ຂອບ​ໃຈ​ເພີ່ນ - ຄວາມ​ຮັກ​ທີ່​ກ້​ວາງ​ໃຫ​ຍ່​ໄພ​ສານ

Van Thieng
Chia sẻ
(VOVWORLD) -ດ້ວຍຄວາມປາດຖະຫນາຢາກຊ່ວຍໃຫ້ປະຊາຊົນລາວ ແລະ ຊາວຫວຽດນາມ ອາໄສຫ່າງໄກຈາກ ບ້ານເກີດເມືອງນອນ, ພິເສດ ແມ່ນລຸ້ນຫນຸ່ມ ມີຄວາມເຂົ້າໃຈກວ່າກ່ຽວກັບປະທານໂຮ່ຈິມີນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ເປັນເພື່ອນຜູ້ຍິ່ງໃຫຍ່ຂອງປະເທດ ແລະ ປະຊາຊົນລາວ, ນັກສິລະປິນດີເດັ່ນ ຕ່ວນ ມວນຈັນ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດລາວ ໄດ້ແຕ່ງທຳນອງ ເພງໃຫມ່ໃຫ້ແກ່ບົດພຽງທີ່ມີຊື່ສຽງຂອງ ນັກປະພັນດົນຕີ ທ້ວນອຽນ (ຫວຽດນາມ): ລຸງໂຮ່ - ຄວາມຮັກທີ່ກ້ວາງໃຫຍ່ໄພສານ ດ້ວຍພາສາລາວ. ບົດຂຽນຂອງນັກຂ່າວ ເວີນທຽງ- ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ສປປ ລາວ.

ຂອບ​ໃຈ​ເພີ່ນ - ຄວາມ​ຮັກ​ທີ່​ກ້​ວາງ​ໃຫ​ຍ່​ໄພ​ສານ - ảnh 1ນັກສິລະປິນດີເດັ່ນ ຕ່ວນ ມວນຈັນ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດລາວ ຕອບສຳພາດຕໍ່ນັກຂ່າວ VOV ປະຈຳລາວ 

ໂດຍໄດ້ຮັບຟັງບົດເພງທີ່ມີຊື່ສຽງຂອງນັກດົນຕີ ທ້ວນອຽນ ໂດຍນັກຮ້ອງຂອງຫວຽດນາມ ຂັບຮ້ອງມາເປັນຫລາຍເທື່ອ ແລະ ດ້ວຍເຄົາລົບນັບຖືຄວາມຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ ຜູ້ທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນເພື່ອພາລະກິດເອກະລາດ ເສລີພາບຂອງຊາດ, ຄວາມຜາສຸກຂອງປະຊາຊົນ ພ້ອມກັບ ອະນຸສອນຕ່າງໆໃນໄລຍະໄດ້ຮ່ຳຮຽນຢູ່ຫວຽດນາມ, ນັກສິລະປິນດີເດັ່ນ ຕ່ວນມວນຈັນ ອຳນວຍການໂຮງຮຽນສິລະປະແຫ່ງຊາດລາວ ຍາມໃດກໍ່ຢາກເຮັດສິ່ງໃດຫນຶ່ງເພື່ອໃຫ້ປະຊາຊົນ ມີຄວາມເຂົ້າໃຈ ແລະ ເຄົາລົບນັບຖືລຸງໂຮ່ ຫລາຍກວ່າອີກ. ເພາະວ່າ ລຸງໂຮ່ ບໍ່ພຽງແຕ່ແມ່ນຜູ້ນຳຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກເພີ່ນຍັງເປັນສະຫາຍ, ເປັນເພື່ອນທີ່ໃກ້ຊິດສະຫນິດສະຫນົມຂອງການປະຕິວັດ ແລະ ປະຊາຊົນລາວອີກດ້ວຍ.

 “ລຸງໂຮ່ແມ່ນນັກກອມມູນິດທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນເພື່ອການຕໍ່ສູ້ປົດປ່ອຍຊາດທີ່ຖືກກົດຂີ່ຂຸດຮີດ ເພື່ອໃຫ້ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ. ລຸງໂຮ່ແມ່ນແບບຢ່າງທີ່ໃສແຈ້ງແມ່ນຜູ້ນຳທີ່ຍິ່ງໃຫຍ່ ບໍ່ພຽງແຕ່ສຳລັບປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງນັບທັງປະຊາຊົນລາວ ແລະ ທັງໂລກ ອີກດ້ວຍ

ສະນັ້ນ ເມື່ອແຕ່ງທຳນອງເພງດ້ວຍພາສາລາວ, ນັກສິລະປິນ ຕ່ວນ ມວນຈັນ ໄດ້ພະຍາຍາມຮັກສາທຳນອງເພງ, ເນື້ອເພງຂອງນັກດົນຕີ ທ້ວນອຽນໄວ້ ເພື່ອໃຫ້ປະຊາຊົນລາວ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຫ່າງໄກຈາກ ບ້ານເກີດເມືອງນອນ ມີຄວາມເຂົ້າໃຈທຸກສິ່ງທຸກຢ່າງກ່ຽວກັບລຸງໂຮ່.

  “ມີບົດເພງມ່ວນຫລາຍບົດໄດ້ແຕ່ງກ່ຽວກັບລຸງໂຮ່ ແຕ່ຍ້ອນຈຳກັດດ້ານພາສາ. ສະນັ້ນ ເມື່ອບົດເພງ ລຸງໂຮ່ - ຄວາມຮັກທີ່ກ້ວາງໃຫຍ່ໄພສານໄດ້ແປເປັນພາສາລາວ ແລະ ຂັບຮ້ອງ ດ້ວຍພາສາລາວ, ປະຊາຊົນ ມີຄວາມຊົມເຊີຍທີ່ສຸດ ແລະ ຮັບຟັງດ້ວຍຄວາມເຄົາລົບນັບຖື, ສົ່ງຜົນດີເຖິງອາລົມຈິດຄວາມຮັກແພງກໍ່ຄືການໂຄສະນາສຶກສາກ່ຽວກັບແນວຄິດ, ຄຸນສົມບັດຂອງລຸງໂຮ່ສຳລັບປະຊາຊົນ ລາວ ແລະ ຊາວຫວຽດນາມ ອາໄສຢູ່ລາວເວົ້າລວມ.”

ນາງ ມາຍເຮືອງ ເຊີນຮົງ ອາໄສຢູ່ບ້ານ ໂນນຄໍ້ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ແບ່ງປັນວ່າ:

ສຳລັບ ນັກສິລະປິນ ຕ່ວນ ມວນຈັນ ແລ້ວ ເມື່ອໄດ້ຮັບຟັງບົດເພງຂອງຕົນ ຍາມໃດທ່ານກໍ່ຮູ້ສຶກຕື້ນຕັນໃຈ.

ນັກສິລະປິນແຫ່ງຊາດ ລາວ ວິໄລວັນ ຂັບຮ້ອງບົດເພງດັ່ງກ່າວດ້ວຍສອງພາສາ ຫວຽດ ແລະ ລາວນັ້ນ ກໍ່ຮູ້ສຶກຕື້ນຕັນໃຈ, ປິຕິຊົມຊື່ນ ແລະ ມີຄວາມສຸກ ເພາະ ບົດເພງທີ່ຕົນຂັບຮ້ອງ ໄດ້ຊ່ວຍໃຫ້ປະຊາຊົນລາວ ມີຄວາມເຂົ້າໃຈກ່ຽວກັບລຸງໂຮ່ ຜູ້ນຳທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນເພື່ອຄວາມຜາສຸກຂອງປະຊາຊົນຫວຽດນາມ, ເພື່ອການປະຕິວັດລາວ ແລະ ປະເທດອື່ນໆ. ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງ ລາວ ແລະ ຫວຽດນາມ.

ໂດຍແມ່ນຄອບຄົວຊາວຫວຽດນາມ ທີ່ມີ 5 ລຸ້ນຄົນດຳລົງຊີວິດຢູ່ ລາວ ແລະ ເຫັນປະຈັກຕາບັນດາເຫດການສຳຄັນຂອງປະເທດລາວໃນໄລຍະສົງຄາມ, ທ່ານ ຫງວຽນມີງເຈົາ ເວົ້າວ່າ:

ປະຊາຊົນລາວ  ກໍ່ມີຄວາມເຂົ້າໃຈແຈ້ງວ່າ ການປະຕິວັດລາວ ເຕີບໃຫຍ່ເຂັ້ມແຂງຄືວັນນີ້ ກໍ່ຍ້ອນໄດ້ຮັບຄວາມສາມັກຄີການຊ່ວຍເຫລືອ, ການເສຍສະຫລະຂອງການປະຕິວັດຫວຽດນາມ. ໃຜໆກໍ່ເຂົ້າໃຈໄດ້ວ່າ ລຸງໂຮ່ ແມ່ນອາຈານຂອງບັນດາການນຳປະຕິວັດ ຂອງພັກ ແລະ ລັດລາວ. ສະນັ້ນ ເຂົາເຈົ້າ ມີຄວາມຮັກແພງ, ເຄົາລົບນັບຖືລຸງໂຮ່ທີ່ສຸດ.”

ດ້ວຍຄວາມຮັກຕໍ່ປະເທດຊາດ ແລະປະຊາຊົນຫວຽດນາມ, ເຄົາລົບນັບຖືລຸງໂຮ່ ຕະຫລອດການ, ເມື່ອໄດ້ແຕ່ງເພງກ່ຽວກັບລຸງໂຮ່ນັ້ນ ຍາມໃດກໍ່ແມ່ນສິ່ງກະຕຸກຊຸກຍູ້ນັກສິລະປີນ ຕວນມວນຈັນ. ນອກຈາກ ແປທຳນອງເພງ ລຸງໂຮ່ - ຄວາມຮັກທີ່ກ້ວາງໃຫຍ່ໄພສານ ເປັນພາສາລາວແລ້ວ, ນັກສິລະປິນ ຍັງປະດິດແຕ່ງບົດເພງ “ ລຸງໂຮ່ໃນດວງໃຈຂອງພວກເຮົາ” ດ້ວຍພາສາລາວ ເພື່ອສະແດງຄວາມເຄົາລົບນັບຖື ຄວາມຮັກແພງຂອງຕົນຕໍ່ກັບລຸງໂຮ່. ສຳລັບນັກສິລະປິນ ຕວນມວນຈັນແລ້ວ ບໍ່ມີຄວາມສຸກໃດເໜືອກວ່າເມື່ອໄດ້ນຳເອົາຮູບພາບຂອງລຸງໂຮ່ມາໃກ້ກັບປະຊາຊົນລາວ ແລະ ຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກ“ບ້ານເກີດເມືອງນອນ ເພືື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ, ຄວາມຮັກແພງຕໍ່ກັບລຸງໂຮ່ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ, ຜູ້ເປັນເພື່ອນທີ່ໃຫຍ່ຂອງການປະຕິວັດ ແລະ ປະຊາຊົນລາວ. 

ຕອບກັບ