3 ໄຫ. ສຳ​ລັບ​ລາ​ຄາ ແມ່ນ​ຂຶ້ນ​ກັບ​ປາ​ແຕ່​ລະ​ຊະ​ນິດ. ຄື​ປາ​ໄນ​ມີ​ລາ​ຄາ​ແຕ່ 200-220.000/kg, ປາ​ນິນ ມີ​ລາ​ຄາ​ແຕ່ 110-120.000/kg. ປາ​ເອືອບເຂົ້າ​ຂົ້ວຂອງ​ລຸງ​ຮຸ່ງ​ແມ່ນ​ຖືກ​ພັດ​ທະ​ຄານຫຼາຍ​ແຫ່ງ​ຢູ່​ນະ​ຄອນ ວິ້ງ​ອຽນ, ແຂວງວິງ​ຟຸກ​ສັ່ງຊື້. ເຍື່ອງ​ອາ​ຫານນີ້ ສາ​ມາດ​ນຳ​ລາຍ​ໄດ້​ມາ​ໃຫ້​ຄອບ​ຄົວ​ຂອງ​ລຸງ​ແຕ່ 60-70 ລ້ານ​ດົງ/ປີ.

ຕອບກັບ