ຮັກສາແບບແຜນມູນເຊື້ອຂອງຄອບຄົວໃນຍຸກທັນສະໄໝ

Ngoc Ha - Huyen
Chia sẻ
(VOVWORLD) - ສັງຄົມພັດທະນາ, ບັນດາຄຸນຄ່າທີ່ເປັນມູນເຊື້ອຂອງຄອບຄົວກໍ່ຖືກປ່ຽນແປງໄປນຳ. ແຕ່ເຖິງວ່າມີການປ່ຽນແປງຄືແນວໃດກໍຕາມ ບັນດາຄຸນຄ່າເຫຼົ່ານັ້ນຍັງສວມບົດບາດສຳຄັນ, ສົ່ງຜົນກະທົບເຖິງການພັດທະນາຂອງແຕ່ລະຄົນ.
ຮັກສາແບບແຜນມູນເຊື້ອຂອງຄອບຄົວໃນຍຸກທັນສະໄໝ - ảnh 1ຄາບເຂົ້າຄ່ຳຍາມໃດກໍ່ຄົບໜ້າຄົບຕາທຸກໆຄົນໃນຄອບຄົວ
(ພາບປະກອບ: baolongan.vn)

ເມື່ອກ່ອນນີ້, ຮູບແບບຄອບຄົວປະກອບດ້ວຍ 4 ລຸ້ນຄົນ ດຳລົງຊີວິດຢູ່ ຮ່ວມກັນໃນເຮືອນຫຼັງດຽວ ກໍ່ໄດ້ຮັບຖືວ່າແມ່ນແບບຢ່າງທີ່ດີ ຍ້ອນມັນເປັນສັນຍາລັກໃຫ້ແກ່ຄອບຄົວທີ່ຮັກສາສິ່ງທີ່ເປັນມູນເຊື້ອອັນດີງາມ. ໃນປະຈຸບັນ, ເຖິງວ່າຮູບແບບຄອບຄົວເປັນແກ່ນສານແມ່ນທ່າອ່ຽງກໍຕາມ ແຕ່ໃນສັງຄົມກໍຍັງຄົງຕົວຫຼາຍ “ຄອບຄົວໃຫຍ່” ຄືແນວນັ້ນ.

        ຄອບຄົວຂອງລຸງ ຫງວຽນວັນຍ້າ, ຢູ່ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາຄອບຄົວຄືແນວນັ້ນ. ຄອບຄົວຂອງລຸງຍ້າ ປະກອບດ້ວຍ 3 ລຸ້ນຄົນດຳລົງຊີວິດຢູ່ຮ່ວມກັນໃນເຮືອນຫຼັງດຽວ. ຄົນລະວຽກ, ແຕ່ໃນຄາບເຂົ້າຄ່ຳຍາມໃດກໍ່ຄົບໜ້າຄົບຕາທຸກໆຄົນໃນຄອບຄົວ. ແລະເປັນຄວາມຊີນເຄີຍແລ້ວ, ຍາມໃດລຸກຫຼານກໍ່ເຊີນປູຍ່າຕາຍາຍ, ຜູ້ມີອາຍຸສູງ ຮັບປະທານອາຫານກ່ອນ, ແລ້ວຈຶ່ງກິນຕາມຫຼັງ.

        “ໂດຍສືບທອດວັດທະນະທຳທີ່ເປັນມູນເຊື້ອ, ໝາຍຄວາມວ່າການສືບທອດສິ່ງທີ່ດີທີ່ງາມ. ເລື່ອງໄປລາມາຂອບແມ່ນວັດທະນະທຳທີ່ເປັນມູນເຊື້ອມາແຕ່ດົນນານແລ້ວ. ມາຮອດລຸ້ນລູກລຸ້ນຫຼານເມື່ອນັ່ງກິນເຂົ້າຕ້ອງເຊີນກ່ອນ, ພວກເຂົາເຫັນວ່າມັນເປັນຄວາມເບີກບ່ານມ່ວນຊື່ນ, ໄດ້ເຊີນກິນຫາກບໍ່ແມ່ນບັງຄັບຕ້ອງເຊີນກິນ ແລະ ນັ້ນແມ່ນຄາບເຂົ້າແຫ່ງຄວາມສຸກ”.

        3 ລຸ້ນຄົນດຳລົງຊີວິດຢູ່ຮ່ວມກັນໃນເຮືອນຫຼັງດຽວ, ແຕ່ທຸກໆຄົນໃນຄອບຄົວຂອງລຸງ ຍ້າ ບໍ່ໄດ້ຜິດກັນຈັກເທື່ອ, ຍາມໃດກໍ່ຮ່ວມດຳລົງຊີວິດປອງດອງກັນ. ເມື່ອຄອບຄົວມີວຽກ, ທຸກຄົນພ້ອມກັນເຮັດ, ຄົນລະວຽກ. ເອື້ອຍ ເລທິຮົ່ງຍຸງ ໄດ້ເປັນໃພ້ໃນຄອບຄົວຂອງລຸງ ຍ້າ ເປັນເວລາ 10 ປີແລ້ວ, ເມື່ອມາຢູ່ໃນຄອບຄົວນີ້,ເອື້ອຍບໍ່ຮູ້ຈັກເຮັດວຽກບ້ານຫຼາຍ, ແຕ່ໄດ້ຮັບການສັ່ງສອນຈາກພໍ່ແມ່ທາງຜົວ ມາຮອດປະຈຸບັນ, ເອື້ອຍພັດແມ່ນຜູ້ຊ່ວຍຄອບຄົວ ຈັດແບ່ງວຽກງານໃນເຮືອນ.

        “ເມື່ອຫາກໍ່ເປັນລູກໃພ້, ຂ້າພະເຈົ້າເຫັນວ່າ ການດຳລົງຊີວິດຢູ່ເຮືອນຫຼັງດຽວ ທີ່ມີຫຼາຍລຸ້ນຄົນຄືແນວນັ້ນແມ່ນຍາກທີ່ສຸດ. ແຕ່ແມ່ຍາແມ່ນຜູ້ທີ່ເຮັດຫຼ້ອນໜ້າທີ່ ແລະ ຂ້າພະເຈົ້າໄດ້ຮ່ຳຮຽນຈາກແມ່ຍາຫຼາຍທີ່ສຸດ. ຂ້າພະເຈົ້າເຫັນວ່າ ນັບມື້ນັບມີໂຊກດີຍ້ອນໄດ້ດຳລົງຊີວິດໃນຄວາມຮັກແພງ ແລະ ພວກລູກຂອງຂ້າພະເຈົ້າໄດ້ສືບທອດບັນດາສິ່ງທີ່ດີງາມນັ້ນ”.

        ມີຫຼາຍຄົນມີຄວາມເປັນຫ່ວງໄຍເມື່ອເປັນລູກໃພ້ໃນຄອບຄົວທີ່ມີຫຼາຍລຸ້ນຄົນດຳລົງຊີວິດຢູ່ເຮືອນດຽວກັນ, ແຕ່ເອື້ອຍ ຍຸງ ແມ່ນມີຄວາມແຕກຕ່າງ. ຄວາມຮັກ, ຄວາມອຸ້ມຊູຊ່ວຍເຫຼືອຂອງຄອບຄົວໃຫຍ່ ບໍ່ພຽງແຕ່ຊ່ວຍໃຫ້ເອື້ອຍມີເງື່ອນໄຂ, ເວລາເພື່ອເຮັດວຽກເທົ່ານັ້ນ, ບັນດາລູກເຕົ້າຂອງເອື້ອຍກໍຍັງໄດ້ຮັບການສິດສອນນັບແຕ່ຄາວຍັງນ້ອຍອີກດ້ວຍ. ນັ້ນແມ່ນສາຍເຫດທີ່ເຮັດໃຫ້ 2 ຜົວເມຍເຖິງວ່າສາມາດດຳລົງຊີວິດຢູ່ເຮືອນຫຼັງໃໝ່ໄດ້, ແຕ່ເອື້ອຍຍັງເລືອກເອົາດຳລົງຊີວິດພ້ອມກັບພໍ່ຕາ, ແມ່ຍາຢູ່. ອ້າຍ ຫງວຽນຕ໊ວນແອັງ, ຜົວຂອງເອື້ອຍ ຍຸງ ແບ່ງປັນວ່າ.

        “ລຸ້ນໜຸ່ມໃນປະຈຸບັນແມ່ນມີທ່າອ່ຽງມັກດຳລົງຊີວິດແບບຢູ່ຕ່າງຫາກ. ສິ່ງນັ້ນກໍ່ມີຈຸດດີ ນັ້ນແມ່ນສາມາດເຮັດສິ່ງທີ່ເຮົາມັກ, ແຕ່ເມື່ອດຳລົງຊີວິດພ້ອມກັບຄອບຄົວໃຫຍ່ ແມ່ນມີຜົນປະໂຫຍດຫຼາຍຢ່າງ ນັ້ນແມ່ນຄວາມສະໜິດຕິດພັນ, ໃກ້ຊິດສະໜິດສະໜົມ, ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລເຊິ່ງກັນແລະກັນ. ດຳລົງຊີວິດພ້ອມກັບພໍ່ແມ່ຂອງຕົນ, ເຮົາມີເງື່ອນໄຂເພື່ອເບິ່ງແຍງພວກເພິ່ນໄດ້ເປັນຢ່າງດີກວ່າ”.

        ລູກຫຼານເຄົາລົບນັບຖືປູ່ຍ່າຕາຍາຍ, ພໍ່ແມ່; ປູ່ຍ່າຕາຍາຍຮັກແພງລູກຫຼານ, ລູກຫຼານມີຄວາມກະຕັນຍຸຕໍ່ປູ່ຍ່າຕາຍາຍ ພໍ່ແມ່, ນີ້ແມ່ນມູນເຊື້ອເຊິ່ງຄອບຄົວຂອງລຸງ ເລຝູດິ້ງ ແລະ ປ້າ ເຈິ່ນທິເດື່ອງ, ຢູ່ເມືອງ ດຶກທໍ້, ແຂວງ ຮ່າຕິ້ງ ໄດ້ກໍຕັ້ງ ແລະ ຮັກສາໃຫ້ແກ່ລຸ້ນລູກລຸ້ນຫຼານ. ເຖິງວ່າ ບໍ່ດຳລົງຊີວິດຢູ່ຮ່ວມກັນໃນເຮືອນຫຼັງດຽວກໍ່ຕາມ, ແຕ່ຮອດມື້ທ້າຍອາທິດ, 2 ປ້າລຸງ ກໍໄດ້ຈັດພາເຂົ້າເພື່ອ ເຕົ້າໂຮມທຸກໆຄົນໃນຄອບຄົວທີ່ມີ 3 ລຸ້ນຄົນ. ຕາມປ້າ ເຈິ່ນທິເດືອງ ແລ້ວ, ການດຳລົງຊີວິດຄືແນວນີ້ແມ່ນໄດ້ຊ່ວຍໃຫ້ບັນດາສະມາຊິກໃນຄອບຄົວຫຍັບມໍ່ເຂົ້າໃກ້ກັນກວ່າ.

        “ໃນຕອນແລງວັນເສົາ, ພາເຂົ້າແມ່ນມີອາຫານຫຼາຍເຍື່ອງກວ່າ. ທຸກຄົນໄດ້ຊ່ວຍກັນແຕ່ງກິນ, ຜົວ ແລະ ລູກຊາຍກໍ່ໄດ້ເຂົ້າເຮືອນຄົວຊ່ວຍແຕ່ງອາຫານ ອັນໄດ້ສ້າງບັນຍາກາດມ່ວນຊື່ນ. ການຈັດພາເຂົ້າຄືແນວນັ້ນແມ່ນໂອກາດເພື່ອໃຫ້ທຸກຄົນແບ່ງປັນບົດຮຽນໃນການດຳລົງຊີວິດ”.

        ຕາມບົດຮຽນຂອງລຸງ ດິ້ງ ແລ້ວ, ເພື່ອຮັກສາບັນຍາກາດຢູ່ໃນຄອບຄົວໃຫ້ ມີຄວາມປອງດອງກັນໃນທຸກເວລານັ້ນ, ສິ່ງສຳຄັນທີ່ສຸດແມ່ນ ຜົວເມຍຕ້ອງເຂົ້າໃຈກັນ, ມີການແບ່ງປັນ, ເຫັນໃຈຕໍ່ກັນໃນທຸກວຽກງານໃນຄອບຄົວ. ເລື່ອງເປັນແບບຢ່າງຂອງລຸ່ງ ດິ້ງ ແລະ ປ້າ ເດື່ອງ ໄດ້ສ້າງເປັນບົດຮຽນທີ່ດີເພື່ອໃຫ້ລູກຫຼານປະກອບສ່ວນຮັກສາຄວາມສຸກຂອງແຕ່ລະຄົນ.

        ແບບແຜນມູນເຊື້ອທີ່ດີແມ່ນຂອງສະເພາະຄອບຄົວໃດໜຶ່ງ. ເລື່ອງຮັກສາແບບແຜນມູນເຊື້ອຂອງຄອບຄົວກໍບໍ່ມີຫຍັງທີ່ໃຫຍ່ຫຼວງ ຫາກພຽງແຕ່ແມ່ນມາຮ່ວມກິນເຂົ້າ, ພົບປະກັນ ຫຼື ຮັກສາຄວາມລື້ງເຄີຍໃນການດຳລົງຊີວິດ. ສິ່ງນັ້ນບໍ່ເຮັດໃຫ້ຂາດຄວາມເສລີ, ສະຫວາດສະເຫວີຍຂອງແຕ່ລະຄົນ, ຫາກຍັງແມ່ນການສະໜິດຕິດພັນລະຫວ່າງບັນດາສະມາຊິກໃນຄອບຄົວ ເພື່ອໃຫ້ຄອບຄົວມີຄວາມສຸກຢ່າງສົມບຸນ.

ຕອບກັບ