ໂຮງຮຽນມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ, ສັນຍາລັກຂອງການພົວພັນຫວຽດນາມ-ສປປ.ເກົາຫຼີ

Bui Hang
Chia sẻ
(VOVWORLD) -ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສິ່ງພິສຸດໃຫ້ເຫັນກ່ຽວກັບຄວາມສາມັກຄີ, ມິດຕະພາບ  ແລະ ສະໜິດຕິດພັນລະຫວ່າງ 2 ປະເທດ.

ໂຮງຮຽນມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ, ສັນຍາລັກຂອງການພົວພັນຫວຽດນາມ-ສປປ.ເກົາຫຼີ - ảnh 1 ໂຮງຮຽນມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ

(ພາບ: TTXVN)

ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ດຳເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ຮ່າໂນ້ຍ ຜ່ານມາ. ໃນຊຸມມື້ນັ້ນ, ມີໂຮງຮຽນແຫ່ງໜຶ່ງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກສື່ມວນຊົນທັງຢູ່ພາຍໃນປະເທດ ແລະ ສາກົນ, ນັ້ນແມ່ນໂຮງຮຽນມິດຕະພາບອະນຸບານຄຸນນະພາບສູງຫວຽດນາມ - ສປປ.ເກົາຫຼີ. ນີ້ແມ່ນສິ່ງພິສຸດໃຫ້ເຫັນສາຍພົວພັນຢ່າງສະໜິດແໜ້ນລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ.

        ບົດເພງ “ພູສະຕໍບູຣີ” ດ້ວຍພາສາ ເກົາຫຼີ ໄດ້ຮັບການສະເໜີຈາກບັນດານັກຮຽນຢູ່ໂຮງຮຽນມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ກ່ອນທີ່ຈະເລີ່ມເຂົ້າຊົ່ວໂມງຮຽນທວນຄືນຄວາມຮູ້ພື້ນຖານກ່ຽວກັບສປປ.ເກົາຫຼີ, ເຊິ່ງເປັນປະເທດໄດ້ອຸປະຖຳກໍ່ສ້າງໂຮງຮຽນ. ໂດຍໄດ້ຮັບການສ້າງຕັ້ງເມື່ອວັນທີ 08 ມີນາ 1978, ຢູ່ເມືອງ ດົ໊ງດາ, ນະຄອນຮ່າໂນ້ຍ, ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສິ່ງພິສຸດໃຫ້ເຫັນກ່ຽວກັບຄວາມສາມັກຄີ, ມິດຕະພາບ  ແລະ ສະໜິດຕິດພັນລະຫວ່າງ 2 ປະເທດ.

        ໃນເບື້ອງຕົ້ນ, ໂຮງຮຽນດັ່ບກ່າວມີເນື້ອທີ່ເກືອບ 4.000 ຕາແມັດ, ດ້ວຍ 4 ຫ້ອງຮຽນ, ລ້ຽງສອນເດັກໃນເກ່ນອາຍຸແຕ່ 3 – 5 ປີ ຈຳນວນ 120 ຄົນ. ໃນເງື່ອນໄຂທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂາດເຂີນທຸກດ້ານຂອງພື້ນຖານເສດຖະກິດສະໄໝເກື້ອກູນ, ຄູອາຈານ ແລະ ພາລະກອນ, ລັດຖະກອນຂອງໂຮງຮຽນໄດ້ສາມັກຄີກັນ, ສູ້ຊົນເພື່ອກໍ່ຕັ້ງພື້ນຖານສ້າງມູນເຊື້ອອັນສະງ່າງາມຂອງໂຮງຮຽນ.

        ມາຮອດປະຈຸບັນ, ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ໄດ້ມີ 17 ຫ້ອງຮຽນ, ດ້ວຍນັກຮຽນ 470 ຄົນ. ພິເສດ, ໂຮງຮຽນຍັງໃສ່ຊື່ຂອງການນຳສປປ.ເກົາຫຼີ Kim il Sung ແລະ Kim Chang il ໃຫ້ 2 ຫ້ອງຮຽນສຳລັບນັກຮຽນໄວ 5 ປີ. ເອື້ອຍຄູ ໂງທິມິງຮ່າ, ຜູ້ອຳນວຍການໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ, ແບ່ງບັນວ່າ: ຍາມໃດໂຮງຮຽນ ກໍ່ຮັກສາການພົວພັນກັບສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ ແລະ ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ເພື່ອແນໃສ່ປັບປຸງການພົວພັນຕ່າງປະເທດ, ຮ່ວມມືພົວພັນແລກປ່ຽນວັດທະນະທຳກັບ ສປປ.ເກົາຫຼີ.

        “ພວກຂ້າພະເຈົ້າສືບຕໍ່ຮັກສາການພົວພັນກັບສະຖານທູດສປປ.ເກົາຫຼີ ຢ່າງລຽນຕິດ. ໃນຊຸມມື້ວັນບຸນໃຫຍ່ຂອງປະຊາຊົນສປປ.ເກົາຫຼີ, ພວກຂ້າພະເຈົ້າກໍ່ໄດ້ຮັບຄຳເຊື້ອເຊີນໄປປະເທດເພື່ອນ. ໃນຊຸມມື້ຈັດພິທີສະເຫຼີມສະຫຼອງໃຫຍ່ຂອງໂຮງຮຽນ ກໍຄືຂອງປະຊາຊົນຫວຽດນາມ, ພວກເພື່ອນກໍ່ມາອວຍພອນ ໂດຍສະເພາະແມ່ນຊຸມມື້ໄຂສົກຮຽນໃໝ່, ວັນຊາດ, ວັນສ້າງຕັ້ງໂຮງຮຽນ… ພ້ອມກັນນັ້ນ, ປີ 2004, 2005, ສະຖານທູດສປປ.ເກົາຫຼີ ໄດ້ຈັດສົ່ງຄູອາຈານມາໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ໃນລະດູຮ້ອນເພື່ອສອນດົນຕີໃຫ້ບັນດານັກຮຽນຂອງຫ້ອງຮຽນ Kim il Sung ແລະ Kim Chang il”.

        ເອື້ອຍຄູ ໂງທິມິງຮ່າ ກໍ່ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເຊິ່ງໂຮງຮຽນໄດ້ປະຕິບັດຄື: ເປັນໂຮງຮຽນແຮກສ່ຽວກັບໂຮງຮຽນອະນຸບານ Kieng San; ແບ່ງປັນບົດຮຽນກ່ຽວກັບວຽກງານຄຸ້ມຄອງການສຶກສາຂັ້ນອະນຸບານ, ແນະນຳບັນດາແບບການສຶກສາຂັ້ນອະນຸບານມີຄຸນນະພາບສູງ…

        ທີ່ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ, ນັກຮຽນບໍ່ພຽງແຕ່ຮຽນບັນດາວິຊາຕາມລາຍການລວມຂອງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ສອນເພີ່ມກ່ຽວກັບວັດທະນະທຳທ່ີເປັນມູນເຊື້ອຂອງສປປ.ເກົາຫຼີ ແລະ ສາຍພົວພັນມິດຕະພາບລະຫວ່າງ 2 ປະເທດອີກດ້ວຍ. ເອື້ອຍຄູ ໂງທິມິງຮ່າ, ໃຫ້ຮູ້ຕື່ມອີກວ່າ.

        “ບັນດານັກຮຽນຢູ່ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ເມື່ອເຂົ້າໂຮງຮຽນລ້ວນແຕ່ມີຄວາມຮູ້ວ່າ ເປັນຫຍັງໂຮງຮຽນມີຊື່ວ່າ ໂຮງຮຽນອະນຸບານຫວຽດນາມ - ສປປ.ເກົາຫຼີ ແລະ ໄດ້ຮູ້ວ່ານີ້ແມ່ນຂອງຂວັນຈາກບັນດາພວກເພື່ອນສປປ.ເກົາຫຼີ ທີ່ມອບໃຫ້ພວກນ້ອງ. ພວກນັກຮຽນ ກໍ່ໄດ້ຮຽນກ່ຽວກັບວັດທະນະທຳ ສປປ.ເກົາຫຼີ, ບັນດາຮູບພາບກ່ຽວກັບປະເທດສປປ.ເກົາຫຼີ, ຮູບພາບຂອງນະຄອນຫຼວງພຽງຢາງ, ຄັນທຸງຂອງສປປ.ເກົາຫຼີ…”

        ດ້ວຍບົດຮຽນໃນການສິດສອນຢູ່ໂຮງຮຽນ ມິດຕະພາບຫວຽດນາມ - ສປປ.ເກົາຫຼີ ເປັນເວລາຫຼາຍປີ, ເອື້ອຍຄູ ຫງວຽນທິເຟືອງແທງ, ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ນັກຮຽນຂອງໂຮງຮຽນ ຍາມໃດກໍ່ໄດ້ຮ່ຳຮຽນ ແລະ ຊອກຮູ້ກັບວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ແລະ ສປປ.ເກົາຫຼີ.

        “ຢູ່ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ, ພວກນັກຮຽນໄດ້ຊອກຮູ້ກ່ຽວກັບຊຸດອາພອນ, ຊາວ ສປປ.ເກົາຫຼີ, ບັນດາບົດເພງ, ຄຳສະບາຍດີຂອງປະເທດສປປ.ເກົາຫຼີ ກໍຄືຄຳຂໍຂອບໃຈ ແລະ ຂໍອຳລາ. ພວກນັກຮຽນມີຄວາມເບີກບ່ານມ່ວນຊື່ນເມື່ອໄດ້ຊອກຮູ້ກ່ຽວກັບປະເທດສປປ.ເກົາຫຼີ ກໍຄືຊຸດອາພອນຂອງສປປ.ເກົາຫຼີ”.

        ມາຢ້ຽມຢາມໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ, ພວກເຮົາຈະພົບເຫັນບັນດາຄູອາຈານ, ນັກຮຽນນຸ່ງຊຸດເສື້ອຍາວ ແລະ hanbok. ບັນດາຊຸດປະຈຳຊາດຂອງ 2 ປະເທດ, ບັນດາບົດເພງຂອງຄູອາຈານ, ນັກຮຽນຢູ່ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ສະໜິດແໜ້ນລະຫວ່າງ 2 ຊາດ. ຜ່ານໄລຍະ 41 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ໂຮງຮຽນ ມິດຕະພາບອະນຸບານຫວຽດນາມ - ສປປ.ເກົາຫຼີ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນຂອງນ້ຳໃຈມິດຕະພາບລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ສປປ.ເກົາຫຼີ.

ຕອບກັບ