ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ

Gia Khang – Hong Van
Chia sẻ
(VOVWORLD) -ໃນໄລຍະ 1 ປີຜ່ານມາ, ຕອນຄ່ຳວັນສຸກຂອງທຸກໆອາທິດ, ມີປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍຄົນຢູ່ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົ່າ, ໄດ້ພາກັນໄປຮັບຊົມລາຍການດົນຕີຢູ່ທ້ອງຖະໜົນດ້ວຍຫົວຂໍ້ “ກະແສຟອງ 72”. ຢູ່ທີ່ນີ້, ເຂົາເຈົ້າຈະໄດ້ເຊື່ອມຕົວເຂົ້າກັບຈັງຫວະສຽງເຄື່ອງດົນຕີຂອງບົດເພງຕ່າງໆໂດຍນັກສິລະປິນໜຸ່ມສະແດງ ຢ່າງຈັບອົກຈັບໃຈ ແລະ ມີຫົວຄິດປະດິດສ້າງ. ບັນດາຄ່ຳຄືນລາຕີແບບນີ້ ບໍ່ພຽງແຕ່ຊ່ວຍໂຄສະນາພາບພົດນະຄອນທ່ອງທ່ຽວ ຫວູງເຕົ່າ ເທົ່ານັ້ນ, ຫາກຍັງນຳ ດົນຕີ ຫຍັບເຂົ້າໃກ້ກັບມະຫາຊົນຫຼາຍກວ່າອີກ, ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນ ເພີ່ມຄວາມອຸດົມສົມບູນ.
ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ - ảnh 1ລາຍກາຍສະແດງສິລະປະຢ່າງຄຶກຄື້ນມ່ວນຊື່ນ ຈັດຂຶ້ນໃນຕອນຄ່ຳວັນສຸກຢູ່ ຫວູງເຕົາ (ພາບ: VOV)

ນັບແຕ່ທ້າຍເດືອນກຸມພາ 2022 ມາຮອດປັດຈຸບັນ, ເມື່ອຮອດເວລາ 19 ໂມງຂອງວັນສຸກທຸກໆອາທິດ, ປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວຈາກບັນດາແຂວງ, ນະຄອນ ໄດ້ພາກັນມາສະໜາມຫຼວງ ຮວາວຽນຈຶງເວືອງ, ນະຄອນ ຫວູງເຕົ່າ ເພື່ອຮັບຊົມບັນດາລາຍກາຍສະແດງສິລະປະຢ່າງຄຶກຄື້ນມ່ວນຊື່ນ.

“ກະແສຟອງ 72” ແມ່ນລາຍການດົນຕີຢູ່ທ້ອງຖະໜົນທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍວົງດົນຕີຕ່າງໆ ແລະ ບັນດາເພື່ອນໜຸ່ມທີ່ມັກຮັກດົນຕີ, ດ້ວຍຄວາມປາດຖະໜາສ້າງເວທີລະຫຼີ້ນທີ່ເປັນປະໂຫຍດ ແລະ ແທດຈິງ ບໍ່ພຽງແຕ່ສຳລັບຄົນລຸ້ນໜຸ່ມເທົ່ານັ້ນ ຫາກຍັງນັບທັງປະຊາຊົນ ແລະ ແຂກທ່ອງທ່ຽວທີ່ມາທ່ຽວ ຫວູງເຕົ່າ ອີກດ້ວຍ.

ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ - ảnh 2ລາຍການສະແດງສິລະປະຢູ່ທ້ອງຖະໜົນ ກໍເປັນໜຶ່ງໃນບັນດາປັດໄຈດຶງດູດແຂກທ່ອງທ່ຽວ (ພາບ: VOV)

ກວ່າ 1 ປີຜ່ານມາ, “ກະແສຟອງ 72” ນັບມື້ນັບດຶງດູດຜູ້ຊົມມາຕິດຕາມ, ຊ່ວຍໃຫ້ຜູ້ທີ່ມີຄວາມຮັກໃນດົນຕີໄດ້ເຊື່ອມຕົວເຂົ້າກັບຄວາມເມົາມົວຂອງຕົນ.

ຜູ້ຊາຍ: “ຂ້າພະເຈົ້າ ພ້ອມກັບເພື່ອນຂອງຕົນກໍຄືແຂກທ່ອງທ່ຽວຈາກທຸກສາລະທິດມານະຄອນ ຫວູງເຕົ່າ ມີຄວາມຮູ້ສຶກວ່າ ນີ້ແມ່ນບ່ອນທີ່ໜ້າຈັບອົກຈັບໃຈຫຼາຍ. ຈຸດເດັ່ນແມ່ນມີຫຼາຍລາຍການສິລະປະ, ຊ່ວຍໃຫ້ແຂກທ່ອງທ່ຽວທີ່ຮູ້ສຶກສະບາຍໃຈໄດ້ຮັບຊົມບັນດາລາຍການສະແດງສິລະປະຄືແນວນີ້”.

ຜູ້ຊາຍ: “ຂ້າພະເຈົ້າມີຄວາມຮູ້ສຶກມ່ວນຫຼາຍ ເມື່ອນະຄອນ ຫວູງເຕົ່າ ນັບມື້ນັບມີຫຼາຍເວທີສຳລັບນັກສິລະປິນ, ເຊື່ອມຕໍ່ນັກສິລະປິນກັບຜູ້ຊົມ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.”

ກໍຢູ່ທີ່ນະຄອນ ຫວູງເຕົ່າ, ຢູ່ໜ້າປະຕູໂຂງຫໍວັດທະນະທຳຊາວໜຸ່ມ ແຂວງ ບ່າເຣ້ຍ - ຫວູງເຕົ່າ ກໍມີເວທີດົນຕີໜຶ່ງໄດ້ສ້າງຂຶ້ນ ເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວໃນຕອນຄ່ຳວັນພຸດຂອງທຸກອາທິດ ດ້ວຍຊື່ວ່າ “ຂັບຮ້ອງເພື່ອຄວາມຝັນ”.

ນັກສິລະປິນ ຝູ ເປຍໂນ, ຜູ້ຮ້ອງເພງໃນລາຍການ “ຮ້ອງເພງເພື່ອຄວາມຝັນ” ໃຫ້ຮູ້ວ່າ ອ້າຍນ້ອງນັກສິລະປິນທຸກຄົນທີ່ເຂົ້າຮ່ວມລາຍການນີ້ ແມ່ນບໍ່ມີຄ່າແຮງງານ. ໃຜໆກໍປາດຖະໜາວ່າ ຢາກຮັບໃຊ້ຜູ້ຊົມ ແລະ ແບ່ງປັນຄວາມຫຍຸ້ງຍາກກັບເດັກນ້ອຍທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ກໍຄືຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ.

“ນັກສິລະປິນສ່ວນຫຼາຍແມ່ນໃຊ້ສຽງເພງເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ເງິນທີ່ໄດ້ຮັບຈາກການສະໜັບສະໜູນໃນແຕ່ລະລາຍການນັ້ນ ຈະໄດ້ເອົາໄປຊ່ວຍເຫຼືອນ້ອງໆນັກຮຽນຢູ່ເຂດຫ່າງໄກສອກຫຼີກ ທີ່ປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າຈະສືບຕໍ່ຈັດລາຍການແບບນີ້ໃນໄລຍະຍາວນານເພື່ອໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນໄດ້ຮູ້, ໄດ້ເຫັນ ແລະ ໄດ້ຮັບຊົມລາຍການສິລະປະແບບນີ້ອີກ”.

ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ - ảnh 3ບັນດາລາຍການສະແດງສິລະປະຢູ່ທ້ອງຖະໜົນ ກໍເປັນໜຶ່ງໃນບັນດາກິດຈະກຳລະດົມເງິນຊ່ວຍເຫຼືອເດັກນ້ອຍຜູ້ທຸກຍາກ (ພາບ: VOV)

ດ້ວຍສັນຍານອັນຕັ້ງໜ້າຈາກບັນດາລາຍການ “ກະແສຟອງ 72”, “ຮ້ອງເພງເພື່ອຄວາມຝັນ”, ນະຄອນ ຫວູງເຕົ່າ ໄດ້ມີແຜນນະໂຍບາຍກໍ່ສ້າງລາຍການ “ສິລະປະຢູ່ທ້ອງຖະໜົນ” ກາຍເປັນຜະລິດຕະພັນທ່ອງທ່ຽວທາງດ້ານວັດທະນະທຳທີ່ເປັນເອກະລັກຂອງນະຄອນທະເລ. ຕາມການນຳຄະນະກຳມະການປະຊາຊົນນະຄອນ ຫວູງເຕົ່າ ແລ້ວ, ບັນດາລາຍການສະແດງສິລະປະວົງຄະນະຍາດ, ເຊິ່ງໃນນັ້ນມີລາຍການດົນຕີຢູ່    ທ້ອງຖະໜົນ ໄດ້ປະກອບສ່ວນເຮັດໃຫ້ຜະລິດຕະພັນທ່ອງທ່ຽວທາງດ້ານວັດທະນະທຳມີຄວາມຫຼາກຫຼາຍສີສັນ, ອຸດົມສົມບູນ, ເປັນຈຸດພົ້ນເດັ່ນ, ເປັນເອກະລັກ, ດຶງດູດແຂກທ່ອງທ່ຽວມາທ່ຽວນະຄອນ ຫວູງເຕົ່າ, ສ້າງໂອກາດໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ແລກປ່ຽນກັນຜ່ານດົນຕີ ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍພະລັງແຮງໜຸ່ມ. ທ່ານ ເລຊວັນຕູ໊, ຫົວໜ້າຄະນະຂົນຂວາຍປະຊາຊົນ ນະຄອນ ຫວູງເຕົ່າ, ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຮູບແບບນີ້ ຈະໄດ້ແຜ່ຂະຫຍາຍຢູ່ຫຼາຍສະຖານທີ່ສາທາລະນະໃນບໍລິເວນນະຄອນ, ພິເສດແມ່ນບ່ອນທີ່ເຕົ້າໂຮມແຂກທ່ອງທ່ຽວ.

“ໃນໄລຍະຈະມາເຖິງ, ຮູບແບບສິລະປະຢູ່ທ້ອງຖະໜົນ ຈະໄດ້ເສີມຂະຫຍາຍຢູ່ຫຼາຍສະຖານທີ່, ພິເສດແມ່ນຢູ່ສະຖານທີ່ທ່ອງທ່ຽວ, ສະຖານທີ່ສາທາລະນະ. ປະຊາຊົນ, ແຂກທ່ອງທ່ຽວສາມາດມາຈຸດນີ້ເພື່ອຟັງລາຍການສະແດງສິລະປະ Ballad, ໄປຈຸດອື່ນເພື່ອຊົມລາຍການສະແດງສິລະປະປະເພດອື່ນ, ໝາຍຄວາມວ່າມີຫຼາຍຮູບແບບເພື່ອໃຫ້ແຂກທ່ອງທ່ຽວ, ປະຊາຊົນມີຫຼາຍທາງເລືອກ”. 

        ການນຳນະຄອນ ຫວູງເຕົ່າ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະຊອກຫາ  ແລະ ຂົນຂວາຍບັນດາສະໂມສອນ, ວົງການເຕັ້ນຂອງນັກສຶກສາເຂົ້າຮ່ວມການສະແດງ, ຊ່ວຍໃຫ້ເວທີນີ້ນັບມື້ນັບພັດທະນາ, ສົມທົບກັບການຊອກຮູ້ກ່ຽວກັບຮູບແບບວັດທະນະທຳຕ່າງໆ, ພິເສດແມ່ນຊ່ວຍໃຫ້ປະຊາຊົນມີຄວາມຮັກມັກສິລະປະພື້ນເມືອງຂອງຊາດຫຼາຍກວ່າອີກ./.

ຕອບກັບ