ອາຫານການກິນຫວຽດນາມ - ທູດສັນຕິພາບ

Thu Hang
Chia sẻ
(VOVWORLD) -ກອງປະຊຸມສຸດຍອດລະຫວ່າງຄັ້ງທີ 2 ອາເມລິກາ - ສປປ.ເກົາຫຼີ ທີ່ຫາກໍ່ດຳເນີນໄປຢູ່ຮ່າໂນ້ຍ, ປະເທດ ຫວຽດນາມ ເປັນເວລາ 2 ວັນນັ້ນ, ໄດ້ສ້າງມີກາລະໂອກາດຫຼາຍຢ່າງໃຫ້ຫວຽດນາມ ເພື່ອໂຄສະນາວັດທະນະທຳ.

ອາຫານການກິນຫວຽດນາມ - ທູດສັນຕິພາບ - ảnh 1ເຂົ້າປຸ້ນທາງ ຂອງແມ່ເຖົ້າ ເອິ໋ມ

(ພາບ: bvhttdl.gov.vn)

ໃນນັ້ນ, ອາຫານການກິນຂອງຫວຽດນາມ ໄດ້ເປັນສິ່ງທີ່ຮູ້ຈັກຂອງນັກຂ່າວສາກົນ ແລະ ເຂົາເຈົ້ານັ້ນເອງໄດ້ເປັນທູດແບບບໍ່ໄດ້ຮັບການແຕ່ງຕັ້ງເພື່ອໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມ ອອກສູ່ໂລກ. ອາຫານການກິນແມ່ນຊ່ອງທາງໄວທີ່ສຸດ ເພື່ອໃຫ້ບັນດານັກຂ່າວຊອກຮູ້ກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມ.

        ເພື່ອແນະນຳວັດທະນະທຳອາຫານການກິນຂອງຮ່າໂນ້ຍ ເຖິງເພື່ອນມິດສາກົນ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ເຊື້ອເຊີນບັນດານັກສິລະປະການທີ່ມີຊື່ສຽງທີ່ສຸດໃນນະຄອນຫຼວງ ມາຮັບໃຊ້ຢູ່ເຮືອນຄົວສູນສື່ມວນຊົນສາກົນ (IMC) ໃນໄລຍະດຳເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ, ທີ່ຫາກໍ່ດຳເນີນໄປຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ເມສາ ຜ່ານມານີ້.

        ຕາມນັ້ນແລ້ວ, ນອກຈາກອາຫານທີ່ປຸງແຕ່ງແບບເອີລົບ ແລະ ອາຊີ 40 ເຍື່ອງແລ້ວ, ຍັງມີອາຫານທີ່ເປັນຕົວແທນໃຫ້ອາຫານການກິນຂອງນະຄອນຫຼວງ ທີ່ໄດ້ຮັບການເລືອກເຟັ້ນເພື່ອຮັບໃຊ້ໂດຍບໍ່ເສຍຄ່າ 9 ເຍື່ອງຕື່ມອີກນັ້ນແມ່ນ: ເຟີ ທິ່ນ, ເຂົ້າປຸ້ນ ທາງ, ຢໍ ເອືອກເລ໊, ກາເຟໄຂ່ ຢ໋າງ… ນີ້ແມ່ນບັນດາເຍື່ອງອາຫານສ່ວນໃດສ່ວນໜຶ່ງທີ່ນຳມາແນະນຳໃຫ້ບັນດາຈຸດວັດທະນະທຳທາງດ້ານອາຫານການກິນ ຂອງນະຄອນຫຼວງ ເຖິງບັນດານັກຂ່າວທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ. ອ້າຍ ຫງວຽນກວັກຮຸ່ງ, ຜູ້ຮັບຜິດຊອບວຽກງານກະກຽມ, ບັນດາຄາບເຂົ້າໃຫ້ນັກຂ່າວຂອງສູນສື່ມວນຊົນສາກົນ ທີ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ, ໃຫ້ຮູ້ວ່າ.

        “Menu ໄດ້ກະກຽມອາຫານຫຼາຍເຍື່ອງ, ໃນນັ້ນໄດ້ເນັ້ນໜັກເຖິງອາຫານການກິນຂອງຮ່າໂນ້ຍ, ບັນດາເຍື່ອງອາຫານທີ່ເປັນເອກະລັກຂອງຫວຽດນາມ ຄື: ເຟີ ຮ່າໂຮ້ຍ, ເຂົ້າປຸ້ນທາງ, ເຂົ້າໜຽວນ້ຳຫວານ… ນັບແຕ່ເມື່ອເປີດປະຕູສູນສື່ມວນຊົນ, ບັນດານັກຂ່າວນິຍົມກິນອາຫານຂອງຮ່າໂນ້ຍ ຫຼາຍທີ່ສຸດ, ພິເສດແມ່ນເຟີ”.

        ຢູ່ລຽບຕາມຄຸ້ມຖະໜົນເກົ່າຮ່າໂນ້ຍ, ນັກຂ່າວສາກົນໄດ້ຂຽນຂ່າວ/ບົດຢູ່ບັນດາຮ້ານອາຫານເລີຍ, ທັງຮັບປະທານບັນດາເຍື່ອງອາຫານໄປພ້ອມ, ທັງຖ່າຍທຳວີດີໂອໄວ້. ນັກຂ່າວ Jung Rina, ທີ່ມາຈາກໜັງສືພິມ AsiaToday (ສ.ເກົາຫຼີ), ເຄີຍມາຫວຽດນາມ ແລ້ວ, ເພື່ອເຂົ້າຮ່ວມການເຮັດຂ່າວກອງປະຊຸມສຸດຍອດ APEC 2017 ຢູ່ດ່ານັ້ງ, ແບ່ງປັນວ່າ.

        “ຂ້າພະເຈົ້າມັກກິນເຂົ້າປຸ້ນ ຈືນເຕົ້າຮູ້ຈ້ຳແຈ່ວກະປິ ແລະ ມັກກິນເຟີນຳອີກ. ຂ້າພະເຈົ້າໄດ້ກິນເຟີຢູ່ຖະໜົນ ລໍ່ດູກ. ສຳລັບຊາວສ.ເກົາຫຼີ ແລ້ວ, ລົດຊາດຂອງເຟີ ຫວຽດນາມ ແມ່ນເໝາະສົມກັບຊາວ ສ.ເກົາຫຼີ.”

        ນັກສິລະປະການ ດ່ວານວັນເລີ້ຍ, ຜູ້ທີ່ຕິດພັນກັບອາຊີບມາເປັນເວລາກວ່າ 20 ປີ ຮູ້ສຶກມີຄວາມສຸກທີ່ສຸດເມື່ອເຫັນວ່າ ນັກທ່ອງທ່ຽວຫຼາຍຄົນໄດ້ເລືອກກິນເຂົ້າປຸ້ນທາງ ຂອງແມ່ເຖົ້າ ເອິ໋ມ, ເຊິ່ງແມ່ນເຍື່ອງອາຫານທີ່ມີມາກ່ອນນີ້ນັບຮ້ອຍປີຢູ່ຮ່າໂນ້ຍ.

        “ເມື່ອເວົ້າເຖິງຮ່າໂນ້ຍ ນັ້ນແມ່ນ, ມີອາຫານການກິນຫຼາຍເຍື່ອງ, ແຕ່ວ່າເຂົ້າປຸ້ນທາງ ແມ່ນອາຫານພິເສດທີ່ສຸດຂອງຮ່າໂນ້ຍ. ຍ້ອນມີຫຼາຍລົດຊາດ, ວັດຖຸດິບເພື່ອປຸງແຕ່ງກໍ່ຫຼາຍຢ່າງ, ເຂົ້າປຸ້ນທາງຖ້ວຍໜຶ່ງແມ່ນປະກອບດ້ວຍບັນດາວັດຖຸດິບຄື: ກະປິແມງດາ, ໄກ່, ໄຂ່ກຸ້ງ, ຜັກຫອມປະເພດຕ່າງໆ…”

        ການຮັບປະທານອາຫານການກິນບໍ່ພຽງແຕ່ແມ່ນຄວາມຮູ້ສຶກທາງດ້ານລົດຊາດເທົ່ານັ້ນ, ບາງເທື່ອມັນຍັງແມ່ນເສັ້ນທາງໄວທີ່ສຸດເພື່ອກະຕຸກຊຸກຍູ້ເພື່ອນມິດສາກົນ ມີຄວາມປາດຖະໜາຢາກຊອກຮູ້ກ່ຽວກັບວັດທະນະທຳບັນດາເຂດ, ພາກ, ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ຫຼາຍກວ່າ.

        “ອາຫານແຕ່ລະເຍື່ອງແມ່ນມີເລື່ອງລາວທີ່ດູດດື່ມຈັບອົກຈັບໃຈ ເພື່ອດຶງດູດນັກທ່ອງທ່ຽວມີຄວາມສົນໃຈເຖິງອາຫານການກິນຂອງຫວຽດນາມ, ຜ່ານນັ້ນ ອາດຈະເຫັນໄດ້ວ່າ ອາຫານການກິນຂອງຫວຽດນາມ ນັ້ນກໍ່ແມ່ນທູດໜຶ່ງໃຫ້ແກ່ຂະແໜງການທູດຫວຽດນາມ, ກໍ່ຄືເປັນທູດໃຫ້ແກ່ຂະແໜງທ່ອງທ່ຽວຫວຽດນາມ ເພື່ອໃຫ້ຫວຽດນາມ ໂຄສະນາພາບພົດອອກສູ່ຕ່າງປະເທດ”.

        ບັນດາເຍື່ອງອາຫານພື້ນເມືອງທີ່ມີຊື່ສຽງຂອງຫວຽດນາມ ຄື: ເຟີ, ເຂົ້າປຸ້ນຊີ້ປີ້ງ, ເຂົ້າປຸ້ນທາງ ໄດ້ສ້າງຄວາມປະທັບໃຈຕໍ່ນັກຂ່າວສາກົນ. ເພາະສະນັ້ນ, ບັນດາເຍື່ອງອາຫານການກິນຂອງຫວຽດນາມ ຈຶ່ງໄດ້ກາຍເປັນທູດພິເສດ. ນັກຂ່າວ ຫງວຽນຫງອັກແອັງ, ແບ່ງປັນວ່າ.

        “ຂ້າພະເຈົ້າຕິດຕາມໜັງສືພິມຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີຜ່ານມາ ກໍ່ເຫັນໄດ້ວ່າ ເຂົາເຈົ້າໄດ້ແນະນຳກ່ຽວກັບອາຫານການກິນຂອງຫວຽດນາມ ນັບມື້ນັບຫຼາຍຂຶ້ນ. ຕົວຢ່າງຄື: ມາຮ່າໂນ້ຍ ຄວນກິນຫຍັງ, ເຂົ້າຈີ່ແມ່ນໄດ້ເຮັດຄືແນວໃດ, ບ່ອນໃດຂາຍເຂົ້າປຸ້ນຊີ້ນປີ້ງ Obama… ພວກເຮົາຕ້ອງການມີບັນດາບັ້ນໂຄສະນາພິເສດ ເພື່ອໃຫ້ບັນດາເລື່ອງລາວທີ່ກ່ຽວຂ້ອງ ບໍ່ພຽງແຕ່ທາງດ້ານອາຫານການກິນເທົ່ານັ້ນ, ຫາກຍັງທາງດ້ານວັດທະນະທຳຂອງຫວຽດນາມ ເວົ້າລວມອີກດ້ວຍ.”

        ຜ່ານບັນດາເຫດການທີ່ພົ້ນເດັ່ນ ໄດ້ດຶງດູດຄວາມສົນໃຈຈາກສາກົນຄືກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ, ອາຫານການກິນຍິ່ງເປັນການພິສູດໃຫ້ເຫັນກຳລັງແຮງຂອງມັນ ໃນບົດບາດແມ່ນຊ່ອງທາງການທູດດ້ານວັດທະນະທຳຢ່າງມີປະສິດທິຜົນ, ເຊິ່ງຊາວຫວຽດນາມ ບໍ່ຄວນປະລະໃນຍຸດທະສາດໂຄສະນາພາບພົດຂອງປະເທດຫວຽດນາມ ອອກສູ່ໂລກ.

ຕອບກັບ