ເຂົ້າໜຽວໝາກເຂົ້າ, ໝາກຖົ່ວຂຽວ

Tran Tuan
Chia sẻ
ຕາມ​ປົກ​ກະ​ຕິແລ້ວ ​ປູ່​ຍ່າ​ຕາ​ຍາຍ ເຄີຍ​ມີ​ຄຳ​ເວົ້າ​ທີ່​ວ່າ “​ພິ​ທີບູ​ຊາ, ບຸນ​ເຕັດຕະຫຼອດປີ, ​ຍັງ​ບໍ່​ປຽບ​ປານໄດ້ການ​ບູ​ຊາ​ວັນ​ເພັງ​ເດືອນ​ຈຽງ ”. ສະ​ນັ້ນ, ແຕ່​ລະ​ຄອບ​ຄົວ​ກໍ່​ລ້ວນ​ແຕ່​ກະ​ກຽມ​​ພາ​ເຂົ້າ​ໃຫ້​ເໝາະ​ສົມ​ເພື່ອ​ບູ​ຊາ​ປູ່​ຍ່າ​ຕາ​ຍາຍ

ຕາມ​ປົກ​ກະ​ຕິແລ້ວ ​ປູ່​ຍ່າ​ຕາ​ຍາຍ ເຄີຍ​ມີ​ຄຳ​ເວົ້າ​ທີ່​ວ່າ “​ພິ​ທີບູ​ຊາ, ບຸນ​ເຕັດຕະຫຼອດປີ, ​ຍັງ​ບໍ່​ປຽບ​ປານໄດ້ການ​ບູ​ຊາ​ວັນ​ເພັງ​ເດືອນ​ຈຽງ ”. ສະ​ນັ້ນ, ແຕ່​ລະ​ຄອບ​ຄົວ​ກໍ່​ລ້ວນ​ແຕ່​ກະ​ກຽມ​​ພາ​ເຂົ້າ​ໃຫ້​ເໝາະ​ສົມ​ເພື່ອ​ບູ​ຊາ​ປູ່​ຍ່າ​ຕາ​ຍາຍ, ບູ​ຊາ​ບັນ​ພະ​ບູ​ລຸດໃນ​ວັນ​ເພັງ​ເດືອນ​ຈຽງ ເພື່ອ​ພາ​ວະ​ນາ​​ຂໍ​ໃຫ້ປະ​ສົບ​ແຕ່​ສິ່ງ​ທີ່​ດີ​ງາມ, ​ຄວາມສະ​ຫງົບ​ສຸກ​ໃນ​​ປີໃໝ່. ພິ​ເສດ​ໃນ​ພາ​ເຂົ້າ​ນັ້ນ​ແມ່ນ ບໍ່​ອາດ​ຂາດ​ໄດ້​ເຍື່ອງ​ເຂົ້າ​ໜຽວ​ໝາກ​ເຂົ້າ, ​ໝາກ​ຖົ່ວ​ຂຽວ.

ເຂົ້າໜຽວໝາກເຂົ້າ, ໝາກຖົ່ວຂຽວ - ảnh 1

        ເວ​ລາ​ປະ​ມານ 6 ໂມງ​ເຊົ້າ​ຂອງວັນ​ຕົ້ນ​ລະ​ດູ​ບານ​ໃໝ່​, ໂດຍລຽບ​ຕາມ​ແຄມ​ຝັ່ງ​ແມ່​ນ້ຳ​ແດງ ພວກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ​ ບ້ານ​ຕື້​ຢໍ ຂຶ້​ນ​ກັບ​ແຂວງ​ອຽນ​ບ໋າຍ, ​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ມານ 200 ກິ​ໂລ​ແມັດ. ນັບ​ແຕ່​ຫົວ​ທາງ​​ຮ່ອມ, ​​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ເນືອງ​ນັນ​ດັງ​ອອກ​ມາ​ຈາກ​ເຮືອນ​ປ້າ​ກຽວ. ເມື່ອ​ເຂົ້າ​ໄປ​ເບິ່ງ​, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັນ​ປ້າ​ກຽວ​ພ້ອມ​ກັບ​ລູກ​ໃ​ພ້​ພວມ​​ລົມກັນ, ຍີ້ມ​ຫົວ​ນຳ​ກັນ​ຢ່າງ​ຄຶກ​ຄັກ​ຢູ່​ຂ້າງ​ນ້ຳ​ສ້າງ ຕິດ​ກັບ​ເດີ່ນ​ປູ​ດິນ​ຈີ່ ກວ້າງ​ປະ​ມານ 12 ຕາ​ແມັດ, ​ທີ່ພວມ​ຮ່ອນ​ເຂົ້າ​ສານ​ໜຽວ​ ກະ​ກຽມ​ເຮັດ​ເຍື່ອງ​ເຂົ້າ​ໜຽວ​ ເພື່ອ​ບູ​ຊາ​ປູ່​ຍ່າ​ຕາ​ຍາຍ, ບູ​ຊາ​ບັນ​ພະ​ບູ​ລຸດໃນ​ວັນ​ເພັງ​ເດືອນ​ຈຽງ.

                            ປ້າ​ກຽວ​ປີນີ້​ມີ​ອາ​ຍຸ 70 ປີ​ແລ້ວ ​ແຕ່​ເບິ່ງ​ຄື​ວ່າ ປ້າ​ຍັງມີ​ຄວາມ​ຄ່ອງ​ແຄ້ວ​ວ່ອງ​ໄວ ​ແລະ ສະຫຼາດ​ຢູ່, ປ້າ​ແມ່ນ​ລູກ​ໃພ້​ກົກ​ຂອງ​ຂອງ​ຄົວ​ທີ່​ມີ​ມູນ​ເຊື້ອ​ເຮັດ​ເຂົ້າ​ໜຽວ​ໝາກ​ເຂົ້າ. ປະ​ຈຸ​ບັນ​ປ້າກໍ່​ມີ​ອາ​ຍຸ​ສູງ​ແລ້ວ ສະ​ນັ້ນ​ຈຶ່ງ​ໄດ້​ແນະ​ນຳ​ໃຫ້​ລູກ​ໃພ້ ເພື່ອ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງ​ຄອບ​ຄົວ​ນີ້​ໄວ້. ປ້າ​ທັງ​​ຮ່ອນ​ເຂົ້າ​ ທັງ​ໃຫ້​ຮູ້​ວ່າ :

        “ ເພື່ອ​ໃຫ້​ໄດ້​ເຍື່ອງ​ເຂົ້າ​ໜຽວ​ໝາກ​ເຂົ້າ​, ເຂົ້າ​ໜຽວ​ໝາກ​ຖົ່ວ​ຂຽວ​ທີ່​ແຊບ​ ແລະ ງາມຕາເພື່ອ​ບູ​ຊາ​ປູ່​ຍ່າ​ຕາ​ຍາຍ, ບູ​ຊາ​ບັນ​ພະ​ບູ​ລຸດນັ້ນ ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ​ຢ່າງ​ພິ​ຖີ​ພິ​ຖັນ. ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເລືອກ​ເອົາ​ເຂົ້າ​ສານ​ໜຽວ​ຊະ​ນິດ​ທີ່​ແຊບ, ເມັດ​ສະ​ໝ່ຳ​ສະ​ເໜີ, ແຂງ​ດີ, ເມື່ອ​ຫຍ້ຳ​ລອງ​ເບິ່ງ​ຈະ​ມີ​ລົດ​ຊາດ​ຫວານ​ແບບ​ທຳ​ມະ​ຊາດ, ມີກິ່ນຫອມ​ເຂົ້າ​ໃໝ່. ຫຼັງ​ຈາກນັ້ນ ​ຮ່ອນເຂົ້າ​ສານ​ໃຫ້​ສະ​ອາດ ແລ້ວ​ນຳ​ໄປ​ມ່າເປັນ​ເວ​ລາ​ໜຶ່ງ​ຄືນ ເພື່ອ​ໃຫ້​ເຂົ້າ​ອ່ອນ, ນຸ້ມ, ຫອມ ແລະ ແຊບ​”

        ໃນ​ຂະ​ນະ​ທີ່​ເຂົ້າ​ໄດ້​ຊາວ​ອອກ​ເພື່ອ​ໃຫ້​ສະ​ເດັດ​ນ້ຳ​ນັ້ນ, ປ້າ​ກຽວກໍ່​ເອົາ​ໝາກ​ເຂົ້າ​ທີ່​ສຸກ​ແລ້ວ ເຊິ່ງ​ມີ​ນ້ຳ​ໜັກ​ປະ​ມານ 6 – 7 ຂີດ ​ມາ​ຜ່າ​ຕາມ​ລວງ​ຂວາງຂອງ​ມັນ, ​ໃຊ້ບ່ວງ​ຂູດ​ເອົານວນ ແລະ ແກ່ນ​ຂອງ​ມັນ​ໃສ່​ຖ້ວຍ​ໃຫຍ່, ແລ້ວ​ປ້າກໍ່​ເອົາ​ເຫຼົ້າ​ຂາວ​ໃສ່​ຕື່ມ​ອີກ 50 ມິ​ລີ​ລິດ, ໃຊ້​ມື​ບີບ​ໝາກ​ເຂົ້າ​ກັບ​ເຫຼົ້າ​ໃຫ້​ເຂົ້າ​ກັນ ເພື່ອ​ໃຫ້​ໝາກ​ເຂົ້າ​ແລກ​ແຫຼວ​ດີ ແລະ ມີ​ສີ. ຫຼັງ​ຈາກນັ້ນ​ ປະ​ມານ 5 ນາ​ທີ ປ້າ​ຈຶ່ງ​ເອົາ​ມາ​ຄົນ​ໃສ່​ກັບ​ເຂົ້າ​ສານ​ໜຽວ​ໃຫ້​ສະ​ໝ່ຳ​ສະ​ເໝີ ຈົນ​ຮອດ​ເວ​ລາ​ທີ່​ເຂົ້າ​ສານ​ແຕ່​ລະ​ເມັດ​ປ່ຽນ​ສີ​ມາ​ເປັນ​ສີ​ແດງ​ສົ້ມ ແລ້ວ​ຈຶ່ງ​ນຳ​ໄປ​ໜຶ້ງ. ເມື່ອ​ເຂົ້າ​ສຸກ ປ້າ​ເອົາ​ອອກ​ມາ​ວີ, ເອົາ​ນ້ຳ​ຕານ​ມາ​ຄົນ​ໃສ່​ຕື່ມ 3-4 ບ່ວງ. ປ້າ​ເວົ້າ​ວ່າ ເພື່ອ​ເຮັດ​ໄດ້​ເຂົ້າ​ໜຽວ​ໝາກ​ເຂົ້າ​ທີ່​ແຊບ ບັນ​ດາ​ວັດ​ຖຸ​ດິບ​ສົດທີ່​ເອົາ​ມາ​ເຮັດນັ້ນ ​ລ້ວນ​ແຕ່​ສຳ​ຄັນ​ທີ່​ສຸດ ແຕ່​ເພື່ອ​ໃຫ້​ໄດ້​ສີ​ທີ່​ສົດ​ສວຍ​ງາມ​ຕາ ແລະ ມີ​ກິ່ນ​ຫອມ​ແບບ​ທຳ​ມະ​ຊາດນັ້ນ ການ​ເລືອກ​ໝາກ​ເຂົ້າ​ກໍ່​ສຳ​ຄັນ.

        “ ເລືອກ​ໝາກ​ເຂົ້າ ເພື່ອ​ເຮັດ​ເຂົ້າ​ໜຽວ​ໝາກ​ເຂົ້າ​ໃນ​ໂອ​ກາດ​ງານ​ບຸນ​ວັນ​ເພັງ​ ພວກ​ເຮົາ​ຄວນເລືອກ​ເອົາ​​ໝາກ​ທີ່ບໍ່​ນູມ, ມີ​ສີ​ແດງ​ສົດ​ໃສ, ຂວັ້ນ​ໃຫຍ່ນວນ​ຈຶ່ງຫຼາຍ, ໜາມ​ນ້ອຍ​ສະ​ເໝີ​ ແລະ ຫ່າງກັນ, ເມື່ອ​ຈັບ​ຮູ້​ສຶກວ່າ​ໜັກ​ມື. ສິ່ງ​ພິ​ເສດ​ແມ່ນ​ ໝາກ​ເຂົ້າ​ອາດ​ຈະ​ປະ​ໄວ້​ໄດ້​ດົນ​ເປັນ​ເດືອນ

        ໃນ​ຂະ​ນະ​ທີ່​ປ້າ​ກຽວ​ພວມ​ໜຶ້ງ​ເຂົ້າ​ຢູ່ນັ້ນ, ເອື້ອຍ​ຫງາ-ລູກ​ໃພ້​ຂອງ​ປ້າກໍ່​ໜຶ້ງ​ໝາກ​ຖົ່ວ​ຂຽວ​ ເພື່ອ​ເອົາ​ມາ​ປົນ​ໃສ່​ກັບ​ເຂົ້າ​ໜຽວ​ໝາກ​ເຂົ້າ, ​ອັນ​ໄດ້ສ້າງ​ລົດ​ຊາດ​​ທີ່ຫວານ​ແຊບ​ໃຫ້​ເຂົ້າ​ໜຽວ​. ເມື່ອ​ໜຶ້ງ​ໝາກ​ຖົ່ວ​ຂຽວ​ສຸກ​ແລ້ວ, ເອື້ອຍ​ກໍ່​ເອົາ​ມາ​ບົດ​ໃຫ້​ມຸ່ນ. ຫຼັງ​ຈາກນັ້ນ​ເອື້ອຍ​ເອົາ​ເກືອ​ໃສ່​ໜ້ອຍ​ໜຶ່ງ​ແລ້ວກໍ່​ຄົນ​ໃຫ້​ທົ່ວ. ສຸດ​ທ້າຍ, ເອື້ອຍ​ເອົາ​ໝາກ​ຖົ່ວ​ຂຽວ​ທີ່​ບົດ​ແລ້ວນັ້ນ​ໄປ​ຂົ້ວ ເຮັດ​ໄຟ​ອ່ອນໆ​ຈົນ​ນ້ຳ​ຕານ​ເປື່ອຍ ແລະໝາກ​ຖົ່ວ​ຕິດ​ເຂົ້າ​ກັນ​ຄືນ. ເອື້ອຍ​ຫງາ​ແບ່ງ​ປັນ​ວ່າ:

        “ໝາ​ກ​ຖົ່ວ​ຂຽວ ພາຍຫຼັງ​ທີ່​ມ່າ​ໄດ້ 3-4 ຊົ່ວ​ໂມງ​ແລ້ວ​,ຊາວ​ອອກ​ປະ​ໄວ້ໃຫ້​ສະ​ເດັດ​ນ້ຳ. ຫຼັງ​ຈາກນັ້ນ​ຈຶ່ງ​ເອົາ​ໄປ​ໜຶ້ງ​ປະ​ມານ 20-25 ນາ​ທີ ແລ້ວ​ເອົາ​ມາ​ບົດ​ໃຫ້​ແລກ. ເຮັດ​ເຂົ້າ​ໜຽວ​ໝາກ​ເຂົ້າ​ໝາກ​ຖົ່ວ​ຂຽວ ຢາກ​ໃຫ້​ແຊບ ແລະ ມີ​ກິ່ນ​ຫອມນັ້ນ ຕ້ອງ​ເລືອກ​ເອົາ​ໝາກ​ຖົ່ວ​ຂຽວ​ໃໝ່, ເມັດ​ນ້ອຍ​ສະ​ເໝີກັນ, ເພາະ​ວ່າ​ໝາກ​ຖົ່ວ​ຊະ​ນິດນີ້​ ທັງ​ຜົງ ແລະ ທັງ​​ມີ​ກິ່ນຫອມ

        ເພື່ອ​ໃຫ້​ໄດ້​ເຂົ້າ​ໜຽວ​ທີ່​ມີ​ຮູບ​ຮ່າງງາມ​ຕາ ​, ປ້າ​ກຽວ​ໃຊ້​ກອບ​ໄມ້​ຮູບ​ຫົກ​ລ່ຽມ, ທາງ​ໜ້າ​ໄດ້​ຄວັດ​ຕົວ​ໜັງ​ສືໃສ່ ແລະ ອາດ​ຈະ​ແກະ​ອອກກໍ່​ໄດ້. ປ້າ​ເອົາ​ເຂົ້າ​ໜຽວ​ໃສ່​ຊັ້ນທີ​ໜຶ່ງ, ແລ້ວ​ຈຶ່ງ​ເອົາ​ໝາກ​ຖົ່ວ​ຂຽວ​ໃສ່​ເຄິ່ງ​ກາງ, ສຸດ​ທ້າຍກໍ່​ເອົາ​ເຂົ້າ​ໜຽວ​ໃສ່​ເທິງ​ອີກ​ຊັ້ນ​ໜຶ່ງ, ໃຊ້​ບ່ວງ​ເນັ່ນ​ລົງ​ໃຫ້​ແໜ້ນ​ແລ້ວ​ຈຶ່ງ​ເອົາ​ອອກ​ຈາກກອບ. ຍ້ອນ​ວ່າ​ເຂົ້າ​ນຸ້ມ, ສະ​ນັ້ນ​ໃນ​ເວ​ລາ​ເອົາ​ໃສ່​ກອບ,​​ມັນຈຶ່ງ​ຕິດໄດ້​ງ່າຍ​ທີ່​ສຸດ ເຮັດ​ໃຫ້​ເຂົ້າ​ໜຽວບໍ່​ງາມ, ສະ​ນັ້ນ​ປ້າ​ກຽວ​ຈຶ່ງ​​ເຮັດ​ໃຫ້​ຖືກ​ຕ້ອງ​ຕາມ​​ເຄັດ​ລັບ​ທີ່​ພໍ່​ແມ່​ປະ​ໄວ້​ໃຫ້:

        “ເພື່ອບໍ່​ໃຫ້​ເຂົ້າ​ໜຽວ​ຕິດ​ໃສ່​ກອບ ( ໂດຍ​ສະ​ເພາະ​ແມ່ນກອບ​ທີ່​ເຮັດ​ດ້ວຍ​ໄມ້ ), ຕ້ອງ​ທາ​ນ້ຳ​ມັນ​ພືດ​ໃສ່​ທາງ​ໜ້າ​ກອບ, ເຮັດ​ຄື​ແນວນັ້ນ ຮັບ​ປະ​ກັນ​ວ່າ​ເຂົ້າ​ຈະ​ບໍ່​ເຫຼື້ອມ, ແລະ ມີ​ຮູບ​ຮ່າງ​ສວຍ​ງາມ. ຫຼັງ​ຈາກນັ້ນ ເອົາ​ໝາກ​ງາ​ໂຮຍ​ໃສ່​ໜ້ອຍ​ໜຶ່ງ​ກ່ອນ​ທີ່​ຈະ​ເອົາ​ເຂົ້າ ແລະ ໝາກ​ຖົ່ວ​ຂຽວ​ໃສ່, ເຮັດຄື​ແນວນັ້ນ​ເຂົ້າ​ໜຽວ​ໝາກ​ເຂົ້າ ແລະ ໝາກ​ຖົ່ວ​ຂຽວຈຶ່ງ​ມີ​ກິ່ນ​ຫອມຫຼາຍກວ່າ

        ການ​ປະ​ສົມ​ປະ​ສານ​ກັນລະ​ຫວ່າງ​ໝາກ​ຖົ່ວ​ຂຽວ, ໝາກ​ເຂົ້າ ແລະ ​ເຂົ້າໜຽວ ໄດ້​ສ້າງ​ເປັນ​ລົດ​ຊາດ​ທີ່​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ເມື່ອ​ເວ​ລາ​ທີ່​ພວກ​ເຮົາ​ຊີມ​ເບິ່ງ ຈະຮູ້​ສຶກ​ໄດ້​ກິ່ນ​ຫອມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໝາກ​ເຂົ້າ ​ປົນ​ກັບ​ກິ່ນ​ຫອມ​ຂອງ​ໝາກ​ງາ, ຄວາມ​ຜົງ​ຂອງ​ໝາກ​ຖົ່ວ​ຂຽວ, ຄ​ວາມ​ນຸ້ມ​ຫອມ​ຂອງ​ເຂົ້າ​ໜຽວ ​ໄດ້​ປະ​ສົມ​ປະ​ສານ​ເຂົ້າ​ກັນ ​ເຊິ່ງ​ມັນ​ໄດ້ສ້າງ​ຄວາມ​ຮູ້​ສຶກ​ໃຫ້​ພວກ​ເຮົາ​ມີ​ຄວາມ​ອົບ​ອຸ່ນ​ໃນ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່, ແລະ ດ້ວຍ​ຄວາມ​ຄິດ​​ທີ່​ວ່າ ​ໃຜ​ໄດ້​ຮັບ​ປະ​ທານ​ເຍື່ອງ​ອາ​ຫານນີ້​ແລ້ວ ​ກໍ່​ຈະ​ພົບ​ແຕ່​ຄວາມໂຊກ​ດີ​. ແຕ່​ວ່າ​​ຄວາມ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​​ຂອງ​ຈານ​ເຂົ້າ​ໜຽວ​ໝາກ​ເຂົ້າ, ໝາກ​ຖົ່ວ​ຂຽວ ແມ່ນ​ຢູ່​ບ່ອນ​ວ່າ: ສີ​ແດງ​ຂອງ​ໝາກ​ເຂົ້າ ໄດ້​ກົມ​ກືນ​ເຂົ້າ​ກັບ​ສີ​ເຫຼືອງ​ຂອງ​ໝາກ​ຖົ່ວ​ຂຽວ ເຊິ່ງ​ໄດ້​ນຳ​ມາ​ໃຫ້​ຊາວ​ຫວຽດ​ນາມ ຄວາມ​ໂຊກ​ດີ, ຄວາມ​ຜາ​ສຸກ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ .

 

             ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ເຮັດເຂົ້າ​ໜຽວ​ໝາກ​ເຂົ້າ​, ​ໝາກ​ຖົ່ວ​ຂຽວ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ເຂົ້າ​ສານ​ໜຽວ: 500 ກ​ຣາມ

-       ໝາກ​ຖ​ົ່ວ​ຂຽວ: 150 ກ​ຣາມ

-       ໝາກ​ເຂົ້າ: 1 ໜ່ວຍ(ປະ​ມານ​ແຕ່ 500-700 ກ​ຣາມ)

-       ເກືອ, ນ້ຳ​ມັນ​ພືດ, ເຫຼົ້າ​ຂາວ​…

        ສຳ​ລັບ​ວິ​ທີ​ເຮັດ, ຂໍ​ໃຫ້​ບັນ​ດາ​ທ່ານ​ຕິດ​ຕ​າມ​ເນື້ອ​ໃນ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິ່ງ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ