ນ້ຳຫວານໝາກຖົ່ວດຳ

Tran Tuan
Chia sẻ
(VOVWORLD) -ນ້ຳຫວານໝາກຖົ່ວດຳແມ່ນເຍື່ອງອາຫານກິນຫຼິ້ນ ໄດ້ຮັບຄວາມນິຍົມຈາກຫຼາຍຄົນທີ່ສຸດ, ໃນນັ້ນມີບັນດາເພື່ອນໜຸ່ມ, ພິເສດແມ່ນບັນດາພວກເພື່ອນນັກຮຽນ, ນັກສຶກສາ

ເມື່ອຮອດຕອນແລງ ບັນດາຮ້ານຂາຍເຄື່ອງກິນຫຼີ້ນ, ຮ້ານແຄມທາງໃກ້ກັບມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຍາມໃດກໍ່ມີແຂກຢ່າງຄັບຄາໜາແໜ້ນ ໂດຍສະເພາະ ແມ່ນຮ້າຍ “ ນ້ຳຫວານແຊບ ”ໂດຍພວກເພື່ອນໜຸ່ມຫຼາຍຄົນໄດ້ເລືອກເຟັ້ນ ເພາະວ່າຢູ່ຮ້ານນີ້ ມີນ້ຳຫວານໝາກຖົ່ວດຳແຊບ ແລະ ມີຊື່ສຽງ.

ນ້ຳຫວານໝາກຖົ່ວດຳ - ảnh 1

ນ້ຳຫວານໝາກຖົ່ວດຳ

       ປະມານ 16 ໂມງ 30 ນາທີ ໃນວັນທີ່ຮ້ອນອົບເອົ້າ, ພາຍຫຼັງເລີກໂຮງຮຽນ, ຮ່ວາ ພ້ອມກັບເພື່ອນສາມຄົນ ພາກັນເຂົ້າຮ້ານຂາຍເຄື່ອງກິນຫຼີ້ນທີ່ລື້ງເຄີຍ ນັ້ນແມ່ນຮ້ານຂາຍນ້ຳຫວານແຊບ ເຊິ່ງຕັ້ງຢູ່ເຂດ K9 ສັບພະວິຊາ. ເນື້ອທີ່ຮ້ານກວ້າງປະມານ 50 ຕາແມັດ, ດ້ວຍໂຕະຕັ່ງຢາງ ທີ່ມີແຂກນັ່ງເກືອບເຕັມ 20 ຊຸດ. ຮ່ວາ ພ້ອມກັບໝູ່ເພື່ອນເລືອກນັ່ງໂຕະທີ່ຍັງຫວ່າງຢູ່ແຈສຸດເພື່ອຈະໄດ້ລົມກັນແບບສະບາຍ. ເຖິງວ່າມີຄວາມລື້ງເຄີຍກັບນ້ຳຫວານຢູ່ຮ້ານນີ້ກໍ່ຕາມ ແຕ່ກໍ່ມີຄວາມຊິນເຄີຍເມື່ອກ້າວຂາເຂົ້າຮ້ານແລ້ວ ກຸ່ມຂອງນາງຮ່ວາກໍ່ຕ້ອງຈັບລາຍການອາຫານມາອ່ານ ດ້ວຍນ້ຳຫວານຫຼາຍປະເພດທີ່ສຸດ ມີຄົບລາຄາຂາຍແຕກຕ່າງກັນ ແຕ່ສຸດທ້າຍພວກເພື່ອນກໍ່ຕັດສິນໃຈສັ່ງນ້ຳຫວານໝາກຖົ່ວດຳທີ່ແມ່ນຈິດວິນຍານຂອງຮ້ານ.

       ອາກາດໃນຍາມລະດູຮ້ອນ, ຮ່າໂນ້ຍບໍ່ຕ່າງຫຍັງກັບໝໍ້ຂາງໄຟ ຮ້ອນອົບເອົ້າ, ເປັນຕົ້ນແມ່ນພາຍຫຼັງທີ່ອິດເມື່ອຍຈາກການຮ່ຳຮຽນໝົດມື້. ຂ້າພະເຈົ້າພຽງແຕ່ຢາກມີຄວາມສະຫງົບພ້ອມກັບໝູ່ເພື່ອນໄດ້ໂອ້ລົມ ແລະ ນັ່ງກິນນ້ຳຫວານໝາກຖົ່ວດຳພິເສດ. ແຕ່ລະເທື່ອຄືແນວນັ້ນ ຂ້າພະເຈົ້າມີຄວາມຮູ້ສຶກສະຫວາດສະເຫີວຍທີ່ສຸດ.

       ຕາມປົກກະຕິ ຂ້າພະເຈົ້າພ້ອມກັບໝູ່ເພື່ອນມັກມາກິນນ້ຳຫວານຢູ່ຮ້ານນີ້. ນ້ຳຫວານຢູ່ທີ່ນີ້ແມ່ນແຊບ ແລະ ຈັບອົກຈັບໃຈທີ່ສຸດ, ມີລົດຊາດພິເສດ. ດ້ວຍລາຍການອາຫານກວ່າ 30 ຢ່າງ ຂ້າພະເຈົ້າໄດ້ກິນມາໝົດແລ້ວ, ແຕ່ຂ້າພະເຈົ້າຍັງມັກນ້ຳຫວານໝາກຖົ່ວດຳທີ່ສຸດ, ເພາະວ່າກິນນ້ຳຫວານໝາກຖົ່ວດຳທັງບໍງລຸງສຸຂະພາບ ທັງເຢັນໂຕ, ດີຕໍ່ຮ່າງກາຍທີ່ສຸດ ແມ່ນບັນດາຊຸມວັນທີ່ອາກາດຮ້ອນເອົ້າ.

       ເອື້ອຍຢຸງ ເຈົ້າຂອງຮ້ານນ້ຳຫວານແຊບ ອາຍຸປະມານກວ່າ 40 ປີ, ນຸ່ງຖືສຸພາບຮຽບຮ້ອຍ ພ້ອມກັບຄຳສະບາຍດີ, ເຊີນແຂກເຂົ້າຮ້ານ. ເຖິງວ່າບໍ່ໄດ້ປຸງແຕ່ງນ້ຳຫວານເປັນປົກກະຕິ ແຕ່ເມື່ອມີແຂກເຂົ້າຮ້ານຫຼາຍ ເອື້ອຍກໍ່ຕ້ອງໄດ້ປຸງແຕ່ງໂດຍກົງພ້ອມກັບຜູ້ຊ່ວຍວຽກ 3 ຄົນ. ກ່ອນນີ້ຄອບຄົວເອື້ອຍຢຸງຂາຍເຂົ້າແລະອາຫານໃຫ້ນັກຮຽນ, ນັກສຶກສາ. ແຕ່ 5-6 ປີມານີ້ ຍ້ອນວ່າຂາຍເຂົ້າ-ອາຫານມັນຫຍຸ້ງຍາກຫຼາຍ ກຳໄລກໍ່ບໍ່ໄດ້ພໍເທົ່າໃດ ສະນັ້ນຄອບຄົວເອື້ອຍຈຶ່ງປ່ຽນມາຂາຍນ້ຳຫວານແທນ. ນ້ຳຫວານໝາກຖົ່ວດຳໄດ້ຮັບຖືວ່າແມ່ນ “ ຈິດວິນຍານ ” ຂອງຮ້ານ ເພາະມັນທັງຖືກ, ທັງແຊບ ແລະ ກໍ່ບຳລຸງສຸຂະພາບອີກດ້ວຍ.

       ຮ້ານຂອງຂ້າພະເຈົ້າເປີດທຸກມື້ໃນອາທິດ ເວັ້ນເສຍແຕ່ວັນບຸນ. ມື້ຂາຍໄດ້ຫຼາຍສຸດກໍ່ປະມານ 200 ຈອກ, ມື້ໜ້ອຍສຸດກໍ່ກວ່າ 100 ຈອກລວມໝົດທຸກຊະນິດ. ກ່ອນນີ້ຮ້ານພຽງແຕ່ຂາຍນ້ຳຫວານໝາກຖົ່ວດຳ 4 – 5 ຢ່າງເທົ່ານັ້ນ ແຕ່ຍ້ອນຄວາມຕ້ອງການຂອງລູກຄ້າ ຂ້າພະເຈົ້າຈຶ່ງໄດ້ປຸງແຕ່ງຕື່ມບາງປະເພດ ເຊັ່ນວ່າ: ນ້ຳຫວານໝາກຖົ່ວຂຽວ, ໝາກຖົ່ວແດງລວມມິດ, ໝາກໄມ້ຕາມລະດູ ແລະ ນ້ຳຫວານຂອງໄທອີກຕື່ມ.

       ນ້ຳຫວານໝາກຖົ່ວດຳ ແມ່ນປະເພດນ້ຳຫວານທີ່ເປັນມູນເຊື້ອຂອງຊາວຫວຽດນາມ, ແມ່ນເຍື່ອງຂອງຫວານທີ່ລະບາຍຄວາມຮ້ອນ ເປັນທີ່ນິຍົມ      ຂອງຫຼາຍຄົນ. ວັດຖຸດິບຕົ້ນຕໍແມ່ນເມັດໝາກຖົ່ວດຳ, ສະນັ້ນຂັ້ນຕອນເລືອກແມ່ນຂັ້ນຕອນທີ່ຕັດສິນ

       ທຳອິດແມ່ນຕ້ອງເລືອກເອົາໝາກຖົ່ວດຳ ຊະນິດໃນຂຽວ, ເມັດສະເໝີກັນ, ເປືອກບາງ, ມີສີດຳເຫຼື້ອມຈັບແລ້ວນຸ້ມມື. ບໍ່ຄວນເລືອກເອົາເມັດໃຫຍ່, ມີສີຈືດໆຈາງໆ ຫຼືວ່າເມັດບໍ່ສະເໝີກັນ. ຕ້ອງເອົາໄປຮ່ອນລ້າງຢ່າງໜ້ອຍສຸດສອງເທື່ອ, ຫຼັງຈາກນັ້ນເອົາໄປມ່າດ້ວຍນ້ຳທີ່ສະອາດປະມານ 4-5 ຊົ່ວໂມງ ໄຈ້ເອົາເມັດທີ່ຟູນ້ຳອອກ.

       ຊາວເອົາໝາກຖົ່ວດຳອອກປະໄວ້ໃຫ້ສະເດັດນ້ຳ, ເອື້ອຍຢຸງເອົາໝາກຖົ່ວດຳໃສ່ໝໍ້ຂາງ, ເປີດໄຟແຮງ, ຂົ້ວປະມານ 10 ນາທີ ຈົນວ່າໝາກຖົ່ວຫົດເຂົ້າຄືນເລັກໜ້ອຍ. ເອື້ອຍຢຸງເວົ້າວ່າ ນີ້ແມ່ນເຄັດລັບ ຊ່ວຍໃຫ້ນ້ຳ ຂອງນ້ຳຫວານໝາກຖົ່ວດຳແຂ້ນ ແລະ ເມັດໝາກຖົ່ວເປື່ອຍໄວ.

       ເອື້ອຍຢຸງເອົາໝາກຖົ່ວໃສ່ໝໍ້ຕົ້ມໃຫ້ຟົດ, ເມື່ອໝາກຖົ່ວນຸ້ມແລ້ວກໍ່ຕັກອອກໃສ່ໝໍ້ອື່ນ, ຄົນໃຫ້ສະເໝີກັບນ້ຳຕານຊາຍ, ສືບຕໍ່ຕົ້ມອີກ ເປີດໄຟອ່ອນໆຈົນໃຫ້ນ້ຳຕານເປື່ອຍ. ຫຼັງຈາກນັ້ນຖອກເອົານ້ຳຕົ້ມໝາກຖົ່ວໃນໝໍ້ທຳອິດໃສ່, ລະລາຍແປ້ງມັນຕົ້ນເສັ້ນໃສ່ຕື່ມເລັກນ້ອຍ, ຕົ້ມໃສ່ໄຟອ່ອນໆຈົນຮອດເມື່ອໃດນ້ຳຫວານຂຸ້ນ ແມ່ນໄດ້.

       ຫຼາຍຄົນຄິດວ່າ ເອົາໝາກຖົ່ວດຳໃສ່ໝໍ້ຕົ້ມໃຫ້ເປື່ອຍ ແລ້ວກໍ່ເອົານ້ຳຕານໃສ່ ແລ້ວກໍ່ສຳເລັດ ແຕ່ມັນບໍ່ງ່າຍດາຍຄືແນວນັ້ນ. ໝໍ້ນ້ຳຫວານໝາກຖົ່ວດຳທີ່ແຊບ ພາຍຫຼັງຕົ້ມແລ້ວເມັດໝາກຖົ່ວຕ້ອງອ່ອນນຸ້ມ, ບໍ່ສຸກດິບ, ມີລົດຫວານພໍດີກິນ. ຢາກໃຫ້ນ້ຳຫວານໝາກຖົ່ວດຳຂຸ້ນ ແລະ ມີກິ່ນຫອມນັ້ນ ລະລາຍແປ້ງມັນຕົ້ນເສັ້ນ ແລະ ວານີລາໃສ່ຕື່ມໜ້ອຍໜຶ່ງ. ເວລາຕັກນ້ຳຫວານໃສ່ຈອກ ກໍ່ເອົານວນໝາກພ້າວຂູດເປັນເສັ້ນໃສ່ອີກເລັກນ້ອຍ ເພື່ອໃຫ້ງາມຕາ.

       ພຽງເວລາ 5 ນາທີພາຍຫຼັງທີ່ສັ່ງກິນນ້ຳຫວານ, ໂຕະຂອງນາງຮ່ວາ ແລະ ໝູ່ເພື່ອນກໍ່ໄດ້ນ້ຳຫວານຄົບຄົນລະຈອກ ພ້ອມກັບນ້ຳກ້ອນບົດ 1 ຖ້ວຍ. ດ້ວຍລົດຊາດທີ່ນຸ້ມ, ມີກິ່ນຫອມທີ່ເປັນເອກະລັກສະເພາະຂອງໝາກຖົ່ວດຳ ປະສົມປະສານກັບລົດຫວານຂອງນ້ຳຕານ, ຕື່ມໄປດ້ວຍນ້ຳຂຸ້ນໆຂອງແປ້ງມັນຕົ້ນເສັ້ນອີກເລັກນ້ອຍ ໄດ້ສ້າງເປັນລົດຊາດທີ່ເຂັ້ມຂຸ້ນຂອງເຂດບ້ານນາ. ຖ້າພວກເພື່ອນຢາກປຸງແຕ່ງນ້ຳຫວານໝາກຖົ່ວດຳໃຫ້ຄອບຄົວກິນ ພວກເພື່ອນສາມາດປະຕິບັດຕາມສູດດັ່ງລຸ່ມນີ້:

·      ວັດຖຸດິບທີ່ຄວນກະກຽມ:

        ໝາກຖົ່ວດຳ 600 g

·      ອາດຈະກະກຽມຕື່ມ: ນວນໝາກພ້າວຂູດ, ວານີລາ, ແປ້ງມັນຕົ້ນເສັ້ນ

·      ຂັ້ນຕອນການປຸງແຕ່ງ:

·      ຂັ້ນຕອນທີ1: ຮ່ອນໝາກຖົ່ວ, ລ້າງໃຫ້ສະອາດ, ມ່າປະມານ 4-5 ຊົ່ວໂມງ.

·      ຂັ້ນຕອນທີ2: ເອົາໝາກຖົ່ວໃສ່ໝໍ້ຕົ້ມໃຫ້ເປື່ອຍ.

·      ຂັ້ນຕອນທີ3: ພາຍຫຼັງໝາກຖົ່ວສຸກ, ຕັກອອກແລ້ວເອົາມາຄົນໃສ່ນ້ຳຕານຈົນເປື່ອຍ.

·      ຂັ້ນຕອນທີ4: ຖອກໝາກຖົ່ວໃສ່ໝໍ້ຕົ້ມເກົ່າ ແລ້ວມາຕົ້ມຕື່ມເຮັດໄຟອ່ອນໆປະມານ 5-10 ນາທີ.

·      ຂັ້ນຕອນທີ5: ປະໃຫ້ເຢັນ, ຕັກໃສ່ຈອກຮັບປະທານ.

                ໝາຍເຫດ: ຖ້າຢາກໃຫ້ນ້ຳຫວານຂຸ້ນ ແລະ ມີກິ່ນຫອມ, ພວກເພື່ອນຈົ່ງລະລາຍແປ້ງມັນຕົ້ນເສັ້ນ ແລະ ວານີລາໃສ່ເລັກນ້ອຍ. ເວລາຕັກມາກິນ ພວກເພື່ອນກໍ່ເອົານວນໝາກພ້າວທີ່ກຽມໄວ້ນັ້ນໃສ່ຕື່ມ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.

ຕອບກັບ