ຍຳແມງກະພຸນແດງ-ເຍື່ອງອາຫານພິເສດຂອງນະຄອນຫາຍຟ່ອງ

Minh Duc
Chia sẻ
ເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນ​ແດງແມ່ນ​ເລີ່​ມ​ມາ​ຈາກ​ນະ​ຄອນ​ຫາຍ​ຟ່ອງ, ແລ້ວ ກໍ​ແຜ່​ຂະ​ຫຍາຍຮອດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ

ເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນ​ແດງແມ່ນ​ເລີ່​ມ​ມາ​ຈາກ​ນະ​ຄອນ​ຫາຍ​ຟ່ອງ, ແລ້ວ ກໍ​ແຜ່​ຂະ​ຫຍາຍຮອດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກຫຼາຍ​ຄົນ, ບໍ່​ພຽງແຕ່​ຍ້ອນ​ມັນ​ມີ​ສີ​ແດງ​ທີ່​ງາມ​ຕາ​ເທົ່ານັ້ນ, ຫາກ​ຍັງ​ມີ​ລົດ​ຊາດ​ພິ​ເສດ​ຂອງ​ມັນ​ອີກ​ດ້ວຍ. 

 

 ຍຳແມງກະພຸນແດງ-ເຍື່ອງອາຫານພິເສດຂອງນະຄອນຫາຍຟ່ອງ - ảnh 1
ຍຳແມງກະພຸນແດງ-ເຍື່ອງອາຫານພິເສດຂອງນະຄອນຫາຍຟ່ອງ

        ​ແຕ່​ລະ​ມື້, ຮອດ​ເວ​ລາ 16 ໂມງ, ຮ້ານ​ຂາຍ​ຍຳ​ແມງ​ກະ​ພຸນ​ແດງຂອງ​ນາງ ຫງວຽນ​ທິ​ເງ່ ຕັ້ງ​ຢູ່​ຖະ​ໜົນ​ເດືອງ​ແທ່ງ, ຮ່າ​ໂນ້ຍ ໄດ້​ມີ​ແຂກ​ມາ​ກິນ​ເຕັມ. ຢູ່​ເບື້ອງ​ຂວາ​ຂອງ​ຮ້ານ, ປ້າ​ເຫ້ວ ແລະ ເອື້ອຍຮ່​ວາ​ພວມ​ນັ່ງ​ກິນ​ຍຳ​ແມງ​ກະ​ພຸນແດງໂດຍ​ຖືກ​ໃສ່​​ຖ້ວຍ​ໃຫຍ່, ຄຽງ​ຂ້າງ​ແມ່ນ​ຖ້ວຍ​ນ້ຳ​ແຈ່ວ​ກະ​ປິ ແລະ ຈານ​ເຕົາ​ຮູ້ຈືນ, ​ນວນໝາກ​ພ້າວ​ຖືກ​ຊອຍ​ເປັນ​ປ່ຽງນ້ອຍ​ຊຳ​ນິ້ວ​ມື ພ້ອມ​ກັບ​ຜັກ​ຫອມ​ອີກ​ດ້ວຍ. ປ້າ​ເຫ້ວ ໃຫ້​ຮູ້​ວ່າ : 

   “ ທຳ​ອິດ, ເມື່ອ​ຫາກໍ​ໄດ້ກິນ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ມັກ​ລົດ​ຊາດ​ຂອງ​ມັນປານ​ໃດ, ແຕ່​ເມື່ອ​ໄດ້​ກິນ​ເທື່ອ​ທີ 2 ທີ 3 , ຂ້າ​ພະ​ເຈົ້າ​ກໍ​ຄ່ອຍຮູ້​ສຶກ​ໄດ້​ເຖິງ​ລົດ​ຫອມ​ເຢັນ ແລະ ກອບ​ດີ. ແຊບ​ທີ່​ສຸດ​ແມ່ນ​ໄດ້ກິນ​ຍຳ​ແມງ​ກະ​ພຸນຈ້ຳ​ກັບ​ນ້ຳ​ແຈ່ວ​ກະ​ປິ. ເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນ​ແດງ ພຽງ​ແຕ່​ມີ​ນັບ​ແຕ່​ເດືອນ 2 ຫາ​ເດືອນ 5. ຍ້ອນ​ເຫດນີ້​ເອງ, ເມື່ອ​ຮອດ​ຍາມ​ມີແມງ​ກະ​ພຸນ​ແດງ, ຂ​້າ​ພະ​ເຈົ້າ​ກໍ​ສະຫຼະເວ​ລາ​ພ້ອມ​ກັບ​ພີ​ນ້ອງ, ໝູ່​ເພື່ອນ​ໄປ​ກິນເຍື່ອງ​ອາ​ຫານນີ້  ”

      ສ່ວນເອື້ອຍຮ່​ວາ ເວົ້າ​ວ່າ :

     “ ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຮອດ​ຍາມ​ມີ​ແມງ​ກະ​ພຸນ​ແດງ, ຂ້າ​ພະ​ເຈົ້າ​ກໍ​ສະຫຼະ​ເວ​ລາ​ໄປ​ກິນ​ຢູ່​ຮ້ານ, ເພາະ​ໝົດ​ຍາມ​ແມງ​ກະ​ພຸນ​ແດງ ກໍ​ບໍ່​ໄດ້​ກິນ​ເລີຍ. ເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນແດງ ເປັນ​ອາ​ຫານ​ສາ​ມາດ​ແກ້​ຮ້ອນ, ເມ​ື່ອ​ກິນ​ແລ້​ວ, ຮູ້​ສຶກ​ເຢັນ, ຖ້າ​ມີ​ຕຸ່ມ ​ກໍ​ຫາຍ​ໄປ. ຂ້າ​ພະ​ເຈົ້າມັກ​ກິນເຍື່ອງ​ອາ​ຫານ​ນີ້, ຂ້າ​ພະ​ເຈົ້າກໍ​ເຄີຍມາ​ກິ​ນທຸກມື້”

     ໂດຍ​ນັ່ງ​ຂ້າງ​ຊາມ​ແມງ​ກະ​ພຸນແດງ​ທີ່​ພວມ​ແຊ່​ນ້ຳ, ນາງ​ເງ່​ໃຊ້​ໄມ້​ໄຜ່​ຂ້​ຽວຕັດ ​ແມງ​ກະ​ພຸນເປັນ​ຕອນ​ນ້ອຍ​ຊ່ຳ​ນິ້​ວ​ມື, ແລ້ວ​ເອົາ​ໃສ່​ຖ້ວຍ​ໃຫຍ່​ເພື່ອ​ນຳ​ເອົາ​ໄປ​ໃຫ້​ແຂກ. ຢູ່​ເບື້ອງ​ຂວາ​ມື​ຂອງ​ນາງ ແມ່ນ​ກວດນ້ຳແຈ່ວ​ກະ​ປິ ພ້ອມ​ກັບ​ແປ້ງ​ນົວ, ໝາກ​ເຜັດ, ນ້ຳ​ສົ້ມ…ນາງ​ເງ່​ໃຫ້​ຮູ້​ວ່າ : ພາຍຫຼັງ​ໄດ້​ຮັບ​ແມງ​ກະ​ພຸນເອົາ​ມາ​ຈາກ​ນະ​ຄອນ​ຫາຍ​ຟ່ອງ, ຈະ​ເອົາແມງ​ກະ​ພຸນໃສ່​ຊາມ​ມີ​ນ້ຳ​ສະ​ອາດ, ແລ້ວ​ກໍ​ເອົາ​ໝາກ​ແປ້ນ​ໂດຍ​ຕັດເປັນປ່ຽງ​ບາງໆ​ໃສ່​ນຳ​ເພື່ອ​ສ້າງ​ລົດ​ຫອມ​ໃຫ້ແມງ​ກະ​ພຸນ. ນາງ​ເງ່​ເປີດ​ເຜີຍ​ວ່າ : 

    “ ຍ້ອນແມງ​ກະ​ພຸນ​ຕິດ​ຊາຍຫຼາຍ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າຕ້ອງ​ລ້າງ​ໃຫ້​ສະ​ອາດ, ຫຼັງ​ຈາກນັ້ນ​ກໍ​ເອົາແມງ​ກະ​ພຸນ​ໃສ່​ຊາມ​ມີ​ນ້ຳ​ບໍ​ລິ​ສຸດ. ແມງ​ກະ​ພຸນນີ້ ເມື່ອ​ຊື້​ມາ ກໍ​ບໍ່​ຕ້ອງ​ປຸງ​ແຕ່ງ​ຫຍັງ​ເລີຍ ເພາະ​ເຂົາ​ເຈົ້າ​ໄດ້​ເຮັດຮຽບ​ຮ້ອຍ​ແລ້ວ. ຖ້າ​ຫາກແມງ​ກະ​ພຸນ​ແດງ​ໝົດ​ແລ້​ວ, ຂ້າ​ພະ​ເຈົ້າ​ກໍ​ເອົາແມງ​ກະ​ພຸນຂາວ​ມາ​ທົດ​ແທນ​ຊົ່ວ​ຄາວ​ເພື່ອ​ຮັບ​ໃຊ້​ແຂກ​ມາ​ກິນ. ເມື່ອ​ເອົາ​ແມງ​ກະ​ພຸນແຊ່​ນ້ຳ, ກໍ​ຕ້ອງ​ເອົາ​ໝາກ​ນາວຫຼື​ໝາກ​ແປ້ນ​ໂດຍ​ຕັດ​ເປັນ​ປ່ຽງ​ບາງໆ​ໃສ່​ຕື່ມ​ເພື່ອ​ສ້າງ​ລົດ​ຫອມ. ສຳ​ລັບເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນ​ນີ້, ເມື່ອ​ກິນ​ກໍ​ຕ້ອງ​ຈ້ຳ​ກັບ​ນ້ຳ​ແຈ່ວ​ກະ​ປິ ກໍ​ຍິ່ງ​ແຊບ”

       ພາຍຫຼັງ​ຕັດ​ເອົາ​ແມງ​ກະ​ພຸນ, ນາງ​ເງ່​ກໍ​ຕັກ​ເອົາ​ນ້ຳ​ແຈ່ວ​ກະ​ປິ​ໃສ່​ຖ້ວຍ​ນ້ອຍ​ໃຫ້​ແຂກ. ສຳ​ລັບ​ໝາກ​ນາວ, ໝາກ​ເຜັດ​ ແຂກ​ກໍ​ໃສ່ຕາມ​ໃຈ. ແລ້ວ, ນາງ​ເງ່​ກໍ​ຕັດ​ເຕົາ​ຮູ້​ຈືນ​ທີ່​ສຸກ​ເຫຼືອງ​ເປັນຫຼາຍ​ຕ່ອນ​ນ້ອຍ, ຈາກນັ້ນ ນາງ​ເງ່​ກໍ​ເອົາ​ນວນ​ໝາກ​ພ້າວ​ໂດຍ​ຖືກ​ຊອຍ​ເປັນ​ປ່ຽງ​ບາງໆ, ຍາວ​ຊ່ຳ​ນິ້ວ​ມື​ໃສ່​ເທິງ​ເຕົາ​ຮູ້, ແລ້ວ​ກໍ​ນຳ​ເອົາ​ໃຫ້​ແຂກ. ນາງ​ເງ່​ໃຫ້​ຮູ້​ວ່າ ເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນ ພູດ​ໜຶ່ງ​ມີ​ລາ​ຄາ​ປະ​ມານ 20.000 ດົງ​ເທົ່າ​ນັ້ນ.

    

      ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ຖ້າ​ຫາກ​ພວ​ກ​ເພື່ອນ​ຢາກ​ປຸງ​ແຕ່ງເຍື່ອງ​ອາ​ຫານ​ຍຳ​ແມງ​ກະ​ພຸນ​ແດງ, ພວກ​ເພື່ອນ​ຕ້ອງ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ​ແມງ​ກະ​ພຸນແດງ : 1,5 ກິ​ໂລ​ຣາມ

-       ຜັກ​ຫອມເຮືອດ ແລະ ຜັກ​ຫອມ​ອື່ນໆ   : 1,5 ກິ​ໂລຣາມ     

ນວນ​ໝາກ​ພ້າວ, ເຕົາ​ຮູ້​ຈືນ, ນ້ຳ​ແຈ່ວ​ກະ​ປິ…

      ທຳ​ອິດ. ຕ້ອງ​ລ້າງ​ແມງ​ກະ​ພຸນ​ໃຫ້​ສະ​ອາດ, ແລ້ວ​ເອົາ​ແຊ່​ນ້ຳ​ບໍ​ລິ​ສຸດ​ປະ​ມານ 4-5 ວັນໂດຍ​ເອົາ​ໃບ​ໝາກ​ເດື່ອ ແລະ ເກືອໃສ່​ຕື່ມ. ຕໍ່​ຈາກນັ້ນ ກໍ​ຕ້ອງ​ລ້າງ​ອີກ​ເທື່ອ​ໜຶ່ງ​ດ້ວຍ​ນ້ຳ​ໝາກ​ນາວ, ແລ້ວ​ກໍ​ຕັດ​ຊອຍ​ເປັນ​ຕອ່ນ​ນ້ອຍ​ຊ່ຳ​ນິ້ວ​ມື.

-       ຕ້ອງ​ລ້າງ​ນ້ຳ​ຫອມ​ໃຫ້​ສະ​ອາດ

-       ນວນ​ໝາກ​ພ້າວ​ຊອຍ​ເປັນ​ປ່ຽງ​ບາງໆ

-       ຕັດເຕົາ​ຮູ້​ຈີນເປັນ​ຕອນ​ພໍ​ດີ

ຕັດ​ນ້ຳ​ແຈ່ວ​ກະ​ປິ​ໃສ່​ຖ້ວຍ​ນ້ອບ, ແລ້ວ​ກໍ​ໃສ່​ໝາກ​ນາວ ແລະ ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ. ມາ​ຮອດນີ້, ເຍື່ອງ​ອາ​ຫານຍຳ​ແມງ​ກະ​ພຸນແດງ​ໄດ້​ປຸງ​ແຕ່ງ​ສຳ​ເລັດ​ແລ້ວ.  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ