ຮູບແບບ “ປາກິນຂີ້ເຫຍື້ອ” ທີ່ເປັນເອກະລັກສະເພາະ ຢູ່ເກາະ ກ໊າຍຈຽນ, ແຂວງ ກວ໋າງນິງ

Le Phuong
Chia sẻ
(VOVWORLD) - ທຸກໆປີ, ແຂວງ ກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມພັກອາໄສກ່ວາ 10 ລ້ານເທື່ອຄົນ. ນີ້ແມ່ນໜຶ່ງໃນບັນດາສາເຫດທີ່ເຮັດໃຫ້ປະລິມານຂີ້ເຫຍື້ອໃນການດຳເນີນຊີວິດ ໃນນັ້ນແມ່ນຂີ້ເຫຍື້ອຢາງປຼາດສະຕິກເພີ່ມຂຶ້ນສູງ. 

ຕໍ່ໜ້າສະພາບການນີ້, ແຂວງ ກວ໋າງນິງ ມີວິທີເຮັດທີ່ດີ ເພື່ອແນໃສ່ຈຳກັດການຖິ້ມຂີ້ເຫຍື້ອ ຢາງປຼາດສະຕິກໃສ່ສິ່ງແວດລ້ອມ. ຖ້າຫາກວ່າ ອ່າວຮະລອງ ໄດ້ປ່ຽນແທນບັນດາຜະລິດຕະພັນຢາງປຼາດສະຕິກທັງໝົດທີ່ໃຊ້ໃນການເຄື່ອນໄຫວບໍລິການ, ການທ່ອງທ່ຽວຢູ່ອ່າວ; ເກາະ ໂກໂຕ ນຳໃຊ້ກະຕ່າຢາງ ແລະ ບັນດາເຄື່ອງໃຊ້ຈາກວັດຖຸຜະລິດຄືນໃໝ່ນັ້ນ, ເກາະ ກ໊າຍຈຽນ ຊ້ຳພັດແບ່ງປະເພດຂີ້ເຫຍື້ອດ້ວຍການເຮັດແນວໃສ່ຂີ້ເຫຍື້ອເປັນຮູບໂຕປາໃຫຍ່ຕັ້ງຢູ່ແຄມຝັ່ງທະເລເລີຍ.

ຮູບແບບ “ປາກິນຂີ້ເຫຍື້ອ” ທີ່ເປັນເອກະລັກສະເພາະ ຢູ່ເກາະ ກ໊າຍຈຽນ, ແຂວງ ກວ໋າງນິງ - ảnh 1 ຮູບແບບ “ປາກິນຂີ້ເຫຍື້ອ” ທີ່ເປັນເອກະລັກສະເພາະ ຢູ່ເກາະ ກ໊າຍຈຽນ, ແຂວງ ກວ໋າງນິງ

ນັບແຕ່ 2 – 3 ເດືອນມານີ້, ຄະນະຊາວໜຸ່ມກຸ່ມບັນດາອົງການແຂວງ ກວ໋າງນິງ ໄດ້ສົມທົບກັບຄະນະຊາວໜຸ່ມຕາແສງ ກ໊າຍຈຽນ ໄດ້ນຳໃຊ້ແນວໃສ່ຂີ້ເຫຍື້ອຮູບໂຕປາດ້ວຍສານທີ່ວ່າ “ຈົ່ງເກັບຂີ້ເຫຍື້ອໃຫ້ຂ້ອຍ” ຢູ່ທ່າເຮືອບັກ ແລະ ຫາດຊາຍທະເລຂອງຕາແສງ ກ໊າຍຈຽນ, ເມືອງ ຫ໋າຍຮ່າ.

ໂດຍໄດ້ເຮັດມາຈາກໂຄງເຫຼັກ ແລະ ສ້າງເປັນຮູບດ້ວຍຕາໜ່າງມີລວງຍາວປະມານ 5 ແມັດ, ສູງ 2 ແມັດ. ບໍ່ພຽງແຕ່ສ້າງຄວາມປະທັບໃຈເທົ່ານັ້ນ, ບັນດາ "ແນວໃສ່ຂີ້ເຫຍື້ອຮູບໂຕປາ"ນັ້ນ ຍັງນຳເອົາສານກ່ຽວກັບສິ່ງແວດລ້ອມມາໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນເປັນເຈົ້າການເກັບ ແລະ ຖອກຂີ້ເຫຍື້ອຢາງປຼາດສະຕິກໃຫ້ຖືກຕາມບ່ອນທີ່ກຳນົດໄວ້. ປ້າ ລຶວຮ່າອານ, ແຂກທ່ອງທ່ຽວທີ່ມາຈາກແຂວງ ຮ່ວາບີ່ງ ໃຫ້ຮູ້ວ່າ:

“ຫາກໍ່ລົງເຮືອບັກມາ ຂ້າພະເຈົ້າໄດ້ເຫັນແນວໃສ່ຂີ້ເຫຍື້ອຮູບໂຕປາສີຂຽວ ອ້າປາກ   ກ້ວາງຂໍຂີ້ເຫຍື້ອຢາງປຼາດສະຕິກ ມັນສ້າງຄວາມໃສ່ໃຈໃຫ້ພວກຂ້າພະເຈົ້າທີ່ສຸດ. ທຳມະດາ ໄປທ່ອງທ່ຽວຢູ່ບ່ອນຕ່າງໆນັ້ນ ຕ້ອງຊອກຫາບ່ອນຖອກຂີ້ເຫຍື້ອ, ແຕ່ຢູ່ທີ່ນີ້ ມີແນວໃສ່ຂີ້ເຫຍື້ອຮູບໂຕປາໃຫຍ່ໆ ທັງງາມຕາທັງເອົາມາຕັ້ງຢູ່ບ່ອນທີ່ມີຄວາມສະດວກ, ຊອກເຫັນໄດ້ງ່າຍ. ຕາມຂ້າພະເຈົ້າແລ້ວ ຮູບແບບນີ້ຄວນທະວີຄູນ ຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆຢູ່ໃນເກາະ.”

ປັດຈຸບັນ, ຢູ່ເກາະ ກ໊າຍຈຽນ ມີ “ປາກິນຂິີ້ເຫຍື້ອຢາງປຼາດສະຕິກ” 6 ຮູບແບບ. ນັບແຕ່ເມື່ອແນວໃສ່ຂີ້ເຫຍື້ອຮູບໂຕປານີ້, ປະຊາຊົນໃນເກາະໄດ້ຕັ້ງໜ້າໂຄສະນາໃຫ້ແຂກທ່ອງທ່ຽວ, ຂົນຂວາຍປະຊາຊົນທຸກຄົນຮ່ວມແຮງຮ່ວມໃຈແບ່ງປະເພດຂີ້ເຫຍື້ອ, ຮັກສາຄວາມສະອາດ, ສິ່ງແວດລ້ອມ. ທ່ານ ເລືອງຊວັນຖູ໊, ປະທານຄະນະກຳມະການປະຊາຊົນຕາແສງ ກ໊າຍຈຽນ, ເມືອງ ຫ໋າຍຮ່າ ແບ່ງປັນວ່າ:

 “ຮູບແບບນີ້ ບໍ່ພຽງແຕ່ໄດ້ຮັບການຕອບສະໜອງຈາກແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງນັບທັງປະຊາຊົນອີກດ້ວຍ ຍ້ອນມັນຊ່ວຍຮັກສາສິ່ງແວດລ້ອມລວມ. ທຳອິດ, ປະຊາຊົນຖິ້ມຂີ້ເຫຍື້ອຊະຊາຍ, ຫລັງຈາກໄດ້ໂຄສະນາແລ້ວ ເຂົາເຈົ້າກໍ່ມີສະຕິຄວາມຮັບຮູ້ເປັນຢ່າງດີ, ພາຍຫລັງດື່ມນ້ຳໃນຕຸກນ້ຳໝົດແລ້ວ ກໍ່ເອົາຕຸກເປົ່າໄປຖິ້ມໃສ່ແນວໃສ່ຂີ້ເຫຍື້ອຮູບໂຕປານັ້ນ. ຫລັງຈາກນັ້ນ, ລົດເກັບຂີ້ເຫຍື້ອຂອງຕາແສງ ກໍ່ຈະມາເກັບເອົາໃນທຸກໆວັນ.

ຮູບແບບ “ປາກິນຂີ້ເຫຍື້ອ” ທີ່ເປັນເອກະລັກສະເພາະ ຢູ່ເກາະ ກ໊າຍຈຽນ, ແຂວງ ກວ໋າງນິງ - ảnh 2 ຮູບແບບ “ປາກິນຂີ້ເຫຍື້ອ” ທີ່ເປັນເອກະລັກສະເພາະ ຢູ່ເກາະ ກ໊າຍຈຽນ, ແຂວງ ກວ໋າງນິງ

        ພ້ອມກັບການນຳໃຊ້ຮູບແບບ “ປາກິນຂີ້ເຫຍື້ອຢາງປຼາດສະຕິກ”, ຄະນະຊາວໜຸ່ມຕາແສງ ກ໊າຍຈຽນ ຍັງຈັດຕັ້ງບັ້ນເຄື່ອນໄຫວເກັບກວາດອະນາໄມສິ່ງແວດລ້ອມ, ຊ່ວຍເຮັດໃຫ້ຝັ່ງທະເລສະອາດ ແລະ ສົ່ງເສີມບັນດາຮ້ານອາຫານ, ໂຮມແຮມລົງທຶນສ້າງແນວໃສ່ຂີ້ເຫຍື້ອຄືຮູບແບບ “ປາກິນຂີ້ເຫຍືອຢາງປຼາດສະຕິກ” ໃຫ້ເໝາະສົມກັບເງື່ອນໄຂສະພາບຕົວຈິງ…ອຳນາດການປົກຄອງທ້ອງຖິ່ນກໍ່ເປັນເຈົ້າການຈຳກັດຂີ້ເຫຍື້ອຢາງປຼາດສະຕິກດ້ວຍບັນດາຮູບແບບຄືດັ່ງນີ້: ນຳໃຊ້ຕຸກນ້ຳແກ້ວແທນໃຫ້ຕຸກນ້ຳຢາງທີ່ໃຊ້ໄດ້ເທື່ອດຽວໃນກອງປະຊຸມ, ກອງປະຊຸມສຳມະນາ; ປ່ຽນຈາກການນຳໃຊ້ທໍ່ດູດຢາງນຳໃຊ້ທໍ່ດູດເຈ້ຍແທນ, ນຳໃຊ້ຖົງເຈ້ຍຜະລິດຄືນໃໝ່ ເພື່ອຮັກສາສິ່ງແວດລ້ອມ. ທ່ານນາງ ຫງວຽນທິແທັງເວິນ, ຮອງຜູ້ອຳນວຍການໃຫຍ່ສູນໜູນຊ່ວຍການພັດທະນາຂຽວ (GreenHub) ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມປາດຖະໜາໜຶ່ງດຽວ ນັ້ນແມ່ນໝົດທຸກຄົນຈົ່ງພ້ອມກັນປະກອບກຳລັງເຫື່ອແຮງນ້ອຍໆຂອງຕົນ ມີບັນດາການກະທຳຢ່າງລະອຽດ ເພື່ອປ່ຽນແປງຄວາມຊິນເຄີຍໃນການດຳເນີນຊີວິດປະຈຳວັນ ແລະ ຍາມໃດກໍ່ມີສະຕິຕໍ່ການຫລຸດຜ່ອນ, ຜະລິດຄືນ ແລະ ເຄື່ອງຂອງປຼາດສະຕິກຄືນໃໝ່.

        ຂີ້ເຫຍື້ອຢາງປຼາດສະຕິກ ພວມແມ່ນບັນຫາສັບສົນຫຍຸ້ງຍາກມີລັກສະນະທົ່ວໂລກ. ສະນັ້ນ, ພ້ອມກັບບັນດາມາດຕະການເປັນເຈົ້າການຂອງອຳນາດການປົກຄອງທ້ອງຖິ່ນ, ແຕ່ລະຄອບຄົວ ແລະ ປະຊາຊົນຕາແສງ ກ໊າຍຈຽນ ແຕ່ລະຄົນ ພວມຕັ້ງໜ້າປະຕິບັດຄຳຂວັນທີ່ວ່າ “ປອດຂີ້ເຫຍື້ອຢາງປຼາດສະຕິກ”, ຈົ່ງເລີ່ມຕົ້ນຈາກການກະທຳນ້ອຍສຸດ. ຜ່ານນັ້ນ, ຍົກສູງສະຕິຄວາມຮັບຮູ້ໃນການປົກປັກຮັກສາສິ່ງແວດລ້ອມໃນການດຳລົງຊີວິດໃຫ້ແກ່ປະຊາຊົນ ແລະ ຄົນລຸ້ນຫລັງ./.

ຕອບກັບ