ເຊີດຊູປະທານໂຮ່ຈີມິນຕໍ່ໂລກ: ພາລະກຳອັນສູງສົ່ງ ແລະສັກກາລະບູຊາຂອງວິທະຍຸກະຈາຍສຽງຫວຽດນາມ

Ba Thi
Chia sẻ
(VOVWORLD) - ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຜູ້ນຳທີ່ຍິ່ງໃຫຍ່ ທີ່ໄດ້ອຸທິດຕະຫລອຊີວິດຂອງຕົນໃຫ້ແກ່ປະເທດຊາດ ຫວຽດນາມໃນຊຸວັນເດືອນພຶດສະພານີ້ບັນດາພາຫະນະສື່ມວນຊົນຢູ່ ຫວຽດນາມ ກໍ່ຄືສື່ມວນຊົນສາກົນ ໄດ້ໃຫ້ຂ່າວຮູບພາບກ່ຽວກັບປະທານໂຮ່ຈີມິນ ເປັນຈຳນວນຫລວງຫລາຍ

ສະເພາະແຕ່ວິທະຍຸກະຈາຍສຽງຫວຽດນາມ (VOV), ເລື່ອງເຊີດຊູປະທານໂຮ່ຈີມິນ ຜ່ານບັນດາລາຍການກະຈາຍສຽງ, ໜັງສືພິມຂອງຕົນກໍໄດ້ຖືກລົງເລິກເປັນພິເສດເນື່ອງໃນໂອກາດເຫດການທີ່ມີຄວາມໝາຍສຳຄັນນີ້.

ເຊີດຊູປະທານໂຮ່ຈີມິນຕໍ່ໂລກ: ພາລະກຳອັນສູງສົ່ງ ແລະສັກກາລະບູຊາຂອງວິທະຍຸກະຈາຍສຽງຫວຽດນາມ - ảnh 1 ເຊີດຊູປະທານໂຮ່ຈີມິນຕໍ່ໂລກ ພາລະກຳອັນສູງສົ່ງ ແລະສັກກາລະບູຊາຂອງວິທະຍຸກະຈາຍສຽງຫວຽດນາມ

ໃນຕະຫລອດວິວັດແຫ່ງການພັດທະນາກ່ວາ 70ປີຜ່ານມາ, VOV ຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ຖືເປັນສຳຄັນ, ກຳນົດທີ່ຕັ້ງຂອງວຽກງານໂຄສະນາເຊີດຊູປະທານໂຮ່ຈີມິນ ແມ່ນພາລະກຳອັນສູງສົ່ງ ແລະ ສັກກາລະບູຊາ. ສິ່ງທີ່ສາມາດເຂົ້າໃຈໄດ້ງ່າຍ ນັ້ນແມ່ນຍ້ອນວ່າປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ VOV. ດ້ວຍຄຳສັ່ງຂອງເພິ່ນ, ພາຍຫລັງປະທານ ໂຮ່ຈີມິນ ຖະແຫຼງຕໍ່ໂລກກ່ຽວກັບການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ພຽງ 5 ວັນເທົ່ານັ້ນ, ເວລາ 11 ໂມງ 30 ນາທີ ຂອງວັນທີ 07 ກັນຍາ 1945, VOV ມີຄວາມເອກອ້າງທະນົງໃຈອອກອາກາດສຽງເວົ້າຫວຽດນາມ, ສຽງເວົ້າທີ່ມີຄວາມເສລີທຳອິດຂອງປະເທດເອກະລາດ. ຖະແຫຼງການປະກາດສະຖາປະນາປະເທດ ຫວຽດນາມ ເອກະລາດໂດຍປະທານ ໂຮ່ຈີມິນ ກ່າວຢູ່ສະໜາມຫລວງ ບາດິ່ງ ໃນຕອນບ່າຍວັນທີ 02 ກັນຍາ 1945, VOV ໄດ້ແປເປັນພາສາອັງກິດ, ຝຣັ່ງ, ກ໋ວາງຕູງ (ຈີນ) ແລະ ໄດ້ອອກອາກາດໄປທົ່ວທຸກທະວີບໃນໂລກເປັນເທື່ອທຳອິດ. ນັ້ນແມ່ນວິທີ ເຊິ່ງ VOV ໄດ້ນຳເອົາພາບພົດປະທານໂຮ່ຈີມິນ ອອກສູ່ໂລກ, ເປັນຂີດໝາຍທຳອິດກ່ຽວກັບເລື່ອງ VOV ຍາມໃດກໍ່ແມ່ນພາຫະນະສື່ມວນຊົນທີ່ມີປະສິດທິພາບ, ໂຄສະນາ, ເຊີດຊູພາບພົດປະເທດ ຫວຽດນາມ ໃໝ່ ແລະ ປະທານ ໂຮ່ຈີມິນ ຢູ່ຕ່າງປະເທດຢ່າງຕໍ່ເນືື່ອງ. ທ່ານ ຫງວຽນເຖ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ:

ຕ້ອງເວົ້າວ່າ VOV ແມ່ນອົງການສື່ມວນຊົນທີ່ໄດ້ທຸ້ມເທເຫື່ອແຮງ, ມີຄວາມອົດທົນ ແລະ ມີຫົວຄິດປະດິດສ້າງທີ່ສຸດໃນວຽກງານໂຄສະນາດ້ານແນວຄິດ, ຄຸນສົມບັດ, ວັດທະນະທຳ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃຫ້ເພື່ອນມິດສາກົນ. ເມື່ອໂຄສະນາກ່ຽວກັບຊິວິດ, ພາລະກິດຂອງປະທານໂຮ່ຈີມິໃຫ້ໂລກຮັບຮູ້ນັ້ນ, ກ່ອນອື່ນໝົດ, VOV ໄດ້ກຳນົດ ຍ້ອນວ່າປະທານໂຮ່ຈີມິນ ທັງແມ່ນບຸກຄົນຂອງ ຫວຽດນາມ, ທັງແມ່ນບຸກຄົນຂອງມວນມະນຸດ, ທັງແມ່ນບຸກຄົນຂອງອະດີດຕະການ ແລະ ອະນາຄົດ .

ເຊີດຊູປະທານໂຮ່ຈີມິນຕໍ່ໂລກ: ພາລະກຳອັນສູງສົ່ງ ແລະສັກກາລະບູຊາຂອງວິທະຍຸກະຈາຍສຽງຫວຽດນາມ - ảnh 2ທ່ານ ຫງວຽນເຖ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍຫານໃຫຍ່ VOV  

VOV ມີຄວາມເອກອ້າງທະນົງໃຈເປັນອົງການສື່ມວນຊົນຫຼັກແຫຼ່ງໃນວຽກງານໂຄສະນາຖະແຫຼງຂ່າວໃຫ້ຕ່າງປະເທດຂອງພັກ, ລັດ ແລະ ລັດຖະບານ, ໃນນັ້ນ ມີການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ ຢູ່ຕ່າງປະເທດ. ບັນດາຮູບການເຊີດຊູໄດ້ສະແດງໃຫ້ເຫັນຫລາຍຮູບຫລາຍແບບ, ອຸດົມສົມບູນ, ເປັນປະຈຳ, ຕໍ່ເນື່ອງ ແລະ ມີການສົມທົບກັບຫລາຍອົງການ, ກົມກອງຫົວໜ່ວຍທັງຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງໃນຫາງສຽງສາກົນ. ນາງ ຫງວຽນຖູຍເວິນ ແມ່ນໜຶ່ງໃນບັນດານັກຂ່າວ VOV ປະຈຳຢູ່ ຝຣັ່ງ ເປັນເວລາຫລາຍປີ ແລະ ໄດ້ຈັດຕັ້ງ, ເຂົ້າຮ່ວມການຈັດຕັ້ງ, ປະຕິບັດບັນດາລາຍການ, ເຫດການ ແລະ ການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ ໂດຍກົງ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ແບ່ງປັນວ່າ:

ນອກຈາກວຽກງານໃຫ້ຂ່າວ, ່ອງແສງທຸກການເຄື່ອນໄຫວ ເຊິ່ງສະຖານທູດ, ສະມາຄົມຊາວຫວຽດນາມ ອາໄສຢູ່ ຝຣັ່ງ ຈັດຕັ້ງເພື່ອເຊີດຊູປະທານໂຮ່ຈີມິນ, ບັນດາລາຍການໂອ້ລົມສົນທະນາກ່ຽວກັບປະທານໂຮ່ຈີມິນ ໂດຍສະຖານທູດຈັດຕັ້ງ, ບັນການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນໃຫ້ເພື່ອນມິດ ຝຣັ່ງ ແລ້ວ, ພວກຂ້າພະເຈົ້າຍັງມີບັນດາການເຄື່ອນໄຫວພິເສດ, ສະເພາະທີ່ສຸດຢູ່ ຝຣັ່ງ ຄືຊອກຮູ,ໂຄສະນາກ່ຽວກັບບັນດາສະຖານທີ່ປະຫວັດສາດທັງໝົດ ເຊິ່ງປະທານໂຮ່ຈີມິນ ເຄີຍມາ, ບັນດາເອກະສານກ່ຽວກັບປະທານໂຮ່ຈີມິນ ໃນຂະນະທີ່ເພິ່ນເຄື່ອນໄຫວຢູ່      ຣັ່ງ ອາດຈະແມ່ນສິ່ງທີ່ມີຄຸນຄ່າທີ່ສຸດໃນໂລກ.

ໃນວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຂອງ VOV ເວົ້າລວມ, ການເຄື່ອນໄຫວໂຄສະນາເຊີດຊູປະທານ ໂຮ່ຈີມິນ ໃຫ້ໂລກຮັບຮູ້ເວົ້າສະເພາະ, ແມ່ນຕ້ອງໄດ້ເວົ້າເຖິງພະແນກບັນນາທິການບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5), ຫົວໜ່ວຍບັນນາທິການໜຶ່ງດຽວຢູ່ ຫວຽດນາມ ທີ່ໄດ້ແປພາສາ, ອອກອາກາດ ແລະ ເອົາລົງຜ່ານທາງເວັບໄຊ 13 ພາສາແຕກຕ່າງກັນໃນໂລກ. ເປັນຫົວໜ່ວຍສື່ມວນຊົນທີ່ມີຫລາຍພາສາທີ່ສຸດໃນວົງການສື່ມວນຊົນ ຫວຽດນາມ ໃນທຸກວັນນີ້, VOV5 ແມ່ນກຳລັງນຳໜ້າ, ຫຼັກແຫຼ່ງຂອງ VOV ໃນວຽກງານໂຄສະນາ, ເຊີດຊູພາບພົດ, ຊີວິດຂອງປະທານ ໂຮ່ຈີມິນ ໃຫ້ໂລກຮັບຮູ້, ຊ່ວຍໃຫ້ມວນຊົນ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ຕໍ່ພາລະກິດການປະຕິວັດຫວຽດນາມ ກໍ່ຄືການຕໍ່ສູ້ລວມຂອງບັນດາຊົນຊາດເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມຜູກພັນລະຫວ່າງບັນດາຊົນຊາດ. ທ່ານ ຫງວຽນຕ໊ຽນລອງ, ຫົວໜ້າພະແນກບັນນາທິການບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຢືນຢັນວ່າ:

ເລື່ອງຊີດຊູ, ໂຄສະນາພາບພົດປະທານໂຮ່ຈີມິນຢູ່ພະແນກບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ, ຫົວໜ່ວຍສື່ມວຊົນຖະແຫຼງຂ່າວໃຫ້ຕ່າງປະເທດທີ່ມີຫລາຍພາສາຕ່າງປະເທດທີ່ສຸດ, ໃຫຍ່ທີ່ສຸດໃນທົ່ວປະເທດ, ໄດ້ດຳເນີນເປັນປະຈຳ, ຕໍ່ເນື່ອງ ບໍ່ພຽງແຕ່ສຸມໃສ່ບັນດາໂອກາດສະເຫຼີມສະຫຼອງ ຫຼື ຕິດພັນກັບບັນດາບັ້ນໂຄສະນາໃຫຍ່ ສະນັ້ນຈຶ່ງໄດ້ດຶງດູຄວາມສົນໃຈເປັນພິເສດທີ່ສຸດ. ເລື່ອງເຊີດຊູນັ້ນ ໄດ້ສະແດງອອກຜ່ານບັນດາລາຍການກະຈາຍສຽງ ເປັນຕົ້ນແມ່ນລາຍການຂ່າວ, ບົດຄວາມ, ບົດສາລະຄະດີໃນແຕ່ລະວັກ່ຽວກັບຜູນຳທີ່ໃກ້ຊິດສະໜິດສະໜົມທີ່ສຸດ, ແຕ່ພັດມີການປະກອບສ່ວນອັນຍິ່ງໃຫຍ່ ບໍ່ຽງແຕ່ໃຫ້ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ທັງບັນດາຊົນຊາດທີ່ຕໍ່ສູ້ເພື່ອເອກະລາດ, ປະາທິປະໄຕໃນທົ່ວໂລກອີກດ້ວຍ.

ດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມເຄົາລົບນັບຖືຕໍ່ທ່ານປະທານ ໂຮ່ຈີມິນ, VOV ໄດ້, ພວມ ແລະ ຈະສືບຕໍ່ປະຕິບັດວຽກງານໂຄສະນາ ແລະ ເຊີດຊູປະທານ ໂຮ່ຈີມິນ, ບັນດາການອຸທິດສ່ວນອັນຍິ່ງໃຫຍ່ທີ່ມີຄຸນຄ່າປະຫວັດສາດ ແລະ ຍຸກສະໄໝຂອງເພິ່ນໃຫ້ໂລກຮັບຮູ້ໄດ້ເປັນຢ່າງດີ./.

ຕອບກັບ