ບັນບ່ອນບອນ - ຂອງຫວານທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມ

Chia sẻ
(VOVWORLD) -ບັນບ່ອນບອນ ແມ່ນຂອງຫວານທີ່ເຮັດໃຫ້ບໍ່ວ່າຜູ້ໃດກໍ່ຕິດອົກຕິດໃຈເມື່ອມາຢ້ຽມຢາມ ຍາຈາງ. ວັດຖຸດິບ ແລະ ວິທີການເຮັດແມ່ນງ່າຍດາຍ ແຕ່ວ່າເຮັດແນວໃດເພື່ອໃຫ້ແຊບນັ້ນ ຕ້ອງມີເຄັດລັບສະເພາະ.

ບັນດາຮ້ານຂາຍ ບັນບ່ອນບອນ ຢູ່ຕາມແຈຖະໜົນນ້ອຍ ໃນໃຈກາງຕະຫຼາດກາງຄືນ ຍາຈາງ ຍາມໃດກໍ່ດຶງດູດແຂກມາກິນເປັນຈຳນວນຫລວງຫລາຍ ພິເສດແມ່ນແຂກມາຈາກພາກເໜືອ. ໃນລາຍການອາຫານຫວຽດນາມພາກນີ້, ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງ ຂອງຫວານ ບັນບ່ອນບອນ ຜ່ານບົດຂຽນຂອງ ເຈີ່ນຕ໋ວນ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ. ເຊີນທ່ານຕິດຕາມຮັບຟັງ.

ບັນບ່ອນບອນ - ຂອງຫວານທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມ - ảnh 1 ບັນບ່ອນບອນ - ຂອງຫວານທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມ

         ສຽງຈ່າວຂາຍ ບັນບ່ອນບອນ ດັງອຶກກະທຶກຄຶກໂຄມໄປທົ່ວຕະຫຼາດກາງຄືນ ຍາຈາງ. ຜູ້ຂາຍ ບັນບ່ອນບອນ ຢູ່ແຄມທາງຍ່າງ ແມ່ນຮູບພາບທີ່ລື້ງເຄີຍກັບປະຊາຊົນໃນເຂດຕະຫຼາດກາງຄືນນີ້ທີ່ສຸດ ເອື້ອຍອຸດ, ປີນີ້ ອາຍຸປະມານ 35 ປີ ມີຮູບຮ່າງແຂງແຮງດີ ດ້ວຍສີຜິວຄ້ຳໆຍ້ອນຖືກແດດ, ລົມພັດເຂດທະເລ.  ເອື້ອຍອຸດ ລາວນຸ່ງເສື້ອ, ໂສ້ງສີກຳມະກອນ, ໃສ່ເກີບ ບາຕາ, ໃນແຕ່ລະມື້ ເອື້ອຍອຸດ ໄດ້ຂີ່ລົດຖີບໄປເຖິງຕະຫຼາດກາງຄືນເພື່ອຂາຍ ບັນບ່ອນບອນ ໃຫ້ແຂກ.

        “ໃນລະດູຮ້ອນ ສະເລ່ຍແລ້ວ ຂ້າພະເຈົ້າຂາຍໄດ້ 100 ຈອກ/ວັນ. ຂາຍໄດ້ຫລາຍ ຫຼື ໜ້ອຍແມ່ນອີງໃສ່ແຕ່ລະລະດູ, ຕາມປົກກະຕິແລ້ວ ໃນລະດູທ່ອງທ່ຽວນັບແຕ່ເດືອນ ພຶດສະພາ - ຕຸລາ ຈະຂາຍໄດ້ຫລາຍກ່ວາ, ເມື່ອຮອດຍາມລະດູຝົນ ແຂກມາທ່ຽວໜ້ອຍ ສະນັ້ນຈຶ່ງຂາຍໄດ້ພຽງແຕ່ 20 - 30 ຈອກເທົ່ານັ້ນ. ຕອນເຊົ້າບໍ່ມີໃຜກິນ ບັນບ່ອນບອນ ສະນັ້ນຂ້າພະເຈົ້າຈຶ່ງຂາຍແຕ່ຕອນຫົວຄ່ຳຈົນຮອດກາງຄືນເທົ່ານັ້ນ. ແຕ່ລະຈອກຂາຍດ້ວຍລາຄາ 20.000 ດົ່ງ ແລະ ມີກຳໄລ 4.000 - 5.000 ດົ່ງ/ຈອກ

        ນັບແຕ່ 3 - 4 ປີມານີ້, ເມື່ອຮອດເວລາ 6 ໂມງແລງ ເອື້ອຍອຸດ ໄດ້ຂີ່ລົດຖີບ ໄປຂາຍ ບັນບ່ອນບອນ ຢູ່ຕະຫຼາດ. ລົດຖີບ ທົງເຍີດ, ທາງຫຼັງບັນຈຸຕູ້ແກ້ວສອງຊັ້ນເປັນຮູບສີ່ແຈສາກ ຍາວ 50 ຊັງຕີແມັດ, ກວ້າງ 30 ຊັງຕີແມັດ ເພື່ອບັນຈຸວັດຖຸດິບເຮັດ ບັນບ່ອນບອນ. ຍາມໃດ ເອື້ອຍອຸດ ກໍ່ອະນາໄມຕູ້ແກ້ວໃຫ້ສະອາດຢູ່ສະເໝີ ເບິ່ງຄືວ່າຍັງໃໝ່ຢູ່ຕະຫຼອດເວລາ. ທາງໜ້າຂອງຕູ້ແກ້ວ ໄດ້ຕິດເຈ້ຍ A4 ໃສ່, ດ້ວຍແຖວຕົວໜັງສືທີ່ວ່າ  “ ບັນບ່ອນບອນ - ຫອມຫວານພິເສດ ”. ຕູ້ຊັ້ນເທິງແມ່ນບັນຈຸ ນວນໝາກພ້າວທີ່ຂູດເປັນເສັ້ນບາງໆ, ໝາກຖົ່ວດິນຂົ້ວຕຳແລ້ວ, ນ້ຳຕານ, ເກືອໝາກງາ. ຊັ້ນລຸ່ມແມ່ນບັນດາກະປຸກແປ້ງ ບັນຈຸບັນດາກ້ອນແປ້ງໄດ້ຕົ້ມສຸກແລ້ວ ໃຫຍ່ຊ່ຳລູກບີ. ກະຕ່າລົດຖີບແມ່ນບັນຈຸແພຈ້ອງ ແລະ ເສື້ອກັນຝົນພັບເປັນລະບຽບ ເພື່ອເອົາໄວ້ປົກຕູ້ແກ້ວ ແລະ ນຸ່ງເມື່ອຍາມຝົນຕົກ.

 ເອື້ອຍຮ່າ ເວົ້າວ່າ ລາວຕິດອົກຕິດໃຈ ບັນບ່ອນບອນ ຍ້ອນຊື່ຂອງມັນ ດັ່ງນັ້ນຈຶ່ງຕັດສິນໃຈຊື້ ບັນບ່ອນບອນ ຊຶ່ງແມ່ນປະເພດຂອງຫວານທີ່ເປັນເອກະລັກສະເພາະຂອງ ຍາຈາງ ນີ້. ທັງໂອ້ລົມກັບເອື້ອຍຮ່າ, ເອື້ອຍອຸດ ທັງເຮັດ ບັນບ່ອນບອນ ໄປພ້ອມ. ເອື້ອຍອຸດ ເປີດຝາຕູ້ແກ້ວລົງ ກາຍເປັນໂຕະນ້ອຍ, ຫລັງຈາກນັ້ນ ລາວກໍ່ເອົາກ່ອງບັນຈຸແປ້ງອອກມາ ແລ້ວຈຶ່ງເອົາກ້ອນແປ້ງປະມານ 10 ກ້ອນໃສ່ຈອກ ຄົນໃສ່ກັບນວນໝາກພ້າວຂູດໃຫ້ທົ່ວ, ຫລັງຈາກນັ້ນ ເອົາໝາກຖົ່ວດິນໃສ່ຕື່ມ 1 ບ່ວງກາເຟ, ເກືອໝາກງາ 2 ບ່ວງກາເຟ, ນ້ຳຕານ 1 ບ່ວງກາເຟ ແລ້ວຄົນໃຫ້ທົ່ວແມ່ນສາມາດຮັບປະທານໄດ້ເລີຍ. ເອື້ອຍຮ່າ ທັງກິນເຂົ້າໜົມທັງແບ່ງປັນວ່າ :

        “ຂຶ້ຶ້ນຊື່ວ່າແມ່ນ ບັນບ່ອນບອນ, ແຕ່ຂ້າພະເຈົ້າເຫັນວ່າ ມັນພັດຄ້າຍຄືກັນກັບເຂົ້າໜົມທົ່ວໄປກວ່າ ບໍ່ພຽງແຕ່ຍ້ອນຮູບຮ່າງຂອງມັນເທົ່ານັ້ນ ຫາກຍັງເນື່ອງມາຈາກພາກສ່ວນປະກອບ ແລະ ບັນດາຂັ້ນຕອນໃນການເຮັດອີກດ້ວຍ. ເມື່ອຮັບປະທານ ຕົນເອງຮູ້ສຶກໄດ້ເຖິງລົດຊາດຂອງໝາກພ້າວ, ໜຽວໆນຸ້ມໆຂອງແປ້ງ, ຫວານໆເຄັມໆ ທັງໝົດເຫຼົ່ານັ້ນໄດ້ປະສົມກົມກຽວເຂົ້າກັນ ສ້າງເປັນລົດຊາດທີ່ເປັນເອກະລັກສະເພາະທີ່ສຸດ. ນີ້ອາດເວົ້າໄດ້ວ່າ ແມ່ນເຍື່ອງອາຫານກິນຫຼິ້ນແຊບທີ່ສຸດຂອງນະຄອນ ຍາຈາງ ”.

        ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນວ່າ ຮ້ານຂາຍ ບັນບ່ອນບອນ ໃດກໍ່ແຊບ ແລະ ມີລົດຊາດພິເສດສະເພາະຄ້າຍຄືຂອງ ເອື້ອຍອຸດ. ຕາມເອື້ອຍອຸດແລ້ວ, ເຄັດລັບທີ່ງ່າຍດາຍຕົ້ນຕໍແມ່ນຂຶ້ນກັບຄວາມຮັກມັກອາຊີບ ແລະ ມີຄວາມປາຖະໜາຢາກໃຫ້ລູກຄ້າມີຄວາມເພິ່ງພໍໃຈ:

        “ ເມື່ອຫາກໍ່ເລີ່ມປະກອບອາຊີບເຮັດ ບັນບ່ອນບອນ ຂາຍ ຂ້າພະເຈົ້າໄດ້ເອົາເກືອໝາກງາ ທີ່ຂາຍທົ່ວໄປຕາມຮ້ານຄ້າ, ແຕ່ວ່າມາໃນປະຈຸບັນແຂກບໍ່ມັກກິນເກືອໝາກງາຊະນິດນັ້ນອີກແລ້ວ ສະນັ້ນຂ້າພະເຈົ້າຈຶ່ງເຮັດເອງ. ເພື່ອເຮັດໃຫ້ເກືອໝາກງາມີລົດຫອມ ແລະ ແຊບກ່ວາ, ຂ້າພະເຈົ້າ ເອົາໝາກງາໃສ່ໝໍ້ຂາງ ຄົນໃຫ້ສະເໝີດ້ວຍໄຟອ່ອນໆ, ເມື່ອເຫັນໝາກງາມີສີເຫລືອງ ແລ້ວຖອກໃສ່ຖ້ວຍ, ຕໍ່ຈາກນັ້ນ ຂົ້ວເກືອໃຫ້ແຫ້ງ, ຫລັງຈາກນັ້ນ ເອົາເກືອ ກັບໝາກງາຄົນໃສ່ກັນ ແລ້ວໃສ່ຄົກຕຳໃຫ້ແຫຼກ. ຂັ້ນຕອນນີ້ ຕ້ອງມີຄວາມຄ່ອງແຄ້ວ, ຖ້າຕຳບໍ່ແຫຼກ ເມັດເກືອຈະບໍ່ສະເໝີກັນ, ແຂງ ແລະ ຊ້ຳບໍ່ໜຳແມ່ນເຮັດໃຫ້ບໍ່ມີລົດຊາດຂອງເກືອໝາກງາ ເວລາຮັບປະທານຈະບໍ່ແຊບ. ການເຮັດ ບັນບ່ອນບອນ ໃຫ້ແຊບນັ້ນ ແມ່ນປະກອບດ້ວຍຫຼາຍປັດໃຈ, ແຕ່ວ່າ ບັນບ່ອນບອນ ປະເພດນີ້ແມ່ນຕ້ອງເໝາະສົມກັບໝາກພ້າວ, ໝາກຖົ່ວດິນ, ເກືອ, ນ້ຳຕານ.  ເວົ້າລວມແລ້ວແມ່ນປະສົມຫຼາຍລົດຊາດເຂົ້າກັນຈຶ່ງແຊບ”

        ຮອດເວລາ 20ໂມງ30, ພາຍຫລັງທີ່ໄດ້ຮັບປະທານ ບັນບ່ອນບອນແລ້ວ, ເອື້ອຍຮ່າ ໄດ້ບອກລາກັບເອື້ອຍອຸດ ເພື່ອສືບຕໍ່ຍ່າງເລາະຄົ້ນຫາຕະຫລາດກາງຄືນ ຍາຈາງ. ສ່ວນ ເອື້ອຍອຸດ ກໍ່ຫົວຍີ້ມ ແລະ ຍົກມືບ່າຍໆ ແລ້ວສືບຕໍ່ຂາຍ ບັນບ່ອນບອນ ຈົນຮອດເວລາ 23 ໂມງຄ່ຳຈຶ່ງກັບເຮືອນ.

        ຖ້າຫາກບັນດາເພື່ອນຢາກທົດລອງກິນຂອງຫວານປະເພດນີ້ເຊິ່ງບໍ່ຕ້ອງໄປໄກ ອາດຈະເຮັດຕາມສູດດັ່ງລຸ່ມນີ້:

1.  ຄວນກະກຽມວັດຖຸດິບກິນໄດ້ 4 ຄົນ

- ແປ້ງ    250 ກຼາມ

- ນວນໝາກພ້າວຂູດ 100 ກຼາມ

- ໝາກຖົ່ວດິນ         100 ກຼາມ

-   ນ້ຳຕານ, ເກືອໝາກງາ

2. ວິທີເຮັດ

    ບາດກ້າວ 1: ຄົນແປ້ງໃສ່ກັບນ້ຳເຢັນໃຫ້ສະເໝີ, ຄັ້ນແປ້ງໃຫ້ນຸ້ມ, ຫລັງຈາກນັ້ນ ປັ້ນເປັນກ້ອນນ້ອຍຊ່ຳໝາກບີ.

    ບາດກ້າວ 2: ຂົົ້ວໝາກຖົ່ວດິນໃຫ້ກອບ, ປະໄວ້ໃຫ້ເຢັນ, ເອົາເປືອກອອກ ແລ້ວຈຶ່ງເອົາມາຕຳ.

    ບາດກ້າວ 3: ນວນໝາກພ້າວລ້າງໃຫ້ສະອາດ ແລ້ວເອົາມາຂູດເປັນເສັ້ນ.

    ບາດກ້າວ 4: ເມື່ອນ້ຳຟົດ ເອົາກ້ອນແປ້ງລົງໃສ່ໝໍ້ຕົ້ນ, ເມື່ອກ້ອນແປ້ງຟູຂຶ້ນແລ້ວຈຶ່ງຕັກອອກ.

    ບາດກ້າວ 5: ກ້ອນແປ້ງທີ່ຕັກອອກປະໄວ້ໃຫ້ເຢັນ, ຄົນໃສ່ນວນໝາກພ້າວທີ່ຂູດປະໄວ້, ໝາກຖົ່ວດິນ, ນ້ຳຕານ, ເກືອໝາກງາໃຫ້ສະເໝີ. ຫວັງວ່າພວກເພື່ອນຈະເຮັດກິນແຊບ./.

ຕອບກັບ