ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ

Nguyen Xuyen
Chia sẻ
(VOVWORLD) - ດ້ວຍຄວາມຮັກຕໍ່ທຳມະຊາດຕົ້ນໄມ້ໃບຫຍ້າ, ຮັກສິ່ງແວດລ້ອມ ແລະ ຢາກແຜ່ຂະຫຍາຍວິຖີຊີວິດທີ່ເປັນຂຽວໃຫ້ແກ່ທຸກຄົນ, ນັບແຕ່ຊຸມວັນຕົ້ນປີ 2019, ທ້າວ ຮ່ວາງກຸ້ຍບີ່ງ ນັກສຶກສາປີສຸດທ້າຍສັງກັດມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໄດ້ສ້າງຕັ້ງສະໂມສອນ Green life. 

ແຕ່ລະເດືອນ, ສະໂມສອນນີ້ ລ້ວນແຕ່ຈັດຕັ້ງເຫດການ “ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ”. ນີ້ບໍ່ພຽງແຕ່ແມ່ນເຫດການທີ່ປະກອບສ່ວນຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ ຫາກຍັງແມ່ນສະຖານທີ່ຜູກພັນ, ສ້າງຄວາມຮັກແພງ ແລະ ນ້ຳໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ.

ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ - ảnh 1 ສະໂມສອນ Green life

ເວລາ 6 ໂມງ 30 ນາທີຂອງວັນເສົາ ແລະ ວັນທິດໃນອາທິດສຸດທ້າຍຂອງເດືອນ, ສະມາຊິກ, ຜູ້ຮ່ວມງາມຂອງສະໂມສອນ Green life ເກືອບ 10 ຄົນພັດເຕົ້າໂຮມກັນຢູ່ເຮືອນເລກທີ 33, ຮ່ອມ 67, ຖະໜົນ ເລແທັງງິ, ຮ່າໂນ້ຍ ເພື່ອພ້ອມກັນກະກຽມໃຫ້ແກ່ເຫດການ “ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ”. ແຕ່ເສັ້ນທາງກ້າວຂາລົງຂັ້ນໄດໄປ 2 ຂັ້ນແມ່ນເດີ່ນກ້ວາງປະມານ 5 ຕາແມັດຂອງເຮືອນລະດັບ 4. ເດີ່ນນີ້ແມ່ນຂອບເຂດຂອງຫໍສະໝຸດບໍ່ເກັບຄ່າຂອງທ້າວ ຮ່ວາງກຸ້ຍບີ່ງ.

ກໍ່ຢູ່ສະຖານທີ່ແຫ່ງນີ້, ມີນັກສຶກສາເກືອບ 10 ຄົນພວມກົ້ມໜ້າກົ້ມຕາກະກຽມ. ວຽກໃຜວຽກມັນ, ບາງຄົນພັບຖົງ, ບາງຄົນປົນດິນ, ບາງຄົນຈັດມ້ຽນຕົ້ນໄມ້ ແລະ ທ້າວ ເຈິ່ນຊວັນເຊີນ, ນັກສຶກສາປີທີ 2 ມະຫາວິທະຍາໄລພາຍໃນ ຮ່າໂນ້ຍ ພວມເຄື່ອນຍ້າຍໂຖປູກດອກໄມ້ຢ່າງລະມັດລະວັງແບ່ງປັນວ່າ:

ເຫດການເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບໃນແຕ່ລະເດືອນ ຕ້ອງໄດ້ກະກຽມຫລາຍຢ່າງ. ກ່ອນອື່ນໝົດແມ່ນກະກຽມການປະດັບປະດາ. ດ້ວຍມາດຕະຖານແມ່ນປົກປັກຮັກສາສິ່ງແວດລ້ອມ ດັ່ງນັ້ນ ພວກນ້ອງຈຶ່ງນຳໃຊ້ບັນດາວັດຖຸເຄື່ອງຂອງທີ່ເປັນເຈ້ຍມາປະດັບປະດາຄື: ຕິດປ້າຍ, ໂພດສະເຕີເພື່ອໂຄສະນາ. ທີສອງແມ່ນກະກຽມຕົ້ນໄມ້, ດິນ, ໂຖ ແລະ ຖົງໃສ່ຕົ້ນໄມ້ດ້ວຍເຈ້ຍ. ທີ 3 ແມ່ນຊັບພະຍາກອນມະນຸດ ແລະ ຈັດແບ່ງໜ້າທີ່ວຽກງານຄື: ແນະນຳທາງໄປ, ຊັ່ງເຈ້ຍ, ແຍກປະເພດເຈ້ຍ, ຈັດມ້ຽນລົດລາງໃຫ້ເປັນລະອຽດ…

ຮອດເວລາ 8 ໂມງເຊົ້າ, ວຽກງານກະກຽມໄດ້ສຳເລັດເປັນທີ່ຮຽບຮ້ອຍ, ຜູ້ໃດກໍ່ລ້ວນແຕ່ປະຈຳຕຳແໜ່ງຂອງໃຜມັນ ແລະ ກຽມພ້ອມຕ້ອນຮັບແຂກຜູ້ທຳອິດທີ່ເອົາເຈ້ຍມາແລກເອົາຕົ້ນໄມ້.

ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ - ảnh 2

ເຫດການດຶງດູດເພື່ອນໜຸ່ມເຂົ້າຮ່ວມເປັນຈຳນວນຫລວງຫລາຍ

ນັ້ນແມ່ນສຽງລົດຈັກຂອງແຂກຜູ້ທຳອິດທີ່ເອົາເຈ້ຍມາແລກເອົາຕົ້ນໄມ້, ເພື່ອນ ເຢືອງດີ່ງນາມ ນັກສຶກສາມະຫາວິທະຍາໄລກໍ່ສ້າງ. ລາວໄດ້ເອົາປື້ມຕຳລາເກົ່າ ແລະ ເຈ້ຍເສດມີນ້ຳໜັກ 28 ກິໂລກຼາມ ມາແລກເອົາຕົ້ນໄມ້ ແລະ ນີ້ກໍ່ແມ່ນຄັ້ງທີ 2 ທີ່ທ້າວ ນາມ ໄດ້ເຂົ້າຮ່ວມເຫດການ “ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ”. ທ້າວນາມ ແບ່ງປັນວ່າ:

ເມື່ອມາແລກເອົາຕົ້ນໄມ້, ຂ້າພະເຈົ້າມີຄວາມຮູ້ສຶກວ່າ ທຸກຄົນທີ່ເຄື່ອນໄຫວໃນເຫດການນີ້ ລ້ວນແຕ່ມີຈິດໃຈຮັກແພງ ແລະ ອົບອຸ່ນ. ສະເພາະຂ້າພະເຈົ້າເອງເຫັນວ່າ ເຫດການນີ້ມີຄວາມໝາຍແທ້. ຕົນເອງເອົາສິ່ງເບິ່ງຄືວ່າຈະຖິ້ມແລ້ວນັ້ນ ພັດສາມາດໄປແລກເອົາຕົ້ນໄມ້ປະດັບໄດ້.

ການເອົາເຈ້ຍໄປແລກເອົາຕົ້ນໄມ້ໄດ້ກຳນົດການແລກປ່ຽນຄືດັ່ງນີ້: 1 ດາວ (1 ຄະແນນ) ແມ່ນເທົ່າກັບ 10.000 ດົ່ງ; ເຈ້ຍກອັບປີ, ປື້ມຂຽນ 3 ກິໂລກຼາມ ແລກໄດ້ 1 ຄະແນນ; ແກັດເຈ້ຍ 5 ກິໂລກຼາມ ແລກໄດ້ 1 ຄະແນນ. ນອກນັ້ນ, ເຫດການນີ້ຍັງຮັບການແລກເອົາຢາງ; ເກັບໂຮມຖ່ານໄຟ, ໝໍ້ໄຟ, ອຸປະກອນເອເລັກໂຕນິກທີ່ເປ່ເພ, ກ່ອງນົມ…ຕາມຂັ້ນຕອນ, ພາຍຫລັງເອົາເຈ້ຍມາແລກເອົາຄະແນນທີ່ເປັນດາວແລ້ວ ຈະຕ້ອງເຄື່ອນຍ້າຍໄປສະຖານທີ່ແລກປ່ຽນເອົາຕົ້ນໄມ້ຢູ່ເຮືອນເລກທີ 33, ຮ່ອມ 67, ຖະໜົນ ເລແທັງງິ.

ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ - ảnh 3

ຕົ້ນໄມ້ປະດັບ

ເຫດການ “ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ” ເດືອນ ມີນາ ໄດ້ດຶງດູດການເຂົ້າຮ່ວມມາແລກເຈ້ຍເກືອບ 1000 ເທື່ອຄົນ ດ້ວຍຫລາຍເກນອາຍຸ ແລະ ຂະແໜງອາຊີບແຕກຕ່າງກັນ, ແຕ່ສ່ວນຫລາຍແມ່ນນັກຮຽນ, ນັກສຶກສາ. ນາງ ຫວູທຸ່ຍເຢືອງ, ນັກຮຽນໂຮງຮຽນມັດທະຍົນຕອນປາຍ ເກິ໊ມຢ່າງ, ແຂວງ ຫ໋າຍເຢືອງ ພວມເລືອກເອົາຕົ້ນ ດວງຈັນຍີ່ປຸ່ນ ແລະ ແບ່ງປັນຄວາມຮູ້ສຶກວ່າ:

ຊົມເບິ່ງຕົ້ນໄມ້ຢູ່ນີ້ຄັກຫລາຍ, ນ້ອງຢາກເອົາເມືອໝົດເລີຍ. ນ້ອງກໍ່ມີຄວາມຫວັງຢາກໃຫ້ທຸກຄົນຈົ່ງປົກປັກຮັກສາສິ່ງແວດລ້ອມດ້ວຍການມັກຮັກຕົ້ນໄມ້, ປູກຕົ້ນໄມ້ໃຫ້ຫລາຍ ແລະ ຄວນເຂົ້າຮ່ວມບັນດາເຫດການຄືແນວນີ້ ເພື່ອມີຄວາມຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.

ເຫດການ “ເອົາເຈ້ຍມາແລກເອົາຕົ້ນໄມ້ປະດັບ” ໄດ້ດຳເນີນໃນເວລາ 2 ວັນ ໃນທ້າຍອາທິດຂອງເດືອນ, ເຊິ່ງເລີ່ມແຕ່ເວລາ 8 ໂມງຮອດ 21 ໂມງ. ສະເພາະເດືອນ ມີນາ ເຫດການເກັບກູ້ເຈ້ຍໄດ້ 10 ໂຕນ, ປື້ມຕຳລາ ແລະ ປື້ມອ່ານ 1 ໂຕນ. ທ້າວ ຮ່ວາງກຸ້ຍບີ່ງ ຜູ້ສ້າງຕັ້ງສະໂມສອນ Green Life ແລະ ກໍ່ແມ່ນຫົວໜ້າຄະນະຈັດຕັ້ງເຫດການດັ່ງກ່າວໃຫ້ຮູ້ວ່າ:

ຈຳນວນປື້ມອ່ານສ່ວນໜຶ່ງ ຂ້າພະເຈົ້າຈະເຮັດຕູ້ປື້ມກຸສົນໃຫ້ພວກນ້ອງນ້ອຍຢູ່ເຂດພູສູງ, ປື້ມຕຳລາຈະສົ່ງໃຫ້ພວກນ້ອງນັກຮຽນຢູ່ແຂວງ ຮ່ວາບີ່ງ; ສ່ວນປະເພດປື້ມກ່ຽວກັບທັກສະ, ປື້ມ self help (ປື້ມສ້າງກຳລັງໜູນ) ແລະ ວັນຄະນະດີ ຈະເອົາໄວ້ຫໍສະໝຸດໃຫ້ຢືມໂດຍບໍ່ເກັບຄ່າ ແລະ ເຈ້ຍຈະນຳໄປຂາຍ ເພື່ອເອົາມາເປັນຄ່າໃຊ້ຈ່າຍໃນການສືບຕໍ່ຮັກສາບັນດາເຫດການເຄື່ອນໄຫວກຸສົນຊຶ່ງຂ້າພະເຈົ້າພວມປະຕິບັດ. ສຳລັບຖ່ານໄຟ, ອຸປະກອນເອເລັກໂຕນິກທີ່ເປ່ເພ ຫຼື ກ່ອງນົມນັ້ນ ຈະສົ່ງໃຫ້ໂຄງການ ຫວຽດນາມ ເພື່ອຜະລິດຄືນໃໝ່.

ການເອົາເຈ້ຍໄປແລກເອົາຕົ້ນໄມ້ປະດັບແມ່ນການກະທຳໜຶ່ງ ແຕ່ໄດ້ສອງວຽກແມ່ນບໍ່? ທັງຊ່ວຍກຳຈັດເຈ້ຍເສດ, ເຄື່ອງຂອງທີ່ ຖິ້ມແລ້ວ; ໃຫ້ໄປບັນດາປື້ມທີ່ຕົນເອງບໍ່ມີຄວາມຕ້ອງການນຳໃຊ້ອີກ ແລ້ວເຖິງມືຜູ້ທີ່ມີຄວາມຕ້ອງການ; ທັງໄດ້ຮັບຕົ້ນໄມ້ມາປະດັບປະດາເຮືອນຂອງຕົນຕື່ມອີກ. ຍິ່ງໄປກ່ວານັ້ນ, ນີ້ຍັງແມ່ນການກະທຳທີ່ມີຄວາມໝາຍ ແລະ ແທດຈິງທີ່ສຸດ ອັນໄດ້ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ. ຫວັງວ່າ ພວກເຮົາແຕ່ລະຄົນຈະພ້ອມກັນມີສະຕິຄວາມຮັບຜິດຊອບ ຕໍ່ຄວາມສຳຄັນຂອງສິ່ງແວດລ້ອມໃຫ້ຫລາຍກ່ວາອີກ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ