ຊ່າເຫຼົ້າເຂົ້າກ່ຳ

Tran Tuan
Chia sẻ
(VOVWORLD) - ຊ່າເຫຼົ້າເຂົ້າກ່ຳ ແມ່ນເຍື່ອງອາຫານກິນຫຼີ້ນ, ມີຫຼາຍຄົນມັກກິນທີ່ສຸດ ໃນນັ້ນແມ່ນພວກເພື່ອນໜຸ່ມ. ວັດຖຸດິບແມ່ນຫາໄດ້ງ່າຍ, ວິທີເຮັດກໍ່ບໍ່ຍາກ ແຕ່ວ່າເຮັດແນວໃດເພື່ອໃຫ້ແຊບນັ້ນພັດບໍ່ແມ່ນເລື່ອງງ່າຍ.

ແຕ່ລະມື້, ເບິ່ງຄືວ່າຄຸ້ມຖະໜົນນ້ອຍທຸກສາຍຂອງຮ່າໂນ້ຍ ຍາມໃດກໍ່ເຫັນຄົນເລາະຂາຍຊ່າເຫຼົ້າເຂົ້າກ່ຳ. ຄົນຂາຍແຕ່ລະຄົນນັ້ນ ພັດມີເຄັດລັບສະເພາະຂອງໃຜລາວ ເພື່ອດຶງດູດໃຫ້ຄົນມາຊື້. ໃນລາຍການອາຫານຫວຽດນາມມື້ນີ້, ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງ ດ້ວຍເຍື່ອງອາຫານທີ່ມີຊື່ວ່າ “ຊ່າເຫຼົ້າເຂົ້າກ່ຳ” ຜ່ານບົດຂຽນຂອງ ເຈິ່ນຕ໊ວນ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເຊີນທ່ານຕິດຕາມຮັບຟັງ.

ຊ່າເຫຼົ້າເຂົ້າກ່ຳ - ảnh 1 (ເຂົ້າກ່ຳ ພາບອິນເຕີແນັດ)

        ສຽງກະລິ່ງດັງ ທີ່ພວກເຮົາພວມໄດ້ຍິນນັ້ນ ແມ່ນແທນໃຫ້ສຽງເລາະຈ່າວຂາຍຊ່າເຫຼົ້າເຂົ້າກ່ຳຂອງ ອາວເຕິມ. “ສຽງຈ່າວຂາຍ” ພິເສດນີ້ເປັນທີ່ລື້ງເຄີຍຂອງປະຊາຊົນ ຢູ່ຄຸ້ມຖະໜົນທຸກສາຍຂອງຕາແສງ ເຕິນມາຍ, ເມືອງຮວ່າງມາຍ. ອາວເຕິມ ມີອາຍຸ 50 ກວ່າປີແລ້ວ, ລາວມີຮູບຮ່າງຈ່ອຍສູງ, ຜິວແຫຼ້, ຫຼັງມືດ່າງດຳດ້ວຍຮອຍເມັນ ແຕ່ຄູ່ດວງຕາເບິ່ງຄືວ່າຍັງໃສແຈ້ງດີຢູ່. ອາວເຕິມ ນຸ່ງເສື້ອສີຂຽວທະຫານກັບສົ້ງສີກາກີ ໃສ່ເກີບ ບາຕ່າ ແຕ່ລະມື້ ອາວກໍ່ຂີ່ລົດຖີບໄປເລາະຂາຍ ຊ່າເຫຼົ້າເຂົ້າກ່ຳ ຢູ່ຕາມຄຸ້ມຖະໜົນສາຍຕ່າງໆ, ອາວເຕິມ ແບ່ງປັນວ່າ: 

“ສະເລ່ຍແລ້ວ, ຂ້າພະເຈົ້າຂາຍຊ່າເຫຼົ້າໄດ້ 40 ຈອກຕໍ່ມື້. ຂາຍໄດ້ໜ້ອຍຫຼືຫຼາຍໄດ້ ແມ່ນຂຶ້ນກັບແຕ່ລະ ລະດູ. ລະດູຮ້ອນແມ່ນຂາຍໄດ້ຫຼາຍກວ່າ ປະມານ 60 ຈອກ, ຫຼາຍສຸດແມ່ນຍາມບຸນເຕັດ ດວານເງາະ (ບຸນກຸດວັນທີຫ້າເດືອນຫ້າ ໄລ່ຕາມຈັນທະປະຕິທິນ). ຊ່າເຫຼົ້າເຂົ້າກ່ຳນີ້ ກິນຍາມໃດກໍ່ໄດ້. ຊ່າເຫຼົ້າເຂົ້າກ່ຳແຕ່ລະຈອກແມ່ນຂາຍດ້ວຍລາຄາ 15 ພັນດົ່ງ/ຈອກ, ໃນນັ້ນມີກຳໄລປະມານ 4-5 ພັນດົ່ງ”.

ແຕ່ 3-4 ປີມານີ້, ແຕ່ລະມື້ ເວລາ 5 ໂມງ 30 ນາທີ ອາວເຕິມກໍ່ຖີບລົດຖີບເກົ່າໄປຂາຍຊ່າເຫຼົ້າເຂົ້າກ່ຳຢູ່ຕາມຮ່ອມຖະໜົນສາຍຕ່າງໆ. ທາງ ຫຼັງລົດຖີບຂອງ ອາວເຕິມ ໄດ້ຕ່າງຕູ້ໄມ້ຮູບສີ່ແຈສາກແບ່ງເປັນສອງລອັກ ຍາວ 80 ຊັງຕີແມັດ, ກວ້າງ 40 ຊັງຕີແມັດ ເພື່ອບັນຈຸວັດຖຸດິບເຮັດຊ່າເຫຼົ້າເຂົ້າກ່ຳ. ຍາມໃດອາວເຕິມ ກໍ່ອະນາໄມຕູ້ໃຫ້ສະອາດຢູ່ສະເໝີ. ທາງໜ້າຕິດເຈ້ຍເອສີ່ ດ້ວຍແຖວຕົວໜັງສື    ຂຽນວ່າ: “ຊ່າເຫຼົ້າເຂົ້າກ່ຳ”. ລອັກທາງເບື້ອງຂວາບັນຈຸກັບນ້ຳຕານ, ຈອກ, ບ່ວງຢາງ, ຖົງຢາງ; ລອັກທາງເບື້ອງຊ້າຍແມ່ນໝໍ້ເຂົ້າກ່ຳໄດ້ປິດຝາໄວ້ດີໆ. ສ່ວນກະຕ່າລົດຖີບແມ່ນບັນຈຸຄັນຮົ່ມ ແລະ ເສື້ອກັນຝົນເພື່ອໃຊ້ເມື່ອເກີດຝົນຕົກ.

ລູກຄ້າທີ່ຫາກໍ່ເອີ້ນຊື້ຊ່າເຫຼົ້າເຂົ້າກ່ຳ ນັ້ນແມ່ນເອື້ອຍຮ່າ, ເຊິ່ງແມ່ນລູກຄ້າທີ່ລື້ງເຄີຍຂອງອາວເຕິມ, ອາທິດໃດເອື້ອຍຮ່າກໍ່ຊື້ຊ່າເຫຼົ້າເຂົ້າກ່ຳຂອງອາວເຕິມຢ່າງໜ້ອຍສຸດແມ່ນເທື່ອໜຶ່ງ. ອາວເຕິມ ທັງໂອ້ລົມກັບເອື້ອຍຮ່າ ທັງປຸງແຕ່ງຊ່າເຫຼົ້າເຂົ້າກ່ຳໄປພ້ອມ. ອາວເຕິມໄຂຝາຕູ້ລົງເຮັດເປັນໂຕະນ້ອຍ, ເປີດຝາໝໍ້ຊ່າເຫຼົ້າເຂົ້າກ່ຳອອກ, ແລ້ວຕັກເອົາປະມານ 3-4 ບ່ວງໃສ່ຈອກຢາງ, ຫຼັງຈາກນັ້ນເອົານ້ຳຕານໃສ່ໜ້ອຍໜຶ່ງແລ້ວຄົນໃຫ້ທົ່ວກໍ່ສາມາດກິນໄດ້ເລີຍ. ເອື້ອຍຮ່າ ທັງກິນຊ່າເຫຼົ້າເຂົ້າກ່ຳ ທັງອະທິບາຍວ່າ ເປັນຫຍັງຕົນເອງຈິ່ງມັກກິນຊ່າເຫຼົ້າເຂົ້າກ່ຳຄືແນວນີ້: 

“ຊ່າເຫຼົ້າເຂົ້າກ່ຳມີສີອິດເຂັ້ມ, ເບິ່ງເມັດໃດກໍ່ເປັນເມັດນັ້ນ. ເມື່ອພວກເຮົາຫຍ້ຳ ຈະຮູ້ສຶກວ່າມີລົດຊາດປຸກຄືກັນກັບເຫຼົ້າ ແຕ່ວ່າມີລົດສົ້ມໜ້ອຍໜຶ່ງ, ມີກິ່ນຫອມຂອງເຂົ້າກ່ຳ ແລະ ເຊື້ອເຫຼົ້າ, ຮູ້ສຶກວ່າມີລົດຫວານນຳ, ລົດຊາດແມ່ນພິເສດທີ່ສຸດ. ນອກຈາກນັ້ນ, ຊ່າເຫຼົ້າເຂົ້າກ່ຳຍັງມີປະໂຫຍດຕໍ່ສຸຂະພາບຄື: ບຳລຸງຮ່າງກາຍ, ກະຕຸ້ນລະບົບຍ່ອຍອາຫານ, ດີຕໍ່ລະບົບຫົວໃຈຊີບພະຈອນ,…ຍ້ອນແນວນັ້ນ, ບໍ່ວ່າຍາມຮ້ອນຫຼືຍາມໜາວກໍ່ສາມາດກິນຊ່າເຫຼົ້ານີ້ໄດ້”.

ຊ່າເຫຼົ້າເຂົ້າກ່ຳ - ảnh 2 (ຊ່າເຫລົ້າເຂົ້າກ່ຳ)

ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນວ່າຮ້ານຂາຍຊ່າເຫຼົ້າເຂົ້າກ່ຳໃດກໍ່ແຊບ ແລະ ມີລົດຊາດພິເສດສະເພາະຄືຂອງອາວເຕິມເຮັດ. ຕາມອາວເຕິມແລ້ວ, ເຄັດລັບງ່າຍດາຍທີ່ສຸດ ນັ້ນແມ່ນ ຄວາມມັກຮັກອາຊີບ ແລະ ຄວາມປາຖະໜາຢາກເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈ. 

“ເມື່ອຫາກໍ່ເຮັດອາຊີບນີ້, ຂ້າພະເຈົ້າໄດ້ຊື້ເຂົ້າກ່ຳທີ່ຂາຍຢູ່ຕາມທ້ອງຕະຫຼາດ, ແຕ່ມາໃນປະຈຸບັນລູກຄ້າບໍ່ມັກກິນເຂົ້າກ່ຳຊະນິດນັ້ນອີກແລ້ວ ສະນັ້ນ, ຂ້າພະເຈົ້າຈິ່ງໄດ້ຕິດຕໍ່ກັບພີ່ນ້ອງຢູ່ບ້ານ ເພື່ອຊື້ເຂົ້າກ່ຳທີ່ມີລົດຊາດແຊບດີ, ເຂົ້າກ່ຳຕ້ອງມີສີແດງເຂັ້ມ ຫຼື ສີອິດເຂັ້ມ, ເມັດກົມ, ຍາວ, ມີກິ່ນຫອມ ແລະ ໄດ້ເກັບກ່ຽວຫ່າງຈາກເວລາເຮັດຊ່າເຫຼົ້າປະມານ 3 ເດືອນ. ນອກຈາກນັ້ນ, ເຊື້ອເຫຼົ້າເພື່ອເອົາມາເຮັດຊ່າເຫຼົ້ານັ້ນ ກໍ່ຕ້ອງແມ່ນຊະນິດທີ່ດີ, ແຊບ, ເຊື້ອເຫຼົ້າທີ່ຫາກໍ່ເຮັດໃໝ່ຍັງມີກິ່ນຫອມ ແລະ ບໍ່ເປັນໂໝກ. ເວົ້າລວມແລ້ວເພື່ອເຮັດຊ່າເຫຼົ້າເຂົ້າກ່ຳໃຫ້ແຊບນັ້ນ ແມ່ນມີຫຼາຍປັດໄຈ, ເຍື່ອງອາຫານຊະນິດນີ້ຕ້ອງກິນຕາມຫຼັງ ອາຫານເຍື່ອງອື່ນ, ບໍ່ຄວນກິນຫຼາຍເກີນໄປ ເພາະວ່າຈະເມົາໄດ້ງ່າຍ”.

ຍິນສຽງກະລິ່ງດັງມາແຕ່ໄກ ອາວເຕິມຂີ່ລົດຖີບເກົ່າ ເຂົ້າໃນທາງຮ່ອມນ້ອຍ. ໃກ້ຈະຮອດ 9 ໂມງເຊົ້າ, ຊ່າເຫຼົ້າເຂົ້າກ່ຳກໍ່ຍັງເຫຼືອພຽງແຕ່ 10 ຈອກເທົ່ານັ້ນ. ແນ່ນອນວ່າມື້ນີ້ ອາວເຕິມ ຕ້ອງໄດ້ກັບເມືອບ້ານໄວ.

ເຖິງວ່າ ອາວເຕິມບໍ່ “ເປີດເຜີຍ” ເຄັດລັບເຮັດຊ່າເຫຼົ້າກໍ່ຕາມ, ແຕ່ ພວກເພື່ອນກໍ່ສາມາດເຮັດຊ່າເຫຼົ້າດ້ວຍວິທີຕາມສູດຂອງພວກຂ້າພະເຈົ້າລຸ່ມນີ້:

·       ວັດຖຸດິບຄວນກະກຽມ:

·       ເຂົ້າກ່ຳ 1 ກິໂລກຣາມ

·       ເຊື້ອເຫຼົ້າສອງກ້ອນ (ກ້ອນລະ20 ກຣາມ)

·       ເຈ້ຍເງິນ, ນ້ຳຕານ

·       ວິທີເຮັດ:

·       ຂັ້ນຕອນທີ 1: ເອົາເຂົ້າກ່ຳມາມ່າໃສ່ນ້ຳເຢັນປະໄວ້ຂ້າມຄືນ,

ຫຼັງຈາກນັ້ນລ້າງເຂົ້າໃຫ້ສະອາດ ແລ້ວປະໄວ້ໃຫ້ສະເດັດນ້ຳ. ເອົາເຂົ້າໃສ່ໝໍ້ຫຸງເຂົ້າ, ຖອກນ້ຳໃສ່ໃຫ້ພໍດີ, ຫຸງໃຫ້ສຸກຄືຫຸງເຂົ້າ. ເມື່ອເຂົ້າສຸກ, ຖອກອອກໃສ່ພາແຜ່ອອກໃສ່ສະເໝີເພື່ອໃຫ້ເຂົ້າເຫີຍອາຍ.

·       ຂັ້ນຕອນທີ 2: ເອົາເຊື້ອເຫຼົ້າໃສ່ຄົກຕຳໃຫ້ແຫຼກ ຫຼື ຈະບົດເອົາກໍ່

ໄດ້ ຫຼັງຈາກນັ້ນເອົາໄປຮ່ອນ, ແລ້ວເອົາໄປໂຮຍໃສ່ເຂົ້າກ່ຳ. ໃຊ້ໄມ້ຖູ່ ຫຼື ມືຄົນໃຫ້ທົ່ວ.

·       ຂັ້ນຕອນທີ 3: ໃຊ້ເຈ້ຍເງິນ, ຕັດເປັນຮູນ້ອຍໆ, ເອົາເຂົ້າທີ່ຄົນ

ໄວ້ນັ້ນໃສ່ ແລ້ວຫໍ່ໃຫ້ແຈບ. ວາງຖ້ວຍ ຫຼື ຈານໃສ່ໃນໝໍ້ ແລ້ວເອົາຫໍ່ເຂົ້າໃສ່ ຫຼັງຈາກນັ້ນອັດຝາໃຫ້ແຈບ. ເອົາໄປໂອບໄວ້ຢູ່ບ່ອນມີອາກາດປອດໂປ່ງປະມານ 2-3 ວັນ.

·       ຂັ້ນຕອນທີ 4: ພາຍຫຼັງເວລາໂອບແລ້ວ, ກວດເບິ່ງເມື່ອເຫັນ

ວ່າຊ່າເຫຼົ້າຫອມ, ລະດັບຄວາມເຂັ້ມຖືກໃຈແມ່ນໃຊ້ໄດ້. ເວລາກິນພຽງແຕ່ຕັກຊ່າເຫຼົ້າເຂົ້າກ່ຳໃສ່ຖ້ວຍນ້ອຍ ຫຼື ກິນກັບນົມສົ້ມກໍ່ໄດ້. ຫວັງວ່າ ພວກເພື່ອນຈະເຮັດກິນແຊບ./.

ຕອບກັບ