ເຍື່ອງອາຫານປາຫ້ວຍເຕິ໊ກ ທີ່ເປັນເອກະລັກສະເພາະຢູ່ເມືອງ ຟູ່ອຽນ, ແຂວງ ເຊີນລາ

Thu Thuy
Chia sẻ
(VOVWORLD) - ເມືອງເຕິ໊ກ, ຟູ່ອຽນ ບໍ່ພຽງແຕ່ແມ່ນເຂດດິນແດນທີ່ມີທິວທັດທຳມະຊາດສວຍສົດງົດງາມ ແລະ ບັນດາທຳນອງເພງພື້ນເມືອງທີ່ມ່ວນອອນຊອນເທົ່ານັ້ນ  ຫາກຍັງເປັນທີ່ຮູ້ຈັກກັນດີວ່າ ແມ່ນສະຖານທີ່ທີ່ມີອາຫານຫລາຍເຍື່ອງທີ່ເຂັ້ມຂຸ້ນໄປດ້ວຍລົດຊາດຂອງເຂດພູຜາປ່າໄມ້ ແລະ ໄດ້ຮັບຄວາມນິຍົມບໍລິໂພກຈາກແຂກທ່ອງທ່ຽວຫລາຍຄົນອີກດ້ວຍ. 

ພົ້ນເດັ່ນທີ່ສຸດແມ່ນເຍື່ອງອາຫານທີ່ປຸງແຕ່ງມາຈາກປາຫ້ວຍເຕິ໊ກ, ພາສາຊົນເຜົ່າຜູ້ໄທເອີ້ນວ່າ “ປານ້ຳເຕິ໊ກ”. ບົດຂຽນຂອງ ທູຖຸ໋ຍ, ນັກຂ່າວ VOV.

ຫ້ວຍເຕິ໊ກ ແມ່ນຫ້ວຍທີ່ໃຫຍ່ກ່ວາໝູ່ຢູ່ເຂດເມືອງເຕິ໊ກ - ຟູ່ອຽນ, ຫ້ວຍເຕິ໊ກ ໄດ້ໄຫຼຜ່ານບໍລິເວນຕາແສງ ຮຸຍເທື້ອງ, ຮຸຍເຕິນ, ກວາງຮຸຍ, ເຕື່ອງຟູ່, ຢາຟູ່, ເຕື່ອງເທື້ອງ…ກ່ອນຈະໄຫຼໄປສູ່ແມ່ນ້ຳດ່າ. ແຕ່ດົນນານມາແລ້ວ, ສາຍນ້ຳຫ້ວຍເຕິ໊ກປຽບເໝືອນຜ້າໄໝອ່ອນລະມຸນທີ່ງໍໂງ້ງໃນທ່າມກາງທົ່ງນາເມືອງເຕິ໊ກ, ເຊິ່ງລືຊື່ດ້ວຍຄຳກອນທີ່ວ່າ “ເຂົ້າເມືອງວາ, ປາຫ້ວຍເຕິ໊ກ”. ນ້ຳຫ້ວຍຂຽວໃສເຢັນໄຫຼນີ້ງສາຍນີ້ ບໍ່ພຽງແຕ່ຖືກພັນລະນາຜ່ານບັນດາຄຳກອນເທົ່ານັ້ນ ຫາກຍັງຕິດພັນກັບຊີວິດການເປັນຢູ່, ການດຳເນີນຊີວິດຂອງປະຊາຊົນແຕ່ລະຄົນຢູ່ແຫ່ງນີ້ ບໍ່ຈັກວ່າເທົ່າໃດເຊັ່ນຄົນອີກດ້ວຍ. ທ່ານ ດິງວັນເມີ່, ອາຍຸກ່ວາ 70 ປີແລ້ວ, ຢູ່ບ້ານ ອູ໊ມ 2, ຕາແສງ ຮຸຍເທື້ອງ, ເມືອງ ຟູ່ອຽນ ໃຫ້ຮູ້ວ່າ:

ແຕ່ກີ້, ຄາວຂ້າພະເຈົ້າຍັງນ້ອຍ ມັກໄປຫາປານຳພໍ່ຢູ່ຫ້ວຍເຕິ໊ກ, ໄປເທື່ອໃດກໍ່ຫາປາໄດ້ຫລາຍ. ເມື່ອໃຫຍ່ເປັນບ່າວແລ້ວ, ມື້ໃດຝົນຕົກໜັກ ຂ້າພະເຈົ້າກໍ່ໃຊ້ກະດຸ້ງເພື່ອຫາປາ. ມີບາງມື້ ໄປບຶດດຽວກໍ່ຫາປາໄດ້ 2 3 ກິໂລແລ້ວ.

ເຍື່ອງອາຫານປາຫ້ວຍເຕິ໊ກ ທີ່ເປັນເອກະລັກສະເພາະຢູ່ເມືອງ ຟູ່ອຽນ, ແຂວງ ເຊີນລາ - ảnh 1 ຫ້ວຍເຕິ໊ກ ຢູ່ເມືອງ ຟູ່ອຽນ, ແຂວງ ເຊີນລາ

ຫ້ວຍເຕິ໊ກແມ່ນບ່ອນອາໄສຂອງປາຫລາຍຊະນິດຄື: ປາຈ໊າດ, ປາດໍ, ປາແກງ, ປາກິ໊ງ…ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ພິເສດແມ່ນ ປາຈຳພວກນີ້ ເບິ່ງຄືວ່າບໍ່ເປັນທີ່ຮູ້ຈັກກ່ຽວກັບຊື່ເອີ້ນຂອງມັນ ຊຶ່ງຕາມປົກກະຕິແລ້ວ ພຽງແຕ່ໄດ້ເອີ້ນຕາມຊື່ລວມວ່າ  ແມ່ນປາຫ້ວຍເຕິ໊ກເທົ່ານັ້ນ. ປາຢູ່ຫ້ວຍເຕິ໊ກ ຕາມປົກກະຕິ ໂຕຂອງມັນຈະກົມ, ປາກມົນ, ມີບາງໂຕ ນ້ອຍຊ່ຳມືນີ້ວກ້ອຍ, ສ່ວນໂຕໃຫຍ່ ກໍ່ໃຫຍ່ກ່ວານີ້ວມືສອງນີ້ວ. 

ປາຫ້ວຍເຕິ໊ກ ມັກປຸງແຕ່ງເປັນອາຫານຫລາຍເຍື່ອງ, ນິຍົມທີ່ສຸດແມ່ນເຍື່ອງ ປາເຂົ້າໜຽວ, ປີ້ງປາ, ຈືນປາ…ສຳລັບເຍື່ອງ ປາເຂົ້າໜຽວ, ເມື່ອປຸງແຕ່ງ ເຂົາເຈົ້າຈະເອົາຂີ້ປາອອກໝົດລ້າງໃຫ້ສະອາດ, ຫລັງຈາກນັ້ນ ຈະເອົາເຄື່ອງປຸງຄື: ໝາກແຄ່ນ, ຜັກຫອມ, ຜັກອີ່ຕູ່, ຫົວສີໄຄ, ຂີງ, ໝາກເພັດ, ເກືອ, ແປ້ງນົວ…ຍັດໃສ່ໃນທ້ອງປາ, ຫໍ່ດ້ວຍໃບຕອງ ແລ້ວເອົາໄປໜຶ້ງໃສ່ກັບເຂົ້າໜຽວ; ມີບາງເທື່ອ ເຂົາເຈົ້າກໍ່ເອືອບດ້ວຍເຄື່ອງປຸງ ແລ້ວເອົາແປ້ງເຂົ້າ, ໝາກປີຊອຍເປັນຕ່ອນນ້ອຍ ໃສ່ຕື່ມໜ້ອຍໜຶ່ງ, ແລ້ວເອົາໃບຕອງມາຫໍ່, ຫລັງຈາກນັ້ນເອົາໄປມົກໃສ່ຂີ້ເທົ່າຮ້ອນປະມານ 50 ນາທີ ປາກໍ່ສຸກ. ສຳລັບເຍື່ອງອາຫານປາຫ້ວຍເຕິ໊ກຈືນ, ເມື່ອປາສຸກມັກຈະມີກິ່ນຫອມ, ຊີ້ນ ແລະ ກ້າງປາລ້ວນແຕ່ກອບພ່ອຍ; ເມື່ອກິນເຂົ້າໄປຈະມີລົດຊາດແຊບນົວ, ຊີ້ນຫວານ, ມັນ ແລະ ແໜ້ນດີ…ເອື້ອຍ ຫງວຽນທິຮົ່ງເຟືອງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນຄວາມຮູ້ສຶກເມື່ອໄດ້ກິນເຍື່ອງອາຫານເຮັດຈາກປາຫ້ວຍເຕິ໊ກວ່າ:

ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດເມື່ອໄດ້ກິນເຍື່ອງອາຫານປາຫ້ວຍເຕິ໊ກຢູ່ ຟູ່ອຽນ. ມັນມີກິ່ນຫອມ, ມັນ ແລະ ຊີ້ນຫວານ…ພິເສດແມ່ນກິນບັນດາເຍື່ອງອາຫານທີ່ປຸງແຕ່ງດ້ວຍປາຫ້ວຍເຕິ໊ກກັບເຂົ້າໜຽວ ແລະ ຈ້ຳແຈ່ວຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ປຸງແຕ່ງແມ່ນແຊບອີຫຼີ.

ເຍື່ອງອາຫານປາຫ້ວຍເຕິ໊ກ ທີ່ເປັນເອກະລັກສະເພາະຢູ່ເມືອງ ຟູ່ອຽນ, ແຂວງ ເຊີນລາ - ảnh 2 ເຍື່ອງອາຫານປາຫ້ວຍເຕິ໊ກ 

ປັດຈຸບັນ, ປາຫ້ວຍເຕິ໊ກບໍ່ມີຫລາຍແລ້ວ ຍ້ອນແຫຼ່ງນ້ຳຂອງຫ້ວຍເຕິ໊ກບໍ່ຫລາຍຄືເມື່ອກ່ອນອີກແລ້ວ. ເພື່ອຮັກສາອູ່ປາຢູ່ຫ້ວຍດັ່ງກ່າວ, ກໍ່ຄືຮັກສາ, ເສີມຂະຫຍາຍເຍື່ອງອາຫານພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າຈາກປາຫ້ວຍເຕິ໊ກນັ້ນ, ທາງຫ້ອງການວັດທະນະທຳເມືອງ ຟູ່ອຽນ ພວມຜັນຂະຫຍາຍບັນດາມາດຕະການຢ່າງແທດຈິງ. ທ່ານນາງ ດິງທິເງິນ, ຫົວໜ້າຫ້ອງການວັດທະນະທຳເມືອງ ຟູ່ອຽນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ໂຄສະນາຂົນຂວາຍໃຫ້ພໍ່ແມ່ປະຊາຊົນເປັນປະຈຳ ອາດຈະຫາປາດ້ວຍຫລາຍຮູບການຄື: ຕຶກແຫ ຫຼື ຕຶກເບັດ…ເຖິງຢ່າງໃດກໍ່ຕາມ, ພໍ່ແມ່ປະຊາຊົນກໍ່ບໍ່ຄວນຫາປາດ້ວຍວິທີໃຊ້ໄຟຟ້າ ຖ້າເຮັດຄືແນວນັ້ນ ກໍ່ຈະກໍ່ມົນລະພິດຕໍ່ແຫຼ່ງນ້ຳ, ທີ 2 ແມ່ນກໍ່ຜົນສະທ້ອນຕໍ່ແຫຼ່ງເພາະພັນ, ຂະຫຍາຍພັນຂອງປາຫ້ວຍເຕິ໊ກ,  ແລະ ໃນຍາວນານ ປາຢູ່ຫ້ວຍນີ້ ຈະໝົດໄປ.

ເມື່ອເຂົ້າຮ້ານອາຫານບໍ່ວ່າຮ້ານໃດຢູ່ເມືອງ ຟູ່ອຽນ, ຫຼື ແຂວງ ເຊີນລາ, ແຂກທ່ອງທ່ຽວ ກໍ່ສາມາດສັ່ງເຍື່ອງອາຫານທີ່ປຸງແຕ່ງດ້ວຍປາຫ້ວຍເຕິ໊ກ ເພື່ອຊີມລົດຊາດ. ແນ່ນອນວ່າແຂກທ່ອງທ່ຽວຈະບໍ່ອາດຫຼົງລືມໄດ້ ເມື່ອໄດ້ຮັບປະທານເຍື່ອງອາຫານພິເສດນີ້./.

ຕອບກັບ