ຍຳໝາກຫຸ່ງໃສ່ຊີ້ນງົວແຫ້ງ

Dieu Hong
Chia sẻ
ຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງ​ແມ່ນ​ເຍື່ອງ​ອາ​ຫານ​ວ່າງ​ໃຜໆ​ກໍ່​ມັກ​ກິນ. ວັດ​ຖຸ​ດິບທີ່​ນຳ​ມາ​ປຸງ​ແຕ່ງ​ແມ່ນ​ຫາ​ຊື້​ໄດ້ຢ່າງ​ສະ​ດວກຢູ່ຕາມ​ທ້ອງ​ຕະຫຼາດ ແລະ ວິ​ທີ​ການ​ປຸງ​ແຕ່ງກໍ່​ງ່າຍ​ດາຍ ແຕ່​ວ່າ​​ເຮັດ​ແນວ​ໃດເພື່ອ​ໃຫ້​ມີ​ລົດ​ຊາດ​ທີ່​ແຊບ​​ຊ້ອຍນັ້ນ​ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​

(vovworld) - ຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງ​ແມ່ນ​ເຍື່ອງ​ອາ​ຫານ​ວ່າງ​ໃຜໆ​ກໍ່​ມັກ​ກິນ. ວັດ​ຖຸ​ດິບທີ່​ນຳ​ມາ​ປຸງ​ແຕ່ງ​ແມ່ນ​ຫາ​ຊື້​ໄດ້ຢ່າງ​ສະ​ດວກຢູ່ຕາມ​ທ້ອງ​ຕະຫຼາດ ແລະ ວິ​ທີ​ການ​ປຸງ​ແຕ່ງກໍ່​ງ່າຍ​ດາຍ ແຕ່​ວ່າ​​ເຮັດ​ແນວ​ໃດເພື່ອ​ໃຫ້​ມີ​ລົດ​ຊາດ​ທີ່​ແຊບ​​ຊ້ອຍນັ້ນ​ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​ແຕ່​ວ່າ​ໃນ​ແຕ່​ລະ​ມື້, ເບິ່ງ​ຄື​ວ່າ​ເກືອບ​ທຸກ​ຄຸ້ມ​ຖະ​ໜົນ​ນ້ອຍ​ຂອງ​ຮ່າ​ໂນ້ຍ​ພັດ​ຍັງ​ມີ​ຜູ້​ຂາຍ​ເຍື່ອງ​ອາ​ຫານ​ຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງ​ຢູ່. ແຕ່ລະຮ້ານຂາຍນັ້ນກໍ່ມີເຄັດລັບສະເພາະເພື່ອ ດຶງດູດລູກຄ້າໃນ​ລາຍ​ການ​ອາ​ຫານ​ຫວຽດ​ນາມ​ພາກນີ້, ​ນັກ​ຂ່າວ​ຢ້ຽວ​ຮົ່ງ​ເຊີນ​ທ່ານ​ຜູ້​ຟັງ​ໄປ​ຄົ້ນ​ຫາ​ເຍື່ອງ​ອາ​ຫານ​ວ່າງ​ດັ່ງ​ກ່າວ.

ສຽງ​ຕັດ​ມີດ​ຕັດ​ດັງ​ແກັບໆ ນັ້ນ​ແມ່ນ​ສຽງ​​ຈ່າວ​ຂາຍຍຳ​ໝາກ​ຫຸ່ງ​​ທີ່​ຄຸ້ນ​ເຄີຍ​ຂອງ​ລຸງ​ຈີ໋ນ, ຄົນ​ເລາະ​ຂາຍ​ເຍື່ອງ​ອາ​ຫານ​ວ່າງ ​ທີ່​ມີ​ຊື່​ວ່າ: ຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງ ແລະ ສຽງ​ຈ່າວ​ຂາຍນີ້ ກໍ່​ເປັນ​ສຽງ​ທີ່​ຄຸ້ນ​ເຄີຍ​ກັບ​ປະ​ຊາ​ຊົນ​​ທີ່​ຢູ່ໃນ​ທຸກ​ຄຸ້ມ​ຂອງ​ຕາ​ແສງ​ແທງ​ຍ່ານ, ເມືອງ​ຫາຍ​ບາ​ຈຶງ. ລຸງ​ຈີ໋ນ​ມີ​ອາ​ຍຸຫຼາຍ​ແລ້ວ​ແຕ່​ວ່າ​​ທຸກໆ​ມື້​ລຸງກໍ່​ຍັງ​ຂີ່​ລົດ​ຖີບ​ໄປ​ເລາະ​ຂາຍ​ເຍື່ອງ​ອາ​ຫານນີ້​ຢູ່ ຕາມຄຸ້ມ​ຖະ​ໜົມ. ລຸງ​ຈິ໋ນ​ໃຫ້​ຮູ້​ວ່າ :

 “ສະ​ເລ່ຍ​ແລ້ວ​ຂ້າ​ພະ​ເຈົ້າ​ຂາຍ​ໄດ້ 40 ​ຈານ​ຕໍ່​ມື້ ອີງ​ຕາມ​ແຕ່​ລະ​ລະ​ດູ​ເຊິ່ງ​ຕົນ​ເອງ​ຂາຍ​ໜ້ອຍ ຫຼື ຂາຍຫຼາຍ. ຕາມ​ປົກ​ກະ​ຕິ​ແລ້ວ ລະ​ດູ​ຮ້ອນ​ແມ່ນ​​ຈະຂາຍ​ໄດ້ຫຼາຍກວ່າ​ທົບ​ເຄິ່ງ ຫຼື ປະ​ມານ 60 ຈານ, ມີ​ບາງມື້​ແມ່ນຫຼາຍກວ່ານັ້ນ.  ຕອນ​ເຊົ້າ​ແມ່ນບໍ່​ມີ​ໃຜ​ກິນ​ອາ​ຫານ​ເຍື່ອງນີ້ ສະ​ນ​ັ້ນ​ຈຶ່ງ​ຂາຍ​ພຽງ​ແຕ່​ຕອນ​ທ່ຽງ​ຈົນ​ວ່າ​ຮອດ​ເວ​ລາ​ໄດ້ຂາຍໝົດ​. ແຕ່​ລະ​ຈານ​ແມ່ນ​ຂາຍ 20.000 ດົ່ງ, ແລະ ມີກຳ​ໄລ​​ຢູ່​ປະ​ມານ 4.000 – 5.000 ດົ່ງ”.

ຍຳໝາກຫຸ່ງໃສ່ຊີ້ນງົວແຫ້ງ - ảnh 1

ແຕ່ 5-6 ປີ​ມານີ້, ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ນັບ​ແຕ່​ເວ​ລາ 13 ໂມງ​ເຄິ່ງ​ລຸງ​ຈິ໋ນ​ກໍໄປ​ເລາະ​ຂາຍ​ເຍື່ອງ​ອາ​ຫານ​ວ່າງ​ດ້ວຍ​ລົດ​ຖີບ​ເກົ່າ, ເຫຼັກເຂົ້າ​ຂີ້​ໝ້ຽງ​ເປັນ​ສວ່ນໆ, ທາງຫຼັງແມ່ນຕ່າງຕູ້​ຂາຍ​ເຄື່ອງ​​ທີ່ມີ​ສອງ​ຊັ້ນ​​ຖືກເຮັດ​ດ້ວຍ​ແກ້ວ​ເປັນ​ຮູບ​ສີ່​ແຈ​ສາກ, ຍາວ 50 cm ແລະ​ກວ້າງ 30 cm​. ຊັ້ນ​ເທິງ​ຂອງ​ຕູ້​ແມ່ນ​ບັນ​ຈຸ​ໝາກ​ຫຸ່ງ ແລະ ກາ​ຣົດ ທີ່​ຂູດ​ເປັນ​ເສັ້ນ ແລະ ຜັກ​ຫອມ. ສ່ວນ​ຊັ້ນ​ລຸ່ມ​ແມ່ນ​ບັນ​ຈຸ​ກັບ​​ໂຟມ​ທີ່​ເຕັມ​ໄປ​ດ້ວຍ​ຊີ້ນ​ງົວ​ແຫ້ງ, ໝາກ​ຖົ່ວ​ດິນ​ຂົ້ວ. ສ່ວນ​ຢູ່​ກະ​ຕ່າ​ລົດ​ຖີບນັ້ນ​ແມ່ນ​ບັນ​ຈຸນ້ຳ​ຍຳ​ສອງ​ສາມ​ຕຸກ​ເຊິ່ງ​ໄດ້​ຮັບ​ການ​ປຸງ​ແຕ່ງ​ສຳ​ເລັດ​ແລ້ວ. ລຸງ​ທັງ​ຖີບ​ລົດ​ຊ້າໆ​ທັງ​ຈັບ​ມີດ​ຕັດ ຕັດ​​ໃຫ້​ມີ​ສຽງ​ດັງ​ແກັບ​ແກັບ​ອອກ​ມາ. ສຽງ​ຕັດ​​ມີດຕັດ​ດັງ​ບໍ່​ແຮງ ແລະ ກໍ່​​ບໍ່​ຄ່ອຍ ແຕ່ກໍ່​ພຽງ​ພໍ​ກັບ​ການ​ເຊື້ອ​ເຊີນ​ເອີ້ນ​ແຂກ​ມາ​ຊື້​ອາ​ຫານ​ວ່າງ​ໄດ້.

ແຂກ​ຊື້ຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງ ແມ່ນ​ນາງ​ຮ​ວາ​ຊຶ່ງ​ແມ່ນ​ລູກຄ້າທີ່​ລື້ງ​ເຄີຍ, ລຸງ​ຈີ໋ນ​​ຈອດ​ລົດ​, ເປີດ​ຕູ້​ແກ້ວ​ອອກ​ແລະ​ກໍ່​ເຮັດ​ເປັນ​​ໂຕະ​ຂາຍ​ເຄື່ອງ​ຊົ່ວ​ຄາວ. ກ່ອ​ນ​ອື່ນ​ໝົດ​ລຸງ​ເອົາ​ໝາກ​ຫຸ່ງ ແລະ ກາ​ຣົດ​ທີ່​ໄດ້​ຂູດ​ເປັນ​ເສັ້ນ​ແລ້ວນັ້ນ​ໃສ່​ກັບ​ໂຟມ​ກ່ອນ, ຫຼັງ​ຈາກນັ້ນ​ແມ່ນ​ເອົາ​ຜັກ​ຫອມ​ໃສ່​ໜ້ອຍ​ໜຶ່ງ ແລະ ກໍ່​ຕາມ​ມາ​ດ້ວຍ​ຊີ້ນ​ງົວ​ແຫ້ງ​​ຕ່ອນບາງ ​ໃຫຍ່​ເທົ່າ 1 ສ່ວນ 3 ຂອງຝາມືຖືກຕັດເປັນ ຕ່ອນນ້ອຍປົກໜ້າ, ແລ້ວເອົານໍ້າຍຳໃສ່ ເອົາໝາກຖົ່ວດິນ ຂົ້ວທີ່ຕຳແລ້ວນັ້ນ ໂຮຍໃສ່ເທິງ. ຍ້ອນ​ນາງ​ຮ​ວາ​ມັກ​ກິນ​ເຜັດ, ດັ່ງ​ນັ້ນ ລຸງ​ຈິ໋ນຈຶ່ງເອົາ ຊອັດ ໝາກເຜັດ ຕື່ມໃສ່ໜ້ອຍໜຶ່ງ. ນາງ​ຮ​ວາ​ເວົ້າ​ວ່າ :

 “ສຳ​ລັບຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງກໍ​ສາ​ມາດ​ກິນ​ໄດ້​ໃນ​ຕະຫຼອດ​ປີ, ລົດຊາດກອບໆເຢັນໆຂອງໝາກຫຸ່ງ, ກິ່ນຫອມ ຂອງຜັກຫອມ,  ລົດ​ຊາດ​ພິ​ເສດຂອງຊີ້ນງົວແຫ້ງ, ແລະ ຄວາມກົມ​ກຽວຂອງໝາກຖົ່ວດິນປະສົມ ໃສ່ກັບນໍ້າຍຳທີ່ມີລົດສົ້ມ, ຫວານ ແລະ ເຜັດ, ດັງ​ນັ້ນ ກິນ​ແຊບຫຼາຍ”

ແຕ່​ວ່າບໍ່​ແມ່ນ​ຮ້ານ​ຂາຍຍຳ​ໝາກ​ຫຸ່ງ​ໃດ​ກໍ​ແຊບ​ເຊັ່ນ​ກັນ. ຕາມ​ລຸງ​ຈິ໋ນ​ແລ້ວ, ເຄັດ​ລັບ​ແມ່ນ​ຢູ່ທີ່​ການ​ປຸງ​ແຕ່ງ​ຊີ້ນ​ງົວ​ແຫ້ງ ແລະ ນໍ້າຍຳ. ລຸງ​ຈິ໋ນ​ໃຫ້​ຮູ້​ວ່າ :

          “ ເມື່ອ​ເວ​ລາ​ທີ່​ຫາກໍ່​ເລີ່ມ​ຂາຍ ຂ້າ​ພະ​ເຈົ້າ​​ໄດ້​ຊື້ເອົາ​ຊີ້ນ​ງົວ​ແຫ້ງ​​ສຳ​ເລັດ​ຮູບທີ່​​ວາງຂາຍ​ໃນ​ທ້ອງ​ຕະຫຼາດ ​ແຕ່ປະ​ຈຸ​ບັນ​ປະ​ຊາ​ຊົນ​ບໍ່​ມັກ​ກິນ​ຊີ້ນ​ງົວ​ແຫ້ງ​ປະ​ເພດນັ້ນ​ອີກ​ແລ້ວ ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຊື້​ຊີ້ນ​ງົວ​ສົດ​ມາ​​ເອືອບເອງ. ເວົ້າ​ແທ້​ ຕ້ອງ​ມີ​ເຄັດ​ລັບ​ໃນ​ການ​ປຸງ​ແຕ່ງ ຂ້າ​ພະ​ເຈົ້າ​​ຈຶ່ງ​ໄດ້ຂາຍດີ​ທີ່​ສຸດ, ​ແລະ ເຄັດ​ລັບ​ນັ້ນ​ກໍ່ແມ່ນ​​ວິ​ທີປະ​ສົມ​ນ້ຳ​ຍຳ ແລະ ວິ​ທີ​ເອືອບ​ຊີ້ນ​ງົວ​ແຫ້ງນີ້​ເອງ”

        ສຽງ​ຕັດ​ມີດ​ຕັດ​ດັງ​ແກັບໆ​ຄ່ອຍໆໝົດ​ໄປ​, ລຸງ​ເຂົ້າ​ໄປ​ຮ່ອມ​ນ້ອຍ​ບ່ອນ​ທີ່​ມີ​ແຂກ​ຫາກໍ່​ເອີ້ນ​ໃສ່​ລຸງ. ປະ​ມານ​ເກືອບ 5 ໂມງ​ແລງ ຍຳ​ໝາກ​ຫຸ່ງກໍ່​ເຫຼືອ​ພຽງ​ແຕ່​ປະ​ມານ ສິບ ກັບ​ເທົ່າ​ນັ້ນ ແລະ ຄິດ​ວ່າມື້ນີ້​ລຸງ​ຈີ໋ນ​ຈະ​​ຕ້ອງໄດ້​ກັບ​ບ້ານ​ໄວ.

-----------------------

        ຖ້າ​ຫາກ​ພວກ​ເພື່ອນ​ຢາກ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ວ່າງ​: ຍຳ​ໝາກ​ຫຸ່ງ​ໃສ່​ຊີ້ນ​ງົວ​ແຫ້ງ​ໃຫ້​ຄອບ​ຄົວ​ກິນ, ເພ​ື່ອນຈົ່ງ​ກະ​ກ​ຽມວັດ​ຖຸ​ດິບ ​ດັ່ງ​ນີ້:

        ໝາກ​ຫຸ່ງ​ທີ່​ຂູດ​ເປັນ​ເສັ້ນ​ແລ້ວ 200 g

        ກາ​ຣົດ​ທີ່​ຂູດ​ແລ້ວ 200 g  ແລະ ຊີ້ນ​ງົວ​ແຫ້ງ​ຈີກ​ເປັນ​ເສັ້ນ

 ເຄື່ອງ​ປຸງ: ​ພິກ​ໄທ 1 ສ່ວນ 4 ບ່ວງ​ກາ​ເຟ, ໝາກ​ເຜັດ​ໜ່ວຍ​ໜຶ່ງ​ຊອຍ​ສະຫຼຽງ, ຜັກ​ທຽ​ມ​ຝັກ​ລະ​ອຽດ 1 ບ່ວງ​ກາ​ເຟ.

-        ຜັກ​ບົວ​ລະ​ພາ, ຜັກ​ກ້ານ​ກ່ຳ ແລະ ຜັກ​ຂະ​ແຍງ​ຊອຍ​ນ້ອຍ.

-        ​ວິ​ທີ​ປຸງ​​ນ້ຳ​ຍຳ: ເອົານ້ຳ​ໝາກ​ນາວ​ໜຶ່ງ​ບ່ວງ​ແກງ, ນ້ຳ​ປາ​ໜຶ່ງ​ບ​ວ່ງ​ເຄິ່ງ, ນ້ຳ​ສະ​ອີ້ວ​ໜຶ່ງ​ບ່ວງ, ນ້ຳ​ຕານ​ໜຶ່ງ​ບ່ວງ​ເຄິ່ງ, ນ້ຳ​ດຶ່ມ​ສະ​ອາດ​ສາມ​ບ່ວງ​ປະ​ສົມ​ໃສ່​ກັນ​ພ້ອມ​ກັບ​ໝາກ​ເຜັດ ແລະ ຜັກ​ທຽມ​ທີ່​ໄດ້​ຟັກ​ລະ​ອຽດ​ແລ້ວນັ້ນ​​ໃສ່ໃນ​ຖ້ວຍ.

ວິ​ທີ​ເຮັດ: ເອົາ​ໝາກ​ຫຸ່ງ, ກາ​ຣົດ​ທັງ​ໝົດ​ໃສ່​ໃນ​ຖ້ວຍ​ໃຫຍ່​ແລ້ວ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ. ຫຼັງ​ຈາກນັ້ນເອົາ​ນ້ຳ​ຍຳ​ທີ່​ປຸງ​ແລ້ວນັ້ນ​ໃສ່​ເຄຶ່ງ​ໜຶ່ງ ແລ້ວ​ຄົນ​ໃຫ້​ທົ່ວ. ສຸດ​ທ້າຍ​ເອົາ​ພິກ​ໄທ, ໝາກ​ເຜັດ, ຜັກ​ທຽມ​ທີ່​ໄດ້​ກະ​ກຽມ​ໄວ້​ນັ້ນ​ໃສ່ ພ້ອມ​ກັບ​ຊີ້ນ​ງົວ​ແຫ້ງ ແລະ​ ຜັກ​ຫອມ ຄົນ​ໃຫ້​ເຂົ້າ​ກັນ ແລ້ວ​ຊີມ​ລອງ​ເບິ່ງ​ຖ້າ​ພໍ​ດີ​ເປັນ​ອັນ​ວ່າ​ສຳ​ເລັດ./.